ປະຖົມມະການ 35

35
ຢາໂຄບ​ກັບ​ຄືນ​ໄປ​ເບັດເອນ
1ຫລັງຈາກ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ແກ່​ຢາໂຄບ​ວ່າ, “ຈົ່ງ​ຂຶ້ນ​ໄປ​ຍັງ​ເບັດເອນ ແລ້ວ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນັ້ນ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ປາກົດ​ແກ່​ເຈົ້າ​ເມື່ອ​ເຈົ້າ​ປົບໜີ​ຈາກ​ເອຊາວ​ອ້າຍ​ຂອງ​ເຈົ້າ”.
2ດັ່ງນັ້ນ ຢາໂຄບ​ຈຶ່ງ​ໄດ້​ເວົ້າ​ກັບ​ຄອບຄົວ​ຂອງ​ລາວ ແລະ ທຸກຄົນ​ທີ່​ຢູ່​ກັບ​ລາວ​ວ່າ, “ຈົ່ງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງດ້າວ​ທີ່​ພວກເຈົ້າ​ມີ​ຢູ່​ກັບ​ພວກເຈົ້າ ແລະ ຊຳລະ​ພວກເຈົ້າ​ເອງ​ໃຫ້​ບໍລິສຸດ ແລະ ປ່ຽນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ. 3ແລ້ວ​ຈົ່ງ​ມາ ໃຫ້​ພວກເຮົາ​ຂຶ້ນ​ໄປ​ທີ່​ເບັດເອນ, ບ່ອນ​ທີ່​ເຮົາ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ຕອບ​ຄຳອະທິຖານ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ມີ​ຄວາມໂສກເສົ້າ ແລະ ຜູ້​ໄດ້​ຢູ່​ກັບ​ເຮົາ​ໃນ​ທຸກບ່ອນ​ທີ່​ເຮົາ​ໄປ”. 4ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອົາ​ພະ​ຂອງ​ຊາວ​ຕ່າງດ້າວ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ແລະ ປົດ​ຕຸ້ມຫູ​ຂອງ​ພວກເຂົາ​ມາ​ມອບ​ໃຫ້​ຢາໂຄບ ແລະ ຢາໂຄບ​ກໍ​ຝັງ​ເຄື່ອງ​ເຫລົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຊີເຄມ. 5ຫລັງຈາກ​ນັ້ນ ພວກເຂົາ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ ຊາວ​ເມືອງ​ທີ່​ຢູ່​ອ້ອມຂ້າງ​ພວກເຂົາ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າ ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ໄລ່​ຕາມ​ພວກເຂົາ​ໄປ.
6ຢາໂຄບ ແລະ ປະຊາຊົນ​ທັງໝົດ​ທີ່​ຮ່ວມ​ເດີນທາງ​ກັບ​ລາວ​ກໍ​ໄດ້​ມາ​ເຖິງ​ເມືອງ​ລູເຊ (ຄື​ເບັດເອນ) ໃນ​ດິນແດນ​ການາອານ. 7ຢູ່​ທີ່​ນັ້ນ​ລາວ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ ເອີ້ນ​ບ່ອນ​ນັ້ນ​ວ່າ​ເອນເບັດເອນ,#35:7 ແປ​ວ່າ ພຣະເຈົ້າ​ແຫ່ງ​ເບັດເອນ ເພາະ​ວ່າ​ພຣະເຈົ້າ​ໄດ້​ເປີດເຜີຍ​ພຣະອົງ​ເອງ​ແກ່​ລາວ​ຢູ່​ທີ່​ນັ້ນ​ເມື່ອ​ເວລາ​ທີ່​ລາວ​ກຳລັງ​ໜີ​ຈາກ​ອ້າຍ​ຂອງ​ລາວ.
8ບັດນີ້ ເດໂບຣາ ເອື້ອຍລ້ຽງ​ຂອງ​ເຣເບກາ ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຢູ່​ນອກ​ເມືອງ​ເບັດເອນ. ດັ່ງນັ້ນ ທີ່​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ອານໂລນບາຄູດ.#35:8 ແປ​ວ່າ ຕົ້ນໄມ້​ໃຫຍ່​ແຫ່ງ​ການຮ້ອງໄຫ້
9ຫລັງ​ຈາກ​ຢາໂຄບ​ໄດ້​ກັບ​ມາ​ຈາກ​ປັດດານອາຣາມ,#35:9 ນັ້ນ​ແມ່ນ ຢູ່​ທາງ​ຕາເວັນຕົກ​ສ່ຽງເໜືອ​ຂອງ​ເມໂຊໂປຕາເມຍ; ເໝືອນກັນ ໃນ ຂໍ້ 26 ພຣະເຈົ້າ​ໄດ້​ປາກົດ​ແກ່​ລາວ​ອີກ ແລະ ໄດ້​ອວຍພອນ​ລາວ. 10ພຣະເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຊື່​ຂອງ​ເຈົ້າ​ແມ່ນ​ຢາໂຄບ,#35:10 ອາດ​ມີ​ຄວາມໝາຍ​ວ່າ ລາວ​ຈັບ​ສົ້ນ​ຕີນ (ເປັນ​ສຳນວນ​ໃນ​ພາສາ​ເຮັບເຣີ​ທີ່​ແປ​ວ່າ, ລາວ​ຫລອກລວງ) ແຕ່​ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ຢາໂຄບ​ອີກ​ຕໍ່ໄປ; ຊື່​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ອິດສະຣາເອນ,#35:10 ອາດ​ມີ​ຄວາມໝາຍ​ວ່າ ລາວ​ຕໍ່ສູ້​ກັບ​ພຣະເຈົ້າ” ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ອິດສະຣາເອນ.
11ແລະ ພຣະເຈົ້າ​ກໍ​ໄດ້​ກ່າວ​ແກ່​ລາວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່;#35:11 ພາສາ​ເຮັບເຣີ​ວ່າ ແອວຊາດາຍ ຈົ່ງ​ມີ​ລູກ​ຫລານ​ຈຳນວນ​ຫລວງຫລາຍ ແລະ ເພີ່ມ​ທະວີ​ຈຳນວນ​ຂຶ້ນ. ຊົນຊາດ ແລະ ຊຸມຊົນ​ຂອງ​ຫລາຍ​ຊົນຊາດ​ຈະ​ເກີດ​ມາ​ຈາກ​ເຈົ້າ ແລະ ກະສັດ​ທັງຫລາຍ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ເຈົ້າ. 12ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ອັບຣາຮາມ ແລະ ອີຊາກ​ນັ້ນ ເຮົາ​ກໍ​ມອບ​ໃຫ້​ແກ່​ເຈົ້າ​ເໝືອນກັນ ແລະ ເຮົາ​ກໍ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ດ້ວຍ”. 13ແລ້ວ​ພຣະເຈົ້າ​ກໍ​ໄດ້​ຂຶ້ນ​ໄປ​ຈາກ​ລາວ​ຄື​ຈາກ​ບ່ອນ​ທີ່​ພຣະອົງ​ໄດ້​ກ່າວ​ກັບ​ລາວ​ນັ້ນ.
14ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ຂຶ້ນ​ໜຶ່ງ​ເສົາ​ໃສ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ ແລະ ລາວ​ກໍ​ໄດ້​ເທ​ເຄື່ອງດື່ມ​ຖວາຍບູຊາ​ລົງ​ເທິງ​ເສົາ​ນັ້ນ; ລາວ​ຍັງ​ໄດ້​ເທ​ນ້ຳມັນ​ລົງ​ເທິງ​ເສົາ​ນັ້ນ​ເໝືອນກັນ. 15ຢາໂຄບ​ໄດ້​ເອີ້ນ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ​ນັ້ນ​ວ່າ​ເບັດເອນ.#35:15 ແປ​ວ່າ ເຮືອນ​ຂອງ​ພຣະເຈົ້າ
ການ​ຕາຍ​ຂອງ​ນາງ​ຣາເຊັນ ແລະ ອີຊາກ
(1ຂຄ 2:1-2)
16ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ຍົກຍ້າຍ​ອອກ​ຈາກ​ເບັດເອນ. ໃນ​ຂະນະ​ທີ່​ພວກເຂົາ​ຍັງ​ຢູ່​ໄລຍະ​ຫ່າງໄກ​ຈາກ​ເອຟຣາທາ​ຢູ່, ນາງ​ຣາເຊັນ​ກໍ​ເລີ່ມ​ເຈັບ​ທ້ອງ​ເກີດລູກ ແລະ ນາງ​ໄດ້​ເຈັບປວດ​ຫລາຍ​ທີ່​ສຸດ. 17ແລະ ໃນ​ຂະນະ​ທີ່​ນາງ​ມີ​ຄວາມເຈັບປວດ​ຫລາຍ​ທີ່​ສຸດ​ໃນ​ການ​ເຈັບທ້ອງ​ເກີດລູກ​ຢູ່​ນັ້ນ, ໝໍຕຳແຍ​ກໍ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຈົ້າ​ໄດ້​ລູກຊາຍ​ອີກ​ຄົນ​ໜຶ່ງ”. 18ໃນຂະນະ​ທີ່​ນາງ​ໃກ້​ຈະ​ໝົດ​ລົມຫາຍໃຈ ຄື​ນາງ​ກຳລັງ​ຈະ​ຕາຍ​ນັ້ນ ນາງ​ກໍ​ໄດ້​ຕັ້ງຊື່​ໃຫ້​ລູກຊາຍ​ຂອງ​ນາງ​ວ່າ​ເບັນໂອນີ.#35:18 ມີ​ຄວາມໝາຍ​ວ່າ ລູກຊາຍ​ແຫ່ງ​ຄວາມເຈັບປວດ​ຂອງ​ເຮົາ ແຕ່​ພໍ່​ຂອງ​ລາວ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ເບັນຢາມິນ.#35:18 ມີ​ຄວາມໝາຍ​ວ່າ ລູກຊາຍ​ແຫ່ງ​ມື​ຂວາ​ຂອງ​ເຮົາ
19ດັ່ງນັ້ນ ນາງ​ຣາເຊັນ​ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ແຄມ​ທາງ​ທີ່​ຈະ​ໄປ​ເອຟຣາທາ (ຄື​ເບັດເລເຮັມ). 20ຢາໂຄບ​ໄດ້​ຕັ້ງ​ເສົາ​ໃສ່​ເທິງ​ຂຸມ​ຝັງສົບ​ຂອງ​ນາງ​ເສົາ​ໜຶ່ງ ແລະ ຈົນ​ເຖິງ​ທຸກ​ວັນ​ນີ້​ເສົາ​ນັ້ນ​ຈຶ່ງ​ເປັນ​ເຄື່ອງໝາຍ​ຂອງ​ຂຸມ​ຝັງສົບ​ຂອງ​ນາງ​ຣາເຊັນ.
21ອິດສະຣາເອນ​ໄດ້​ຍົກຍ້າຍ​ອອກ​ໄປ​ອີກ ແລະ ໄດ້​ຕັ້ງ​ເຕັນ​ຂອງ​ລາວ​ຂຶ້ນ​ຢູ່​ກາຍ​ຈາກ​ມິກດັນເອເດ​ໄປ. 22ໃນ​ຂະນະ​ທີ່​ອິດສະຣາເອນ​ຍັງ​ອາໄສ​ຢູ່​ໃນ​ທ້ອງຖິ່ນ​ນັ້ນ, ຣູເບັນ​ກໍ​ເຂົ້າ​ໄປ​ໃນ ແລະ ຮ່ວມ​ຫລັບນອນ​ກັບ​ນາງ​ບິນຮາ ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ລາວ ແລະ ອິດສະຣາເອນ​ກໍ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້.
ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ​ຄື:
23ລູກຊາຍ​ຂອງ​ເລອາ​ມີ​ຄື:
ຣູເບັນ​ລູກຊາຍ​ກົກ​ຂອງ​ຢາໂຄບ,
ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ ເຊບູໂລນ.
24ລູກຊາຍ​ຂອງ​ນາງ​ຣາເຊັນ​ມີ​ຄື:
ໂຢເຊັບ ແລະ ເບັນຢາມິນ.
25ລູກຊາຍ​ຂອງ​ນາງ​ບິນຮາ​ຄົນຮັບໃຊ້​ຂອງ​ນາງ​ຣາເຊັນ​ມີ​ຄື:
ດານ ແລະ ເນບທາລີ.
26ລູກຊາຍ​ຂອງ​ນາງ​ຊີລະປາ​ຄົນຮັບໃຊ້​ຂອງ​ນາງ​ເລອາ​ມີ​ຄື:
ກາດ ແລະ ອາເຊ.
ທັງໝົດ​ນີ້​ຄື​ບັນດາ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ເກີດ​ໃຫ້​ລາວ​ໃນ​ປັດດານອາຣາມ.
27ຢາໂຄບ​ໄດ້​ກັບ​ມາ​ທີ່​ເຮືອນ​ອີຊາກ​ພໍ່​ຂອງ​ລາວ​ຢູ່​ທີ່​ມຳເຣ ເຊິ່ງ​ຢູ່​ໃກ້​ກິຣິອາດອາກບາ (ຄື​ເມືອງ​ເຮັບໂຣນ), ບ່ອນ​ທີ່​ອັບຣາຮາມ ແລະ ອີຊາກ​ໄດ້​ອາໄສ​ຢູ່. 28ອີຊາກ​ມີ​ຊີວິດ​ຢູ່ 180 ປີ. 29ແລ້ວ​ອີຊາກ​ກໍ​ໄດ້​ໝົດ​ລົມ​ຫາຍໃຈ ແລະ ໄດ້​ຕາຍ​ໄປ ແລ້ວ​ກໍ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ຂອງ​ເພິ່ນ, ເພິ່ນ​ຕາຍ​ໄປ​ເມື່ອ​ເຖົ້າແກ່​ຫລາຍ​ແລ້ວ. ແລ້ວ​ເອຊາວ​ກັບ​ຢາໂຄບ​ຜູ້​ເປັນ​ລູກຊາຍ​ກໍ​ໄດ້​ຝັງສົບ​ຂອງ​ເພິ່ນ.

اکنون انتخاب شده:

ປະຖົມມະການ 35: LCV

های‌لایت

به اشتراک گذاشتن

مقایسه

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید