ມາຣະໂກ 13

13
ການທຳລາຍ​ວິຫານ ແລະ ໝາຍສຳຄັນ​ຂອງ​ຍຸກສຸດທ້າຍ
(ມທ 24:1-51; ລກ 21:5-36)
1ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ວິຫານ​ໄປ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ອາຈານ​ເອີຍ! ຫີນ​ຄື​ກ້ອນ​ໃຫຍ່​ແທ້! ອາຄານ​ເຫລົ່ານີ້​ຊ່າງ​ງົດງາມ​ແທ້!”
2ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ເຫັນ​ອາຄານ​ໃຫຍ່​ເຫລົ່ານັ້ນ​ບໍ? ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.
3ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ ກົງກັນຂ້າມ​ກັບ​ວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຖາມ​ພຣະອົງ​ເປັນ​ການ​ສ່ວນ​ໂຕ​ວ່າ, 4“ຂໍ​ບອກ​ພວກຂ້ານ້ອຍ​ແດ່​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ເຫດການ​ທັງໝົດ​ເຫລົ່ານີ້​ກຳລັງ​ຈະ​ສຳເລັດ?”
5ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ. 6ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ. 7ເມື່ອ​ພວກເຈົ້າ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຈະ​ຍັງ​ບໍ່​ມາ​ເຖິງ. 8ປະເທດ​ຕໍ່​ປະເທດ ແລະ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ. ຈະ​ເກີດ​ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ ແລະ ຈະ​ເກີດ​ການອຶດຢາກ​ອາຫານ. ເຫດການ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.
9“ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ. 10ຂ່າວປະເສີດ​ຈະ​ຕ້ອງ​ປະກາດ​ໄປ​ທົ່ວ​ປະຊາຊາດ​ທັງໝົດ​ກ່ອນ. 11ເມື່ອ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຖືກ​ຈັບ ແລະ ຖືກ​ສົ່ງ​ໄປ​ຂຶ້ນ​ສານ, ພວກເຈົ້າ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ເວົ້າ​ຢ່າງໃດ. ຈົ່ງ​ເວົ້າ​ໄປ​ຕາມ​ຖ້ອຍຄຳ​ທີ່​ໃຫ້​ແກ່​ພວກເຈົ້າ​ໃນ​ເວລາ​ນັ້ນ, ເພາະ​ບໍ່ແມ່ນ​ພວກເຈົ້າ​ທີ່​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານບໍລິສຸດເຈົ້າ.
12“ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ. ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ. 13ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.
14“ເມື່ອ​ພວກເຈົ້າ​ເຫັນ ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’#13:14 ດນອ 9:27; 11:31; 12:11 ຕັ້ງ​ຢູ່​ໃນ​ບ່ອນ​ບໍ່​ສົມຄວນ​ຈະ​ຕັ້ງ#13:14 ຫລື ເຂົາ ເຊັ່ນ​ດຽວ​ກັນ​ກັບ​ຂໍ້ 29 (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ. 15ຜູ້​ທີ່​ຢູ່​ເທິງ​ຫລັງຄາ ກໍ​ບໍ່​ຕ້ອງ​ລົງ​ມາ ຫລື ເຂົ້າໄປ​ໃນ​ເຮືອນ​ເພື່ອ​ເກັບ​ເອົາ​ສິ່ງ​ຂອງ​ອອກ​ໄປ. 16ສ່ວນ​ຜູ້​ທີ່​ຢູ່​ໃນ​ທົ່ງນາ ກໍ​ບໍ່​ຕ້ອງ​ກັບຄືນ​ໄປ​ເອົາ​ເສື້ອຜ້າ​ຂອງ​ຕົນ. 17ວັນ​ເຫລົ່ານັ້ນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ! 18ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຫດການ​ເຫລົ່ານີ້​ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູໜາວ, 19ເພາະວ່າ ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.
20“ຖ້າ​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຕັດ​ວັນ​ເຫລົ່ານັ້ນ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ. ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ, ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ. 21ໃນ​ເວລາ​ນັ້ນ​ຖ້າ​ມີ​ຜູ້ໃດ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງ​ແມ ພຣະຄຣິດເຈົ້າ#13:21 ຫລື ພຣະເມຊີອາ​ຢູ່​ທີ່​ນີ້!’ ຫລື ‘ເບິ່ງແມ! ພຣະອົງ​ຢູ່​ທີ່​ນັ້ນ!’ ຢ່າ​ໄດ້​ເຊື່ອ. 22ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ. ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ປະການ. ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້. 23ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກ​ສິ່ງ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.
24“ແຕ່​ໃນ​ວັນ​ເຫລົ່ານັ້ນ, ຫລັງ​ຈາກ​ຄວາມທຸກລຳບາກ
“‘ດວງອາທິດ​ຈະ​ມືດ​ໄປ
ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ,
25ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ,
ແລະ ສະຫວັນ​ຈະ​ສັ່ນສະເທືອນ’.#13:25 ອຊຢ 13:10; 34:4
26“ເມື່ອ​ນັ້ນ​ຄົນ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່. 27ແລະ ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ​ເພື່ອ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ, ຕັ້ງແຕ່​ທີ່ສຸດປາຍ​ແຜ່ນດິນໂລກ​ຈົນ​ເຖິງ​ທີ່ສຸດປາຍ​ຟ້າສະຫວັນ.
28“ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ. 29ຢ່າງ​ດຽວກັນ, ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ເກີດຂຶ້ນ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ສິ່ງ​ນີ້#13:29 ຫລື ສິ່ງ​ນີ້ ຫລື ພຣະອົງ​ເຂົ້າ​ມາ​ໃກ້​ແລ້ວ, ຢູ່​ທີ່​ປະຕູ​ແລ້ວ. 30ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້#13:30 ຫລື ຍຸກ​ນີ້​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ. 31ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.
ວັນ ແລະ ເວລາ​ທີ່​ບໍ່​ມີ​ຜູ້ໃດ​ຮູ້
32“ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້. 33ຈົ່ງ​ລະມັດລະວັງ! ຈົ່ງ​ເຝົ້າ​ລະວັງ​ຢູ່!#13:33 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ຕື່ນຕົວ ແລະ ອະທິຖານ ພວກເຈົ້າ​ບໍ່​ຮູ້​ວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ. 34ປຽບເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ຈາກ​ເຮືອນ​ຂອງ​ຕົນ​ໄປ ແລະ ໄດ້​ແຕ່ງຕັ້ງ​ໃຫ້​ຄົນຮັບໃຊ້​ຮັບຜິດຊອບ​ໜ້າທີ່​ຕ່າງໆ​ຕາມ​ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ ແລະ ບອກ​ຄົນເຝົ້າປະຕູ​ໃຫ້​ເຝົ້າລະວັງ​ໄວ້​ໃຫ້​ດີ.
35“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ເຈົ້າຂອງ​ເຮືອນ​ຈະ​ກັບ​ມາ​ເມື່ອ​ໃດ, ຈະ​ກັບ​ມາ​ເວລາ​ຄ່ຳ ຫລື ເວລາ​ທ່ຽງຄືນ, ເວລາ​ໄກ່ຂັນ, ຫລື ເວລາ​ຮຸ່ງເຊົ້າ. 36ຖ້າ​ເພິ່ນ​ກັບ​ມາ​ກະທັນຫັນ ກໍ​ຢ່າ​ໃຫ້​ເພິ່ນ​ຈະ​ພົບ​ວ່າ​ພວກເຈົ້າ​ກຳລັງ​ຫລັບ​ຢູ່. 37ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນ​ກັນ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່!’”

ទើបបានជ្រើសរើសហើយ៖

ມາຣະໂກ 13: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល