YouVersion Logo
Search Icon

ລະບຽບພວກເລວີ 18

18
ຄວາມສຳພັນ​ທາງ​ເພດ​ທີ່​ຜິດ​ກົດບັນຍັດ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ໃຫ້​ແຈ້ງ​ຊາວ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ: ‘ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ 3ພວກເຈົ້າ​ຢ່າ​ປະພຶດ​ຕົນ​ຕາມ​ແບບຢ່າງ​ຊາວ​ເອຢິບ​ທີ່​ພວກເຈົ້າ​ທັງຫລາຍ​ເຄີຍ​ອາໄສ​ຢູ່ ແລະ ພວກເຈົ້າ​ຢ່າ​ເຮັດ​ດັ່ງທີ່​ພວກເຂົາ​ເຮັດ​ໃນ​ດິນແດນ​ການາອານ, ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ. ຢ່າ​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຂົາ. 4ພວກເຈົ້າ​ຕ້ອງ​ເຊື່ອຟັງ​ກົດບັນຍັດ​ຂອງ​ເຮົາ ແລະ ເອົາໃຈໃສ່​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. 5ຈົ່ງ​ຮັກສາ​ຂໍ້ຄຳສັ່ງ ແລະ ກົດບັນຍັດ​ຂອງ​ເຮົາ, ເພາະ​ຜູ້ໃດ​ທີ່​ເຊື່ອຟັງ​ຈະ​ມີຊີວິດ​ຢູ່​ໂດຍ​ສິ່ງ​ເຫລົ່ານີ້. ເຮົາ​ຄື​ພຣະເຈົ້າ​ຢາເວ.
6“ ‘ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ເຂົ້າ​ສູ່​ການພົວພັນ​ທາງເພດ​ກັບ​ພີ່ນ້ອງ​ໃກ້ຊິດ​ຂອງຕົນ. ເຮົາ​ຄື​ພຣະເຈົ້າ​ຢາເວ.
7“ ‘ຢ່າ​ເຮັດ​ໃຫ້​ພໍ່​ຂອງ​ພວກເຈົ້າ​ອັບອາຍຂາຍໜ້າ​ໂດຍ​ມີ​ການ​ພົວພັນ​ທາງເພດ​ກັບ​ແມ່​ຂອງ​ຕົນ​ເອງ. ນາງ​ເປັນ​ແມ່​ຂອງ​ພວກເຈົ້າ, ຢ່າ​ມີ​ການ​ພົວພັນ​ກັບ​ນາງ.
8“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ເມຍ​ຄົນໃດໆ​ຂອງ​ພໍ່​ຕົນ, ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມອັບອາຍຂາຍໜ້າ​ພໍ່​ຂອງຕົນ.
9“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ເອື້ອຍນ້ອງ​ຂອງ​ພວກເຈົ້າ, ບໍ່​ວ່າ​ຈະ​ເປັນ​ລູກສາວ​ຕ່າງ​ແມ່ ຫລື ລູກສາວ​ຕ່າງ​ພໍ່​ພວກເຈົ້າ, ບໍ່​ວ່າ​ຈະ​ເກີດ​ໃນ​ເຮືອນດຽວ​ກັນ ຫລື ເກີດ​ຄົນ​ລະ​ບ່ອນ​ກໍ​ຕາມ.
10“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ຫລານສາວ​ທີ່​ເປັນ​ລູກສາວ​ຂອງ​ລູກຊາຍ ຫລື ລູກສາວ​ຂອງ​ລູກສາວ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມອັບອາຍຂາຍໜ້າ​ຕົນ​ເອງ.
11“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ເອື້ອຍນ້ອງ​ຕ່າງ​ແມ່, ເຊິ່ງ​ເກີດ​ກັບ​ພໍ່​ຂອງ​ຕົນ; ນາງ​ຄື​ເອື້ອຍນ້ອງ​ຂອງ​ພວກເຈົ້າ.
12“ ‘ຢ່າ​ມີ​ການ​ພົວພັນ​ກັບ​ປ້າ ຫລື ອາ​ຂອງ​ພວກເຈົ້າ, ນາງ​ເປັນ​ພີ່ນ້ອງ​ໃກ້ສິດ​ກັບ​ພໍ່​ຂອງ​ພວກເຈົ້າ.
13“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ປ້າ ຫລື ນ້າສາວ​ຂອງ​ພວກເຈົ້າ ເພາະ​ນາງ​ເປັນ​ພີ່ນ້ອງ​ໃກ້ສິດ​ກັບ​ແມ່​ຂອງ​ພວກເຈົ້າ.
14“ ‘ຢ່າ​ເຮັດ​ໃຫ້​ອ້າຍ ຫລື ນ້ອງຊາຍ​ຂອງ​ພໍ່​ພວກເຈົ້າ​ອັບອາຍຂາຍໜ້າ​ໂດຍ​ມີ​ການ​ພົວພັນ​ທາງເພດ​ກັບ​ພັນລະຍາ​ຂອງ​ເພິ່ນ, ນາງ​ເປັນ​ປ້າ​ໄພ້ ຫລື ອາ​ໄພ້​ຂອງ​ພວກເຈົ້າ.
15“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ລູກໃພ້​ຂອງ​ພວກເຈົ້າ, ນາງ​ເປັນ​ເມຍ​ຂອງ​ລູກຊາຍ​ພວກເຈົ້າ; ຢ່າ​ມີ​ເພດສຳພັນ​ກັບ​ນາງ.
16“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ເມຍ​ຂອງ​ອ້າຍ ຫລື ເມຍ​ຂອງ​ນ້ອງຊາຍ​ພວກເຈົ້າ; ຊື່ງ​ຈະ​ເຮັດ​ໃຫ້​ອ້າຍ​ພວກເຈົ້າ​ເກີດ​ຄວາມອັບອາຍຂາຍໜ້າ.
17“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ຍິງ​ຄົນໃດ ແລະ ກັບ​ລູກສາວ​ຂອງ​ນາງ. ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ລູກ​ຂອງ​ລູກຊາຍ​ນາງ ຫລື ລູກ​ຂອງ​ລູກສາວ​ນາງ; ຍິງ​ເຫລົ່ານັ້ນ​ເປັນ​ພີ່ນ້ອງ​ໃກ້ສິດ​ກັບ​ນາງ. ການເຮັດ​ເຊັ່ນ​ນັ້ນ​ເປັນ​ຄວາມ​ຊົ່ວຮ້າຍ.
18“ ‘ຢ່າ​ເອົາ​ເອື້ອຍ ຫລື ນ້ອງສາວ​ເມຍ​ຂອງ​ພວກເຈົ້າ​ມາ​ເປັນ​ເມຍນ້ອຍ​ຂອງ​ພວກເຈົ້າ ແລະ ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ນາງ ຂະນະ​ທີ່​ເມຍ​ຂອງ​ພວກເຈົ້າ​ຍັງ​ມີຊີວິດ​ຢູ່.
19“ ‘ຢ່າ​ໄປ​ມີ​ການ​ພົວພັນ​ທາງເພດ​ກັບ​ແມ່ຍິງ​ທີ່​ກຳລັງ​ມີ​ປະຈຳເດືອນ​ຢູ່.
20“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ເມຍ​ຂອງ​ເພື່ອນບ້ານ ແລະ ເປັນ​ການ​ເຮັດ​ໃຫ້​ເປັນມົນທິນ​ຮ່ວມ​ກັບ​ນາງ.
21“ ‘ຢ່າ​ເອົາ​ລູກ​ຫລານ​ຂອງ​ພວກເຈົ້າ​ໄປ​ບູຊາ​ພະໂມເລັກ, ຢ່າ​ໝິ່ນປະໝາດ​ນາມ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ.
22“ ‘ຜູ້ຊາຍ​ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ຜູ້ຊາຍ​ຄື​ເຮັດ​ກັບ​ຜູ້ຍິງ; ເປັນ​ສິ່ງ​ທີ່​ໜ້າລັງກຽດ.
23“ ‘ຢ່າ​ມີ​ການ​ພົວພັນ​ທາງເພດ​ກັບ​ສັດ ແລະ ພາ​ໃຫ້​ຕົນ​ເອງ​ເປັນມົນທິນ. ຫ້າມ​ບໍ່​ໃຫ້​ແມ່ຍິງ​ປ່ອຍໂຕ​ໃຫ້​ມີ​ການ​ພົວພັນ​ທາງເພດ​ກັບ​ສັດ; ສິ່ງ​ນັ້ນ​ເປັນ​ຄວາມເສື່ອມຊາມ.
24“ ‘ຢ່າ​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ດ້ວຍ​ວິທີ​ເຫລົ່ານີ້, ເພາະ​ຊົນຊາດ​ຕ່າງໆ​ທີ່​ເຮົາ​ຂັບໄລ່​ອອກ​ໄປ​ໃຫ້​ພົ້ນ​ກ່ອນ​ພວກເຈົ້າ​ນັ້ນ​ກໍ່​ເປັນມົນທິນ. 25ເຖິງແມ່ນ​ດິນແດນ​ນັ້ນ​ເປັນມົນທິນ​ແລ້ວ​ກໍ​ຕາມ; ຢ່າງໃດກໍ່ດີ​ເຮົາ​ຍັງ​ລົງໂທດ​ດິນແດນ​ນັ້ນ​ເພາະ​ຄວາມບາບ​ຂອງ​ພວກເຂົາ ແລະ ແຜ່ນດິນ​ກຳລັງ​ຄາຍ​ພວກທີ່​ອາໄສຢູ່​ນັ້ນ​ອອກມາ. 26ແຕ່​ພວກເຈົ້າ​ຕ້ອງ​ຖືຮັກສາ​ຂໍ້ຄຳສັ່ງ ແລະ ກົດບັນຍັດ​ຂອງ​ເຮົາ. ທັງ​ຄົນທ້ອງຖິ່ນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ເຫລົ່ານີ້. 27ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ແມ່ນ​ປະຊາຊົນ​ຜູ້​ດຳລົງ​ຊີວິດໃນ​ດິນແດນ​ນີ້​ກ່ອນ​ພວກເຈົ້າ​ໄດ້​ກະທຳ​ໄວ້ ແລະ ດິນແດນ​ນັ້ນ​ຈຶ່ງ​ກາຍ​ເປັນມົນທິນ. 28ແລະ ຖ້າ​ເຈົ້າ​ເຮັດ​ໃຫ້​ແຜ່ນດິນ​ເປັນມົນທິນ, ແຜ່ນດິນ​ນັ້ນ​ກໍ​ຈະ​ຄາຍ​ພວກເຈົ້າ​ອອກມາ​ເໝືອນ​ທີ່​ໄດ້​ຄາຍ​ຊົນຊາດ​ຕ່າງໆ​ອອກມາ​ກ່ອນໜ້າ​ພວກເຈົ້າ​ນັ້ນ.
29“ ‘ຄົນໃດ​ທີ່​ເຮັດ​ສິ່ງ​ໜ້າລັງກຽດ​ຢ່າງໃດຢ່າງໜຶ່ງ​ເຫລົ່ານີ້ ຄົນນັ້ນ​ຈະ​ຕ້ອງ​ຖືກ​ຕັດອອກ​ຈາກ​ປະຊາຊົນ​ຂອງ​ຕົນ. 30ສະນັ້ນ​ຈົ່ງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ເຮົາ ຢ່າ​ດຳເນີນຊີວິດ​ຕາມ​ແບບຢ່າງ​ອັນ​ໜ້າລັງກຽດ​ເຫລົ່ານີ້ ເຊິ່ງ​ປະຕິບັດ​ກັນ​ມາ​ກ່ອນໜ້າ​ພວກເຈົ້າ​ເຂົ້າມາ ແລະ ຢ່າ​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ໄປ​ກັບ​ພວກເຂົາ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in