ລະບຽບພວກເລວີ 19
19
ກົດບັນຍັດຕ່າງໆ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງແຈ້ງຊຸມຊົນອິດສະຣາເອນ ແລະ ບອກພວກເຂົາວ່າ: ‘ພວກເຈົ້າທັງຫລາຍຈົ່ງບໍລິສຸດ, ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນອົງບໍລິສຸດ.
3“ ‘ພວກເຈົ້າທຸກຄົນຕ້ອງເຄົາລົບນັບຖືພໍ່ແມ່ຂອງຕົນ ແລະ ພວກເຈົ້າຈະຕ້ອງຖືຮັກສາວັນຊະບາໂຕຂອງເຮົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
4“ ‘ຢ່າຫັນໄປຫາຮູບເຄົາລົບ ຫລື ນຳໂລຫະມາຫລໍ່ເປັນພະເພື່ອຕົນເອງ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
5“ ‘ເມື່ອພວກເຈົ້າຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ, ຈົ່ງຖວາຍຕາມວິທີເປັນທີ່ຍອມຮັບແທນພວກເຈົ້າໄດ້. 6ຕ້ອງໄດ້ກິນເຄື່ອງຖວາຍໃນວັນທີ່ນຳມາຖວາຍນັ້ນ ຫລື ໃນວັນຕໍ່ມາ, ສ່ວນໃດທີ່ເຫລືອຄ້າງເຖິງວັນທີສາມຕ້ອງເຜົາຖິ້ມໃຫ້ໝົດ. 7ຖ້ານຳສິ່ງນັ້ນມາກິນໃນວັນທີສາມກໍເປັນສິ່ງທີ່ບໍ່ບໍລິສຸດ ແລະ ຈະບໍ່ເປັນທີ່ຍອມຮັບໄດ້. 8ຜູ້ໃດກໍຕາມທີ່ກິນສິ່ງນັ້ນຈະຕ້ອງຮັບຜິດຊອບ ເພາະຜູ້ນັ້ນໄດ້ທຳລາຍສິ່ງທີ່ບໍລິສຸດແກ່ພຣະເຈົ້າຢາເວ; ບຸກຄົນນັ້ນຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ.
9“ ‘ເມື່ອເຈົ້າເກັບກ່ຽວຜົນລະປູກໃນທົ່ງນາຂອງພວກເຈົ້າ, ຢ່າເກັບກ່ຽວຈົນເຖິງຂອບນາ ແລະ ຢ່າເກັບສ່ວນທີ່ຕົກເຮ່ຍຈາກການເກັບກ່ຽວຂອງພວກເຈົ້າ. 10ຢ່າກັບໄປເກັບໝາກອະງຸ່ນຊ້ຳອີກເປັນຮອບທີສອງ ຫລື ເກັບໝາກອະງຸ່ນທີ່ຕົກຫລົ່ນ. ຈົ່ງປ່ອຍໄວ້ໃຫ້ເປັນສ່ວນຂອງຄົນທຸກຍາກ ແລະ ຄົນຕ່າງດ້າວ. ເພາະເຮົາຄືອົງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
11“ ‘ຢ່າລັກ.
“ ‘ຢ່າຕົວະ.
“ ‘ຢ່າຫລອກລວງກັນ ແລະ ກັນ.
12“ ‘ຢ່າສາບານບໍ່ຈິງໂດຍອ້າງນາມຂອງເຮົາ ແລະ ນັ້ນເປັນການໝິ່ນປະໝາດນາມພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
13“ ‘ຢ່າສໍ້ໂກງ ຫລື ປຸ້ນຈີ້ເພື່ອນບ້ານຂອງພວກເຈົ້າ.
“ ‘ຢ່າກົດໜ່ວງຄ່າແຮງງານລູກຈ້າງໄວ້ຈົນຂ້າມຄືນ.
14“ ‘ຢ່າປ້ອຍດ່າຄົນຫູໜວກ ຫລື ຢ່າເອົາສິ່ງກີດຂວາງມາວາງຕັນຄົນຕາບອດ, ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
15“ ‘ຢ່າບິດເບືອນຄວາມຍຸຕິທຳ, ຢ່າສະແດງຄວາມບໍ່ຍຸຕິທຳແກ່ຄົນທຸກຈົນ ຫລື ເຂົ້າຂ້າງຄົນສຳຄັນ ແຕ່ຈົ່ງຕັດສິນເພື່ອນບ້ານຢ່າງຍຸຕິທຳ.
16“ ‘ຢ່າທຽວໄປມາໃສ່ຮ້າຍປ້າຍສີທ່າມກາງປະຊາຊົນຂອງພວກເຈົ້າ.
“ ‘ຢ່າເຮັດສິ່ງໃດໆທີ່ຈະເກີດອັນຕະລາຍແກ່ເພື່ອນບ້ານຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
17“ ‘ຢ່າມີໃຈກຽດຊັງພີ່ນ້ອງອິດສະຣາເອນຢູ່ໃນໃຈຂອງພວກເຈົ້າ. ຈົ່ງຕັກເຕືອນເພື່ອນບ້ານຂອງພວກເຈົ້າຢ່າງກົງໄປກົງມາ ເພື່ອວ່າພວກເຈົ້າຈະບໍ່ຕ້ອງມີສ່ວນຮ່ວມໃນຄວາມຜິດຂອງພວກເຂົາ.
18“ ‘ຢ່າຫາທາງແກ້ແຄ້ນ ຫລື ອາຄາດຈອງເວນຄົນໃດຄົນໜຶ່ງໃນທ່າມກາງປະຊາຊົນຂອງພວກເຈົ້າ, ແຕ່ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ. ເຮົາຄືພຣະເຈົ້າຢາເວ.
19“ ‘ຈົ່ງຮັກສາຂໍ້ຄຳສັ່ງຂອງເຮົາ.
“ ‘ຢ່ານຳສັດຕ່າງຊະນິດມາປະສົມພັນກັນ.
“ ‘ຢ່າຫວ່ານເມັດພືດສອງຊະນິດປົນກັນໃສ່ນາຂອງພວກເຈົ້າ.
“ ‘ຢ່ານຸ່ງເສື້ອຜ້າທີ່ເຮັດດ້ວຍວັດສະດຸຊະນິດຕ່າງກັນ.
20“ ‘ຊາຍໃດຮ່ວມຫລັບນອນກັບຂ້າທາດຍິງທີ່ໄດ້ໝັ້ນກັບຊາຍອີກຄົນໜຶ່ງ, ແຕ່ຂ້າທາດຍິງຄົນນັ້ນຍັງບໍ່ໄດ້ຖືກໄຖ່ ຫລື ຍັງບໍ່ໄດ້ຮັບອິດສະຫລະ, ສົມຄວນຈະຕ້ອງມີການລົງໂທດ.#19:20 ຫລືວ່າ ຕ້ອງໄດ້ຖືກສືບສວນ ແຕ່ທັງຄູ່ຍັງບໍ່ເຖິງຂັ້ນຕ້ອງຕາຍ, ເພາະຂ້າທາດຍິງນັ້ນຍັງບໍ່ທັນໄດ້ເປັນອິດສະຫລະ. 21ເຖິງຢ່າງໃດກໍຕາມ, ຊາຍຄົນນັ້ນຕ້ອງນຳເອົາແກະຜູ້ມາຖວາຍທີ່ທາງເຂົ້າເຕັນນັດພົບເພື່ອເປັນເຄື່ອງບູຊາລຶບລ້າງຄວາມຜິດແກ່ພຣະເຈົ້າຢາເວ. 22ແກະຜູ້ທີ່ເປັນເຄື່ອງບູຊາລຶບລ້າງຄວາມຜິດນັ້ນປະໂລຫິດຈະນຳມາເຮັດພິທີລຶບລ້າງບາບໃຫ້ແກ່ຊາຍນັ້ນຕໍ່ໜ້າພຣະເຈົ້າຢາເວສຳລັບຄວາມບາບທີ່ລາວໄດ້ກະທຳ ແລະ ບາບຂອງລາວຈະໄດ້ຮັບການອະໄພ.
23“ ‘ເມື່ອເຈົ້າເຂົ້າໄປຍັງດິນແດນນັ້ນ ແລະ ໄດ້ປູກຕົ້ນໄມ້ກິນໝາກຊະນິດໃດກໍຕາມ, ຈົ່ງຖືວ່າໝາກຂອງມັນເປັນສິ່ງຕ້ອງຫ້າມ.#19:23 ພາສາເຮັບເຣີວ່າ ບໍ່ໄດ້ເຮັດພິທີຕັດ ໃນຊ່ວງສາມປີໃຫ້ເຈົ້າຖືວ່າເປັນຂອງຕ້ອງຫ້າມ; ມັນບໍ່ສາມາດກິນໄດ້. 24ໃນປີທີສີ່ໝາກໄມ້ທັງໝົດນັ້ນຈະບໍລິສຸດ, ເປັນເຄື່ອງຖວາຍແຫ່ງການສັນລະເສີນແກ່ພຣະເຈົ້າຢາເວ. 25ແຕ່ເຈົ້າຈະກິນໝາກໄມ້ນັ້ນໄດ້ໃນປີທີຫ້າ. ດ້ວຍວິທີນີ້ພືດຜົນຂອງພວກເຈົ້າຈະເພີ່ມພູນຂຶ້ນ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
26“ ‘ຢ່າກິນຊີ້ນໃດໆທີ່ຍັງມີເລືອດຄ້າງຢູ່ໃນນັ້ນ.
“ ‘ຢ່າທຳນວາຍໂຊກຊະຕາ ຫລື ຊອກຫາລາງບອກເຫດ.
27“ ‘ຢ່າຖອນເຫງົ້າຜົມ ຫລື ຕັດເລັມໜວດຂອງພວກເຈົ້າ.
28“ ‘ຢ່າປາດຮ່າງກາຍຕົນເອງເພື່ອໄວ້ອາໄລຄົນຕາຍ ຫລື ສັກເຄື່ອງໝາຍໃດໆໃສ່ຮ່າງກາຍຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
29“ ‘ຢ່າເຮັດໃຫ້ລູກສາວຂອງພວກເຈົ້າເສື່ອມເສຍໂດຍໃຫ້ນາງເປັນໂສເພນີ, ບໍ່ດັ່ງນັ້ນແຜ່ນດິນຈະກາຍເປັນແຫລ່ງໂສເພນີ ແລະ ຈະເຕັມໄປດ້ວຍຄວາມຊົ່ວຮ້າຍ.
30“ ‘ຈົ່ງຖືຮັກສາວັນຊະບາໂຕຂອງເຮົາ ແລະ ເຄົາລົບບ່ອນນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວ.
31“ ‘ຢ່າຫັນໄປຫາໝໍຜີ ຫລື ຄົນທີ່ປຸກເສກວິນຍານຄົນຕາຍຂຶ້ນມາ, ເພາະພວກເຂົາຈະເຮັດໃຫ້ພວກເຈົ້າເປັນມົນທິນ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
32“ ‘ເຈົ້າຈົ່ງໃຫ້ກຽດຜູ້ມີອາຍຸ, ສະແດງຄວາມເຄົາລົບນັບຖືຕໍ່ຜູ້ອາວຸໂສ ແລະ ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
33“ ‘ເມື່ອຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ, ຢ່າໄປຂົ່ມເຫັງພວກເຂົາ. 34ເຈົ້າຕ້ອງປະຕິບັດຕໍ່ເຂົາເຊັ່ນດຽວກັບຄົນທ້ອງຖິ່ນ. ຈົ່ງຮັກພວກເຂົາເໝືອນຮັກຕົນເອງ, ເພາະພວກເຈົ້າເອງເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
35“ ‘ຢ່າໃຊ້ມາດຕາຖານອັນບໍ່ທ່ຽງທຳໃນການວັດແທກຄວາມຍາວ, ການຊັ່ງນ້ຳໜັກ, ການນັບຈຳນວນ. 36ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງນ້ຳໜັກ, ເຄື່ອງວັດແທກ, ທັງເອຟາ#19:36 ເອຟາ ໃຊ້ຊັ່ງຂອງແຫ້ງ ສ່ວນຮິນແມ່ນໃຊ້ຊັ່ງຂອງແຫລວ ແລະ ຮິນ#19:36 ຮິນ ໃຊ້ຊັ່ງຂອງແຫລວ ໜຶ່ງຮິນເທົ່າກັບໜຶ່ງກາລອນ ຫລື ປະມານ 3,8 ລິດຢ່າງທ່ຽງທຳ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ນຳພວກເຈົ້າອອກມາຈາກເອຢິບ.
37“ ‘ຈົ່ງຖືຮັກສາຂໍ້ຄຳສັ່ງຂອງເຮົາທຸກຢ່າງ ແລະ ປະຕິບັດຕາມກົດບັນຍັດຂອງເຮົາທັງໝົດ. ເຮົາຄືພຣະເຈົ້າຢາເວ’ ”.
Currently Selected:
ລະບຽບພວກເລວີ 19: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.