ລູກາ 2
2
ການເກີດຂອງພຣະເຢຊູເຈົ້າ
1ໃນເວລານັ້ນ ກາຍຊາໂອຄຸໂຕໄດ້ອອກຄຳສັ່ງໃຫ້ພົນລະເມືອງໃນທົ່ວທັງຈັກກະພົບໂຣມໄປຈົດທະບຽນສຳມະໂນຄົວ. 2(ນີ້ແມ່ນການຈົດທະບຽນສຳມະໂນຄົວຄັ້ງທຳອິດໃນສະໄໝທີ່ກີເຣນີໂອເປັນຜູ້ປົກຄອງແຂວງຊີເຣຍ.) 3ທຸກຄົນຕ່າງກໍໄປຈົດທະບຽນສຳມະໂນຄົວຕາມບ້ານເມືອງຂອງຕົນ.
4ດັ່ງນັ້ນ ໂຢເຊັບຈຶ່ງເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລຂຶ້ນໄປຍັງເບັດເລເຮັມເມືອງຂອງດາວິດໃນແຂວງຢູດາຍ ເພາະວ່າເພິ່ນເປັນເຊື້ອສາຍຂອງດາວິດ. 5ເພິ່ນໄດ້ໄປຈົດທະບຽນຢູ່ທີ່ນັ້ນກັບນາງມາຣີຄູ່ໝັ້ນຂອງເພິ່ນທີ່ກຳລັງຖືພາຢູ່. 6ໃນຂະນະທີ່ພວກເພິ່ນຢູ່ທີ່ນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ, 7ນາງໄດ້ເກີດລູກຊາຍກົກ, ນາງໄດ້ເອົາຜ້າອ້ອມມາພັນລູກ ແລະ ວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
8ແລະ ມີຄົນລ້ຽງແກະອາໄສຢູ່ໃນທົ່ງນາໃກ້ແຖບນັ້ນ ເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ. 9ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດແກ່ພວກເຂົາ ແລະ ສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງອ້ອມຮອບພວກເຂົາ, ເຮັດໃຫ້ພວກເຂົາຕົກໃຈຢ້ານ. 10ແຕ່ເທວະດາຕົນນັ້ນກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ. ເຮົານຳຂ່າວດີມາໃຫ້ພວກທ່ານ ເຊິ່ງເຮັດໃຫ້ທຸກຄົນຊື່ນຊົມຍິນດີຢ່າງໃຫຍ່. 11ໃນວັນນີ້ທີ່ເມືອງຂອງດາວິດ ອົງພຣະຜູ້ຊ່ວຍໃຫ້ພົ້ນອົງໜຶ່ງໄດ້ມາບັງເກີດເພື່ອພວກເຈົ້າ, ພຣະອົງຄືພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ. 12ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າຄື: ພວກເຈົ້າຈະໄດ້ພົບເດັກນ້ອຍຄົນໜຶ່ງພັນຜ້າອ້ອມນອນຢູ່ໃນຮາງຫຍ້າ”.
13ໃນທັນໃດນັ້ນ ກອງທັບສະຫວັນໝູ່ໃຫຍ່ມາປາກົດພ້ອມກັບເທວະດາຕົນນັ້ນຮ່ວມກັນສັນລະເສີນພຣະເຈົ້າ ແລະ ກ່າວວ່າ,
14“ຂໍກຽດຕິຍົດຈົ່ງມີແກ່ພຣະເຈົ້າໃນສະຫວັນສູງສຸດ
ແລະ ສັນຕິສຸກຈົ່ງມີແກ່ຜູ້ທີ່ພຣະອົງພໍໃຈເທິງແຜ່ນດິນໂລກນີ້”.
15ເມື່ອບັນດາເທວະດາເຫລົ່ານັ້ນຈາກພວກເຂົາໄປ ແລະ ກັບຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະກໍເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປຍັງເມືອງເບັດເລເຮັມ ແລະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນນີ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກພວກເຮົາ”.
16ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປ ແລະ ພົບນາງມາຣີກັບໂຢເຊັບ ແລະ ເດັກນ້ອຍທີ່ນອນຢູ່ໃນຮາງຫຍ້າ. 17ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາກໍໄດ້ກະຈາຍຂ່າວເລື່ອງທີ່ເທວະດາໄດ້ບອກເລື່ອງເດັກນ້ອຍຄົນນັ້ນ, 18ແລະ ທຸກຄົນທີ່ໄດ້ຍິນກໍປະຫລາດໃຈໃນສິ່ງທີ່ພວກຜູ້ລ້ຽງແກະໄດ້ບອກແກ່ພວກເຂົາ. 19ແຕ່ນາງມາຣີກໍໄດ້ເກັບເລື່ອງທັງໝົດນີ້ໄວ້ ແລະ ຄິດທົບທວນຢູ່ໃນໃຈ. 20ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປຖວາຍກຽດ ແລະ ສັນລະເສີນພຣະເຈົ້າສຳລັບທຸກສິ່ງທີ່ພວກເຂົາໄດ້ຍິນ ແລະ ໄດ້ເຫັນ ເພາະວ່າເຫດການໄດ້ເປັນໄປຕາມທີ່ເທວະດານັ້ນໄດ້ບອກພວກເຂົາໄວ້.
21ໃນວັນທີແປດ ກໍເຖິງເວລາທີ່ເດັກນ້ອຍຄົນນັ້ນຕ້ອງຮັບພິທີຕັດ, ເດັກນ້ອຍຄົນນັ້ນມີຊື່ວ່າເຢຊູ ຕາມຊື່ທີ່ເທວະດາໄດ້ບອກໄວ້ກ່ອນທີ່ນາງມາຣີຍັງບໍ່ທັນໄດ້ຖືພາ.
ການຖວາຍພຣະເຢຊູເຈົ້າໃນວິຫານ
22ເມື່ອເຖິງເວລາທີ່ຈະເຮັດພິທີຊຳລະຕາມກົດບັນຍັດຂອງໂມເຊ, ໂຢເຊັບ ແລະ ນາງມາຣີຈຶ່ງໄດ້ນຳພຣະເຢຊູເຈົ້າໄປທີ່ເຢຣູຊາເລັມເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ 23(ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ”#2:23 ອພຍ 13:2,12), 24ແລະ ເພື່ອຖວາຍເຄື່ອງບູຊາຕາມທີ່ກ່າວໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າຄື: “ນົກເຂົາຄູ່ໜຶ່ງ ຫລື ນົກກາງແກໜຸ່ມສອງໂຕ”.#2:24 ລລວ 12:8
25ບັດນີ້ ມີຊາຍຄົນໜຶ່ງໃນເຢຣູຊາເລັມຊື່ວ່າຊີເມໂອນ, ເພິ່ນເປັນຄົນຊອບທຳ ແລະ ຢຳເກງພຣະເຈົ້າ. ເພິ່ນກຳລັງຄອຍຖ້າເວລາທີ່ປະຊາຊົນອິດສະຣາເອນຈະໄດ້ຮັບການປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າກໍຢູ່ກັບເພິ່ນ. 26ພຣະວິນຍານບໍລິສຸດເຈົ້າໄດ້ສະແດງໃຫ້ເພິ່ນຮູ້ວ່າເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະເມຊີອາຂອງອົງພຣະຜູ້ເປັນເຈົ້າ. 27ພຣະວິນຍານບໍລິສຸດເຈົ້າໄດ້ນຳເພິ່ນເຂົ້າໄປໃນເດີ່ນວິຫານ. ເມື່ອພໍ່ແມ່ໄດ້ນຳເອົາເດັກນ້ອຍເຢຊູມາເພື່ອປະກອບພິທີໃຫ້ແກ່ເດັກນ້ອຍນັ້ນຕາມທຳນຽມຂອງກົດບັນຍັດທີ່ໄດ້ກຳນົດໄວ້, 28ຊີເມໂອນກໍໄດ້ອູ້ມພຣະເຢຊູເຈົ້າໄວ້ໃນອ້ອມແຂນຂອງຕົນ ແລະ ສັນລະເສີນພຣະເຈົ້າວ່າ:
29“ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ ຕາມທີ່ພຣະອົງໄດ້ສັນຍາໄວ້,
ບັດນີ້ ຂໍພຣະອົງໃຫ້#2:29 ຫລື ສັນຍາໄວ້ບັດນີ້ຂໍໃຫ້ຜູ້ຮັບໃຊ້ຂອງພຣະອົງໄປຢ່າງເປັນສຸກ.
30ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ,
31ຄວາມພົ້ນທີ່ພຣະອົງໄດ້ຈັດຕຽມໄວ້ຕໍ່ໜ້າປະຊາຊາດທັງໝົດຄື:
32ແສງສະຫວ່າງເພື່ອເປີດເຜີຍແກ່ບັນດາຄົນຕ່າງຊາດ,
ແລະ ເພື່ອເປັນສະຫງ່າລາສີແກ່ຊາວອິດສະຣາເອນປະຊາຊົນຂອງພຣະອົງ”.
33ພໍ່ແມ່ຂອງເດັກນ້ອຍກໍປະຫລາດໃຈໃນຖ້ອຍຄຳທີ່ຊີເມໂອນໄດ້ກ່າວກ່ຽວກັບເດັກນ້ອຍຄົນນັ້ນ. 34ຫລັງຈາກນັ້ນ ຊີເມໂອນໄດ້ອວຍພອນພວກເພິ່ນ ແລະ ກ່າວກັບນາງມາຣີແມ່ຂອງເດັກນ້ອຍນັ້ນວ່າ, “ເດັກນ້ອຍຄົນນີ້ຖືກກຳນົດໄວ້ເພື່ອເຮັດໃຫ້ຄົນອິດສະຣາເອນລົ້ມລົງ ແລະ ລຸກຂຶ້ນ, ແລະ ຖືກກຳນົດໄວ້ໃຫ້ເປັນໝາຍສຳຄັນທີ່ຈະຖືກເວົ້າຕໍ່ຕ້ານ, 35ເພື່ອຄວາມຄິດໃນໃຈຂອງຄົນທັງຫລາຍຈະຖືກເປີດເຜີຍອອກ. ແລະ ດາບຈະແທງຊອດຈິດໃຈຂອງເຈົ້າເອງເໝືອນກັນ”.
36ມີຜູ້ທຳນວາຍຄົນໜຶ່ງຊື່ວ່າອານາ, ເປັນລູກສາວຂອງຟານູເອັນຕະກູນອາເຊ. ນາງເປັນຄົນເຖົ້າແກ່ຫລາຍແລ້ວ, ຫລັງຈາກແຕ່ງງານມານາງຢູ່ກັບຜົວໄດ້ເຈັດປີ, 37ແລ້ວກໍເປັນໝ້າຍມາຈົນເຖິງອາຍຸ 84 ປີ.#2:37 ຫລື ເປັນໝ້າຍມາດົນນານ 84 ປີ ນາງບໍ່ເຄີຍອອກຈາກບໍລິເວນວິຫານເລີຍ ແຕ່ເຝົ້ານະມັດສະການພຣະເຈົ້າທັງກາງເວັນ ແລະ ກາງຄືນ, ຖືສິນອົດອາຫານ ແລະ ອະທິຖານ. 38ໃນເວລານັ້ນ ນາງໄດ້ເຂົ້າມາຫາພວກເພິ່ນແລ້ວຂອບພຣະຄຸນພຣະເຈົ້າ ແລະ ເວົ້າເຖິງເດັກນ້ອຍຄົນນີ້ໃຫ້ແກ່ທຸກຄົນທີ່ລໍຖ້າການໄຖ່ເຢຣູຊາເລັມຟັງ.
39ເມື່ອໂຢເຊັບ ແລະ ນາງມາຣີ ໄດ້ເຮັດທຸກສິ່ງຕາມທີ່ກຳນົດໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເພິ່ນກໍກັບມາທີ່ນາຊາເຣັດເມືອງຂອງຕົນໃນແຂວງຄາລີເລ. 40ແລະ ເດັກນ້ອຍນັ້ນກໍເຕີບໃຫຍ່ ແລະ ແຂງແຮງ, ພຣະອົງເຕັມໄປດ້ວຍສະຕິປັນຍາ ແລະ ພຣະຄຸນຂອງພຣະເຈົ້າກໍຢູ່ກັບພຣະອົງ.
ພຣະເຢຊູເຈົ້າທີ່ວິຫານ
41ໃນທຸກປີ ພໍ່ແມ່ຂອງພຣະເຢຊູເຈົ້າຈະຂຶ້ນໄປທີ່ເຢຣູຊາເລັມເພື່ອຮ່ວມເທດສະການປັດສະຄາ. 42ເມື່ອພຣະເຢຊູເຈົ້າມີອາຍຸໄດ້ 12 ປີ, ພວກເພິ່ນກໍໄດ້ໄປຮ່ວມເທດສະການນີ້ຕາມທຳນຽມ. 43ຫລັງຈາກເທດສະການນີ້ສິ້ນສຸດລົງແລ້ວ, ຂະນະທີ່ພໍ່ແມ່ຂອງພຣະອົງກຳລັງເດີນທາງກັບຄືນເມືອເຮືອນ, ພຣະເຢຊູເຈົ້າຍັງຢູ່ໃນເຢຣູຊາເລັມ, ແຕ່ພວກເພິ່ນບໍ່ຮູ້. 44ຄິດວ່າຢູ່ໃນກຸ່ມຄົນທີ່ມາດ້ວຍກັນ, ເມື່ອພວກເພິ່ນເດີນທາງຕໍ່ໄປໄດ້ໜຶ່ງວັນ. ແລ້ວພວກເພິ່ນກໍເລີ່ມຊອກຫາພຣະເຢຊູເຈົ້າໃນທ່າມກາງຍາດພີ່ນ້ອງ ແລະ ໝູ່ເພື່ອນ. 45ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈຶ່ງກັບໄປຊອກຫາທີ່ເຢຣູຊາເລັມ. 46ສາມມື້ຕໍ່ມາພວກເພິ່ນຈຶ່ງພົບພຣະເຢຊູເຈົ້າຢູ່ທີ່ເດີ່ນວິຫານ, ພຣະອົງນັ່ງຢູ່ໃນທ່າມກາງບັນດາອາຈານ, ກຳລັງຟັງ ແລະ ຖາມບັນດາອາຈານເຫລົ່ານັ້ນ. 47ທຸກຄົນທີ່ໄດ້ຟັງພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະ ຄຳຕອບຂອງພຣະອົງ. 48ເມື່ອພໍ່ແມ່ໄດ້ເຫັນພຣະອົງກໍປະຫລາດໃຈ. ຜູ້ເປັນແມ່ຈຶ່ງກ່າວແກ່ພຣະອົງວ່າ, “ລູກເອີຍ, ດ້ວຍເຫດໃດເຈົ້າຈຶ່ງເຮັດກັບພວກເຮົາຢ່າງນີ້? ພໍ່ກັບແມ່ຮ້ອນຮົນໃຈຕາມຫາລູກ”.
49ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຕາມຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນບ້ານຂອງພຣະບິດາເຈົ້າຂອງເຮົາ?” 50ແຕ່ພວກເພິ່ນບໍ່ເຂົ້າໃຈໃນສິ່ງທີ່ພຣະອົງເວົ້າກັບພວກເພິ່ນ.
51ແລ້ວພຣະເຢຊູເຈົ້າຈຶ່ງກັບຄືນໄປຍັງເມືອງນາຊາເຣັດກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນນາງມາຣີກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ. 52ແລະ ພຣະເຢຊູເຈົ້າກໍເຕີບໃຫຍ່ຂຶ້ນທັງທາງດ້ານສະຕິປັນຍາ ແລະ ດ້ານຮ່າງກາຍ ແລະ ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງຫລາຍ.
ទើបបានជ្រើសរើសហើយ៖
ລູກາ 2: LCV
គំនូសចំណាំ
ចែករំលែក
ចម្លង

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.