ខគម្ពីរពេញនិយមពី ລູກາ 4

ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະອົງ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ​ໃຫ້​ພຣະອົງ​ເຫັນ​ໃນ​ພິບ​ຕາ​ດຽວ. ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ. ດັ່ງນັ້ນ ຖ້າ​ທ່ານ​ນະມັດສະການ​ເຮົາ ສິ່ງ​ທັງໝົດ​ນີ້​ຈະ​ເປັນ​ຂອງ​ທ່ານ”. ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ’”.

គម្រោង​អាន​និង​អត្ថបទស្មឹងស្មាធិ៍ជាមួយ​ព្រះ ​​ដោយ​ឥត​គិត​ថ្លៃ​ ដែល​ទាក់​ទង​ទៅ​នឹង ລູກາ 4