1
ມາຣະໂກ 10:45
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເພາະແມ່ນແຕ່ບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ແຕ່ມາເພື່ອຮັບໃຊ້, ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”.
ប្រៀបធៀប
រុករក ມາຣະໂກ 10:45
2
ມາຣະໂກ 10:27
ພຣະເຢຊູເຈົ້າແນມເບິ່ງພວກເພິ່ນ ແລະ ກ່າວວ່າ, “ສຳລັບມະນຸດກໍເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າທຸກສິ່ງເປັນໄປໄດ້”.
រុករក ມາຣະໂກ 10:27
3
ມາຣະໂກ 10:52
ພຣະເຢຊູເຈົ້າກ່າວວ່າ, “ໄປສາ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນທັນໃດນັ້ນລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປຕາມທາງ.
រុករក ມາຣະໂກ 10:52
4
ມາຣະໂກ 10:9
ເຫດສະນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ”.
រុករក ມາຣະໂກ 10:9
5
ມາຣະໂກ 10:21
ພຣະເຢຊູເຈົ້າແນມເບິ່ງລາວດ້ວຍຄວາມຮັກ ແລະ ກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປ, ຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”.
រុករក ມາຣະໂກ 10:21
6
ມາຣະໂກ 10:51
ພຣະອົງຖາມລາວວ່າ, “ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຈຶ່ງຕອບວ່າ, “ອາຈານເອີຍ, ຂ້ານ້ອຍຢາກເບິ່ງເຫັນ”.
រុករក ມາຣະໂກ 10:51
7
ມາຣະໂກ 10:43
ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ພວກເຈົ້າທັງຫລາຍ
រុករក ມາຣະໂກ 10:43
8
ມາຣະໂກ 10:15
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”.
រុករក ມາຣະໂກ 10:15
9
ມາຣະໂກ 10:31
ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ປາຍຈະກັບເປັນຜູ້ຕົ້ນ”.
រុករក ມາຣະໂກ 10:31
10
ມາຣະໂກ 10:6-8
ຕັ້ງແຕ່ເລີ່ມຕົ້ນທີ່ສ້າງໂລກນັ້ນ ພຣະເຈົ້າ ‘ໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ’. ‘ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລະ ໄປຜູກພັນຢູ່ກັບເມຍຂອງຕົນ ແລະ ພວກເຂົາທັງສອງກໍເປັນກາຍດຽວກັນ’. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ເປັນສອງອີກຕໍ່ໄປ ແຕ່ເປັນກາຍດຽວກັນ.
រុករក ມາຣະໂກ 10:6-8
គេហ៍
ព្រះគម្ពីរ
គម្រោងអាន
វីដេអូ