YouVersion Logo
Search Icon

ເອເຊກຽນ 18

18
ຈິດ​ວິນຍານ​ທີ່​ເຮັດ​ບາບ​ຈະ​ຕາຍ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ພວກເຈົ້າ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ ທີ່​ກ່າວ​ສຸພາສິດ​ກ່ຽວກັບ​ດິນແດນ​ອິດສະຣາເອນ​ນີ້​ວ່າ:
“ ‘ພໍ່​ແມ່​ກິນ​ອະງຸ່ນ​ສົ້ມ,
ແລ້ວ​ລູກ​ກໍ​ເຂັດ​ແຂ້ວ’?
3“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ໃດ ເຈົ້າ​ຈະ​ບໍ່​ໄດ້​ກ່າວ​ສຸພາສິດ​ນີ້​ໃນ​ອິດສະຣາເອນ​ອີກ​ຕໍ່ໄປ​ຢ່າງ​ແນ່ນອນ. 4ເພາະ​ຈິດ​ວິນຍານ​ຂອງ​ທຸກ​ຄົນ​ເປັນ​ຂອງ​ເຮົາ, ທັງ​ຂອງ​ພໍ່ ແລະ ຂອງ​ລູກ​ລ້ວນ​ແຕ່​ເປັນ​ຂອງ​ເຮົາ. ຈິດ​ວິນຍານ​ທີ່​ເຮັດ​ບາບ​ກໍ​ຈະ​ຕ້ອງ​ຕາຍ.
5“ສົມມຸດ​ວ່າ​ມີ​ຄົນ​ຊອບທຳ​ຄົນ​ໜຶ່ງ
ເຊິ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ທ່ຽງທຳ.
6ລາວ​ບໍ່​ໄດ້​ກິນ​ອາຫານ​ຢູ່​ທີ່​ສະຖານ​ບູຊາ​ເທິງ​ພູເຂົາ
ຫລື ເພິ່ງ​ຮູບເຄົາລົບ​ທັງຫລາຍ​ຂອງ​ອິດສະຣາເອນ.
ລາວ​ບໍ່​ໄດ້​ເຮັດ​ໃຫ້​ເມຍ​ຂອງ​ເພື່ອນບ້ານ​ຂອງ​ລາວ​ເປັນ​ມົນທິນ
ຫລື ມີ​ເພດສຳພັນ​ກັບ​ແມ່ຍິງ​ທີ່​ຢູ່​ໃນ​ຊ່ວງ​ທີ່​ນາງ​ມີ​ປະຈຳ​ເດືອນ.
7ລາວ​ບໍ່​ໄດ້​ຂົ່ມເຫັງ​ຜູ້ໃດ,
ແຕ່​ຄືນ​ສິ່ງ​ທີ່​ລາວ​ໄດ້​ຮັບ​ໃນ​ສັນຍາ​ກູ້ຢືມ.
ລາວ​ບໍ່​ໄດ້​ປຸ້ນ​ຈີ້
ແຕ່​ໃຫ້​ເອົາ​ອາຫານ​ຂອງ​ຕົນ​ໃຫ້​ແກ່​ຄົນ​ຫິວ​ໂຫຍ
ແລະ ໃຫ້​ເຄື່ອງນຸ່ງ​ແກ່​ຜູ້​ທີ່​ເປືອຍ​ກາຍ.
8ລາວ​ບໍ່​ໄດ້​ໃຫ້​ກູ້ຢືມ​ໂດຍ​ຄິດ​ດອກ​ເບ້ຍ​ສູງ​ເກີນ​ໄປ
ຫລື ຫາ​ກຳໄລ​ຈາກ​ພວກເຂົາ.
ລາວ​ລະ​ມື​ຂອງ​ຕົນ​ຈາກ​ການ​ເຮັດ​ຄວາມ​ຊົ່ວ
ແລະ ລາວ​ຕັດສິນ​ສອງ​ຝ່າຍ​ຢ່າງ​ຍຸຕິທຳ.
9ລາວ​ປະຕິບັດ​ຕາມ​ດຳລັດ​ຂອງ​ເຮົາ
ແລະ ຮັກສາ​ກົດບັນຍັດ​ຂອງ​ເຮົາ​ຢ່າງ​ສັດຊື່​ທີ່​ສຸດ
ຜູ້​ນັ້ນ​ເປັນ​ຄົນ​ຊອບທຳ;
ລາວ​ຈະ​ດຳລົງ​ຊີວິດ​ຢູ່​ແນ່ນອນ,
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
10“ສົມມຸດ​ວ່າ​ຊາຍ​ຄົນ​ນັ້ນ​ມີ​ລູກຊາຍ​ທີ່​ໂຫດຫ້ຽມ, ເຊິ່ງ​ເຮັດ​ໃຫ້​ເລືອດ​ຕົກ ຫລື ເຮັດ​ສິ່ງ​ຕໍ່ໄປ​ນີ້#18:10 ຫລື ກະທຳ​ສິ່ງ​ຕໍ່ໄປ​ນີ້​ກັບ​ອ້າຍນ້ອງ 11(ເຖິງ​ແມ່ນ​ວ່າ​ຜູ້​ເປັນ​ພໍ່​ບໍ່​ໄດ້​ເຮັດ​ສິ່ງ​ເຫລົ່ານີ້​ເລີຍ) ຄື:
“ລາວ​ກິນ​ອາຫານ​ຢູ່​ທີ່​ສະຖານ​ບູຊາ​ເທິງ​ພູເຂົາ.
ລາວ​ເຮັດ​ໃຫ້​ເມຍ​ຂອງ​ເພື່ອນບ້ານ​ຂອງ​ຕົນ​ເປັນ​ມົນທິນ.
12ລາວ​ຂົ່ມເຫັງ​ຄົນ​ທຸກຍາກ ແລະ ຄົນ​ຂັດສົນ.
ລາວ​ປຸ້ນ​ຈີ້.
ລາວ​ບໍ່​ຍອມ​ຄືນ​ສິ່ງ​ທີ່​ລາວ​ໄດ້​ຮັບ​ໃນ​ສັນຍາ​ກູ້ຢືມ.
ລາວ​ເພິ່ງ​ຮູບເຄົາລົບ​ທັງຫລາຍ.
ລາວ​ເຮັດ​ສິ່ງ​ທີ່​ໜ້າ​ກຽດຊັງ.
13ລາວ​ໃຫ້​ກູ້ຢືມ​ໂດຍ​ຄິດ​ດອກ​ເບ້ຍ​ສູງ​ເກີນ​ໄປ ແລະ ຫາ​ກຳໄລ.
ຄົນ​ເຊັ່ນ​ນັ້ນ​ຈະ​ດຳລົງ​ຊີວິດ​ຢູ່​ໄດ້​ບໍ? ລາວ​ຈະ​ບໍ່​ດຳລົງ​ຊີວິດ​ຢູ່​ໄດ້​ເລີຍ! ເພາະ​ວ່າ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ທັງໝົດ​ນີ້, ລາວ​ຈະ​ຕ້ອງ​ຖືກ​ຂ້າ​ໃຫ້​ຕາຍ; ທີ່​ລາວ​ຕ້ອງ​ຕາຍ​ນັ້ນ​ກໍ​ເປັນ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ເອງ.
14“ແຕ່​ສົມມຸດ​ວ່າ​ຊາຍ​ຄົນ​ນີ້​ມີ​ລູກຊາຍ​ທີ່​ເຫັນ​ບາບ​ທັງໝົດ​ທີ່​ພໍ່​ຂອງ​ຕົນ​ເຮັດ ແລະ ເຖິງ​ແມ່ນ​ວ່າ​ລາວ​ເຫັນ​ຄວາມ​ບາບ​ເຫລົ່ານັ້ນ ລາວ​ກໍ​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ຕ່າງໆ​ດັ່ງຕໍ່​ໄປ​ນີ້:
15“ລາວ​ບໍ່​ໄດ້​ກິນ​ອາຫານ​ຢູ່​ທີ່​ສະຖານ​ບູຊາ​ເທິງ​ພູເຂົາ
ຫລື ເພິ່ງ​ຮູບເຄົາລົບ​ທັງຫລາຍ​ຂອງ​ອິດສະຣາເອນ.
ລາວ​ບໍ່​ໄດ້​ເຮັດ​ໃຫ້​ເມຍ​ຂອງ​ເພື່ອນບ້ານ​ຂອງ​ຕົນ​ເປັນ​ມົນທິນ.
16ລາວ​ບໍ່​ໄດ້​ຂົ່ມເຫັງ​ຜູ້ໃດ
ຫລື ຮຽກຮ້ອງ​ເອົາ​ສິ່ງ​ຕ່າງໆ​ໃນ​ການ​ກູ້ຢືມ.
ລາວ​ບໍ່​ໄດ້​ປຸ້ນ​ຈີ້
ແຕ່​ເອົາ​ອາຫານ​ຂອງ​ຕົນ​ໃຫ້​ແກ່​ຄົນ​ຫິວ​ໂຫຍ
ແລະ ໃຫ້​ເຄື່ອງນຸ່ງ​ແກ່​ຜູ້​ທີ່​ເປືອຍ​ກາຍ.
17ລາວ​ລະ​ມື​ຂອງ​ຕົນ​ຈາກ​ການ​ປະຕິບັດ​ຢ່າງ​ບໍ່​ເໝາະສົມ​ຕໍ່​ຄົນທຸກຍາກ
ແລະ ໃຫ້​ກູ້ຢືມ​ໂດຍ​ບໍ່​ຄິດ​ດອກເບ້ຍ​ສູງ​ເກີນ​ໄປ ຫລື ຫາ​ກຳໄລ​ຈາກ​ພວກເຂົາ.
ລາວ​ຮັກສາ​ກົດບັນຍັດ​ຂອງ​ເຮົາ ແລະ ປະຕິບັດ​ຕາມ​ດຳລັດ​ທັງຫລາຍ​ຂອງ​ເຮົາ.
ລາວ​ຈະ​ບໍ່​ຕາຍ​ເພາະ​ບາບ​ຂອງ​ພໍ່​ຂອງ​ລາວ; ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ. 18ສ່ວນ​ຜູ້​ເປັນ​ພໍ່​ນັ້ນ​ຈະ​ຕາຍ​ເພາະ​ຄວາມ​ບາບ​ຂອງ​ຕົນ, ເພາະ​ລາວ​ໄດ້​ຂົ່ມຂູ່, ປຸ້ນ​ຈີ້​ພີ່ນ້ອງ​ຂອງ​ຕົນ ແລະ ໄດ້​ເຮັດ​ສິ່ງ​ທີ່​ຜິດ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ລາວ.
19“ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ຖາມ​ວ່າ, ‘ເປັນ​ຫຍັງ​ລູກຊາຍ​ບໍ່​ຕ້ອງ​ຮ່ວມ​ຮັບ​ໂທດ​ຄວາມ​ຜິດ​ຂອງ​ພໍ່​ຂອງ​ຕົນ?’ ເນື່ອງ​ຈາກ​ວ່າ​ລູກຊາຍ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ທ່ຽງທຳ ແລະ ໄດ້​ເອົາໃຈໃສ່​ເຮັດ​ຕາມ​ດຳລັດ​ທັງໝົດ​ຂອງ​ເຮົາ​ຢ່າງ​ລະມັດລະວັງ, ລາວ​ຈະ​ດຳລົງ​ຊີວິດ​ຢູ່​ຢ່າງ​ແນ່ນອນ. 20ຜູ້ໃດ​ທີ່​ເຮັດ​ບາບ ຜູ້​ນັ້ນ​ກໍ​ຈະ​ຕ້ອງ​ຕາຍ. ລູກ​ຈະ​ບໍ່​ຕ້ອງ​ຮ່ວມ​ຮັບ​ໂທດ​ກັບ​ຄວາມ​ຜິດ​ຂອງ​ພໍ່, ທັງ​ພໍ່​ກໍ​ບໍ່​ຕ້ອງ​ຮ່ວມ​ຮັບ​ໂທດ​ກັບ​ຄວາມ​ຜິດ​ຂອງ​ລູກ. ຄົນ​ຊອບທຳ​ຈະ​ໄດ້​ຮັບ​ຜົນ​ແຫ່ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ ແລະ ຄົນ​ຊົ່ວ​ກໍ​ຈະ​ໄດ້​ຮັບ​ການ​ກ່າວ​ໂທດ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ.
21“ແຕ່​ຖ້າ​ຄົນ​ຊົ່ວ​ຫັນ​ໜີ​ຈາກ​ບາບ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ ແລ້ວ​ຮັກສາ​ດຳລັດ​ທັງໝົດ​ຂອງ​ເຮົາ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ, ຄົນ​ນັ້ນ​ກໍ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ; ພວກເຂົາ​ຈະ​ບໍ່​ຕາຍ. 22ຄວາມ​ຜິດ​ພາດ​ທັງໝົດ​ທີ່​ເຂົາ​ໄດ້​ເຮັດ​ຈະ​ບໍ່​ເປັນ​ທີ່​ຈົດຈຳ ແລະ ບໍ່​ນຳ​ມາ​ເປັນ​ຂໍ້​ກ່າວ​ໂທດ​ພວກເຂົາ, ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ເພາະ​ສິ່ງ​ຊອບທຳ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ. 23ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ, ເຮົາ​ຄວນ​ພໍໃຈ​ໃນ​ຄວາມ​ຕາຍ​ຂອງ​ຄົນ​ຊົ່ວ​ຮ້າຍ​ບໍ? ເຮົາ​ບໍ່​ຍິນ​ດີ​ຫລາຍ​ກວ່າ​ບໍ ເມື່ອ​ພວກເຂົາ​ຫັນ​ໜີ​ຈາກ​ທາງ​ຊົ່ວ​ຂອງ​ຕົນ ແລະ ມີ​ຊີວິດ​ຢູ່?
24“ແຕ່​ຖ້າ​ຄົນ​ຊອບທຳ​ຫັນ​ໜີ​ຈາກ​ຄວາມ​ຊອບທຳ​ຂອງ​ຕົນ​ໄປ​ເຮັດ​ບາບ ແລະ ເຮັດ​ສິ່ງ​ທີ່​ໜ້າ​ຊັງ​ເໝືອນ​ກັນ​ກັບ​ຄົນ​ຊົ່ວ​ທີ່​ຄົນ​ຊົ່ວ​ເຮັດ, ພວກເຂົາ​ກໍ​ຈະ​ມີຊີວິດ​ຢູ່​ໄດ້​ບໍ? ສິ່ງ​ຊອບທຳ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຈະ​ບໍ່​ເປັນ​ທີ່​ຈົດຈຳ. ພວກເຂົາ​ຈະ​ຕາຍ​ເພາະ​ໂທດ​ຖານ​ທີ່​ພວກເຂົາ​ບໍ່ສັດຊື່ ແລະ ເພາະ​ບາບ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.
25“ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ກ່າວ​ວ່າ, ‘ວິຖີທາງ​ຂອງ​ອົງພຣະຜູ້ເປັນເຈົ້າ​ບໍ່​ຍຸຕິທຳ’. ຊາວ​ອິດສະຣາເອນ ຈົ່ງ​ຟັງ, ວິຖີທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ? ວິຖີທາງ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ​ທີ່​ບໍ່​ຍຸຕິທຳ? 26ຖ້າ​ຄົນ​ຊອບທຳ​ຫັນ​ໜີ​ຈາກ​ຄວາມ​ຊອບທຳ​ຂອງ​ຕົນ ແລະ ໄປ​ເຮັດ​ບາບ, ພວກເຂົາ​ກໍ​ຈະ​ຕາຍ​ເພາະ​ຄວາມ​ບາບ; ພວກເຂົາ​ຈະ​ຕາຍ​ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ. 27ແຕ່​ຖ້າ​ຄົນ​ຊົ່ວ​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ທີ່​ຕົນ​ໄດ້​ເຮັດ​ໄປ​ແລ້ວ ແລະ ກັບ​ມາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາ​ກໍ​ຈະ​ຊ່ວຍ​ຊີວິດ​ຂອງ​ຕົນ​ເອງ​ໄວ້. 28ເພາະ​ພວກເຂົາ​ສຳນຶກ ແລະ ຫັນ​ໜີ​ຈາກ​ການ​ລ່ວງ​ລະເມີດ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ແລ້ວ, ຄົນ​ນັ້ນ​ກໍ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ; ພວກເຂົາ​ຈະ​ບໍ່​ຕາຍ. 29ເຖິງ​ປານ​ນັ້ນ​ຊາວ​ອິດສະຣາເອນ​ກໍ​ຍັງ​ກ່າວ​ວ່າ, ‘ວິຖີທາງ​ຂອງ​ອົງພຣະຜູ້ເປັນເຈົ້າ​ບໍ່​ຍຸຕິທຳ’. ປະຊາຊົນ​ອິດສະຣາເອນ ວິຖີທາງ​ຂອງ​ເຮົາ​ບໍ່​ຍຸຕິທຳ​ບໍ? ວິຖີທາງ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ​ທີ່​ບໍ່​ຍຸຕິທຳ?
30“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, ເຫດສະນັ້ນ ຊາວ​ອິດສະຣາເອນ, ເຮົາ​ຈະ​ຕັດສິນ​ເຈົ້າ​ແຕ່ລະຄົນ​ຕາມ​ການ​ກະທຳ​ຂອງ​ເຈົ້າ, ຈົ່ງ​ກັບ​ໃຈ​ໃໝ່! ຫັນ​ໜີ​ຈາກ​ການ​ລ່ວງ​ລະເມີດ​ທັງໝົດ​ຂອງ​ເຈົ້າ; ແລ້ວ​ເຈົ້າ​ກໍ​ຈະ​ບໍ່​ຕ້ອງ​ພິນາດ​ຫລົ້ມຈົມ​ເພາະ​ບາບ. 31ຈົ່ງ​ປະຖິ້ມ​ການ​ລ່ວງ​ລະເມີດ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ ແລະ ຮັບ​ເອົາ​ຈິດໃຈ ແລະ ວິນຍານ​ໃໝ່. ຄົນ​ອິດສະຣາເອນ, ເຈົ້າ​ຈະ​ຕາຍ​ເຮັດ​ຫຍັງ? 32ເພາະ​ເຮົາ​ບໍ່​ໄດ້​ພໍໃຈ​ໃນ​ຄວາມ​ຕາຍ​ຂອງ​ຜູ້​ໜຶ່ງ​ຜູ້ໃດ, ຈົ່ງ​ກັບ​ໃຈ​ໃໝ່ ແລະ ມີ​ຊີວິດ​ຢູ່! ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in