ລູກາ 4:5-8
ລູກາ 4:5-8 LCV
ແລ້ວມານຮ້າຍໄດ້ນຳພຣະອົງຂຶ້ນໄປບ່ອນທີ່ສູງ ແລະ ໄດ້ສະແດງອານາຈັກທັງໝົດຂອງໂລກໃຫ້ພຣະອົງເຫັນໃນພິບຕາດຽວ. ແລະ ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ເຮົາຈະໃຫ້ສິດອຳນາດ ແລະ ສະຫງ່າລາສີທັງໝົດນີ້ແກ່ທ່ານ ເພາະສິ່ງທັງໝົດເຫລົ່ານີ້ໄດ້ຖືກມອບໃຫ້ແກ່ເຮົາແລ້ວ ແລະ ເຮົາຈະມອບໃຫ້ແກ່ຜູ້ໃດກໍໄດ້ຕາມທີ່ເຮົາຕ້ອງການ. ດັ່ງນັ້ນ ຖ້າທ່ານນະມັດສະການເຮົາ ສິ່ງທັງໝົດນີ້ຈະເປັນຂອງທ່ານ”. ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’”.