YouVersion Logo
Search Icon

ລະບຽບພວກເລວີ 19

19
ກົດບັນຍັດ​ຕ່າງໆ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ແຈ້ງ​ຊຸມຊົນ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ: ‘ພວກເຈົ້າ​ທັງຫລາຍ​ຈົ່ງ​ບໍລິສຸດ, ເພາະ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ອົງ​ບໍລິສຸດ.
3“ ‘ພວກເຈົ້າ​ທຸກຄົນ​ຕ້ອງ​ເຄົາລົບນັບຖື​ພໍ່ແມ່​ຂອງ​ຕົນ ແລະ ພວກເຈົ້າ​ຈະ​ຕ້ອງ​ຖືຮັກສາ​ວັນ​ຊະບາໂຕ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
4“ ‘ຢ່າ​ຫັນ​ໄປ​ຫາ​ຮູບເຄົາລົບ ຫລື ນຳ​ໂລຫະ​ມາ​ຫລໍ່​ເປັນ​ພະ​ເພື່ອ​ຕົນ​ເອງ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
5“ ‘ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ​ຢາເວ, ຈົ່ງ​ຖວາຍ​ຕາມ​ວິທີ​ເປັນ​ທີ່ຍອມຮັບ​ແທນ​ພວກເຈົ້າໄດ້. 6ຕ້ອງໄດ້​ກິນ​ເຄື່ອງຖວາຍ​ໃນ​ວັນ​ທີ່​ນຳມາ​ຖວາຍ​ນັ້ນ ຫລື ໃນ​ວັນ​ຕໍ່ມາ, ສ່ວນ​ໃດ​ທີ່​ເຫລືອ​ຄ້າງ​ເຖິງ​ວັນ​ທີສາມ​ຕ້ອງ​ເຜົາ​ຖິ້ມ​ໃຫ້​ໝົດ. 7ຖ້າ​ນຳ​ສິ່ງ​ນັ້ນ​ມາ​ກິນ​ໃນ​ວັນ​ທີສາມ​ກໍ​ເປັນ​ສິ່ງ​ທີ່​ບໍ່ບໍລິສຸດ ແລະ ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້. 8ຜູ້ໃດ​ກໍ​ຕາມ​ທີ່​ກິນ​ສິ່ງນັ້ນ​ຈະ​ຕ້ອງ​ຮັບຜິດຊອບ ເພາະ​ຜູ້​ນັ້ນ​ໄດ້​ທຳລາຍ​ສິ່ງ​ທີ່​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ; ບຸກຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ຕັດອອກ​ຈາກ​ປະຊາຊົນ​ຂອງ​ຕົນ.
9“ ‘ເມື່ອ​ເຈົ້າ​ເກັບກ່ຽວ​ຜົນລະປູກ​ໃນ​ທົ່ງນາ​ຂອງ​ພວກເຈົ້າ, ຢ່າ​ເກັບກ່ຽວ​ຈົນ​ເຖິງ​ຂອບ​ນາ ແລະ ຢ່າ​ເກັບ​ສ່ວນ​ທີ່​ຕົກເຮ່ຍ​ຈາກ​ການ​ເກັບກ່ຽວ​ຂອງ​ພວກເຈົ້າ. 10ຢ່າ​ກັບ​ໄປ​ເກັບ​ໝາກອະງຸ່ນ​ຊ້ຳອີກ​ເປັນ​ຮອບ​ທີ​ສອງ ຫລື ເກັບ​ໝາກອະງຸ່ນ​ທີ່​ຕົກຫລົ່ນ. ຈົ່ງ​ປ່ອຍ​ໄວ້​ໃຫ້​ເປັນ​ສ່ວນ​ຂອງ​ຄົນທຸກຍາກ ແລະ ຄົນຕ່າງດ້າວ. ເພາະ​ເຮົາ​ຄື​ອົງພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
11“ ‘ຢ່າ​ລັກ.
“ ‘ຢ່າ​ຕົວະ.
“ ‘ຢ່າ​ຫລອກລວງ​ກັນ ແລະ ກັນ.
12“ ‘ຢ່າ​ສາບານ​ບໍ່ຈິງ​ໂດຍ​ອ້າງ​ນາມ​ຂອງ​ເຮົາ ແລະ ນັ້ນ​ເປັນ​ການ​ໝິ່ນປະໝາດ​ນາມ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
13“ ‘ຢ່າ​ສໍ້ໂກງ ຫລື ປຸ້ນຈີ້​ເພື່ອນບ້ານ​ຂອງ​ພວກເຈົ້າ.
“ ‘ຢ່າ​ກົດໜ່ວງ​ຄ່າແຮງງານ​ລູກຈ້າງ​ໄວ້​ຈົນ​ຂ້າມຄືນ.
14“ ‘ຢ່າ​ປ້ອຍດ່າ​ຄົນ​ຫູໜວກ ຫລື ຢ່າ​ເອົາ​ສິ່ງ​ກີດຂວາງ​ມາ​ວາງຕັນ​ຄົນຕາບອດ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
15“ ‘ຢ່າ​ບິດເບືອນ​ຄວາມຍຸຕິທຳ, ຢ່າ​ສະແດງ​ຄວາມບໍ່ຍຸຕິທຳ​ແກ່​ຄົນທຸກຈົນ ຫລື ເຂົ້າຂ້າງ​ຄົນສຳຄັນ ແຕ່​ຈົ່ງ​ຕັດສິນ​ເພື່ອນບ້ານ​ຢ່າງ​ຍຸຕິທຳ.
16“ ‘ຢ່າ​ທຽວ​ໄປ​ມາ​ໃສ່ຮ້າຍປ້າຍສີ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ.
“ ‘ຢ່າ​ເຮັດ​ສິ່ງ​ໃດໆ​ທີ່​ຈະ​ເກີດ​ອັນຕະລາຍ​ແກ່​ເພື່ອນບ້ານ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
17“ ‘ຢ່າ​ມີ​ໃຈ​ກຽດຊັງ​ພີ່ນ້ອງ​ອິດສະຣາເອນ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ. ຈົ່ງ​ຕັກເຕືອນ​ເພື່ອນບ້ານ​ຂອງ​ພວກເຈົ້າ​ຢ່າງ​ກົງໄປກົງມາ ເພື່ອວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ມີ​ສ່ວນຮ່ວມ​ໃນ​ຄວາມຜິດ​ຂອງ​ພວກເຂົາ.
18“ ‘ຢ່າ​ຫາ​ທາງ​ແກ້ແຄ້ນ ຫລື ອາຄາດ​ຈອງ​ເວນ​ຄົນ​ໃດຄົນ​ໜຶ່ງ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ. ເຮົາ​ຄື​ພຣະເຈົ້າ​ຢາເວ.
19“ ‘ຈົ່ງ​ຮັກສາ​ຂໍ້ຄຳສັ່ງ​ຂອງ​ເຮົາ.
“ ‘ຢ່າ​ນຳ​ສັດ​ຕ່າງ​ຊະນິດ​ມາ​ປະສົມພັນ​ກັນ.
“ ‘ຢ່າ​ຫວ່ານ​ເມັດພືດ​ສອງ​ຊະນິດ​ປົນ​ກັນ​ໃສ່​ນາ​ຂອງ​ພວກເຈົ້າ.
“ ‘ຢ່າ​ນຸ່ງ​ເສື້ອຜ້າ​ທີ່​ເຮັດ​ດ້ວຍ​ວັດສະດຸ​ຊະນິດ​ຕ່າງ​ກັນ.
20“ ‘ຊາຍ​ໃດ​ຮ່ວມ​ຫລັບນອນ​ກັບ​ຂ້າທາດ​ຍິງ​ທີ່​ໄດ້​ໝັ້ນ​ກັບ​ຊາຍ​ອີກ​ຄົນ​ໜຶ່ງ, ແຕ່​ຂ້າທາດ​ຍິງ​ຄົນນັ້ນ​ຍັງ​ບໍ່​ໄດ້​ຖືກ​ໄຖ່ ຫລື ຍັງ​ບໍ່​ໄດ້​ຮັບ​ອິດສະຫລະ, ສົມຄວນ​ຈະ​ຕ້ອງ​ມີ​ການ​ລົງໂທດ.#19:20 ຫລືວ່າ ຕ້ອງ​ໄດ້​ຖືກ​ສືບສວນ ແຕ່​ທັງ​ຄູ່​ຍັງ​ບໍ່​ເຖິງ​ຂັ້ນ​ຕ້ອງ​ຕາຍ, ເພາະ​ຂ້າທາດ​ຍິງ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ເປັນ​ອິດສະຫລະ. 21ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາຍ​ຄົນ​ນັ້ນ​ຕ້ອງ​ນຳເອົາ​ແກະຜູ້​ມາ​ຖວາຍ​ທີ່​ທາງເຂົ້າ​ເຕັນນັດພົບ​ເພື່ອ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ​ແກ່​ພຣະເຈົ້າ​ຢາເວ. 22ແກະຜູ້​ທີ່​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ​ນັ້ນ​ປະໂລຫິດ​ຈະ​ນຳ​ມາ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ແກ່​ຊາຍ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ສຳລັບ​ຄວາມ​ບາບ​ທີ່​ລາວ​ໄດ້​ກະທຳ ແລະ ບາບ​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ອະໄພ.
23“ ‘ເມື່ອ​ເຈົ້າ​ເຂົ້າ​ໄປ​ຍັງ​ດິນແດນ​ນັ້ນ ແລະ ໄດ້​ປູກ​ຕົ້ນໄມ້​ກິນ​ໝາກ​ຊະນິດ​ໃດ​ກໍ​ຕາມ, ຈົ່ງ​ຖືວ່າ​ໝາກ​ຂອງ​ມັນ​ເປັນ​ສິ່ງຕ້ອງຫ້າມ.#19:23 ພາສາ​ເຮັບເຣີ​ວ່າ ບໍ່​ໄດ້​ເຮັດ​ພິທີຕັດ ໃນ​ຊ່ວງ​ສາມ​ປີ​ໃຫ້​ເຈົ້າ​ຖື​ວ່າ​ເປັນ​ຂອງ​ຕ້ອງຫ້າມ; ມັນ​ບໍ່​ສາມາດ​ກິນ​ໄດ້. 24ໃນ​ປີ​ທີສີ່​ໝາກໄມ້​ທັງໝົດ​ນັ້ນ​ຈະ​ບໍລິສຸດ, ເປັນ​ເຄື່ອງຖວາຍ​ແຫ່ງ​ການ​ສັນລະເສີນ​ແກ່​ພຣະເຈົ້າ​ຢາເວ. 25ແຕ່​ເຈົ້າ​ຈະ​ກິນ​ໝາກ​ໄມ້​ນັ້ນ​ໄດ້​ໃນ​ປີ​ທີຫ້າ. ດ້ວຍ​ວິທີ​ນີ້​ພືດຜົນ​ຂອງ​ພວກເຈົ້າ​ຈະ​ເພີ່ມພູນ​ຂຶ້ນ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
26“ ‘ຢ່າ​ກິນ​ຊີ້ນ​ໃດໆ​ທີ່​ຍັງ​ມີ​ເລືອດ​ຄ້າງ​ຢູ່​ໃນ​ນັ້ນ.
“ ‘ຢ່າ​ທຳນວາຍ​ໂຊກຊະຕາ ຫລື ຊອກຫາ​ລາງ​ບອກເຫດ.
27“ ‘ຢ່າ​ຖອນ​ເຫງົ້າ​ຜົມ ຫລື ຕັດ​ເລັມ​ໜວດ​ຂອງ​ພວກເຈົ້າ.
28“ ‘ຢ່າ​ປາດ​ຮ່າງກາຍ​ຕົນ​ເອງ​ເພື່ອ​ໄວ້​ອາໄລ​ຄົນຕາຍ ຫລື ສັກ​ເຄື່ອງໝາຍ​ໃດໆ​ໃສ່​ຮ່າງກາຍ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
29“ ‘ຢ່າ​ເຮັດ​ໃຫ້​ລູກສາວ​ຂອງ​ພວກເຈົ້າ​ເສື່ອມເສຍ​ໂດຍ​ໃຫ້​ນາງ​ເປັນ​ໂສເພນີ, ບໍ່​ດັ່ງນັ້ນ​ແຜ່ນດິນ​ຈະ​ກາຍ​ເປັນ​ແຫລ່ງ​ໂສເພນີ ແລະ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຮ້າຍ.
30“ ‘ຈົ່ງ​ຖືຮັກສາ​ວັນ​ຊະບາໂຕ​ຂອງ​ເຮົາ ແລະ ເຄົາລົບ​ບ່ອນ​ນະມັດສະການ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
31“ ‘ຢ່າ​ຫັນ​ໄປ​ຫາ​ໝໍຜີ ຫລື ຄົນທີ່​ປຸກເສກ​ວິນຍານ​ຄົນຕາຍ​ຂຶ້ນມາ, ເພາະ​ພວກເຂົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
32“ ‘ເຈົ້າ​ຈົ່ງ​ໃຫ້​ກຽດ​ຜູ້​ມີອາຍຸ, ສະແດງ​ຄວາມ​ເຄົາລົບນັບຖື​ຕໍ່​ຜູ້ອາວຸໂສ ແລະ ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
33“ ‘ເມື່ອ​ຄົນຕ່າງດ້າວ​ທີ່​ອາໄສຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ, ຢ່າ​ໄປ​ຂົ່ມເຫັງ​ພວກເຂົາ. 34ເຈົ້າ​ຕ້ອງ​ປະຕິບັດ​ຕໍ່​ເຂົາ​ເຊັ່ນ​ດຽວ​ກັບ​ຄົນທ້ອງຖິ່ນ. ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ຕົນ​ເອງ, ເພາະ​ພວກເຈົ້າເອງ​ເຄີຍ​ເປັນ​ຄົນຕ່າງດ້າວ​ໃນ​ປະເທດ​ເອຢິບ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
35“ ‘ຢ່າ​ໃຊ້​ມາດຕາຖານ​ອັນ​ບໍ່​ທ່ຽງທຳ​ໃນ​ການ​ວັດແທກ​ຄວາມຍາວ, ການຊັ່ງນ້ຳໜັກ, ການນັບຈຳນວນ. 36ຈົ່ງ​ໃຊ້​ມາດຕາ​ສ່ວນ, ເຄື່ອງ​ຊັ່ງ​ນ້ຳໜັກ, ເຄື່ອງວັດແທກ, ທັງ​ເອຟາ#19:36 ເອຟາ ໃຊ້​ຊັ່ງ​ຂອງ​ແຫ້ງ ສ່ວນ​ຮິນ​ແມ່ນ​ໃຊ້​ຊັ່ງ​ຂອງ​ແຫລວ ແລະ ຮິນ#19:36 ຮິນ ໃຊ້​ຊັ່ງ​ຂອງ​ແຫລວ ໜຶ່ງຮິນ​ເທົ່າ​ກັບ​ໜຶ່ງ​ກາລອນ ຫລື ປະມານ 3,8 ລິດ​ຢ່າງ​ທ່ຽງທຳ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ.
37“ ‘ຈົ່ງ​ຖືຮັກສາ​ຂໍ້ຄຳສັ່ງ​ຂອງ​ເຮົາ​ທຸກຢ່າງ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ເຮົາ​ທັງໝົດ. ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in