ມາຣະໂກ 12:41-42
ມາຣະໂກ 12:41-42 LCV
ພຣະເຢຊູເຈົ້ານັ່ງຢູ່ກົງກັນຂ້າມກັບບ່ອນທີ່ຮັບເງິນຖວາຍຂອງວິຫານນັ້ນ ແລະ ພຣະອົງສັງເກດເບິ່ງປະຊາຊົນປ່ອນເງິນຂອງພວກເຂົາລົງໃສ່ຄັງວິຫານ. ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຈໍານວນຫລວງຫລາຍ. ແຕ່ແມ່ໝ້າຍທີ່ຍາກຈົນຄົນໜຶ່ງໄດ້ມາ ແລະ ປ່ອນຫລຽນທອງແດງຂະໜາດນ້ອຍໆສອງຫລຽນ, ເຊິ່ງມີມູນຄ່າເທົ່າກັບສອງສາມເຊັນເທົ່ານັ້ນລົງຖວາຍ.