ລູກາ 4
4
ພຣະເຢຊູເຈົ້າຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ
(ມທ 4:1-11; ມຣກ 1:12,13)
1ພຣະເຢຊູເຈົ້າເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ, ພຣະອົງກັບມາຈາກແມ່ນ້ຳຈໍແດນ ແລະ ພຣະວິນຍານບໍລິສຸດເຈົ້ານຳພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, 2ພຣະອົງຖືກມານຮ້າຍທົດລອງຢູ່ທີ່ນັ້ນເປັນເວລາສີ່ສິບວັນ. ໃນລະຫວ່າງວັນເຫລົ່ານັ້ນພຣະອົງບໍ່ໄດ້ກິນຫຍັງເລີຍ ແລະ ເມື່ອສິ້ນສຸດສີ່ສິບວັນແລ້ວພຣະອົງກໍຢາກອາຫານ.
3ມານຮ້າຍໄດ້ເວົ້າກັບພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນເຂົ້າຈີ່”.
4ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະດຳລົງຊີວິດຢູ່ດ້ວຍອາຫານພຽງຢ່າງດຽວກໍບໍ່ໄດ້’#4:4 ພບຍ 8:3”.
5ແລ້ວມານຮ້າຍໄດ້ນຳພຣະອົງຂຶ້ນໄປບ່ອນທີ່ສູງ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກໃຫ້ພຣະອົງເຫັນໃນພິບຕາດຽວ. 6ແລະ ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ເຮົາຈະໃຫ້ສິດອຳນາດ ແລະ ສະຫງ່າລາສີທັງໝົດນີ້ແກ່ທ່ານ ເພາະສິ່ງທັງໝົດເຫລົ່ານີ້ໄດ້ຖືກມອບໃຫ້ແກ່ເຮົາແລ້ວ ແລະ ເຮົາຈະມອບໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ເຮົາຕ້ອງການ. 7ດັ່ງນັ້ນ ຖ້າທ່ານນະມັດສະການເຮົາ ສິ່ງທັງໝົດນີ້ຈະເປັນຂອງທ່ານ”.
8ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’#4:8 ພບຍ 6:13”.
9ມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະ ໃຫ້ພຣະອົງຢືນຢູ່ເທິງຈຸດສູງສຸດຂອງວິຫານແລ້ວເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງໄປຈາກທີ່ນີ້. 10ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ:
“‘ພຣະເຈົ້າຈະສັ່ງໃຫ້ຝູງເທວະດາຂອງພຣະອົງ
ມາຄອຍລະວັງປົກປັກຮັກສາທ່ານ.
11ບັນດາເທວະດາຈະເອົາມືຂອງຕົນອູ້ມທ່ານໄວ້
ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ’#4:11 ພສສ 91:11,12”.
12ພຣະເຢຊູເຈົ້າຕອບວ່າ, “ມີຄຳກ່າວໄວ້ໃນພຣະຄຳພີວ່າ: ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’#4:12 ພບຍ 6:16”.
13ເມື່ອມານຮ້າຍໄດ້ທົດລອງທຸກຢ່າງນີ້ແລ້ວ, ມັນກໍຈາກພຣະອົງໄປຈົນກວ່າເຖິງເວລາທີ່ມີໂອກາດອີກ.
ຊາວນາຊາເຣັດບໍ່ຕ້ອນຮັບພຣະເຢຊູເຈົ້າ
14ພຣະເຢຊູເຈົ້າໄດ້ກັບຄືນມາແຂວງຄາລີເລດ້ວຍລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ ແລະ ຂ່າວເລື່ອງຂອງພຣະອົງໄດ້ກະຈາຍໄປທົ່ວເຂດນັ້ນ. 15ພຣະອົງສັ່ງສອນໃນທຳມະສາລາຕ່າງໆຂອງພວກເຂົາ, ທຸກຄົນພາກັນສັນລະເສີນພຣະເຈົ້າ.
16ແລ້ວພຣະອົງໄປທີ່ນາຊາເຣັດບ່ອນທີ່ພຣະອົງຈະເລີນເຕີບໃຫຍ່ຂຶ້ນ, ແລະ ໃນວັນຊະບາໂຕ ພຣະອົງເຂົ້າໄປໃນທຳມະສາລາຕາມປົກກະຕິ ແລະ ໄດ້ຢືນຂຶ້ນອ່ານພຣະຄຳ. 17ພວກເຂົາໄດ້ຍື່ນໜັງສືມ້ວນຂອງຜູ້ທຳນວາຍເອຊາຢາໃຫ້ພຣະອົງ. ເມື່ອເປີດອອກມາກໍພົບຂໍ້ຄວາມທີ່ຂຽນໄວ້ວ່າ:
18“ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ເທິງຂ້ານ້ອຍ
ເພາະພຣະອົງເຈີມແຕ່ງຕັ້ງຂ້ານ້ອຍໄວ້
ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ.
ພຣະອົງໃຊ້ຂ້ານ້ອຍໄປປະກາດອິດສະຫລະພາບແກ່ນັກໂທດ
ແລະ ໃຫ້ຄົນຕາບອດໄດ້ເຫັນຮຸ່ງ,
ປົດປ່ອຍຜູ້ທີ່ຖືກກົດຂີ່ຂົ່ມເຫັງໃຫ້ເປັນອິດສະຫລະ,
19ໃຫ້ປະກາດປີແຫ່ງຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ”.#4:19 ອຊຢ 61:1,2
20ແລ້ວພຣະອົງກໍໄດ້ມ້ວນໜັງສືມ້ວນໄວ້ ແລ້ວໄດ້ສົ່ງໜັງສືມ້ວນນັ້ນຄືນໃຫ້ແກ່ເຈົ້າໜ້າທີ່ແລ້ວນັ່ງລົງ. ສາຍຕາຂອງທຸກຄົນໃນທຳມະສາລາກໍຈ້ອງເບິ່ງພຣະອົງ, 21ພຣະເຢຊູເຈົ້າກ່າວຂຶ້ນວ່າ, “ໃນວັນນີ້ພຣະຄຳພີຕອນທີ່ພວກທ່ານໄດ້ຟັງນັ້ນເປັນຈິງແລ້ວ”.
22ຄົນທັງປວງເວົ້າຍົກຍ້ອງພຣະອົງ ແລະ ປະຫລາດໃຈໃນຖ້ອຍຄຳທີ່ເຕັມດ້ວຍຄວາມເມດຕາຈາກປາກຂອງພຣະອົງ. ພວກເຂົາຈຶ່ງຖາມກັນວ່າ, “ຄົນນີ້ເປັນລູກຂອງໂຢເຊັບບໍ່ແມ່ນບໍ?”
23ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ແນ່ນອນ ພວກເຈົ້າຄົງຈະຍົກສຸພາສິດນີ້ກ່າວຕໍ່ເຮົາວ່າ: ‘ທ່ານໝໍ, ຈົ່ງປິ່ນປົວຕົນເອງສາ!’ ແລະ ພວກເຈົ້າຈະເວົ້າຕໍ່ເຮົາວ່າ, ‘ສິ່ງທີ່ພວກເຮົາໄດ້ຍິນວ່າທ່ານເຮັດຢູ່ໃນເມືອງກາເປນາອູມນັ້ນ ຈົ່ງເຮັດໃນເມືອງຂອງຕົນບ່ອນນີ້ເໝືອນກັນ’”.
24ພຣະອົງກ່າວຕໍ່ໄປອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ທຳນວາຍຄົນໃດທີ່ໄດ້ຮັບການຍອມຮັບໃນບ້ານເມືອງຂອງຕົນ. 25ເຮົາຢືນຢັນກັບພວກເຈົ້າວ່າມີແມ່ໝ້າຍຫລາຍຄົນຢູ່ອິດສະຣາເອນໃນຂອງສະໄໝເອລີຢາ, ເມື່ອເວລາທີ່ທ້ອງຟ້າຖືກປິດບໍ່ໃຫ້ຝົນຕົກເປັນເວລາສາມປີເຄິ່ງ ແລະ ເກີດການອຶດຢາກອາຫານຢ່າງຮ້າຍແຮງທົ່ວແຜ່ນດິນ, 26ແຕ່ເອລີຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດຈັກຄົນ ນອກຈາກແມ່ໝ້າຍຄົນໜຶ່ງທີ່ເມືອງຊາເຣັບຕາໃນຂົງເຂດຊີໂດນເທົ່ານັ້ນ. 27ແລະ ໃນສະໄໝຂອງຜູ້ທຳນວາຍເອລີຊາກໍມີຄົນຂີ້ທູດ#4:27 ຄຳພາສາກຣີກອາດໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນຈຳນວນຫລວງຫລາຍໃນອິດສະຣາເອນ ແຕ່ບໍ່ມີຜູ້ໃດໃນພວກເຂົາຖືກຊຳລະໃຫ້ສະອາດນອກຈາກນາອາມານຊາວຊີເຣຍເທົ່ານັ້ນ”.
28ເມື່ອຄົນທັງຫລາຍໃນທຳມະສາລາໄດ້ຍິນດັ່ງນີ້ກໍໃຈຮ້າຍທີ່ສຸດ. 29ພວກເຂົາຈຶ່ງລຸກຂຶ້ນຂັບໄລ່ພຣະອົງອອກໄປຈາກເມືອງ ແລະ ນຳພຣະອົງໄປຍັງໜ້າຜາຂອງເນີນພູທີ່ເມືອງຕັ້ງຢູ່ນັ້ນ ເພື່ອຈະຊຸກພຣະອົງລົງໄປຈາກໜ້າຜາ. 30ແຕ່ພຣະອົງຍ່າງຜ່າປະຊາຊົນ ແລະ ຈາກໄປຕາມທາງຂອງພຣະອົງ.
ພຣະເຢຊູເຈົ້າຂັບໄລ່ວິນຍານສົກກະປົກ
(ມຣກ 1:21-28)
31ຫລັງຈາກນັ້ນ ພຣະອົງກໍໄປຍັງເມືອງກາເປນາອູມ ເຊິ່ງເປັນເມືອງໜຶ່ງໃນແຂວງຄາລີເລ, ແລະ ພຣະອົງເລີ່ມຕົ້ນສັ່ງສອນປະຊາຊົນໃນວັນຊະບາໂຕ. 32ພວກເຂົາຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ ເພາະຖ້ອຍຄຳຂອງພຣະອົງນັ້ນມີສິດອຳນາດ.
33ຊາຍຄົນໜຶ່ງໃນທຳມະສາລາມີຜີມານຮ້າຍເຂົ້າສິງຢູ່ ເຊິ່ງເປັນວິນຍານສົກກະປົກ. ມັນຮ້ອງຂຶ້ນດ້ວຍສຽງດັງວ່າ, 34“ຈົ່ງອອກໄປ! ເຢຊູຊາວນາຊາເຣັດ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາເພື່ອທຳລາຍພວກຂ້ານ້ອຍບໍ? ຂ້ານ້ອຍຮູ້ວ່າທ່ານເປັນຜູ້ໃດ ທ່ານຄືອົງບໍລິສຸດຂອງພຣະເຈົ້າ!”
35ພຣະເຢຊູເຈົ້າສັ່ງຢ່າງເດັດຂາດວ່າ, “ມິດງຽບ! ຈົ່ງອອກມາຈາກລາວດຽວນີ້!” ແລ້ວຜີມານຮ້າຍໄດ້ເຮັດໃຫ້ຄົນນີ້ລົ້ມລົງຕໍ່ໜ້າພວກເຂົາທັງໝົດ ແລະ ອອກໄປຈາກລາວໂດຍບໍ່ໄດ້ເຮັດອັນຕະລາຍແຕ່ຢ່າງໃດ.
36ປະຊາຊົນທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ຖ້ອຍຄຳເຫລົ່ານີ້ແມ່ນຫຍັງ? ເພາະວ່າເພິ່ນໄດ້ສັ່ງວິນຍານສົກກະປົກເຫລົ່ານີ້ດ້ວຍສິດອຳນາດ ແລະ ລິດເດດ ແລ້ວມັນກໍອອກມາ!” 37ແລ້ວຊື່ສຽງຂອງພຣະອົງຈຶ່ງແຜ່ໄປທົ່ວທຸກບ່ອນໃນຂົງເຂດນັ້ນ.
ພຣະເຢຊູເຈົ້າຮັກສາຄົນເປັນຈຳນວນຫລວງຫລາຍ
(ມທ 8:14-17; ມຣກ 1:29-38)
38ພຣະເຢຊູເຈົ້າໄດ້ອອກຈາກທຳມະສາລາ ແລະ ເຂົ້າໄປໃນເຮືອນຂອງຊີໂມນ. ໃນຂະນະນັ້ນ ແມ່ເມຍຂອງຊີໂມນກຳລັງທຸກທໍລະມານເພາະມີໄຂ້ຂຶ້ນສູງ, ແລະ ພວກເຂົາຈຶ່ງຂໍໃຫ້ພຣະເຢຊູເຈົ້າຊ່ວຍນາງ. 39ດັ່ງນັ້ນ ພຣະອົງຈຶ່ງໂນ້ມໂຕລົງ ແລະ ສັ່ງຫ້າມໄຂ້ນັ້ນ ແລ້ວໄຂ້ນັ້ນກໍຫາຍໄປຈາກນາງ. ນາງຈຶ່ງລຸກຂຶ້ນທັນທີ ແລະ ເລີ່ມຮັບໃຊ້ພຣະອົງກັບພວກສາວົກ.
40ເມື່ອຕາເວັນກຳລັງຕົກດິນ ປະຊາຊົນໄດ້ນຳຄົນເຈັບປ່ວຍດ້ວຍພະຍາດຕ່າງໆມາຫາພຣະເຢຊູເຈົ້າ, ພຣະອົງໄດ້ວາງມືໃສ່ພວກເຂົາແຕ່ລະຄົນ ແລະ ປິ່ນປົວພວກເຂົາໃຫ້ຫາຍດີ. 41ຫລາຍກວ່ານັ້ນອີກ, ມີຜີມານຮ້າຍໄດ້ອອກມາຈາກຫລາຍຄົນ ແລະ ຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ!” ແຕ່ພຣະເຢຊູເຈົ້າສັ່ງຫ້າມພວກມັນ ແລະ ບໍ່ອະນຸຍາດໃຫ້ພວກມັນເວົ້າ ເພາະພວກມັນຮູ້ວ່າພຣະອົງເປັນພຣະຄຣິດເຈົ້າ.#4:41 ຫລື ພຣະເມຊີອາ
42ພໍຮຸ່ງເຊົ້າມາ ພຣະເຢຊູເຈົ້າກໍອອກໄປຍັງບ່ອນທີ່ງຽບສະຫງົບ. ປະຊາຊົນຕ່າງກໍຊອກຫາພຣະອົງ ແລະ ເມື່ອພວກເຂົາພົບພຣະອົງແລ້ວ ພວກເຂົາກໍພະຍາຍາມໜ່ວງໜ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກພວກເຂົາ. 43ແຕ່ພຣະອົງກ່າວວ່າ, “ເຮົາຕ້ອງປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າໃຫ້ແກ່ເມືອງອື່ນໆເໝືອນກັນ ເພາະເຮົາຖືກໃຊ້ມາກໍເພື່ອພາລະກິດນີ້ແຫລະ”. 44ແລະ ພຣະອົງໄດ້ສືບຕໍ່ເທດສະໜາໃນທຳມະສາລາຕ່າງໆໃນແຂວງຢູດາຍ.#4:44 ຫລື ດິນແດນຂອງຊາວຢິວ ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຄາລີເລ
ទើបបានជ្រើសរើសហើយ៖
ລູກາ 4: LCV
គំនូសចំណាំ
ចែករំលែក
ចម្លង

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.