ລູກາ 3
3
ການຈັດຕຽມຫົນທາງຂອງໂຢຮັນຜູ້ໃຫ້ບັບຕິສະມາ
(ມທ 3:1-12; ມຣກ 1:3-5,7,8)
1ໃນລາຊະການປີທີສິບຫ້າຂອງຕີເບຣີໂອກາຍຊາ, ໃນເວລານັ້ນປົນທຽວປີລາດເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ, ສ່ວນຟີລິບນ້ອງຊາຍຂອງເຮໂຣດເປັນຜູ້ປົກຄອງແຂວງອີຕູຣາຍ ແລະ ທາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ. 2ໃນສະໄໝທີ່ອັນນາ ແລະ ກາຢະຟາເປັນມະຫາປະໂລຫິດ, ພຣະຄຳຂອງພຣະເຈົ້າກໍໄດ້ມາເຖິງໂຢຮັນລູກຊາຍຂອງເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ. 3ເພິ່ນໄດ້ອອກໄປທົ່ວຂົງເຂດແມ່ນ້ຳຈໍແດນ, ໄດ້ເທດສະໜາເລື່ອງການຮັບບັບຕິສະມາທີ່ສະແດງເຖິງການຖິ້ມໃຈເກົ່າເອົາໃຈໃໝ່ເພື່ອຮັບການອະໄພບາບ. 4ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ:
“ສຽງຂອງຜູ້ໜຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ,
‘ຈົ່ງຈັດຕຽມຫົນທາງສຳລັບອົງພຣະຜູ້ເປັນເຈົ້າ,
ຈົ່ງເຮັດຫົນທາງໃຫ້ຊື່ສຳລັບພຣະອົງ.
5ຮ່ອມພູທຸກບ່ອນຈະຕ້ອງຖົມໃຫ້ເຕັມ,
ພູ ແລະ ເນີນພູທຸກໜ່ວຍຕ້ອງເຮັດໃຫ້ຕ່ຳລົງ.
ທາງຄົດລ້ຽວຈະຕ້ອງກາຍເປັນທາງຊື່,
ທາງທີ່ມີຕໍຈົ່ງເຮັດໃຫ້ກ້ຽງດີ.
6ແລະ ມະນຸດທຸກຄົນຈະໄດ້ເຫັນຄວາມພົ້ນຂອງພຣະເຈົ້າ’”.#3:6 ອຊຢ 40:3-5
7ໂຢຮັນຈຶ່ງກ່າວກັບປະຊາຊົນທີ່ມາຮັບບັບຕິສະມານໍາເພິ່ນວ່າ, “ເຈົ້າພວກງູຮ້າຍ! ຜູ້ໃດຕັກເຕືອນພວກເຈົ້າໃຫ້ໜີຈາກຄວາມໂກດຮ້າຍທີ່ຈະມາເຖິງນັ້ນ? 8ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້. 9ຂວານວາງຢູ່ເຫງົ້າໄມ້ແລ້ວ, ແລະ ຕົ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກຕັດ ແລະ ໂຍນຖິ້ມໃສ່ໄຟ”.
10ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
11ໂຢຮັນຕອບວ່າ, “ຄົນທີ່ມີເສື້ອສອງໂຕຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີ, ແລ້ວຜູ້ໃດທີ່ມີອາຫານກໍຈົ່ງແບ່ງປັນໃຫ້ແກ່ຄົນທີ່ບໍ່ມີເໝືອນກັນ”.
12ແມ່ນແຕ່ບັນດາຄົນເກັບພາສີກໍມາຂໍຮັບບັບຕິສະມາ. ພວກເຂົາຖາມວ່າ, “ທ່ານອາຈານ, ພວກເຮົາຄວນຈະເຮັດຢ່າງໃດ?”
13ເພິ່ນບອກພວກເຂົາວ່າ, “ຢ່າເກັບພາສີເກີນກວ່າທີ່ພວກທ່ານໄດ້ຮັບຄຳສັ່ງ”.
14ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”.
15ປະຊາຊົນກຳລັງລໍຖ້າຢ່າງຄາດຫວັງ ແລະ ທຸກຄົນຕ່າງກໍພາກັນສົງໄສໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດເຈົ້າ.#3:15 ຫລື ພຣະເມຊີອາ 16ໂຢຮັນຕອບພວກເຂົາທັງໝົດວ່າ, “ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ#3:16 ຫລື ໃນນ້ຳ. ແຕ່ມີຜູ້ໜຶ່ງທີ່ມີລິດອຳນາດໃຫຍ່ກວ່າເຮົາຈະມາ ເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ. ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍ#3:16 ຫລື ໃນພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍໄຟ. 17ໃນມືຂອງພຣະອົງຖືກະດົ້ງຝັດເຂົ້າເພື່ອຈະເຮັດລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອຈະຮວບຮວມເອົາເຂົ້າຫວີດມາໃສ່ໄວ້ໃນເລົ້າຂອງພຣະອົງ, ແຕ່ພຣະອົງຈະເຜົາແກບດ້ວຍໄຟທີ່ບໍ່ຮູ້ມອດ”. 18ແລະ ໂຢຮັນໄດ້ແນະນຳຕັກເຕືອນປະຊາຊົນອີກຫລາຍຢ່າງ ແລະ ປະກາດຂ່າວປະເສີດກັບພວກເຂົາ.
19ແຕ່ເມື່ອໂຢຮັນຕຳໜິເຮໂຣດຜູ້ປົກຄອງເມືອງເພາະເພິ່ນໄດ້ແຕ່ງງານກັບນາງເຮໂຣເດຍ, ເມຍຂອງນ້ອງຊາຍຂອງຕົນ ແລະ ສິ່ງຊົ່ວຮ້າຍຫລາຍຢ່າງທີ່ເພິ່ນໄດ້ເຮັດ, 20ເຮໂຣດກໍເຮັດຊົ່ວໜັກຂຶ້ນຕື່ມອີກໂດຍຈັບໂຢຮັນຂັງໄວ້ໃນຄຸກ.
ການຮັບບັບຕິສະມາ ແລະ ລຳດັບວົງຕະກູນຂອງພຣະເຢຊູເຈົ້າ
(ມທ 1:1-17; 3:13-17; ມຣກ 1:9-11)
21ເມື່ອຄົນທັງຫລາຍກຳລັງຮັບບັບຕິສະມາຢູ່, ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ. ໃນຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ສະຫວັນກໍເປີດອອກ 22ແລະ ພຣະວິນຍານບໍລິສຸດເຈົ້າໃນຮູບຮ່າງເໝືອນນົກເຂົາລົງມາຢູ່ເທິງພຣະອົງ ແລ້ວມີສຽງໜຶ່ງດັງມາຈາກສະຫວັນວ່າ: “ທ່ານເປັນບຸດຂອງເຮົາ, ຜູ້ທີ່ເຮົາຮັກ; ເຮົາພໍໃຈທ່ານຫລາຍ”.
23ບັດນີ້ ພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດຂອງພຣະອົງເມື່ອພຣະອົງມີອາຍຸໄດ້ປະມານສາມສິບປີ. ຄົນທັງຫລາຍຄິດວ່າພຣະອົງເປັນລູກຊາຍຂອງໂຢເຊັບ,
ຜູ້ເປັນລູກຊາຍຂອງເຮລີ, 24ຜູ້ເປັນລູກຊາຍຂອງມັດທາດ,
ຜູ້ເປັນລູກຊາຍຂອງເລວີ, ຜູ້ເປັນລູກຊາຍຂອງເມລະຂີ,
ຜູ້ເປັນລູກຊາຍຂອງຢັນນາ, ຜູ້ເປັນລູກຊາຍຂອງໂຢເຊັບ,
25ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງອາໂມ,
ຜູ້ເປັນລູກຊາຍຂອງນາຮູມ, ຜູ້ເປັນລູກຊາຍຂອງເອຊະລີ,
ຜູ້ເປັນລູກຊາຍຂອງນາຄາຍ, 26ຜູ້ເປັນລູກຊາຍຂອງມາອາດ,
ຜູ້ເປັນລູກຊາຍຂອງມັດຕາເທຍ, ຜູ້ເປັນລູກຊາຍຂອງເຊເມອິນ,
ຜູ້ເປັນລູກຊາຍຂອງໂຢເຊັກ, ຜູ້ເປັນລູກຊາຍຂອງໂຢດາ,
27ຜູ້ເປັນລູກຊາຍຂອງໂຢຮານັນ, ຜູ້ເປັນລູກຊາຍຂອງເຣສາ,
ຜູ້ເປັນລູກຊາຍຂອງເຊຣຸບບາເບນ, ຜູ້ເປັນລູກຊາຍຂອງເຊອານຕີເອນ,
ຜູ້ເປັນລູກຊາຍຂອງເນຣິ, 28ຜູ້ເປັນລູກຊາຍຂອງເມລະຂີ,
ຜູ້ເປັນລູກຊາຍຂອງອັດດີ, ຜູ້ເປັນລູກຊາຍຂອງໂກຊາມ,
ຜູ້ເປັນລູກຊາຍຂອງເອັນມາດາມ, ຜູ້ເປັນລູກຊາຍຂອງເອຣະ,
29ຜູ້ເປັນລູກຊາຍຂອງໂຢຊວຍ, ຜູ້ເປັນລູກຊາຍຂອງເອລີເອເຊ,
ຜູ້ເປັນລູກຊາຍຂອງໂຢຣີມ, ຜູ້ເປັນລູກຊາຍຂອງມັດທາດ,
ຜູ້ເປັນລູກຊາຍຂອງເລວີ, 30ຜູ້ເປັນລູກຊາຍຂອງຊີເມໂອນ,
ຜູ້ເປັນລູກຊາຍຂອງຢູດາ, ຜູ້ເປັນລູກຊາຍຂອງໂຢເຊັບ,
ຜູ້ເປັນລູກຊາຍຂອງໂຢນາມ, ຜູ້ເປັນລູກຊາຍຂອງເອລີອາກີມ,
31ຜູ້ເປັນລູກຊາຍຂອງເມເລອາ, ຜູ້ເປັນລູກຊາຍຂອງເມັນນາ,
ຜູ້ເປັນລູກຊາຍຂອງມັດຕາທາ, ຜູ້ເປັນລູກຊາຍຂອງນາທານ,
ຜູ້ເປັນລູກຊາຍຂອງດາວິດ, 32ຜູ້ເປັນລູກຊາຍຂອງເຢຊີ,
ຜູ້ເປັນລູກຊາຍຂອງໂອເບັດ, ຜູ້ເປັນລູກຊາຍຂອງໂບອາດ,
ຜູ້ເປັນລູກຊາຍຂອງສານໂມນ,#3:32 ເອກະສານເກົ່າທີ່ຂຽນດ້ວຍມືໃນສະໄໝທຳອິດບາງສະບັບວ່າ ສາລາ ຜູ້ເປັນລູກຊາຍຂອງນາໂຊນ,
33ຜູ້ເປັນລູກຊາຍຂອງອາມມີນາດາບ, ຜູ້ເປັນລູກຊາຍຂອງຣາມ,#3:33 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ອຳມີນາດາບຜູ້ເປັນລູກຂອງອັດມີນ, ຜູ້ເປັນລູກຂອງອານີ ເອກະສານເກົ່າທີ່ຂຽນດ້ວຍມືສະບັບອື່ນໆມີຕ່າງກັນຫລາຍ
ຜູ້ເປັນລູກຊາຍຂອງເຮຊະໂຣນ, ຜູ້ເປັນລູກຊາຍຂອງເປເຣັດ,
ຜູ້ເປັນລູກຊາຍຂອງຢູດາ, 34ຜູ້ເປັນລູກຊາຍຂອງຢາໂຄບ,
ຜູ້ເປັນລູກຊາຍຂອງອີຊາກ, ຜູ້ເປັນລູກຊາຍຂອງອັບຣາຮາມ,
ຜູ້ເປັນລູກຊາຍຂອງເຕຣາ, ຜູ້ເປັນລູກຊາຍຂອງນາໂຮ,
35ຜູ້ເປັນລູກຊາຍຂອງເສຣຸກ, ຜູ້ເປັນລູກຊາຍຂອງເຣອູ,
ຜູ້ເປັນລູກຊາຍຂອງເປເລັກ, ຜູ້ເປັນລູກຊາຍຂອງເອເບ,
ຜູ້ເປັນລູກຊາຍຂອງເສລາ, 36ຜູ້ເປັນລູກຊາຍຂອງກາຍນານ,
ຜູ້ເປັນລູກຊາຍຂອງອາກຟາສາດ, ຜູ້ເປັນລູກຊາຍຂອງເຊມ,
ຜູ້ເປັນລູກຊາຍຂອງໂນອາ, ຜູ້ເປັນລູກຊາຍຂອງລາເມັກ,
37ຜູ້ເປັນລູກຊາຍຂອງເມທຸເສລາ, ຜູ້ເປັນລູກຊາຍຂອງເອນົກ,
ຜູ້ເປັນລູກຊາຍຂອງຢາເຣັດ, ຜູ້ເປັນລູກຊາຍຂອງມະຫາລາເລນ,
ຜູ້ເປັນລູກຊາຍຂອງເກນານ, 38ຜູ້ເປັນລູກຊາຍຂອງເອໂນດ,
ຜູ້ເປັນລູກຊາຍຂອງເຊດ, ຜູ້ເປັນລູກຊາຍຂອງອາດາມ,
ຜູ້ເປັນລູກຊາຍຂອງພຣະເຈົ້າ.
ទើបបានជ្រើសរើសហើយ៖
ລູກາ 3: LCV
គំនូសចំណាំ
ចែករំលែក
ចម្លង

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.