YouVersion Logo
Search Icon

ລະບຽບພວກເລວີ 20

20
ການລົງໂທດ​ສຳລັບ​ການເຮັດບາບ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ, 2“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ບໍ່​ວ່າ​ຄົນ​ອິດສະຣາເອນ ຫລື ຄົນຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ປະເທດ​ອິດສະຣາເອນ​ທີ່​ຍົກ​ຖວາຍ​ລູກ​ຂອງ​ຕົນ​ໃຫ້​ພະໂມເລັກ​ຈະ​ຖືກ​ປະຫານ​ຊີວິດ. ສະມາຊິກ​ໃນ​ຊຸມຊົນ​ຈະ​ເອົາ​ກ້ອນຫີນ​ແກ່ວງ​ໃສ່​ພວກເຂົາ. 3ເຮົາ​ເອງ​ຈະ​ເປັນ​ຜູ້ຕໍ່ຕ້ານ​ຄົນນັ້ນ ແລະ ຕັດ​ພວກເຂົາ​ອອກຈາກ​ການ​ເປັນ​ປະຊາຊົນ​ຂອງ​ພວກເຂົາ; ເພາະ​ດ້ວຍ​ການ​ທີ່​ເຂົາ​ຍົກ​ລູກ​ຂອງ​ຕົນ​ໃຫ້​ພະໂມເລັກ​ກໍ​ເຮັດ​ໃຫ້​ສະຖານ​ນະມັດສະການ​ຂອງ​ເຮົາ​ເປັນ​ມົນທິນ ແລະ ເປັນ​ການ​ໝິ່ນປະໝາດ​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ. 4ຖ້າ​ສະມາຊິກ​ຂອງ​ຊຸມຊົນ​ຫາກ​ເມີນເສີຍ​ໃນ​ຂະນະ​ມີ​ຄົນ​ຍົກຖວາຍ​ລູກ​ຂອງຕົນ​ໃຫ້​ພະໂມເລັກ, 5ເຮົາ​ຈະ​ເປັນ​ຜູ້ຕໍ່ຕ້ານ​ກັບ​ຄົນນັ້ນ ແລະ ຄອບຄົວ​ຂອງ​ເຂົາ ແລະ ຈະ​ຕັດ​ເຂົາ​ອອກຈາກ​ປະຊາຊົນ​ຂອງ​ຕົນ​ພ້ອມ​ກັບ​ທຸກຄົນ​ທີ່​ເຮັດ​ຕາມ​ເຂົາ​ທີ່​ເປັນ​ຂາຍຕົວ​ໃຫ້​ແກ່​ພະໂມເລັກ.
6“ ‘ເຮົາ​ຈະ​ເປັນ​ຜູ້ຕໍ່ຕ້ານ​ກັບ​ຜູ້​ທີ່​ຫັນ​ໄປ​ຫາ​ໝໍຜີ ແລະ ຜູ້​ທີ່​ປຸກເສກ​ວິນຍານ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ເປັນ​ຜູ້ຂາຍຕົວ​ໂດຍ​ການ​ຕິດຕາມ​ຄົນ​ເຫລົ່ານີ້ ແລະ ເຮົາ​ຈະ​ຕັດ​ພວກເຂົາ​ອອກຈາກ​ປະຊາຊົນ​ຂອງ​ພວກເຂົາ.
7“ ‘ຈົ່ງ​ອຸທິດ​ຕົນ​ເອງ ແລະ ຈົ່ງ​ເປັນ​ຜູ້ບໍລິສຸດ, ເພາະ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. 8ຈົ່ງ​ຮັກສາ​ຂໍ້ຄຳສັ່ງ​ຂອງ​ເຮົາ ແລະ ປະຕິບັດ​ຕາມ. ເຮົາ​ຄື​ພຣະເຈົ້າ​ຢາເວ, ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍລິສຸດ.#20:8 ຫລື ຜູ້​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ ຫລື ຜູ້​ທີ່​ແຍກ​ພວກເຈົ້າ​ໄວ້​ໃຫ້​ບໍລິສຸດ
9“ ‘ຜູ້ໃດ​ປ້ອຍດ່າ​ພໍ່ ຫລື ແມ່​ຂອງ​ຕົນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. ຍ້ອນ​ພວກເຂົາ​ໄດ້​ປ້ອຍດ່າ​ພໍ່ ຫລື ແມ່​ຂອງ​ຕົນ, ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ.
10“ ‘ຜູ້ໃດ​ທຳການ​ຫລີ້ນຊູ້​ກັບ​ເມຍ​ຂອງ​ຄົນ​ອື່ນ, ກັບ​ເມຍ​ຂອງ​ເພື່ອນບ້ານ​ຂອງ​ຕົນ, ທັງ​ຊາຍ ແລະ ຍິງ​ທີ່​ເປັນ​ຊູ້​ກັນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.
11“ ‘ຖ້າ​ຜູ້ໃດ​ມີ​ການພົວພັນ​ທາງເພດ​ກັບ​ແມ່ນ້າ​ຂອງ​ຕົນ​ເອງ, ຜູ້​ນັ້ນ​ກໍ​ໄດ້​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ອັບອາຍຂາຍໜ້າ. ທັງ​ຊາຍ ແລະ ຍິງ​ຄູ່​ນັ້ນ​ຈະ​ຕ້ອງ​ຖືກໂທດ​ເຖິງ​ຕາຍ; ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ.
12“ ‘ຖ້າ​ຜູ້ໃດ​ມີ​ການພົວພັນ​ທາງເພດ​ກັບ​ລູກໃພ້​ຂອງ​ຕົນ, ພວກເຂົາ​ທັງສອງ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ເປັນ​ຄວາມເສື່ອມຊາມ; ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ.
13“ ‘ຖ້າ​ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ແມ່ຍິງ​ນັ້ນ, ພວກເຂົາ​ທັງສອງ​ກໍ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ. ພວກເຂົາ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງຕາຍ; ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ.
14“ ‘ຖ້າ​ຜູ້ຊາຍ​ແຕ່ງງານ​ກັບ​ທັງ​ຍິງ​ສາວ ແລະ ແມ່​ຂອງ​ນາງ. ນັ້ນ​ແມ່ນ​ຄວາມ​ຊົ່ວຮ້າຍ. ທັງ​ສາມ​ຄົນ​ຈະ​ຕ້ອງ​ຖືກ​ເຜົາ​ດ້ວຍໄຟ, ເພື່ອ​ບໍ່​ໃຫ້​ມີ​ຄວາມ​ຊົ່ວຮ້າຍ​ເກີດຂຶ້ນ​ທ່າມກາງ​ພວກເຈົ້າ.
15“ ‘ຖ້າ​ຊາຍ​ໃດ​ມີ​ການພົວພັນ​ທາງເພດ​ກັບ​ສັດ, ຊາຍ​ນັ້ນ​ຈະ​ມີ​ໂທດ​ເຖີງ​ຕາຍ ແລະ ພວກເຈົ້າ​ຕ້ອງ​ຂ້າ​ສັດ​ນັ້ນ.
16“ ‘ຍິງ​ໃດ​ເຂົ້າສ່ວນ​ໃນ​ການ​ພົວພັນ​ທາງເພດ​ກັບ​ສັດ, ຈົ່ງ​ຂ້າ​ທັງ​ຄົນ ແລະ ສັດ. ພວກເຂົາ​ມີ​ໂທດ​ເຖິງ​ຕາຍ. ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ.
17“ ‘ຖ້າ​ຊາຍ​ໃດ​ແຕ່ງງານ​ກັບ​ເອື້ອຍ​ຫລື​ນ້ອງສາວ​ຂອງ​ຕົນ, ບໍ່ວ່າ​ຈະ​ເປັນ​ເອື້ອຍ ຫລື ນ້ອງສາວ​ຂອງ​ຕົນ​ຕ່າງ​ພໍ່ ຫລື ຕ່າງ​ແມ່ ແລະ ພວກເຂົາ​ມີ​ການ​ພົວພັນ​ທາງເພດ, ນີ້​ກໍ​ເປັນ​ສິ່ງ​ທີ່​ອັບອາຍຂາຍໜ້າ. ພວກເຂົາ​ທັງສອງ​ຈະ​ຕ້ອງ​ຖືກ​ໄລ່ອອກ​ຈາກ​ປະຊາຊົນ​ຂອງ​ພວກ​ເຂົາ​ຢ່າງ​ເປີດເຜີຍ. ຊາຍ​ນັ້ນ​ໄດ້​ເຮັດ​ໃຫ້​ເອື້ອຍ ຫລື ນ້ອງສາວ​ຂອງ​ຕົນ​ອັບອາຍຂາຍໜ້າ ແລະ ເຂົາ​ຈະ​ຕ້ອງ​ຮັບຜິດຊອບ.
18“ ‘ຖ້າ​ຊາຍ​ໃດ​ມີ​ການ​ພົວພັນ​ທາງເພດ​ກັບ​ຍິງ​ທີ່​ກຳລັງ​ມີ​ປະຈຳເດືອນ, ຊາຍ​ນັ້ນ​ກໍ່​ໄດ້​ເປີດເຜີຍ​ແຫລ່ງ​ທີ່ມາ​ຂອງ​ປະຈຳດືອນ ແລະ ນາງ​ກໍ​ບໍ່​ໄດ້​ປົກປິດ​ສິ່ງ​ນັ້ນ​ດ້ວຍ. ພວກເຂົາ​ທັງສອງ​ຈະ​ຕ້ອງ​ຖືກ​ຕັດອອກ​ຈາກ​ປະຊາຊົນ​ຂອງ​ພວກເຂົາ.
19“ ‘ຫ້າມ​ບໍ່​ໃຫ້​ມີ​ການພົວພັນ​ທາງເພດ​ກັບ​ປ້າ​ນ້າສາວ ຫລື ອາ​ຂອງ​ຕົນ, ເພາະ​ການ​ກະທຳ​ຢ່າງ​ນັ້ນ​ກໍ​ເຮັດ​ໃຫ້​ພີ່ນ້ອງ​ໃກ້ຊິດ​ຕ້ອງ​ອັບອາຍຂາຍໜ້າ; ພວກເຂົາ​ທັງສອງ​ຈະ​ຕ້ອງ​ຮັບຜິດຊອບ.
20“ ‘ຊາຍ​ໃດ​ມີ​ການພົວພັນ​ທາງເພດ​ກັບ​ປ້າ ນ້າ​ໃພ້ ຫລື ອາ​ໃພ້, ກໍ​ເຮັດ​ໃຫ້​ລຸງ, ນ້າບ່າວ ຫລື ອາວ​ຂອງ​ຕົນ​ຕ້ອງ​ອັບອາຍຂາຍໜ້າ. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ, ພວກເຂົາ​ຈະ​ຕາຍ​ໂດຍ​ບໍ່​ມີ​ລູກ​ສືບທອດ.
21“ ‘ຖ້າ​ຊາຍ​ໃດ​ແຕ່ງງານ​ກັບ​ເອື້ອຍໃພ້ ຫລື ນ້ອງໃພ້​ຂອງ​ຕົນ, ນີ້​ເປັນ​ການ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ບໍລິສຸດ ຊາຍນັ້ນ​ໄດ້​ເຮັດ​ໃຫ້​ອ້າຍ ຫລື ນ້ອງຊາຍ​ຂອງ​ຕົນ​ຕ້ອງ​ອັບອາຍຂາຍໜ້າ. ພວກເຂົາ​ຈະ​ບໍ່​ມີ​ລູກ​ສືບທອດ.
22“ ‘ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ ແລະ ກົດບັນຍັດ​ຂອງ​ເຮົາ ແລະ ປະຕິບັດ​ຕາມ​ສິ່ງ​ເຫລົ່ານັ້ນ, ເພື່ອວ່າ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ນຳ​ພວກເຈົ້າ​ເຂົ້າໄປ​ອາໄສ​ຈະ​ບໍ່​ຄາຍ​ພວກເຈົ້າ​ອອກມາ. 23ພວກເຈົ້າ​ຢ່າ​ໄດ້​ດຳເນີນ​ຕາມ​ປະເພນີ​ຂອງ​ຊົນຊາດ​ທັງຫລາຍ​ທີ່​ເຮົາ​ກຳລັງ​ຈະ​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ. ເພາະ​ພວກເຂົາ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້, ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ. 24ແຕ່​ເຮົາ​ກ່າວ​ກັບ​ພວກເຈົ້າ​ວ່າ, “ເຈົ້າ​ຈະ​ຄອບຄອງ​ດິນແດນ​ຂອງ​ພວກເຂົາ, ເຮົາ​ຈະ​ໃຫ້​ດິນແດນ​ນັ້ນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ, ເປັນ​ດິນແດນ​ທີ່​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ”. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຜູ້​ທີ່​ໄດ້​ແຍກເອົາ​ພວກເຈົ້າ​ອອກຈາກ​ຊົນຊາດ​ຕ່າງໆ.
25“ ‘ສະນັ້ນ​ເຈົ້າ​ຕ້ອງ​ໄຈ້ແຍກ​ລະຫວ່າງ​ສັດ ແລະ ນົກ​ທີ່​ເປັນມົນທິນ ແລະ ບໍ່ເປັນມົນທິນ. ຢ່າ​ປ່ອຍ​ໃຫ້​ພວກເຈົ້າເອງ​ເປັນມົນທິນ​ໂດຍ​ສັດ​ໃດໆ ຫລື ນົກ ຫລື ສັດ​ເລືອຄານ​ຢູ່​ຕາມ​ພື້ນດິນ​ສັດ​ເຫລົ່ານີ້​ເຮົາ​ໄດ້​ແຍກ​ອອກໄວ້​ໃຫ້​ເປັນມົນທິນ​ສຳລັບ​ພວກເຈົ້າ. 26ພວກເຈົ້າ​ຕ້ອງ​ບໍລິສຸດ​ສຳລັບ​ເຮົາ#20:26 ຫລື ເປັນ​ຄົນ​ບໍລິສຸດ​ຂອງ​ເຮົາ, ເພາະ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ເປັນ​ຜູ້​ບໍລິສຸດ ແລະ ໄດ້​ແຍກ​ພວກເຈົ້າ​ອອກຈາກ​ຊາດ​ອື່ນໆ​ເພື່ອ​ເປັນ​ກຳມະສິດ​ຂອງ​ເຮົາ.
27“ ‘ບໍ່ວ່າ​ຍິງ​ຫລື​ຊາຍ​ທີ່​ເປັນ​ໝໍຜີ ຫລື ຜູ້ທີ່​ປຸກເສກ​ວິນຍານ​ຕ່າງໆ​ຂຶ້ນມາ​ໃນ​ທ່າມກາງ​ພວກເຈົ້າ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຈົ້າ​ຈະ​ຕ້ອງ​ເອົາ​ຫີນ​ແກວ່ງ​ໃສ່​ພວກເຂົາ; ເລືອດ​ຂອງ​ພວກເຂົາເອງ​ຈະ​ໄປ​ຢູ່​ທີ່​ຫົວ​ຂອງ​ພວກເຂົາ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in