ປະຖົມມະການ 36

36
ເຊື້ອສາຍ​ຂອງ​ເອຊາວ
(1ຂຄ 1:35-42)
1ນີ້​ແມ່ນ​ເລື່ອງລາວ​ຂອງ​ເຊື້ອສາຍ​ຂອງ​ເອຊາວ (ຄື​ເອໂດມ).
2ເອຊາວ​ໄດ້​ເອົາ​ຍິງ​ຊາວ​ການາອານ​ມາ​ເປັນ​ເມຍ​ຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວຮິດຕີ, ນາງ​ໂອໂຮລີບາມາ​ລູກສາວ​ຂອງ​ອານາ ຜູ້​ເປັນ​ຫລານສາວ​ຂອງ​ຊີເບໂອນ​ຊາວຮີວີ 3ແລະ ນາງ​ບາເສມາດ​ຜູ້​ເປັນ​ລູກສາວ​ຂອງ​ອິດຊະມາເອນ ເຊິ່ງ​ເປັນ​ນ້ອງສາວ​ຂອງ​ເນບາໂຢດ.
4ນາງ​ອາດາ​ໄດ້​ໃຫ້​ກຳເນີດ​ເອລີຟັດ​ແກ່​ເອຊາວ, ນາງ​ບາເສມາດ​ໄດ້​ໃຫ້​ກຳເນີດ​ເຣອູເອນ 5ແລະ ນາງ​ໂອໂຮລີບາມາ​ໄດ້​ໃຫ້​ກຳເນີດ​ເຢອຸດ, ຢາລາມ ແລະ ໂກຣາ. ທັງໝົດ​ນີ້​ແມ່ນ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ໃຫ້​ລາວ​ໃນ​ການາອານ.
6ເອຊາວ​ໄດ້​ພາ​ບັນດາ​ເມຍ, ບັນດາ​ລູກຊາຍ, ບັນດາ​ລູກສາວ ແລະ ສະມາຊິກ​ທັງໝົດ​ໃນ​ຄົວເຮືອນ​ຂອງ​ລາວ ພ້ອມ​ທັງ​ສັດລ້ຽງ ແລະ ຝູງ​ສັດ​ອື່ນໆ​ທັງໝົດ​ຂອງ​ລາວ ແລະ ສິ່ງຂອງ​ທັງໝົດ​ທີ່​ຫາ​ມາ​ໄດ້​ໃນ​ການາອານ ແລະ ໄດ້​ຍົກຍ້າຍ​ໄປ​ຍັງ​ດິນແດນ​ໜຶ່ງ ເຊິ່ງ​ຢູ່​ຫ່າງໄກ​ຈາກ​ຢາໂຄບ​ນ້ອງຊາຍ​ຂອງ​ຕົນ. 7ຊັບສົມບັດ​ຂອງ​ພວກເຂົາ​ນັ້ນ​ມີ​ຫລາຍ​ເກີນ​ກວ່າ​ທີ່​ພວກເຂົາ​ຈະ​ຢູ່​ຮ່ວມ​ກັນ​ໄດ້; ດິນແດນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ອາໄສ​ຢູ່​ນັ້ນ​ບໍ່​ສາມາດ​ຮອງຮັບ​ພວກເຂົາ​ທັງສອງ​ໄດ້ ເພາະ​ສັດລ້ຽງ​ຂອງ​ພວກເຂົາ. 8ດັ່ງນັ້ນ ເອຊາວ (ຄື​ເອໂດມ) ຈຶ່ງ​ໄດ້​ໄປ​ຕັ້ງຖິ່ນຖານ​ຢູ່​ທີ່​ເນີນພູ​ເສອີ.
9ນີ້​ແມ່ນ​ເລື່ອງລາວ​ຂອງ​ເຊື້ອສາຍ​ຂອງ​ເອຊາວ​ບັນພະບຸລຸດ​ຂອງ​ຊາວ​ເອໂດມ​ຢູ່​ທີ່​ເນີນພູ​ເສອີ.
10ຕໍ່ໄປ​ນີ້​ແມ່ນ​ຊື່​ລູກຊາຍ​ຂອງ​ເອຊາວ​ຄື:
ເອລີຟັດ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ອາດາ​ເມຍ​ຂອງ​ລາວ, ເຣອູເອນ​ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ບາເສມາດ​ເມຍ​ຂອງ​ລາວ.
11ລູກຊາຍ​ຂອງ​ເອລີຟັດ​ມີ​ຄື:
ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະ ເກນາດ. 12ເອລີຟັດ​ລູກຊາຍ​ຂອງ​ເອຊາວ​ກໍ​ຍັງ​ມີ​ເມຍນ້ອຍ​ຊື່​ວ່າ​ນາງ​ຕິມນາ, ຜູ້​ໃຫ້​ກຳເນີດ​ອາມາເຫລັກ​ແກ່​ລາວ. ຄົນ​ເຫລົ່ານີ້​ເປັນ​ຫລານຊາຍ​ຂອງ​ນາງ​ອາດາ​ເມຍ​ຂອງ​ເອຊາວ.
13ລູກຊາຍ​ຂອງ​ເຣອູເອນ​ມີ​ຄື:
ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ. ຄົນ​ເຫລົ່ານີ້​ເປັນ​ຫລານຊາຍ​ຂອງ​ນາງ​ບາເສມາດ​ເມຍ​ຂອງ​ເອຊາວ.
14ລູກຊາຍ​ຂອງ​ເອຊາວ​ທີ່​ເກີດ​ຈາກ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ ຜູ້​ເປັນ​ລູກສາວ​ຂອງ​ອານາ ແລະ ເປັນ​ຫລານສາວ​ຂອງ​ຊີເບໂອນ ເຊິ່ງ​ນາງ​ໄດ້​ເກີດ​ໃຫ້​ເອຊາວ​ມີ​ຄື:
ເຢອຸດ, ຢາລາມ ແລະ ໂກຣາ.
15ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຫົວໜ້າ​ທີ່​ຢູ່​ໃນ​ເຊື້ອສາຍ​ຂອງ​ເອຊາວ​ຄື:
ລູກຊາຍ​ຂອງ​ເອລີຟັດ​ຜູ້​ເປັນ​ລູກຊາຍ​ກົກ​ຂອງ​ເອຊາວ​ມີ​ຄື:
ຫົວໜ້າ​ເຕມານ, ໂອມາກ, ເຊໂຟ, ເກນາດ 16ໂກຣາ#36:16 ສະບັບ​ພຣະຄຳພີ​ໂຕຣາ​ຊາມາຣີຕັນ​ວ່າ​ບໍ່​ມີ​ຄຳ​ວ່າ ໂກຣາ (ເບິ່ງ​ຂໍ້11 ແລະ 1ຂຄ 1:36) ຄາຕາມ ແລະ ອາມາເຫລັກ. ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ເອລີຟັດ​ໃນ​ເອໂດມ; ພວກເຂົາ​ເປັນ​ຫລານຊາຍ​ຂອງ​ນາງ​ອາດາ.
17ລູກຊາຍ​ຂອງ​ເຣອູເອນ​ຜູ້​ເປັນ​ລູກ​ຂອງ​ເອຊາວ​ມີ​ຄື:
ຫົວໜ້າ​ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ, ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ເຣອູເອນ​ໃນ​ເອໂດມ; ພວກເຂົາ​ເປັນ ຫລານຊາຍ​ຂອງ​ນາງ​ບາເສມາດ​ເມຍ​ຂອງ​ເອຊາວ.
18ລູກຊາຍ​ຂອງ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ​ມີ​ຄື:
ຫົວໜ້າ​ເຢອຸດ, ຢາລາມ ແລະ ໂກຣາ. ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາ​ຈາກ​ນາງ​ໂອໂຮລີບາມາ​ເມຍ​ຂອງ​ເອຊາວ​ຜູ້​ເປັນ​ລູກສາວ​ຂອງ​ອານາ.
19ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເອຊາວ (ຄື​ເອໂດມ) ແລະ ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຂອງ​ພວກເຂົາ.
20ຕໍ່ໄປ​ນີ້​ແມ່ນ​ລູກຊາຍ​ຂອງ​ເສອີ​ຊາວໂຮຣີ ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ນັ້ນ​ມີ​ຄື:
ໂລຕັນ, ໂຊບານ, ຊີເບໂອນ, ອານາ, 21ດີໂຊນ, ເອເຊ ແລະ ດີຊານ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເສອີ​ໃນ​ເອໂດມ ເຊິ່ງ​ເປັນ​ຫົວໜ້າ​ຂອງ​ຊາວ​ໂຮຣີ.
22ລູກຊາຍ​ຂອງ​ໂລຕັນ​ມີ​ຄື:
ໂຮຣີ ແລະ ໂຮມາມ.#36:22 ພາສາ​ເຮັບເຣີ​ວ່າ ເຮມາມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ໂຮມາມ (ເບິ່ງ 1ຂຄ 1:39) ຕີມນາ​ເປັນ​ນ້ອງສາວ​ຂອງ​ໂລຕັນ.
23ລູກຊາຍ​ຂອງ​ໂຊບານ​ມີ​ຄື:
ອັນວານ, ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ.
24ລູກຊາຍ​ຂອງ​ຊີເບໂອນ​ມີ​ຄື:
ອາອີຢາ ແລະ ອານາ. (ນີ້​ແມ່ນ​ອານາ​ຜູ້​ຄົ້ນພົບ​ບໍ່ນ້ຳພຸ​ຮ້ອນ#36:24 ສະບັບ ພາສາ​ອາຣາມິກ​ວ່າ ຄົ້ນພົບ​ນ້ຳ ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ມີ​ຄວາມໝາຍ​ບໍ່​ຊັດເຈນ​ໃນ​ທະເລຊາຍ​ຂະນະ​ທີ່​ລ້ຽງ​ຝູງລໍ​ຂອງ​ຊີເບໂອນ​ຜູ້​ເປັນ​ພໍ່​ຂອງ​ຕົນ.)
25ລູກຫລານ​ຂອງ​ອານາ​ມີ​ຄື:
ດີໂຊນ ແລະ ໂອໂຮລີບາມາ​ລູກສາວ​ຂອງ​ອານາ.
26ລູກຊາຍ​ຂອງ​ດີໂຊນ#36:26 ພາສາ​ເຮັບເຣີ​ວ່າ ດີຊານ ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ດີໂຊນ​ມີ​ຄື:
ເຮັມດານ, ເອັດຊະບານ, ອິທະຣານ ແລະ ເກຣານ.
27ລູກຊາຍ​ຂອງ​ເອເຊ​ມີ​ຄື:
ບິນຮານ, ຊາອາວານ ແລະ ອາການ.
28ລູກຊາຍ​ຂອງ​ດີຊານ​ມີ​ຄື:
ອູເຊ ແລະ ອາຣານ.
29ຄົນ​ເຫລົ່ານີ້​ແມ່ນ​ຫົວໜ້າ​ຂອງ​ຊາວ​ໂຮຣີ​ມີ​ຄື:
ໂລຕັນ, ໂຊບານ, ຊີເບໂອນ, ອານາ, 30ດີໂຊນ, ເອເຊ ແລະ ດີຊານ.
ທັງໝົດ​ເຫລົ່ານີ້​ແມ່ນ​ຫົວໜ້າ​ຂອງ​ຊາວ​ໂຮຣີ, ຕາມ​ກອງ​ຕ່າງໆ​ຂອງ​ພວກເຂົາ ໃນ​ດິນແດນ​ເສອີ.
ບັນດາ​ຜູ້ປົກຄອງ​ແຫ່ງ​ເອໂດມ
(1ຂຄ 1:43-54)
31ຕໍ່ໄປ​ນີ້​ແມ່ນ​ບັນດາ​ກະສັດ​ທີ່​ປົກຄອງ​ໃນ​ເອໂດມ​ກ່ອນ​ທີ່​ຈະ​ມີ​ກະສັດ​ຄົນ​ໃດ​ຂອງ​ອິດສະຣາເອນ​ຂຶ້ນ​ປົກຄອງ:
32ເບລາ ລູກຊາຍ​ຂອງ​ເບໂອ ໄດ້​ເປັນ​ກະສັດ​ຂອງ​ເອໂດມ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ດິນຮາບາ.
33ເມື່ອ​ເບລາ​ໄດ້​ຕາຍ​ໄປ, ໂຢບັບ​ລູກຊາຍ​ຂອງ​ເຊຣາ​ຈາກ​ໂບຊະຣາ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
34ເມື່ອ​ໂຢບັບ​ໄດ້​ຕາຍ​ໄປ, ຮູຊາມ​ຈາກ​ດິນແດນ​ຂອງ​ຊາວ​ເຕມານ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
35ເມື່ອ​ຮູຊາມ​ໄດ້​ຕາຍ​ໄປ, ຮາດັດ​ລູກຊາຍ​ຂອງ​ເບດັດ ຜູ້​ໄດ້​ເອົາຊະນະ​ມີດີອານ​ໃນ​ເມືອງ​ຂອງ​ໂມອາບ ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ອາວິດ.
36ເມື່ອ​ຮາດັດ​ໄດ້​ຕາຍ​ໄປ, ຊາມລາ​ຈາກ​ມັດເຣກາ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
37ເມື່ອ​ຊາມລາ​ໄດ້​ຕາຍ​ໄປ, ຊາອູນ​ຈາກ​ເຣໂຮໂບດ​ທີ່​ຢູ່​ຮິມ​ແມ່ນ້ຳ#36:37 ອາດ​ຈະ​ເປັນ​ແມ່ນ້ຳ​ເອີຟຣັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
38ເມື່ອ​ຊາອູນ​ໄດ້​ຕາຍ​ໄປ, ບາອານຮານານ​ລູກຊາຍ​ອັກໂບ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
39ເມື່ອ​ບາອານຮານານ​ລູກຊາຍ​ຂອງ​ອັກໂບ​ໄດ້​ຕາຍ​ໄປ, ຮາດັດ#36:39 ສຳເນົາ​ພາສາ​ເຮັບເຣີ​ດັ້ງເດີມ​ບາງ​ສະບັບ​ວ່າ ຮາດາເຣ (ເບິ່ງ 1ຂຄ 1:50)​ໄດ້​ຂຶ້ນ​ປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ປາອູ ແລະ ເມຍ​ຂອງ​ເພິ່ນ​ຊື່​ວ່າ​ເມເຫັດຕາເບັນ ລູກສາວ​ຂອງ​ມາດເຣດ ຜູ້​ເປັນ​ລູກສາວ​ຂອງ​ເມຊາຮາບ.
40ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ທີ່​ສືບເຊື້ອສາຍ​ມາຈາກ​ເອຊາວ, ໂດຍ​ມີ​ຊື່​ຕາມ​ຕະກຸນ ແລະ ເຂດ​ຕ່າງໆ​ຂອງ​ພວກເຂົາ​ຄື:
ຕິມນາ, ອານວາ, ເຢເທັດ,
41ໂອໂຮລີບາມາ, ເອລາ, ປີໂນນ,
42ເກນາດ, ເຕມານ, ມິບສາຣະ,
43ມັກດີເອນ ແລະ ອີຣາມ.
ຄົນ​ເຫລົ່ານີ້​ຄື​ຫົວໜ້າ​ຂອງ​ເອໂດມ, ແບ່ງ​ຕາມ​ການ​ຕັ້ງຖິ່ນຖານ​ຂອງ​ພວກເຂົາ​ໃນ​ດິນແດນ​ທີ່​ພວກເຂົາ​ໄດ້​ຢຶດຄອງ.
ນີ້​ຄື​ເຊື້ອສາຍ​ຂອງ​ເອຊາວ ບິດາ​ຂອງ​ຊາວ​ເອໂດມ.

اکنون انتخاب شده:

ປະຖົມມະການ 36: LCV

های‌لایت

به اشتراک گذاشتن

مقایسه

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید