ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ:
“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,
‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,
ຈົ່ງເຮັດຫົນທາງໃຫ້ຊື່ສຳລັບພຣະອົງ.
ຮ່ອມພູທຸກບ່ອນຈະຕ້ອງຖົມໃຫ້ເຕັມ,
ພູ ແລະ ເນີນພູທຸກໜ່ວຍຕ້ອງເຮັດໃຫ້ຕ່ຳລົງ.
ທາງຄົດລ້ຽວຈະຕ້ອງກາຍເປັນທາງຊື່,
ທາງທີ່ມີຕໍຈົ່ງເຮັດໃຫ້ກ້ຽງດີ.
ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’”.