ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນເມືອງແຫ່ງໜຶ່ງ, ມີຊາຍຄົນໜຶ່ງເປັນພະຍາດຂີ້ທູດເຕັມໂຕຍ່າງມາຕາມທາງ. ເມື່ອລາວເຫັນພຣະເຢຊູເຈົ້າລາວຈຶ່ງກົ້ມໜ້າໝອບລົງພື້ນດິນ ແລະ ອ້ອນວອນຂໍພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍສະອາດໄດ້”.
ພຣະເຢຊູເຈົ້າເດ່ມືອອກໄປແຕະລາວ ແລະ ກ່າວວ່າ, “ເຮົາເຕັມໃຈຈະຮັກສາ ຈົ່ງດີສະອາດສາ!” ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກລາວ.