ມາຣະໂກ 11

11
ພຣະເຢຊູເຈົ້າ​ເຂົ້າ​ສູ່​ນະຄອນ​ເຢຣູຊາເລັມ​ຢ່າງ​ຜູ້ມີໄຊ
(ມທ 21:1-9; ລກ 19:29-38; ຢຮ 12:12-15)
1ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ແລະ ບ້ານ​ເບັດທານີ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ຂອງ​ພຣະອົງ​ລ່ວງໜ້າ​ໄປ​ກ່ອນ, 2ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ເມື່ອ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ທີ່​ຖືກ​ມັດ​ຢູ່ ເຊິ່ງ​ຍັງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຂຶ້ນ​ຂີ່​ຈັກ​ເທື່ອ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ທີ່​ນີ້. 3ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ຈົ່ງ​ບອກ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລະ ບໍ່​ດົນ​ກໍ​ຈະ​ສົ່ງ​ມັນ​ຄືນ​ມາ​ບ່ອນ​ນີ້’”.
4ແລ້ວ​ພວກສາວົກ​ທັງ​ສອງ​ຈຶ່ງ​ໄປ ແລະ ກໍ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ຢູ່​ແຄມທາງ​ທີ່​ຖືກ​ມັດ​ໄວ້​ຢູ່​ໃກ້​ປະຕູເຮືອນ. ຂະນະ​ທີ່​ພວກເພິ່ນ​ກຳລັງ​ແກ້ເຊືອກ​ຢູ່​ນັ້ນ, 5ມີ​ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ເຮັດ​ຫຍັງ? ພວກເຈົ້າ​ແກ້ເຊືອກ​ເອົາ​ລໍນ້ອຍ​ນັ້ນ​ໄປ​ເຮັດ​ຫຍັງ?” 6ພວກເພິ່ນ​ຈຶ່ງ​ຕອບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ໄວ້, ແລ້ວ​ຄົນ​ເຫລົ່ານັ້ນ​ຈຶ່ງ​ຍອມ​ໃຫ້​ພວກເພິ່ນ​ເອົາ​ໄປ. 7ພວກເພິ່ນ​ໄດ້​ຈູງ​ລໍນ້ອຍ​ນັ້ນ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ, ພຣະອົງ​ຂຶ້ນ​ນັ່ງ​ຢູ່​ເທິງ​ຫລັງ​ລໍນ້ອຍ​ນັ້ນ. 8ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ລົງ​ຕາມ​ຫົນທາງ, ແລະ ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ. 9ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ,
“ໂຮຊັນນາ!#11:9 ພາສາ​ເຮັບເຣີ​ໝາຍຄວາມ​ວ່າ “ຊ່ວຍ​ໃຫ້​ພົ້ນ!” ຈຶ່ງ​ກາຍເປັນ​ຄຳ​ທີ່​ສະແດງ​ການສັນລະເສີນ​ເຊັ່ນ​ດຽວ​ກັບ​ຂໍ້ 10
“ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”#11:9 ພສສ 118:25,26
10“ຂໍ​ໃຫ້​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຈະ​ມາ​ນີ້ ຈົ່ງ​ຈະເລີນ!”
“ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”
11ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຫລຽວເບິ່ງ​ທຸກສິ່ງ, ແຕ່​ເນື່ອງ​ຈາກ​ວ່າ​ໃກ້​ຄ່ຳ​ແລ້ວ ພຣະອົງ​ຈຶ່ງ​ກັບ​ໄປ​ຍັງ​ບ້ານ​ເບັດທານີ​ກັບ​ພວກສາວົກ​ທັງ​ສິບສອງ​ຄົນ.
ພຣະເຢຊູເຈົ້າ​ສາບແຊ່ງ​ຕົ້ນໝາກເດື່ອ ແລະ ຊຳລະ​ເດີ່ນ​ວິຫານ
(ມທ 21:12-22; ລກ 19:45-47; ຢຮ 2:13-16)
12ໃນ​ວັນ​ຕໍ່ມາ ຂະນະ​ທີ່​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ກຳລັງ​ອອກ​ຈາກ​ບ້ານ​ເບັດທານີ​ໄປ, ພຣະເຢຊູເຈົ້າ​ຫິວເຂົ້າ. 13ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ທີ່​ມີ​ໃບ​ດົກໜາ​ດີ ແລະ ພຣະອົງ​ກໍ​ໄປ​ເບິ່ງ​ວ່າ​ມັນ​ມີ​ໝາກ​ບໍ່. ແຕ່​ເມື່ອ​ພຣະອົງ​ໄປ​ເຖິງ​ຕົ້ນ​ໝາກເດື່ອ​ແລ້ວ​ກໍ​ພົບ​ວ່າ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ ເພາະ​ບໍ່​ແມ່ນ​ລະດູ​ເກີດ​ໝາກ 14ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ຕົ້ນໝາກເດື່ອ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ໄດ້​ກິນ​ໝາກ​ຂອງ​ມຶງ​ອີກ​ຈັກ​ເທື່ອ”. ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ຍິນ​ຄຳ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.
15ເມື່ອ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ເລີ່ມ​ຂັບໄລ່​ບັນດາ​ຄົນ​ທີ່​ຊື້ ແລະ ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ, 16ແລະ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຂົນ​ສິນຄ້າ​ຜ່ານ​ເດີ່ນ​ວິຫານ. 17ແລ້ວ​ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ບໍ່​ແມ່ນ​ບໍ​ວ່າ:
“‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ວິຫານ​ແຫ່ງ​ການອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’#11:17 ອຊຢ 56:7?
ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’#11:17 ຢມຢ 7:11”.
18ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຍິນ​ຢ່າງ​ນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ພຣະອົງ, ພວກເຂົາ​ຢ້ານ​ພຣະອົງ, ເພາະ​ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.
19ພໍ​ຕອນ​ຄ່ຳ​ມາ ພຣະເຢຊູເຈົ້າ ແລະ ພວກສາວົກ#11:19 ພາສາ​ກຣີກ​ວ່າ ພວກເຂົາ ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກ​ທຳອິດ​ບາງ​ສະບັບ​ວ່າ ພຣະອົງ​ຂອງ​ພຣະອົງ​ກໍ​ອອກຈາກ​ເມືອງ.
ຕົ້ນໝາກເດື່ອ​ຫ່ຽວແຫ້ງ
(ມທ 21:19-22)
20ໃນ​ຕອນເຊົ້າ ຂະນະ​ທີ່​ພວກເພິ່ນ​ມາ​ຕາມ​ທາງ, ພວກເພິ່ນ​ໄດ້​ເຫັນ​ຕົ້ນໝາກເດື່ອ​ຫ່ຽວແຫ້ງ​ໄປ​ຈົນ​ເຖິງ​ຮາກ. 21ເປໂຕ​ຈື່​ໄດ້ ແລະ ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຣັບບີ​ເອີຍ, ເບິ່ງ​ແມ! ຕົ້ນ​ໝາກເດື່ອ​ທີ່​ພຣະອົງ​ສາບແຊ່ງ​ນັ້ນ​ໄດ້​ຫ່ຽວແຫ້ງ​ໄປ​ແລ້ວ!”
22ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ມີ​ຄວາມເຊື່ອ#11:22 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກ​ທຳອິດ​ບາງ​ສະບັບ​ວ່າ ຖ້າ​ເຈົ້າ​ເຊື່ອ​ໃນ​ພຣະເຈົ້າ, 23ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ກໍ​ຕາມ​ທີ່​ສັ່ງ​ພູເຂົາ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ລົງ​ໄປ​ສູ່​ທະເລ’ ແລະ ບໍ່​ມີ​ຄວາມ​ສົງໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ເວົ້າ ແລ້ວ​ກໍ​ຈະ​ເປັນ​ຈິງ​ຕາມ​ນັ້ນ. 24ດ້ວຍເຫດນັ້ນ ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ອະທິຖານ​ຂໍ ຈົ່ງ​ເຊື່ອ​ວ່າ​ພວກເຈົ້າ​ໄດ້​ຮັບ​ແລ້ວ ແລະ ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. 25ແລະ ເມື່ອ​ພວກເຈົ້າ​ຢືນ​ອະທິຖານ, ຖ້າ​ພວກເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້​ໜຶ່ງ ຈົ່ງ​ຍົກໂທດ​ໃຫ້​ພວກເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ຍົກໂທດ​ບາບ​ຂອງ​ພວກເຈົ້າ#11:25 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ບາບ​ຂອງ​ເຈົ້າ”. 26ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ຍົກໂທດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.
ບັນຫາ​ເລື່ອງ​ສິດອຳນາດ​ຂອງ​ພຣະເຢຊູເຈົ້າ
(ມທ 21:23-27; ລກ 20:1-8)
27ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ກັບຄືນ​ເຂົ້າໄປ​ໃນ​ນະຄອນ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ ແລະ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ໄດ້​ຍ່າງ​ເຂົ້າໄປ​ໃນ​ເດີ່ນ​ວິຫານ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ, 28ພວກເຂົາ​ໄດ້​ຖາມ​ວ່າ “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ແກ່​ເຈົ້າ​ເຮັດ​ສິ່ງ​ນີ້?”
29ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຈົ່ງ​ຕອບ​ເຮົາ ແລະ ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ. 30ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ​ມາ​ຈາກ​ສະຫວັນ ຫລື ມາ​ຈາກ​ມະນຸດ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງ​ດູ!”
31ພວກເຂົາ​ໄດ້​ປຶກສາ​ກັນ​ເອງ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’ 32ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’…” (ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ​ແທ້ໆ.)
33ດັ່ງນັ້ນ, ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”.
ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ”.

ទើបបានជ្រើសរើសហើយ៖

ມາຣະໂກ 11: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល