ມາຣະໂກ 12:43-44
ມາຣະໂກ 12:43-44 LCV
ພຣະເຢຊູເຈົ້າເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວກັບພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ຖວາຍເຂົ້າຄັງວິຫານຫລາຍກວ່າຄົນອື່ນທັງໝົດ. ເພາະພວກເຂົາທັງໝົດລ້ວນແຕ່ເອົາສ່ວນໜຶ່ງຈາກຄວາມຮັ່ງມີຂອງພວກເຂົາມາຖວາຍ, ແຕ່ແມ່ໝ້າຍຄົນນີ້ໄດ້ເອົາທຸກສິ່ງທີ່ຕົນມີຢູ່ສຳລັບລ້ຽງຊີວິດມາຖວາຍ”.