ມາຣະໂກ 12

12
ຄຳອຸປະມາ​ເລື່ອງ​ຄົນເຊົ່າສວນ
(ມທ 21:33-46; ລກ 20:9-19)
1ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ. 2ເມື່ອ​ເຖິງ​ລະດູ​ເກັບກ່ຽວ​ເພິ່ນ​ກໍ​ສົ່ງ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ໄປ​ຫາ​ພວກຄົນເຊົ່າສວນ ເພື່ອ​ຮັບ​ສ່ວນແບ່ງ​ຂອງ​ຜົນລະປູກ​ຈາກ​ສວນອະງຸ່ນ​ນຳ​ພວກເຂົາ. 3ແຕ່​ພວກຄົນເຊົ່າສວນ​ໄດ້​ຈັບ​ລາວ​ມາ, ຂ້ຽນຕີ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ. 4ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ຫາ​ພວກເຂົາ​ອີກ ພວກເຂົາ​ກໍ​ຟາດ​ຫົວ​ຂອງ​ຄົນ​ນັ້ນ ແລະ ເຮັດ​ໃຫ້​ລາວ​ອັບອາຍຂາຍໜ້າ. 5ເພິ່ນ​ກໍ​ຍັງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ອີກ ແລະ ພວກເຂົາ​ກໍ​ຂ້າ​ຄົນ​ນັ້ນ​ເສຍ. ເຈົ້າຂອງສວນ​ກໍ​ຍັງ​ສົ່ງ​ຄົນຮັບໃຊ້​ໄປ​ອີກ​ຫລາຍໆ​ຄົນ, ພວກເຮົາ​ກໍ​ຂ້ຽນຕີ​ບາງຄົນ ແລະ ພວກເຂົາ​ກໍ​ຂ້າ​ບາງຄົນ.
6“ເພິ່ນ​ຈຶ່ງ​ເຫລືອ​ແຕ່​ຄົນ​ດຽວ​ທີ່​ຈະ​ໃຊ້​ມາ​ຄື​ລູກຊາຍ ຜູ້​ທີ່​ເພິ່ນ​ຮັກ. ເພິ່ນ​ຈຶ່ງ​ສົ່ງ​ລູກ​ຄົນ​ນັ້ນ​ໄປ​ເປັນ​ຄົນ​ສຸດທ້າຍ ໂດຍ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.
7“ແຕ່​ພວກ​ຄົນເຊົ່າສວນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’. 8ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ ແລະ ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ.
9“ພຣະເຢຊູເຈົ້າ​ຖາມ​ວ່າ ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ? ເພິ່ນ​ຈະ​ມາ​ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ. 10ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ:
“‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ
ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,#12:10 ຫລື ຫີນຫົວມຸມ
11ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້
ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ#12:11 ພສສ 118:22,23’”.
12ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ຈຶ່ງ​ໄດ້​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈາກ​ພຣະອົງ ແລະ ໄປ​ທາງ​ອື່ນ.
ການ​ເສຍພາສີ​ແກ່​ກາຍຊາ
(ມທ 22:15-22; ລກ 20:20-26)
13ແລ້ວ​ພວກເຂົາ​ກໍ​ໃຊ້​ຟາຣີຊາຍ​ບາງຄົນ ແລະ ກຸ່ມ​ສະໜັບສະໜູນ​ເຮໂຣດ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ. 14ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ? 15ພວກເຮົາ​ຄວນ​ເສຍ ຫລື ພວກເຮົາ​ບໍ່​ຄວນ​ເສຍ?”
ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ? ຈົ່ງ​ນຳ​ເງິນ​ໜຶ່ງ​ຫລຽນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”. 16ພວກເຂົາ​ກໍ​ເອົາ​ຫລຽນ​ມາ​ໃຫ້ ແລະ ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ​ນີ້​ເປັນ​ຂອງ​ຜູ້ໃດ? ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?”
ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.
17ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.
ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.
ບັນຫາ​ເລື່ອງ​ການເປັນຄືນມາຈາກຕາຍ
(ມທ 22:23-33; ລກ 20:27-38)
18ແລ້ວ​ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ ໄດ້​ມາ​ຖາມ​ພຣະເຢຊູເຈົ້າ. 19ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ເປັນ​ຄຳສັ່ງ​ສຳລັບ​ພວກເຮົາ​ໄວ້​ວ່າ​ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ໜຶ່ງ​ຕາຍ​ປະ​ເມຍ​ຂອງ​ຕົນ​ໂດຍ​ບໍ່​ມີ​ລູກ, ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ອ້າຍ​ຂອງ​ຕົນ. 20ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ. ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ. 21ແລ້ວ​ຜູ້​ທີ​ສອງ​ກໍ​ໄດ້​ແຕ່ງງານ​ກັບ​ຍິງ​ນັ້ນ ແລະ ລາວ​ກໍ​ໄດ້​ຕາຍ​ໄປ​ອີກ​ໂດຍ​ບໍ່​ມີ​ລູກ. ຜູ້​ທີ​ສາມ​ກໍ​ເໝືອນກັນ. 22ອ້າຍນ້ອງ​ທັງ​ເຈັດ​ໄດ້​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ ພວກເຂົາ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ແລ້ວ​ໃນ​ທີ່ສຸດ​ຍິງ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ. 23ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ​ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ”.
24ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ​ບໍ? 25ເມື່ອ​ຄົນຕາຍ​ຄືນ​ສູ່​ຊີວິດ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ. 26ສຳລັບ​ເລື່ອງ​ຄົນຕາຍ​ເປັນຄືນມາ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ກ່ຽວກັບ​ເລື່ອງ​ຂອງ​ໂມເຊ ທີ່​ຟຸ່ມໄມ້​ມີ​ໄຟ​ລຸກໄໝ້​ນັ້ນ​ບໍ? ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ດັ່ງນີ້, ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’#12:26 ອພຍ 3:6? 27ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ, ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນເປັນ. ພວກເຈົ້າ​ເຂົ້າໃຈ​ຜິດ​ຫລາຍ​ແລ້ວ!”
ກົດບັນຍັດ​ຂໍ້​ໃຫຍ່​ທີ່ສຸດ
(ມທ 22:34-40)
28ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ ແລະ ໄດ້​ຍິນ​ພຣະເຢຊູເຈົ້າ​ກັບ​ພວກຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່. ເຫັນ​ວ່າ​ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໄດ້​ດີ, ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ກົດບັນຍັດ​ທັງໝົດ​ຂໍ້​ໃດ​ສຳຄັນ​ທີ່ສຸດ?”
29ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຂໍ້​ທີ່​ສຳຄັນ​ທີ່ສຸດ​ຄື ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ, ອົງພຣະຜູ້ເປັນເຈົ້າ​ເປັນ​ໜຶ່ງ​ດຽວ.#12:29 ຫລື ເປັນ​ອົງພຣະຜູ້ເປັນເຈົ້າ​ດຽວ 30ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ດ້ວຍ​ສຸດ​ຄວາມຄິດ ແລະ ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ’.#12:30 ພບຍ 6:4,5 31ສ່ວນ​ຂໍ້​ທີ​ສອງ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ’.#12:31 ລລວ 19:18 ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ໃຫຍ່​ກວ່າ​ສອງ​ຂໍ້​ນີ້”.
32ຄູສອນກົດບັນຍັດ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ທ່ານ​ອາຈານ​ຕອບ​ໄດ້​ດີ, ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກຕ້ອງ​ແລ້ວ​ທີ່​ວ່າ​ພຣະເຈົ້າ​ເປັນ​ໜຶ່ງ ແລະ ບໍ່​ມີ​ພະ​ອື່ນ​ນອກ​ຈາກ​ພຣະອົງ. 33ການ​ທີ່​ຮັກ​ພຣະອົງ​ດ້ວຍ​ສຸດ​ຫົວໃຈ, ສຸດ​ຄວາມເຂົ້າໃຈ ແລະ ສຸດ​ກຳລັງ​ຂອງ​ທ່ານ ແລະ ການ​ທີ່​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ​ກໍ​ສຳຄັນ​ຫລາຍ​ກວ່າ​ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍ​ທັງຫລາຍ”.
34ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ລາວ​ຕອບ​ດ້ວຍ​ຄວາມສະຫລາດ ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ບໍ່​ໄດ້​ຢູ່​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.
ພຣະຄຣິດເຈົ້າ​ເປັນ​ບຸດ​ຂອງ​ຜູ້ໃດ?
(ມທ 22:41–23:7; ລກ 20:41-47)
35ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ໄດ້​ວ່າ​ພຣະຄຣິດເຈົ້າ#12:35 ຫລື ພຣະເມຊີອາ​ເປັນ​ບຸດ​ຂອງ​ດາວິດ? 36ດາວິດ​ເອງ​ເມື່ອ​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ປະກາດ​ວ່າ:
“‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ:
“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ
ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ
ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ”’.#12:36 ພສສ 110:1
37ໃນ​ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”
ປະຊາຊົນ​ຈໍານວນ​ຫລວງຫລາຍ​ຟັງ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.
38ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ສັ່ງສອນ​ຢູ່​ນັ້ນ ພຣະອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ, 39ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ. 40ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.
ເງິນ​ຖວາຍ​ຂອງ​ແມ່ໝ້າຍ
(ລກ 21:1-4)
41ພຣະເຢຊູເຈົ້າ​ນັ່ງ​ຢູ່​ກົງກັນຂ້າມ​ກັບ​ບ່ອນ​ທີ່​ຮັບ​ເງິນ​ຖວາຍ​ຂອງ​ວິຫານ​ນັ້ນ ແລະ ພຣະອົງ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ຂອງ​ພວກເຂົາ​ລົງ​ໃສ່​ຄັງ​ວິຫານ. ຄົນຮັ່ງມີ​ຫລາຍຄົນ​ໄດ້​ປ່ອນ​ເງິນ​ລົງ​ຈໍານວນ​ຫລວງຫລາຍ. 42ແຕ່​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ​ໄດ້​ມາ ແລະ ປ່ອນ​ຫລຽນທອງແດງ​ຂະໜາດ​ນ້ອຍໆ​ສອງ​ຫລຽນ,#12:42 ພາສາ​ກຣີກ​ວ່າ 2 ເລຟະຕັນ ເຊິ່ງ​ມີ​ມູນຄ່າ​ເທົ່າກັບ​ສອງສາມ​ເຊັນ#12:42 ພາສາ​ກຣີກ​ວ່າ 1 ໂຄແດນເທັດ​ເທົ່າ​ນັ້ນ​ລົງ​ຖວາຍ.
43ພຣະເຢຊູເຈົ້າ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ແມ່ໝ້າຍ​ຍາກຈົນ​ຄົນ​ນີ້​ໄດ້​ຖວາຍ​ເຂົ້າ​ຄັງ​ວິຫານ​ຫລາຍກວ່າ​ຄົນ​ອື່ນ​ທັງໝົດ. 44ເພາະ​ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເອົາ​ສ່ວນ​ໜຶ່ງ​ຈາກ​ຄວາມຮັ່ງມີ​ຂອງ​ພວກເຂົາ​ມາ​ຖວາຍ, ແຕ່​ແມ່ໝ້າຍ​ຄົນ​ນີ້​ໄດ້​ເອົາ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ມາ​ຖວາຍ”.

ទើបបានជ្រើសរើសហើយ៖

ມາຣະໂກ 12: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល