ປະຖົມມະການ 34

34
ດີນາ​ກັບ​ຊາວ​ຊີເຄມ
1ບັດນີ້ ນາງ​ດີນາ​ລູກສາວ​ຂອງ​ນາງ​ເລອາ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ ໄດ້​ອອກ​ໄປ​ຢ້ຽມຢາມ​ບັນດາ​ແມ່ຍິງ​ໃນ​ດິນແດນ​ນັ້ນ. 2ເມື່ອ​ຊີເຄມ​ລູກຊາຍ​ຂອງ​ຮາໂມ​ຊາວຮີວີ ເຊິ່ງ​ເປັນ​ຜູ້ປົກຄອງ​ຂອງ​ເຂດ​ນັ້ນ ໄດ້​ເຫັນ​ນາງ, ລາວ​ໄດ້​ຈັບ​ນາງ​ໄປ ແລະ ໄດ້​ຂົ່ມຂືນ​ນາງ. 3ໃຈ​ຂອງ​ລາວ​ກໍ​ຜູກພັນ​ກັບ​ດີນາ​ລູກສາວ​ຂອງ​ຢາໂຄບ; ລາວ​ຮັກ​ຍິງ​ໜຸ່ມ​ນັ້ນ ແລະ ເວົ້າ​ອ່ອນຫວານ​ຕໍ່​ນາງ. 4ແລະ ຊີເຄມ​ກໍ​ໄດ້​ເວົ້າ​ຕໍ່​ຮາໂມ​ພໍ່​ຂອງ​ລາວ​ວ່າ, “ຂໍ​ໃຫ້​ພໍ່​ໄປ​ເອົາ​ຍິງສາວ​ຄົນ​ນີ້​ມາ​ເປັນ​ເມຍ​ລູກ”.
5ເມື່ອ​ຢາໂຄບ​ໄດ້​ຍິນ​ວ່າ​ນາງ​ດີນາ​ລູກສາວ​ຂອງ​ຕົນ​ເປັນມົນທິນ​ແລ້ວ, ບັນດາ​ລູກຊາຍ​ຂອງ​ລາວ​ກໍ​ຍັງ​ຢູ່​ທີ່​ທົ່ງນາ​ກັບ​ຝູງ​ສັດລ້ຽງ​ຂອງ​ຕົນ​ຢູ່; ດັ່ງນັ້ນ ຢາໂຄບ​ຈຶ່ງ​ບໍ່​ໄດ້​ເຮັດ​ສິ່ງໃດ​ກ່ຽວກັບ​ເລື່ອງ​ນີ້​ຈົນກວ່າ​ບັນດາ​ລູກຊາຍ​ກັບ​ມາ​ເຮືອນ.
6ຫລັງຈາກນັ້ນ ຮາໂມ​ພໍ່​ຂອງ​ຊີເຄມ​ກໍ​ໄດ້​ອອກ​ໄປ​ເວົ້າ​ກັບ​ຢາໂຄບ. 7ໃນ​ຂະນະ​ດຽວ​ກັນ​ນັ້ນ ບັນດາ​ລູກຊາຍ​ຂອງ​ຢາໂຄບ​ກໍ​ໄດ້​ກັບ​ມາ​ຈາກ​ທົ່ງນາ ທັນທີ​ທີ່​ພວກເຂົາ​ໄດ້​ຍິນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ, ພວກເຂົາ​ກໍ​ໄດ້​ຕື່ນ​ຕົກໃຈ ແລະ ໃຈຮ້າຍ​ແຮງ, ເພາະ​ຊີເຄມ​ໄດ້​ເຮັດ​ສິ່ງ​ຝ່າຝືນ​ຂຶ້ນ​ໃນ#34:7 ຫລື ຕໍ່​ອິດສະຣາເອນ ໂດຍ​ຮ່ວມ​ຫລັບນອນ​ກັບ​ລູກສາວ​ຂອງ​ຢາໂຄບ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ.
8ແຕ່​ຮາໂມ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຊີເຄມ​ລູກຊາຍ​ຂອງ​ຂ້ອຍ​ປັກໃຈ​ຢູ່​ກັບ​ລູກສາວ​ຂອງ​ເຈົ້າ. ກະລຸນາ​ມອບ​ນາງ​ໃຫ້​ເປັນ​ເມຍ​ຂອງ​ລາວ​ສາ. 9ໃຫ້​ພວກເຮົາ​ມາ​ແຕ່ງງານ​ກັນ; ເອົາ​ບັນດາ​ລູກສາວ​ຂອງ​ພວກເຈົ້າ​ໃຫ້​ພວກເຮົາ ແລະ ເອົາ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໄປ​ໃຫ້​ພວກເຈົ້າ. 10ພວກເຈົ້າ​ສາມາດ​ຕັ້ງຖິ່ນຖານ​ຢູ່​ທ່າມກາງ​ພວກເຮົາ; ດິນແດນ​ນີ້​ເປີດ​ໄວ້​ສຳລັບ​ພວກເຈົ້າ​ແລ້ວ. ເຊີນ​ອາໄສ​ຢູ່​ໃນ​ດິນແດນ​ນີ້, ເຮັດ​ຄ້າຂາຍ​ໃນ​ດິນແດນ​ນີ້​ກໍ​ໄດ້#34:10 ຫລື ໄປ​ມາ​ຢ່າງ​ເສລີ ເຊັ່ນ​ດຽວ​ກັບ​ຂໍ້ 21 ແລະ ເຂົ້າ​ຄອບຄອງ​ທີ່ດິນ​ໃນ​ດິນແດນ​ນີ້​ກໍ​ໄດ້”.
11ແລ້ວ​ຊີເຄມ​ຈຶ່ງ​ເວົ້າ​ກັບ​ພໍ່ ແລະ ບັນດາ​ອ້າຍ​ຂອງ​ດີນາ​ວ່າ, “ຂໍ​ໃຫ້​ພວກທ່ານ​ກະລຸນາ​ຂ້ານ້ອຍ​ດ້ວຍ, ແລ້ວ​ຂ້ານ້ອຍ​ຈະ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ພວກທ່ານ​ຂໍ​ມາ. 12ເຊີນ​ເອີ້ນ​ເອົາ​ຄ່າດອງ​ຂອງ​ເຈົ້າສາວ ແລະ ຂອງຂັວນ​ທີ່​ຂ້ານ້ອຍ​ຕ້ອງ​ນຳ​ມາ​ຫລາຍ​ເທົ່າ​ໃດ​ກໍ​ໄດ້​ຕາມ​ທີ່​ພວກທ່ານ​ມັກ ແລະ ຂ້ານ້ອຍ​ຈະ​ຈ່າຍ​ຕາມ​ທີ່​ພວກທ່ານ​ຂໍ​ມາ. ຂໍ​ແຕ່​ພຽງ​ຍົກ​ຍິງສາວ​ໃຫ້​ເປັນ​ເມຍ​ຂອງ​ຂ້ານ້ອຍ”.
13ເພາະ​ນາງ​ດີນາ​ນ້ອງສາວ​ຂອງ​ພວກເຂົາ​ເປັນມົນທິນ​ແລ້ວ, ບັນດາ​ລູກຊາຍ​ຂອງ​ຢາໂຄບ​ຈຶ່ງ​ໄດ້​ຕອບ​ຢ່າງ​ຫລອກລວງ​ຂະນະ​ທີ່​ພວກເຂົາ​ໂອ້​ລົມ​ກັບ​ຊີເຄມ ແລະ ຮາໂມ​ພໍ່​ຂອງ​ນາງ. 14ພວກເຂົາ​ໄດ້​ເວົ້າ​ຕໍ່​ຄົນ​ເຫລົ່ານັ້ນ​ວ່າ, “ພວກເຮົາ​ເຮັດ​ເຊັ່ນ​ນັ້ນ​ບໍ່​ໄດ້; ພວກເຮົາ​ບໍ່​ສາມາດ​ຍົກ​ນ້ອງສາວ​ຂອງ​ພວກເຮົາ​ໃຫ້​ແກ່​ຊາຍ​ທີ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ເພາະ​ຈະ​ຖື​ວ່າ​ເປັນ​ເລື່ອງ​ອັບອາຍ​ແກ່​ພວກເຮົາ. 15ພວກເຮົາ​ຈະ​ເຮັດ​ຕາມ​ຂໍ້ຕົກລົງ​ກັບ​ພວກເຈົ້າ​ກໍ​ໃນ​ເງື່ອນໄຂ​ດຽວ​ເທົ່ານັ້ນ​ຄື: ພວກເຈົ້າ​ຈະ​ຕ້ອງ​ເປັນ​ເໝືອນ​ພວກເຮົາ​ໂດຍ​ໃຫ້​ຜູ້ຊາຍ​ທຸກຄົນ​ໃນ​ພວກເຈົ້າ​ຮັບ​ພິທີຕັດ. 16ແລ້ວ​ພວກເຮົາ​ຈຶ່ງ​ຈະ​ຍົກ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໃຫ້​ພວກເຈົ້າ ແລະ ພວກເຮົາ​ຈະ​ຮັບ​ບັນດາ​ລູກສາວ​ຂອງ​ພວກເຈົ້າ​ມາ​ເປັນ​ຂອງ​ພວກເຮົາ​ເອງ. ພວກເຮົາ​ຈະ​ຕັ້ງຖິ່ນຖານ​ຢູ່​ທ່າມກາງ​ພວກເຈົ້າ ແລະ ເປັນ​ປະຊາຊົນ​ກຸ່ມ​ດຽວ​ກັນ​ກັບ​ພວກເຈົ້າ. 17ແຕ່​ຖ້າ​ພວກເຈົ້າ​ບໍ່​ຕົກລົງ​ທີ່​ຈະ​ຮັບ​ພິທີຕັດ, ພວກເຮົາ​ຈະ​ເອົາ​ນ້ອງສາວ#34:17 ພາສາ​ເຮັບເຣີ​ວ່າ ລູກສາວ​ຂອງ​ພວກເຮົາ​ແລ້ວ​ກໍ​ໄປ”.
18ຮາໂມ​ກັບ​ຊີເຄມ​ເຫັນ​ວ່າ​ຂໍ້​ສະເໜີ​ຂອງ​ພວກເຂົາ​ດີ. 19ຊາຍ​ໜຸ່ມ​ຜູ້​ໄດ້​ຮັບ​ການ​ນັບຖື​ຫລາຍ​ທີ່ສຸດ​ໃນ​ຄອບຄົວ​ຂອງ​ພໍ່​ລາວ ກໍ​ບໍ່​ໄດ້​ເສຍ​ເວລາ​ໃນ​ການ​ເຮັດ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ​ໄວ້, ເພາະ​ລາວ​ພໍໃຈ​ກັບ​ລູກສາວ​ຂອງ​ຢາໂຄບ​ຫລາຍ. 20ດັ່ງນັ້ນ ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ​ຈຶ່ງ​ໄປ​ທີ່​ປະຕູ​ເມືອງ​ຂອງ​ພວກເຂົາ​ເພື່ອ​ເວົ້າ​ກັບ​ຄົນ​ໃນ​ເມືອງ​ພວກເຂົາ. 21ພວກເຂົາ​ໄດ້​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ມິດ​ຕໍ່​ພວກເຮົາ. ໃຫ້​ພວກເຂົາ​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ ແລະ ຄ້າຂາຍ​ໃນ​ດິນແດນ​ນີ້; ແຜ່ນດິນ​ນີ້​ມີ​ບ່ອນ​ກວ້າງ​ພຽງພໍ​ສຳລັບ​ພວກເຂົາ. ພວກເຮົາ​ສາມາດ​ແຕ່ງງານ​ກັບ​ບັນດາ​ລູກສາວ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ສາມາດ​ແຕ່ງງານ​ກັບ​ບັນດາ​ລູກສາວ​ຂອງ​ພວກເຮົາ​ໄດ້. 22ແຕ່​ມີ​ເງື່ອນໄຂ​ດຽວ​ທີ່​ພວກເຂົາ​ຈະ​ຍອມ​ມາ​ຢູ່​ເປັນ​ຄົນ​ກຸ່ມ​ດຽວ​ກັນ​ກັບ​ພວກເຮົາ​ກໍ​ຄື ໃຫ້​ບັນດາ​ຜູ້ຊາຍ​ຂອງ​ພວກເຮົາ​ທຸກຄົນ​ຮັບ​ພິທີຕັດ​ເໝືອນ​ດັ່ງ​ທີ່​ພວກເຂົາ​ເອງ​ທີ່​ຮັບພິທີຕັດ. 23ແລ້ວ​ສັດລ້ຽງ, ຊັບສົມບັດ ແລະ ສັດ​ອື່ນໆ​ທັງໝົດ​ຂອງ​ພວກເຂົາ​ກໍ​ຈະ​ກາຍເປັນ​ຂອງ​ພວກເຮົາ​ບໍ່​ແມ່ນ​ບໍ? ດັ່ງນັ້ນ ໃຫ້​ພວກເຮົາ​ຕົກລົງ​ຕາມ​ເງື່ອນໄຂ​ຂອງ​ພວກເຂົາ, ແລ້ວ​ພວກເຂົາ​ຈຶ່ງ​ຈະ​ມາ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ພວກເຮົາ”.
24ຊາຍ​ທຸກຄົນ​ທີ່​ອອກ​ໄປ​ຈາກ​ປະຕູ​ເມືອງ​ກໍ​ເຫັນພ້ອມ​ກັບ​ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ, ແລ້ວ​ຊາຍ​ທຸກຄົນ​ໃນ​ເມືອງ​ກໍ​ໄດ້​ຮັບ​ພິທີຕັດ.
25ສາມ​ມື້​ຕໍ່ມາ, ຂະນະ​ທີ່​ພວກເຂົາ​ທຸກຄົນ​ຍັງ​ເຈັບປວດ​ຢູ່​ນັ້ນ, ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ​ຄື: ຊີເມໂອນ ແລະ ເລວີ ເຊິ່ງ​ເປັນ​ອ້າຍ​ຂອງ​ນາງ​ດີນາ ກໍ​ໄດ້​ຈັບ​ເອົາ​ດາບ​ຂອງ​ຕົນ​ແລ້ວ​ເຂົ້າ​ໄປ​ໂຈມຕີ​ເມືອງ​ທີ່​ບໍ່​ທັນ​ໄດ້​ລະວັງ​ຕົວ ດ້ວຍ​ການ​ຂ້າ​ຜູ້ຊາຍ​ທຸກຄົນ. 26ພວກເຂົາ​ໄດ້​ຂ້າ​ຮາໂມ ແລະ ຊີເຄມ​ລູກຊາຍ​ຂອງ​ລາວ​ດ້ວຍ​ດາບ​ແລ້ວ​ເອົາ​ນາງ​ດີນາ​ອອກ​ມາ​ຈາກ​ເຮືອນ​ຂອງ​ຊີເຄມ​ແລ້ວ​ໜີ​ໄປ. 27ບັນດາ​ລູກຊາຍ​ຂອງ​ຢາໂຄບ​ຂ້າມ​ສົບ​ຄົນ​ຕາຍ​ເຫລົ່ານັ້ນ​ເຂົ້າ​ມາ ແລະ ປຸ້ນ​ເມືອງ​ບ່ອນ​ທີ່#34:27 ຫລື ເພາະວ່າ​ນ້ອງສາວ​ຂອງ​ພວກເຂົາ​ໄດ້​ຖືກ​ເຮັດ​ໃຫ້​ເປັນມົນທິນ​ນັ້ນ. 28ພວກເຂົາ​ໄດ້​ຢຶດ​ເອົາ​ຝູງ​ແບ້, ຝູງ​ແກະ, ຝູງ​ງົວ, ຝູງ​ລໍ ແລະ ສິ່ງຂອງ​ອື່ນໆ​ທຸກສິ່ງ​ທີ່​ເປັນ​ຂອງ​ຄົນ​ເຫລົ່ານັ້ນ​ທີ່​ຢູ່​ໃນ​ເມືອງ ແລະ ຢູ່​ທົ່ງນາ​ນອກ​ເມືອງ. 29ພວກເຂົາ​ໄດ້​ກວາດ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ຄົນ​ເຫລົ່ານັ້ນ ແລະ ກວາດ​ເອົາ​ບັນດາ​ແມ່ຍິງ ແລະ ເດັກນ້ອຍ​ຂອງ​ຄົນ​ເຫລົ່ານັ້ນ, ເອົາ​ທຸກສິ່ງ​ທີ່​ຢູ່​ໃນ​ເຮືອນ​ເໝືອນ​ກັບ​ນັກປຸ້ນ.
30ແລ້ວ​ຢາໂຄບ​ຈຶ່ງ​ໄດ້​ເວົ້າ​ກັບ​ຊີເມໂອນ ແລະ ເລວີ​ວ່າ, “ພວກເຈົ້າ​ໄດ້​ນຳເອົາ​ຄວາມ​ເດືອດຮ້ອນ​ມາ​ໃສ່​ພໍ່​ໂດຍ​ເຮັດ​ໃຫ້​ພໍ່​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ຊາວການາອານ ແລະ ຊາວ​ເປຣິຊີ, ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ພວກເຮົາ​ມີ​ຈຳນວນ​ພຽງ​ໜ້ອຍ​ດຽວ ແລະ ຖ້າ​ພວກເຂົາ​ຮວມ​ກຳລັງ​ມາ​ຕໍ່ສູ້​ພໍ່ ແລະ ໂຈມຕີ​ພໍ່, ພໍ່​ກັບ​ຄົວເຮືອນ​ຂອງ​ພໍ່​ກໍ​ຈະ​ຖືກ​ທຳລາຍ”.
31ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ຄວນ​ບໍ​ທີ່​ລາວ​ມາ​ເຮັດ​ກັບ​ນ້ອງສາວ​ຂອງ​ພວກເຮົາ​ຄື​ກັບ​ຍິງໂສເພນີ?”

اکنون انتخاب شده:

ປະຖົມມະການ 34: LCV

های‌لایت

به اشتراک گذاشتن

مقایسه

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید