1
ມາຣະໂກ 11:24
ພຣະຄຳພີລາວສະບັບສະໄໝໃໝ່
LCV
ດ້ວຍເຫດນັ້ນ ເຮົາບອກພວກເຈົ້າທັງຫລາຍວ່າ, ສິ່ງໃດກໍຕາມທີ່ພວກເຈົ້າອະທິຖານຂໍ ຈົ່ງເຊື່ອວ່າພວກເຈົ້າໄດ້ຮັບແລ້ວ ແລະ ພວກເຈົ້າຈະໄດ້ຮັບສິ່ງນັ້ນ.
ប្រៀបធៀប
រុករក ມາຣະໂກ 11:24
2
ມາຣະໂກ 11:23
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດກໍຕາມທີ່ສັ່ງພູເຂົາໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍລົງໄປສູ່ທະເລ’ ແລະ ບໍ່ມີຄວາມສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມທີ່ພວກເຂົາເວົ້າ ແລ້ວກໍຈະເປັນຈິງຕາມນັ້ນ.
រុករក ມາຣະໂກ 11:23
3
ມາຣະໂກ 11:25
ແລະ ເມື່ອພວກເຈົ້າຢືນອະທິຖານ, ຖ້າພວກເຈົ້າມີເລື່ອງກັບຜູ້ໃດຜູ້ໜຶ່ງ ຈົ່ງຍົກໂທດໃຫ້ພວກເຂົາ ເພື່ອພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນຈະຍົກໂທດບາບຂອງພວກເຈົ້າ”.
រុករក ມາຣະໂກ 11:25
4
ມາຣະໂກ 11:22
ພຣະເຢຊູເຈົ້າຕອບວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ
រុករក ມາຣະໂກ 11:22
5
ມາຣະໂກ 11:17
ແລ້ວພຣະອົງກໍໄດ້ສັ່ງສອນພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີບໍ່ແມ່ນບໍວ່າ: “‘ວິຫານຂອງເຮົາຈະເປັນທີ່ເອີ້ນວ່າວິຫານແຫ່ງການອະທິຖານສຳລັບຄົນທຸກຊາດ’? ແຕ່ພວກເຈົ້າໄດ້ເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’”.
រុករក ມາຣະໂກ 11:17
6
ມາຣະໂກ 11:9
ບັນດາຄົນທີ່ຍ່າງນຳໜ້າໄປກ່ອນ ແລະ ບັນດາຄົນທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ! “ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”
រុករក ມາຣະໂກ 11:9
7
ມາຣະໂກ 11:10
“ຂໍໃຫ້ອານາຈັກຂອງດາວິດບັນພະບຸລຸດຂອງພວກເຮົາທີ່ຈະມານີ້ ຈົ່ງຈະເລີນ!” “ໂຮຊັນນາໃນສະຫວັນສູງສຸດ!”
រុករក ມາຣະໂກ 11:10
គេហ៍
ព្រះគម្ពីរ
គម្រោងអាន
វីដេអូ