ມາຣະໂກ 11
11
ພຣະເຢຊູເຈົ້າເຂົ້າສູ່ນະຄອນເຢຣູຊາເລັມຢ່າງຜູ້ມີໄຊ
(ມທ 21:1-9; ລກ 19:29-38; ຢຮ 12:12-15)
1ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກເຂົ້າມາໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານເບັດຟາເຄ ແລະ ບ້ານເບັດທານີທີ່ພູເຂົາໝາກກອກ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນຂອງພຣະອົງລ່ວງໜ້າໄປກ່ອນ, 2ໂດຍສັ່ງພວກເພິ່ນວ່າ, “ຈົ່ງໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ເມື່ອເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ຖືກມັດຢູ່ ເຊິ່ງຍັງບໍ່ເຄີຍມີຜູ້ໃດໄດ້ຂຶ້ນຂີ່ຈັກເທື່ອ. ຈົ່ງແກ້ເຊືອກອອກ ແລ້ວຈູງມາທີ່ນີ້. 3ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ຈົ່ງບອກວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການ ແລະ ບໍ່ດົນກໍຈະສົ່ງມັນຄືນມາບ່ອນນີ້’”.
4ແລ້ວພວກສາວົກທັງສອງຈຶ່ງໄປ ແລະ ກໍພົບລໍນ້ອຍໂຕໜຶ່ງຢູ່ແຄມທາງທີ່ຖືກມັດໄວ້ຢູ່ໃກ້ປະຕູເຮືອນ. ຂະນະທີ່ພວກເພິ່ນກຳລັງແກ້ເຊືອກຢູ່ນັ້ນ, 5ມີບາງຄົນທີ່ຢືນຢູ່ໃນທີ່ນັ້ນຖາມວ່າ, “ພວກເຈົ້າກຳລັງເຮັດຫຍັງ? ພວກເຈົ້າແກ້ເຊືອກເອົາລໍນ້ອຍນັ້ນໄປເຮັດຫຍັງ?” 6ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ສັ່ງໄວ້, ແລ້ວຄົນເຫລົ່ານັ້ນຈຶ່ງຍອມໃຫ້ພວກເພິ່ນເອົາໄປ. 7ພວກເພິ່ນໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເສື້ອຄຸມຂອງຕົນປູເທິງຫລັງລໍ, ພຣະອົງຂຶ້ນນັ່ງຢູ່ເທິງຫລັງລໍນ້ອຍນັ້ນ. 8ມີປະຊາຊົນຫລາຍຄົນໄດ້ເອົາເສື້ອຄຸມຂອງຕົນປູລົງຕາມຫົນທາງ, ແລະ ບາງຄົນກໍໄດ້ຕັດເອົາງ່າໄມ້ຕາມທົ່ງນາມາປູຕາມຫົນທາງ. 9ບັນດາຄົນທີ່ຍ່າງນຳໜ້າໄປກ່ອນ ແລະ ບັນດາຄົນທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ,
“ໂຮຊັນນາ!#11:9 ພາສາເຮັບເຣີໝາຍຄວາມວ່າ “ຊ່ວຍໃຫ້ພົ້ນ!” ຈຶ່ງກາຍເປັນຄຳທີ່ສະແດງການສັນລະເສີນເຊັ່ນດຽວກັບຂໍ້ 10
“ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”#11:9 ພສສ 118:25,26
10“ຂໍໃຫ້ອານາຈັກຂອງດາວິດບັນພະບຸລຸດຂອງພວກເຮົາທີ່ຈະມານີ້ ຈົ່ງຈະເລີນ!”
“ໂຮຊັນນາໃນສະຫວັນສູງສຸດ!”
11ພຣະເຢຊູເຈົ້າໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ ແລ້ວເຂົ້າໄປໃນເດີ່ນວິຫານ. ພຣະອົງໄດ້ຫລຽວເບິ່ງທຸກສິ່ງ, ແຕ່ເນື່ອງຈາກວ່າໃກ້ຄ່ຳແລ້ວ ພຣະອົງຈຶ່ງກັບໄປຍັງບ້ານເບັດທານີກັບພວກສາວົກທັງສິບສອງຄົນ.
ພຣະເຢຊູເຈົ້າສາບແຊ່ງຕົ້ນໝາກເດື່ອ ແລະ ຊຳລະເດີ່ນວິຫານ
(ມທ 21:12-22; ລກ 19:45-47; ຢຮ 2:13-16)
12ໃນວັນຕໍ່ມາ ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກກຳລັງອອກຈາກບ້ານເບັດທານີໄປ, ພຣະເຢຊູເຈົ້າຫິວເຂົ້າ. 13ພຣະອົງເຫັນຕົ້ນໝາກເດື່ອຕົ້ນໜຶ່ງທີ່ມີໃບດົກໜາດີ ແລະ ພຣະອົງກໍໄປເບິ່ງວ່າມັນມີໝາກບໍ່. ແຕ່ເມື່ອພຣະອົງໄປເຖິງຕົ້ນໝາກເດື່ອແລ້ວກໍພົບວ່າບໍ່ມີໝາກມີແຕ່ໃບເທົ່ານັ້ນ ເພາະບໍ່ແມ່ນລະດູເກີດໝາກ 14ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ຕົ້ນໝາກເດື່ອນັ້ນວ່າ, “ຕັ້ງແຕ່ນີ້ໄປ ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງມຶງອີກຈັກເທື່ອ”. ແລະ ພວກສາວົກຂອງພຣະອົງກໍໄດ້ຍິນຄຳທີ່ພຣະອົງໄດ້ກ່າວນັ້ນ.
15ເມື່ອມາເຖິງນະຄອນເຢຣູຊາເລັມ ພຣະເຢຊູເຈົ້າໄດ້ເຂົ້າໄປໃນເດີ່ນວິຫານ ພຣະອົງໄດ້ເລີ່ມຂັບໄລ່ບັນດາຄົນທີ່ຊື້ ແລະ ຂາຍຢູ່ທີ່ນັ້ນອອກໄປ. ພຣະອົງໄດ້ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ ແລະ ຕັ່ງນັ່ງຂອງຄົນຂາຍນົກເຂົາ, 16ແລະ ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຂົນສິນຄ້າຜ່ານເດີ່ນວິຫານ. 17ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີບໍ່ແມ່ນບໍວ່າ:
“‘ວິຫານຂອງເຮົາຈະເປັນທີ່ເອີ້ນວ່າວິຫານແຫ່ງການອະທິຖານສຳລັບຄົນທຸກຊາດ’#11:17 ອຊຢ 56:7?
ແຕ່ພວກເຈົ້າໄດ້ເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’#11:17 ຢມຢ 7:11”.
18ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດໄດ້ຍິນຢ່າງນັ້ນ ພວກເຂົາຈຶ່ງເລີ່ມຊອກຫາທາງທີ່ຈະຂ້າພຣະອົງ, ພວກເຂົາຢ້ານພຣະອົງ, ເພາະປະຊາຊົນທັງໝົດກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ.
19ພໍຕອນຄ່ຳມາ ພຣະເຢຊູເຈົ້າ ແລະ ພວກສາວົກ#11:19 ພາສາກຣີກວ່າ ພວກເຂົາ ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ພຣະອົງຂອງພຣະອົງກໍອອກຈາກເມືອງ.
ຕົ້ນໝາກເດື່ອຫ່ຽວແຫ້ງ
(ມທ 21:19-22)
20ໃນຕອນເຊົ້າ ຂະນະທີ່ພວກເພິ່ນມາຕາມທາງ, ພວກເພິ່ນໄດ້ເຫັນຕົ້ນໝາກເດື່ອຫ່ຽວແຫ້ງໄປຈົນເຖິງຮາກ. 21ເປໂຕຈື່ໄດ້ ແລະ ເວົ້າກັບພຣະເຢຊູເຈົ້າວ່າ, “ຣັບບີເອີຍ, ເບິ່ງແມ! ຕົ້ນໝາກເດື່ອທີ່ພຣະອົງສາບແຊ່ງນັ້ນໄດ້ຫ່ຽວແຫ້ງໄປແລ້ວ!”
22ພຣະເຢຊູເຈົ້າຕອບວ່າ, “ຈົ່ງມີຄວາມເຊື່ອ#11:22 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ, 23ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດກໍຕາມທີ່ສັ່ງພູເຂົາໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍລົງໄປສູ່ທະເລ’ ແລະ ບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມທີ່ພວກເຂົາເວົ້າ ແລ້ວກໍຈະເປັນຈິງຕາມນັ້ນ. 24ດ້ວຍເຫດນັ້ນ ເຮົາບອກພວກເຈົ້າທັງຫລາຍວ່າ, ສິ່ງໃດກໍຕາມທີ່ພວກເຈົ້າອະທິຖານຂໍ ຈົ່ງເຊື່ອວ່າພວກເຈົ້າໄດ້ຮັບແລ້ວ ແລະ ພວກເຈົ້າຈະໄດ້ຮັບສິ່ງນັ້ນ. 25ແລະ ເມື່ອພວກເຈົ້າຢືນອະທິຖານ, ຖ້າພວກເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງ ຈົ່ງຍົກໂທດໃຫ້ພວກເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນຈະຍົກໂທດບາບຂອງພວກເຈົ້າ#11:25 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ບາບຂອງເຈົ້າ”. 26ແຕ່ຖ້າພວກເຈົ້າບໍ່ຍອມຍົກໂທດ ພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນກໍຈະບໍ່ຍົກໂທດບາບຂອງພວກເຈົ້າເໝືອນກັນ.
ບັນຫາເລື່ອງສິດອຳນາດຂອງພຣະເຢຊູເຈົ້າ
(ມທ 21:23-27; ລກ 20:1-8)
27ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ກັບຄືນເຂົ້າໄປໃນນະຄອນເຢຣູຊາເລັມອີກເທື່ອໜຶ່ງ ແລະ ໃນຂະນະທີ່ພຣະເຢຊູເຈົ້າໄດ້ຍ່າງເຂົ້າໄປໃນເດີ່ນວິຫານ ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ກໍມາຫາພຣະອົງ, 28ພວກເຂົາໄດ້ຖາມວ່າ “ເຈົ້າເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ? ແລະ ຜູ້ໃດໃຫ້ສິດອຳນາດແກ່ເຈົ້າເຮັດສິ່ງນີ້?”
29ພຣະເຢຊູເຈົ້າຕອບວ່າ, “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງເໝືອນກັນ. ຈົ່ງຕອບເຮົາ ແລະ ເຮົາຈະບອກພວກເຈົ້າວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ. 30ບັບຕິສະມາຂອງໂຢຮັນນັ້ນມາຈາກສະຫວັນ ຫລື ມາຈາກມະນຸດ? ຈົ່ງບອກເຮົາມາເບິ່ງດູ!”
31ພວກເຂົາໄດ້ປຶກສາກັນເອງ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ 32ແຕ່ຖ້າພວກເຮົາເວົ້າວ່າ, ‘ມາຈາກມະນຸດ’…” (ພວກເຂົາຢ້ານປະຊາຊົນ ເພາະທຸກຄົນຖືວ່າໂຢຮັນເປັນຜູ້ທຳນວາຍແທ້ໆ.)
33ດັ່ງນັ້ນ, ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້ຈັກ”.
ແລ້ວພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ”.
ទើបបានជ្រើសរើសហើយ៖
ມາຣະໂກ 11: LCV
គំនូសចំណាំ
ចែករំលែក
ចម្លង

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.