13
ການທຳລາຍວິຫານ ແລະ ໝາຍສຳຄັນຂອງຍຸກສຸດທ້າຍ
(ມທ 24:1-51; ລກ 21:5-36)
1ຂະນະທີ່ພຣະເຢຊູເຈົ້າກຳລັງອອກຈາກວິຫານໄປ, ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ເບິ່ງແມ, ອາຈານເອີຍ! ຫີນຄືກ້ອນໃຫຍ່ແທ້! ອາຄານເຫລົ່ານີ້ຊ່າງງົດງາມແທ້!”
2ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າເຫັນອາຄານໃຫຍ່ເຫລົ່ານັ້ນບໍ? ຫີນຢູ່ທີ່ນີ້ຈະບໍ່ເຫລືອຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”.
3ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກ ກົງກັນຂ້າມກັບວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາໄດ້ມາຖາມພຣະອົງເປັນການສ່ວນໂຕວ່າ, 4“ຂໍບອກພວກຂ້ານ້ອຍແດ່ວ່າເຫດການນີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນໝາຍສຳຄັນວ່າເຫດການທັງໝົດເຫລົ່ານີ້ກຳລັງຈະສຳເລັດ?”
5ພຣະເຢຊູເຈົ້າກໍກ່າວກັບພວກເພິ່ນວ່າ: “ຈົ່ງລະວັງໃຫ້ດີຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ. 6ຫລາຍຄົນມາໃນນາມຂອງເຮົາ ແລະ ອ້າງໂຕວ່າ, ‘ເຮົາເປັນຜູ້ນັ້ນ’ ແລະ ຈະຫລອກລວງຫລາຍຄົນ. 7ເມື່ອພວກເຈົ້າໄດ້ຍິນເຖິງເລື່ອງສົງຄາມ ແລະ ຂ່າວລືເລື່ອງການເຮັດສົງຄາມ ຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວ່າເວລາສຸດທ້າຍຈະຍັງບໍ່ມາເຖິງ. 8ປະເທດຕໍ່ປະເທດ ແລະ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ. ຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະ ຈະເກີດການອຶດຢາກອາຫານ. ເຫດການເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ.
9“ພວກເຈົ້າຈົ່ງລະວັງໂຕໃຫ້ດີ. ພວກເຈົ້າຈະຖືກມອບໃຫ້ສະພາທ້ອງຖິ່ນ ແລະ ຈະຖືກຂ້ຽນຕີໃນທຳມະສາລາ. ພວກເຈົ້າຈະຢືນຢູ່ຕໍ່ໜ້າບັນດາຜູ້ປົກຄອງ ແລະ ກະສັດທັງຫລາຍເພື່ອເປັນພະຍານແກ່ພວກເຂົາເພື່ອເຮົາ. 10ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ. 11ເມື່ອໃດກໍຕາມທີ່ເຈົ້າຖືກຈັບ ແລະ ຖືກສົ່ງໄປຂຶ້ນສານ, ພວກເຈົ້າຢ່າກັງວົນໄປກ່ອນລ່ວງໜ້າວ່າຈະເວົ້າຢ່າງໃດ. ຈົ່ງເວົ້າໄປຕາມຖ້ອຍຄຳທີ່ໃຫ້ແກ່ພວກເຈົ້າໃນເວລານັ້ນ, ເພາະບໍ່ແມ່ນພວກເຈົ້າທີ່ເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍລິສຸດເຈົ້າ.
12“ອ້າຍເອື້ອຍນ້ອງຈະທໍລະຍົດກັນໃຫ້ເຖິງຕາຍ ແລະ ພໍ່ຈະທໍລະຍົດລູກ. ລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ຂອງຕົນຈົນເຖິງແກ່ຄວາມຕາຍ. 13ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ.
14“ເມື່ອພວກເຈົ້າເຫັນ ‘ສິ່ງທີ່ໜ້າກຽດໜ້າຊັງອັນເປັນຕົ້ນເຫດຂອງວິບັດ’#13:14 ດນອ 9:27; 11:31; 12:11 ຕັ້ງຢູ່ໃນບ່ອນບໍ່ສົມຄວນຈະຕັ້ງ#13:14 ຫລື ເຂົາ ເຊັ່ນດຽວກັນກັບຂໍ້ 29 (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ແລ້ວໃຫ້ບັນດາຜູ້ທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ. 15ຜູ້ທີ່ຢູ່ເທິງຫລັງຄາ ກໍບໍ່ຕ້ອງລົງມາ ຫລື ເຂົ້າໄປໃນເຮືອນເພື່ອເກັບເອົາສິ່ງຂອງອອກໄປ. 16ສ່ວນຜູ້ທີ່ຢູ່ໃນທົ່ງນາ ກໍບໍ່ຕ້ອງກັບຄືນໄປເອົາເສື້ອຜ້າຂອງຕົນ. 17ວັນເຫລົ່ານັ້ນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ! 18ຈົ່ງອະທິຖານເພື່ອວ່າເຫດການເຫລົ່ານີ້ຈະບໍ່ເກີດຂຶ້ນໃນລະດູໜາວ, 19ເພາະວ່າ ໃນເວລານັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່ທີ່ບໍ່ເຄີຍມີມາຕັ້ງແຕ່ຕົ້ນເດີມ ເມື່ອພຣະເຈົ້າໄດ້ສ້າງໂລກຈົນເຖິງທຸກວັນນີ້ ແລະ ຈະບໍ່ມີຄັ້ງໃດເທົ່າກັບຄັ້ງນີ້ອີກ.
20“ຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ຕັດວັນເຫລົ່ານັ້ນໃຫ້ສັ້ນເຂົ້າແລ້ວ ກໍຈະບໍ່ມີຄົນໃດພົ້ນເລີຍ. ແຕ່ເພື່ອເຫັນແກ່ຜູ້ທີ່ໄດ້ເລືອກໄວ້ນັ້ນ, ຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ. 21ໃນເວລານັ້ນຖ້າມີຜູ້ໃດເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ ພຣະຄຣິດເຈົ້າ#13:21 ຫລື ພຣະເມຊີອາຢູ່ທີ່ນີ້!’ ຫລື ‘ເບິ່ງແມ! ພຣະອົງຢູ່ທີ່ນັ້ນ!’ ຢ່າໄດ້ເຊື່ອ. 22ດ້ວຍວ່າ ຈະມີພຣະຄຣິດປອມ ແລະ ຜູ້ທຳນວາຍປອມປາກົດຂຶ້ນ. ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫລາຍປະການ. ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ໄດ້ເລືອກໄວ້. 23ດັ່ງນັ້ນ ຈົ່ງລະວັງໃຫ້ດີ, ເຮົາໄດ້ບອກພວກເຈົ້າທັງຫລາຍໃຫ້ຮູ້ທຸກສິ່ງໄວ້ລ່ວງໜ້າກ່ອນແລ້ວ.
24“ແຕ່ໃນວັນເຫລົ່ານັ້ນ, ຫລັງຈາກຄວາມທຸກລຳບາກ
“‘ດວງອາທິດຈະມືດໄປ
ແລະ ດວງເດືອນຈະບໍ່ສ່ອງແສງ,
25ດວງດາວທັງຫລາຍຈະຕົກຈາກທ້ອງຟ້າ,
ແລະ ສະຫວັນຈະສັ່ນສະເທືອນ’.#13:25 ອຊຢ 13:10; 34:4
26“ເມື່ອນັ້ນຄົນທັງຫລາຍຈະເຫັນບຸດມະນຸດມາໃນເມກດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່. 27ແລະ ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງອອກໄປເພື່ອຮວບຮວມເອົາຜູ້ທີ່ເລືອກໄວ້ຈາກທັງສີ່ທິດ, ຕັ້ງແຕ່ທີ່ສຸດປາຍແຜ່ນດິນໂລກຈົນເຖິງທີ່ສຸດປາຍຟ້າສະຫວັນ.
28“ບັດນີ້ ຈົ່ງຮຽນຮູ້ເອົາບົດຮຽນນີ້ຈາກຕົ້ນໝາກເດື່ອຄື: ທັນທີທີ່ກິ່ງອ່ອນ ແລະ ໃບຂອງມັນປົ່ງອອກມາ ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງ. 29ຢ່າງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ເກີດຂຶ້ນ, ພວກເຈົ້າກໍຈະຮູ້ວ່າສິ່ງນີ້#13:29 ຫລື ສິ່ງນີ້ ຫລື ພຣະອົງເຂົ້າມາໃກ້ແລ້ວ, ຢູ່ທີ່ປະຕູແລ້ວ. 30ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້#13:30 ຫລື ຍຸກນີ້ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ. 31ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.
ວັນ ແລະ ເວລາທີ່ບໍ່ມີຜູ້ໃດຮູ້
32“ແຕ່ເລື່ອງວັນ ຫລື ເວລານັ້ນບໍ່ມີຜູ້ໃດຮູ້, ແມ່ນແຕ່ບັນດາເທວະດາໃນສະຫວັນ ຫລື ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້. 33ຈົ່ງລະມັດລະວັງ! ຈົ່ງເຝົ້າລະວັງຢູ່!#13:33 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຕື່ນຕົວ ແລະ ອະທິຖານ ພວກເຈົ້າບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ. 34ປຽບເໝືອນກັບຊາຍຄົນໜຶ່ງທີ່ອອກຈາກເຮືອນຂອງຕົນໄປ ແລະ ໄດ້ແຕ່ງຕັ້ງໃຫ້ຄົນຮັບໃຊ້ຮັບຜິດຊອບໜ້າທີ່ຕ່າງໆຕາມແຕ່ລະຄົນໄດ້ຮັບມອບໝາຍ ແລະ ບອກຄົນເຝົ້າປະຕູໃຫ້ເຝົ້າລະວັງໄວ້ໃຫ້ດີ.
35“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າທັງຫລາຍບໍ່ຮູ້ວ່າເຈົ້າຂອງເຮືອນຈະກັບມາເມື່ອໃດ, ຈະກັບມາເວລາຄ່ຳ ຫລື ເວລາທ່ຽງຄືນ, ເວລາໄກ່ຂັນ, ຫລື ເວລາຮຸ່ງເຊົ້າ. 36ຖ້າເພິ່ນກັບມາກະທັນຫັນ ກໍຢ່າໃຫ້ເພິ່ນຈະພົບວ່າພວກເຈົ້າກຳລັງຫລັບຢູ່. 37ສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ: ‘ຈົ່ງເຝົ້າລະວັງຢູ່!’”