ລູກາ 1

1
ຄຳນຳ
1ມີ​ຫລາຍ​ຄົນ​ໄດ້​ຮຽບຮຽງ​ເລື່ອງລາວ​ຕ່າງໆ​ທີ່​ເກີດ​ຂຶ້ນ#1:1 ຫລື ທີ່​ເຊື່ອ​ຢ່າງ​ໝັ້ນຄົງ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ, 2ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ. 3ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື, 4ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ຕ່າງໆ​ທີ່​ທ່ານ​ໄດ້​ຮຽນຮູ້​ມາ​ນັ້ນ​ເຊື່ອຖື​ໄດ້​ແນ່ນອນ.
ທຳນວາຍ​ເຖິງ​ການ​ເກີດ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບຕິສະມາ
5ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ. 6ທັງ​ສອງ​ຄົນ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ, ຢຶດ​ຖື​ຄຳສັ່ງ ແລະ ທຸກ​ຂໍ້ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ບໍ່ມີຕຳໜິ. 7ແຕ່​ພວກເພິ່ນ​ບໍ່​ມີ​ລູກ​ເພາະ​ນາງ​ເອລີຊາເບັດ​ເປັນໝັນ ແລະ ທັງ​ສອງ​ກໍ​ເຖົ້າແກ່​ແລ້ວ.
8ຄັ້ງ​ໜຶ່ງ​ເມື່ອ​ກອງ​ເວນ​ຂອງ​ເຊກາຣີຢາ​ຖືກ​ເຂົ້າ​ປະຕິບັດ​ໜ້າທີ່ ແລະ ເພິ່ນ​ກຳລັງ​ປະຕິບັດ​ໜ້າທີ່​ໃນ​ຖານະ​ເປັນ​ປະໂລຫິດ​ຕໍ່ໜ້າ​ພຣະເຈົ້າ, 9ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ຈັບ​ສະຫລາກ​ຕາມ​ທຳນຽມ​ຂອງ​ປະໂລຫິດ​ເພື່ອ​ເຂົ້າ​ໄປ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ອົງພຣະຜູ້ເປັນເຈົ້າ. 10ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.
11ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ. 12ເມື່ອ​ເຊກາຣີຢາ​ເຫັນ​ເທວະດາ​ນັ້ນ​ກໍ​ຕື່ນຕົກໃຈ ແລະ ມີ​ຄວາມ​ຢ້ານກົວ. 13ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: “ເຊກາຣີຢາ, ຢ່າ​ຢ້ານ​ເລີຍ, ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ​ແລ້ວ. ເອລີຊາເບັດ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ໃຫ້​ເພິ່ນ​ວ່າ​ໂຢຮັນ. 14ເພິ່ນ​ຈະ​ເປັນ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ສຸກໃຈ​ຂອງ​ເຈົ້າ ແລະ ຄົນ​ທັງຫລາຍ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ, 15ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.#1:15 ຫລື ຢູ່​ໃນ​ທ້ອງແມ່ 16ເພິ່ນ​ຈະ​ນຳ​ປະຊາຊົນ​ອິດສະຣາເອນ​ຈຳນວນ​ຫລວງຫລາຍ​ກັບ​ຄືນ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ. 17ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.
18ເຊກາຣີຢາ​ຖາມ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ແນ່ໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ? ຂ້ານ້ອຍ​ເປັນ​ຊາຍ​ທີ່​ເຖົ້າແກ່ ແລະ ເມຍ​ຂອງ​ຂ້ານ້ອຍ​ກໍ​ມີ​ອາຍຸ​ຫລາຍ​ແລ້ວ”.
19ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ. 20ແລະ ບັດນີ້​ເຈົ້າ​ຈະ​ເປັນ​ໃບ້ ແລະ ບໍ່​ສາມາດ​ເວົ້າ​ໄດ້​ຈົນ​ເຖິງ​ວັນ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ, ເພາະ​ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ເຮົາ, ເຊິ່ງ​ຈະ​ເປັນຈິງ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້”.
21ໃນ​ຂະນະ​ນັ້ນ ປະຊາຊົນ​ກໍ​ກຳລັງ​ລໍຖ້າ​ເຊກາຣີຢາ ແລະ ກຳລັງ​ສົງໄສ​ວ່າ​ເປັນຫຍັງ​ເພິ່ນ​ຈຶ່ງ​ຢູ່​ໃນ​ວິຫານ​ດົນ​ແທ້. 22ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່​ໄດ້. ພວກເຂົາ​ຈຶ່ງ​ເຂົ້າໃຈ​ວ່າ​ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ວິຫານ, ເພາະ​ເພິ່ນ​ໄດ້​ພະຍາຍາມ​ໃຊ້​ມື​ສື່ສານ​ກັບ​ພວກເຂົາ ແຕ່​ກໍ​ຍັງ​ບໍ່​ສາມາດ​ເວົ້າ​ໄດ້.
23ເມື່ອ​ເພິ່ນ​ເຮັດ​ໜ້າທີ່​ຈົນ​ຄົບ​ກຳນົດ​ເວລາ​ແລ້ວ ເພິ່ນ​ກໍ​ກັບ​ບ້ານ. 24ຫລັງຈາກ​ນັ້ນ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ ບໍ່​ໄດ້​ອອກ​ໄປ​ໃສ​ເປັນ​ເວລາ​ຫ້າ​ເດືອນ. 25ນາງ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ກະທຳ​ການ​ນີ້​ເພື່ອ​ຂ້ານ້ອຍ. ໃນ​ວັນ​ເຫລົ່ານີ້​ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຂອງ​ພຣະອົງ ແລະ ເອົາ​ຄວາມອັບອາຍ​ຂອງ​ຂ້ານ້ອຍ​ທີ່​ມີ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ​ອອກ​ໄປ”.
ທຳນວາຍ​ເຖິງ​ການ​ເກີດ​ຂອງ​ພຣະເຢຊູເຈົ້າ
26ໃນ​ເດືອນ​ທີ​ຫົກ​ທີ່​ນາງ​ເອລີຊາເບັດ​ກຳລັງ​ຖືພາ​ຢູ່​ນັ້ນ, ພຣະເຈົ້າ​ໄດ້​ສົ່ງ​ເທວະດາ​ຄັບຣີເອນ​ມາ​ຍັງ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ, 27ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ. 28ເທວະດາ​ຕົນ​ນັ້ນ​ໄດ້​ໄປ​ຫາ​ນາງ ແລະ ກ່າວ​ວ່າ, “ນາງ​ເອີຍ ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ! ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ເຈົ້າ”.
29ນາງ​ມາຣີ​ຈຶ່ງ​ກະວົນກະວາຍ​ໃຈ​ຫລາຍ​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ແລະ ສົງໄສ​ວ່າ​ການ​ທັກທາຍ​ແບບ​ນີ້​ໝາຍ​ເຖິງ​ອັນໃດ. 30ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ, ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ. 31ເຈົ້າ​ຈະ​ຖືພາ ແລະ ເກີດ​ລູກຊາຍ, ຈົ່ງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ເຢຊູ. 32ພຣະອົງ​ຈະ​ຍິ່ງໃຫຍ່ ແລະ ໄດ້​ຊື່​ວ່າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ມອບ​ບັນລັງ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພຣະອົງ​ໃຫ້​ແກ່​ພຣະອົງ, 33ແລະ ພຣະອົງ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ, ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ມີ​ວັນ​ສິ້ນສຸດ​ເລີຍ”.
34ນາງ​ມາຣີ​ຈຶ່ງ​ຖາມ​ເທວະດາ​ນັ້ນ​ວ່າ, “ຈະ​ເປັນ​ຢ່າງ​ນັ້ນ​ໄດ້​ແນວໃດ​ໃນ​ເມື່ອ​ຂ້ານ້ອຍ​ຍັງ​ເປັນ​ສາວບໍລິສຸດ​ຢູ່?”
35ເທວະດາ​ນັ້ນ​ໄດ້​ຕອບ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ຈະ​ລົງ​ມາ​ເທິງ​ເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຈົ້າ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດັ່ງນັ້ນ ອົງ​ບໍລິສຸດ​ທີ່​ຈະ​ເກີດ​ມາ​ຈະ​ໄດ້​ຊື່​ວ່າ#1:35 ຫລື ດັ່ງນັ້ນ ເດັກນ້ອຍ​ທີ່​ເກີດມາ​ຈະ​ໄດ້​ຊື່​ວ່າ: ອົງບໍລິສຸດ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ. 36ແມ່ນ​ແຕ່​ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ກໍ​ຈະ​ໄດ້​ລູກຊາຍ​ໃນ​ໄວ​ເຖົ້າ ແລະ ຍິງ​ທີ່​ຄົນ​ເວົ້າ​ວ່າ​ເປັນໝັນ​ກໍ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ. 37ເພາະ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ບໍ່​ມີ​ວັນ​ລົ້ມເຫລວ”.
38ນາງ​ມາຣີ​ກ່າວ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ເປັນ​ຈິງ​ຕາມ​ຄຳ​ຂອງ​ທ່ານ”. ແລ້ວ​ເທວະດາ​ນັ້ນ​ກໍ​ຈາກ​ນາງ​ໄປ.
ນາງ​ມາຣີ​ໄປ​ຢ້ຽມຢາມ​ເອລີຊາເບັດ
39ໃນ​ເວລາ​ນັ້ນ​ມາຣີ​ໄດ້​ຕຽມຕົວ ແລະ ຟ້າວ​ໄປ​ຍັງ​ເມືອງ​ໜຶ່ງ​ທີ່​ຢູ່​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ, 40ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ ກ່າວ​ທັກທາຍ​ນາງ​ເອລີຊາເບັດ. 41ເມື່ອ​ນາງ​ເອລີຊາເບັດ​ໄດ້​ຍິນ​ຄຳທັກທາຍ​ຂອງ​ນາງ​ມາຣີ, ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ດີ້ນ ແລະ ນາງ​ເອລີຊາເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ. 42ນາງ​ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່ສຸດ​ໃນ​ທ່າມກາງ​ແມ່ຍິງ​ທັງຫລາຍ ແລະ ລູກ​ທີ່​ເຈົ້າ​ຈະ​ເກີດ​ອອກ​ມາ​ນັ້ນ​ກໍ​ໄດ້​ຮັບ​ພອນ​ດ້ວຍ! 43ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ? 44ພໍ​ແຕ່​ຂ້ານ້ອຍ​ໄດ້​ຍິນ​ສຽງ​ທັກທາຍ​ຂອງ​ນາງ ລູກ​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ກໍ​ດີ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ. 45ພອນ​ນັ້ນ​ເປັນ​ຂອງ​ນາງ​ທີ່​ເຊື່ອ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ນາງ!”
ບົດເພງ​ຂອງ​ນາງ​ມາຣີ
(1ຊມອ 2:1-10)
46ແລະ ນາງ​ມາຣີ​ຈຶ່ງ​ກ່າວ​ວ່າ:
“ຈິດໃຈ​ຂອງ​ຂ້ານ້ອຍ​ຍົກຍ້ອງ​ອົງພຣະຜູ້ເປັນເຈົ້າ
47ແລະ ຈິດວິນຍານ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,
48ເພາະ​ພຣະອົງ​ໄດ້​ໃສ່​ໃຈ
ຕໍ່​ຖານະ​ອັນ​ຕ່ຳຕ້ອຍ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ.
ຈາກ​ນີ້​ໄປ​ຄົນ​ທຸກ​ຍຸກ​ຈະ​ເອີ້ນ​ຂ້ານ້ອຍ​ວ່າ​ຜູ້​ໄດ້​ຮັບ​ພອນ,
49ເພາະ​ວ່າ​ພຣະອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ເພື່ອ​ຂ້ານ້ອຍ
ນາມ​ຂອງ​ພຣະອົງ​ບໍລິສຸດ.
50ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ແຜ່​ມາ​ເຖິງ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ,
ຈາກ​ຄົນ​ຊົ່ວ​ອາຍຸ​ນີ້​ໄປ​ຫາ​ຄົນ​ຊົ່ວ​ອາຍຸ​ໜ້າ.
51ພຣະອົງ​ກະທຳ​ການ​ຍິ່ງໃຫຍ່​ດ້ວຍ​ແຂນ​ຂອງ​ພຣະອົງ,
ພຣະອົງ​ເຮັດ​ໃຫ້​ຄົນ​ທີ່​ມີ​ໃຈ​ອວດອ້າງ​ຈອງຫອງ​ກະຈັດກະຈາຍ​ໄປ.
52ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ
ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.
53ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ສິ່ງ​ດີ
ແຕ່​ສົ່ງ​ຄົນ​ຮັ່ງມີ​ໜີ​ໄປ​ມື​ເປົ່າ.
54ພຣະອົງ​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ
ໂດຍ​ພຣະອົງ​ບໍ່​ລືມ​ທີ່​ຈະ​ເມດຕາ
55ຕໍ່​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ,
ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ”.
56ນາງ​ມາຣີ​ໄດ້​ພັກເຊົາ​ຢູ່​ກັບ​ເອລີຊາເບັດ​ປະມານ​ສາມ​ເດືອນ​ແລ້ວ​ຈຶ່ງ​ກັບ​ເຮືອນ.
ການ​ເກີດ​ຂອງ​ໂຢຮັນ​ບັບຕິສະໂຕ
57ເມື່ອ​ເຖິງ​ກຳນົດ​ເວລາ​ທີ່​ນາງ​ເອລີຊາເບັດ​ຈະ​ເກີດ​ລູກ, ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ. 58ບັນດາ​ເພື່ອນ​ບ້ານ ແລະ ຍາດພີ່ນ້ອງ​ຂອງ​ນາງ​ໄດ້​ຍິນ​ວ່າ​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ນາງ ແລະ ພວກເຂົາ​ກໍ​ໄດ້​ມາ​ຮ່ວມ​ຍິນດີ​ກັບ​ນາງ.
59ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່, 60ແຕ່​ແມ່​ຂອງ​ເດັກນ້ອຍ​ໄດ້​ທ້ວງ​ຂຶ້ນ​ວ່າ, “ບໍ່​ໄດ້! ລາວ​ຕ້ອງ​ມີ​ຊື່​ວ່າ​ໂຢຮັນ”.
61ພວກເຂົາ​ກ່າວ​ກັບ​ນາງ​ວ່າ, “ໃນ​ບັນດາ​ຍາດພີ່ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ຜູ້ໃດ​ທີ່​ໃຊ້​ຊື່​ນັ້ນ”.
62ແລ້ວ​ພວກເຂົາ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ເພື່ອ​ຕ້ອງການ​ຮູ້​ວ່າ​ເພິ່ນ​ຢາກ​ຕັ້ງ​ຊື່​ລູກ​ວ່າ​ແນວໃດ. 63ເພິ່ນ​ຈຶ່ງ​ຂໍ​ໃຫ້​ເອົາ​ແຜ່ນກະດານ​ມາ​ແລ້ວ​ຂຽນ​ລົງ​ໄປ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ” ເຊິ່ງ​ສ້າງ​ຄວາມປະຫລາດໃຈ​ແກ່​ທຸກຄົນ. 64ໃນ​ທັນໃດ​ນັ້ນ ປາກ​ຂອງ​ເພິ່ນ​ກໍ​ເປີດ​ອອກ ແລະ ລີ້ນ​ຂອງ​ເພິ່ນ​ກໍ​ເຊົາ​ຕິດຂັດ ແລ້ວ​ເພິ່ນ​ກໍ​ເລີ່ມ​ກ່າວ ແລະ ສັນລະເສີນ​ພຣະເຈົ້າ. 65ເພື່ອນ​ບ້ານ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ ແລະ ຄົນ​ທັງຫລາຍ​ກໍ​ພາກັນ​ເວົ້າ​ເຖິງ​ເລື່ອງ​ເຫລົ່ານີ້​ໄປ​ທົ່ວ​ເຂດ​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ. 66ທຸກຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຕ່າງ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ແລ້ວ​ເດັກນ້ອຍ​ຄົນ​ນີ້​ຈະ​ເປັນ​ແນວໃດ​ນໍ?” ເພາະ​ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຢູ່​ນຳ​ລາວ.
ບົດເພງ​ຂອງ​ເຊກາຣີຢາ
67ຝ່າຍ​ເຊກາຣີຢາ​ຜູ້​ເປັນ​ພໍ່​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ທຳນວາຍ​ວ່າ:
68ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ,
ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.
69ພຣະອົງ​ຍົກຊູ​ເຂົາສັດ#1:69 ເຂົາສັດ​ໃນ​ຂໍ້​ນີ້​ເປັນ​ສັນຍາລັກ​ຂອງ​ກະສັດ​ຜູ້​ມີ​ພະລັງ​ແຫ່ງ​ຄວາມພົ້ນ​ສຳລັບ​ພວກເຮົາ
ໃນ​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ
70(ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ຜ່ານ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງແຕ່​ສະໄໝ​ບູຮານ),
71ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ຂອງ​ພວກເຮົາ
ແລະ ພົ້ນ​ຈາກ​ມື​ຂອງ​ທຸກຄົນ​ທີ່​ກຽດຊັງ​ພວກເຮົາ
72ເພື່ອ​ສະແດງ​ຄວາມເມດຕາ​ຕໍ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ
ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ພັນທະສັນຍາ​ອັນ​ບໍລິສຸດ​ຂອງ​ພຣະອົງ,
73ຄຳສາບານ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຄື:
74ຈະ​ກອບກູ້​ພວກເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ຂອງ​ພວກເຮົາ,
ແລະ ໃຫ້​ພວກເຮົາ​ສາມາດ​ຮັບໃຊ້​ພຣະອົງ​ໂດຍ​ປາດສະຈາກ​ຄວາມຢ້ານ
75ໃນ​ຄວາມບໍລິສຸດ ແລະ ຄວາມຊອບທຳ​ຕໍ່ໜ້າ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກເຮົາ.
76“ແລະ ສ່ວນ​ເຈົ້າ, ລູກ​ຂອງ​ພໍ່, ເຈົ້າ​ຈະ​ໄດ້​ຊື່​ວ່າ​ຜູ້ທຳນວາຍ​ຂອງ​ອົງ​ສູງສຸດ,
ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນໜ້າ​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຈັດຕຽມ​ທາງ​ສຳລັບ​ພຣະອົງ,
77ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ
ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,
78ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ,
ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ
79ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ
ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ,
ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.
80ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.

ទើបបានជ្រើសរើសហើយ៖

ລູກາ 1: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល