ພຣະເຢຊູເຈົ້າຕອບລາວວ່າ, “ຂໍ້ທີ່ສຳຄັນທີ່ສຸດຄື ‘ຊາວອິດສະຣາເອນເອີຍ ຈົ່ງຟັງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາ, ອົງພຣະຜູ້ເປັນເຈົ້າເປັນໜຶ່ງດຽວ. ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກຳລັງຂອງເຈົ້າ’. ສ່ວນຂໍ້ທີສອງຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’. ບໍ່ມີກົດບັນຍັດຂໍ້ໃດທີ່ໃຫຍ່ກວ່າສອງຂໍ້ນີ້”.