ລູກາ 4:9-12
ລູກາ 4:9-12 LCV
ມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດສູງສຸດຂອງວິຫານແລ້ວເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງໄປຈາກທີ່ນີ້. ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ: “‘ພຣະເຈົ້າຈະສັ່ງໃຫ້ຝູງເທວະດາຂອງພຣະອົງ ມາຄອຍລະວັງປົກປັກຮັກສາທ່ານ. ບັນດາເທວະດາຈະເອົາມືຂອງຕົນອູ້ມທ່ານໄວ້ ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’”. ພຣະເຢຊູເຈົ້າຕອບວ່າ, “ມີຄຳກ່າວໄວ້ໃນພຣະຄຳພີວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’”.