YouVersion Logo
Search Icon

ເອເຊກຽນ 19

19
ບົດ​ເພງ​ຄ່ຳຄວນ​ແດ່​ເຈົ້ານາຍ​ຂອງ​ອິດສະຣາເອນ
1“ຈົ່ງ​ຄ່ຳຄວນ​ອາໄລ​ເຖິງ​ບັນດາ​ເຈົ້ານາຍ​ຂອງ​ອິດສະຣາເອນ 2ແລະ ກ່າວ​ວ່າ:
“ ‘ມານດາ​ຂອງ​ເຈົ້າ​ຊ່າງ​ເໝືອນ​ນາງ​ສິງ
ໃນ​ບັນດາ​ສິງ​ທັງຫລາຍ!
ນາງ​ເອນ​ກາຍ​ລົງ​ທ່າມກາງ​ສິງ​ໜຸ່ມ
ແລະ ລ້ຽງດູ​ລູກ​ທັງຫລາຍ​ຂອງ​ຕົນ.
3ນາງ​ລ້ຽງ​ລູກ​ສິງ​ຂອງ​ນາງ​ໜຶ່ງ​ໂຕ
ແລະ ລາວ​ກາຍເປັນ​ສິງ​ໜຸ່ມ​ຜູ້​ເຂັ້ມແຂງ.
ລາວ​ຮຽນ​ຮູ້​ທີ່​ຈະ​ຈີກ​ເຫຍື່ອ
ແລະ ລາວ​ໄດ້​ກາຍເປັນ​ຜູ້​ກິນ​ມະນຸດ.
4ເມື່ອ​ປະຊາຊາດ​ທັງຫລາຍ​ໄດ້​ຍິນ​ເລື່ອງ​ຂອງ​ລາວ,
ແລະ ລາວ​ກໍ​ຖືກ​ດັກ​ຈັບ​ໄວ້​ໃນ​ຂຸມ.
ພວກເຂົາ​ເອົາ​ຂໍ​ເກາະ​ສິງ​ໜຸ່ມ​ນັ້ນ
ນຳ​ສິງ​ໜຸ່ມ​ນັ້ນ​ໄປ​ທີ່​ດິນແດນ​ເອຢິບ.
5“ ‘ເມື່ອ​ສິງ​ແມ່​ເຫັນ​ວ່າ​ຄວາມ​ຫວັງ​ຂອງ​ຕົນ​ບໍ່​ເປັນ​ຈິງ
ຄວາມ​ຄາດ​ໝາຍ​ຂອງ​ນາງ​ກໍ​ສູນ​ສິ້ນ​ໄປ,
ນາງ​ຈຶ່ງ​ເອົາ​ລູກ​ສິງ​ອີກ​ໜຶ່ງ​ໂຕ​ມາ​ລ້ຽງ
ແລະ ໃຫ້​ເປັນ​ສິງ​ໜຸ່ມ​ຜູ້​ແຂງແຮງ.
6ລາວ​ຍ່າງ​ໄປ​ມາ​ໃນ​ທ່າມກາງ​ສິງ​ທັງຫລາຍ,
ເພາະ​ບັດນີ້​ລາວ​ເປັນ​ສິງ​ໜຸ່ມ​ຜູ້​ແຂງແຮງ.
ລາວ​ໄດ້​ຮຽນ​ຮູ້​ທີ່​ຈະ​ຈີກ​ເຫຍື່ອ
ແລະ ລາວ​ກໍ​ກາຍ​ເປັນ​ຜູ້​ກິນ​ມະນຸດ.
7ລາວ​ໄດ້​ພັງ#19:7 ພາສາ​ເຮັບເຣີ​ວ່າ ລາວ​ຮູ້​ຈັກ​ຖານ​ທີ່​ໝັ້ນ
ແລະ ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.
ດິນແດນ​ນັ້ນ ແລະ ທຸກຄົນ​ທີ່​ຢູ່​ໃນ​ນັ້ນ
ກໍ​ຕົກໃຈ​ເພາະ​ສຽງ​ຮ້ອງ​ຂອງ​ລາວ.
8ແລ້ວ​ປະຊາຊາດ​ທັງຫລາຍ​ຈາກ​ເຂດແດນ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ນັ້ນ
ກໍ​ມາ​ສູ້​ກັບ​ລາວ.
ພວກເຂົາ​ກາງ​ຕາໜ່າງ​ດັກ​ລາວ,
ແລ້ວ​ລາວ​ກໍ​ຖືກ​ຈັບ​ໄດ້​ໃນ​ຂຸມ​ຂອງ​ພວກເຂົາ.
9ພວກເຂົາ​ລາກ​ລາວ​ໄປ​ດ້ວຍ​ຂໍ​ເກາະ​ໄປ​ຂັງ​ໄວ້​ຢູ່​ໃນ​ກົງ
ແລະ ຖືກ​ນຳ​ໂຕ​ໄປ​ພົບ​ກະສັດ​ບາບີໂລນ.
ພວກເຂົາ​ຂັງ​ລາວ​ໄວ້​ໃນ​ຄຸກ,
ຈຶ່ງ​ບໍ່​ໄດ້​ຍິນ​ສຽງຮ້ອງ​ຂອງ​ລາວ
ຢູ່​ເທິງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ​ອີກ​ຕໍ່ໄປ.
10“ ‘ແມ່​ຂອງ​ເຈົ້າ​ເໝືອນ​ກັບ​ເຄືອອະງຸ່ນ
ທີ່​ປູກ​ໄວ້​ຢູ່​ແຄມ​ນ້ຳ​ໃນ​ສວນ​ອະງຸ່ນ​ຂອງ​ເຈົ້າ#19:10 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ໃນ​ເລືອດ​ຂອງ​ເຈົ້າ
ມີ​ໝາກ​ດົກ ແລະ ເຕັມ​ໄປ​ດ້ວຍ​ງ່າ​ທັງຫລາຍ
ເພາະ​ອຸດົມ​ໄປ​ດ້ວຍ​ນ້ຳ.
11ງ່າ​ທັງຫລາຍ​ຂອງ​ມັນ​ກໍ​ແຂງແຮງ,
ເໝາະ​ສົມ​ເປັນ​ໄມ້​ຄາທາ​ຂອງ​ຜູ້​ຄອບຄອງ.
ມັນ​ຊູ​ງ່າ​ສູງ
ເໜືອ​ຂະແໜງ​ອັນ​ແໜ້ນໜາ
ໂດດ​ເດັ່ນ​ເພາະ​ຊູ​ຂຶ້ນ​ສູງ
ແລະ ແຕກ​ງ່າ​ຫລາຍ.
12ແຕ່​ມັນ​ຖືກ​ຖອນ​ຮາກ​ຂຶ້ນ​ມາ​ດ້ວຍ​ດ້ວຍ​ຄວາມ​ໂກດແຄ້ນ
ແລະ ຖືກ​ໂຍນ​ຖິ້ມ​ລົງ​ທີ່​ພື້ນ.
ລົມ​ຕາເວັນ​ອອກ​ໄດ້​ເຮັດ​ໃຫ້​ມັນ​ຫ່ຽວແຫ້ງ,
ຜົນ​ຂອງ​ມັນ​ກໍ​ຖືກ​ປິດ​ໄປ;
ງ່າ​ທັງຫລາຍ​ທີ່​ແຂງແຮງ​ຂອງ​ມັນ​ກໍ​ຫ່ຽວແຫ້ງ
ແລະ ໄຟ​ກໍ​ເຜົາໄໝ້​ມັນ.
13ບັດນີ້ ມັນ​ຖືກ​ນຳ​ໄປ​ປູກ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ
ໃນ​ແຜ່ນດິນ​ທີ່​ແຫ້ງແລ້ງ ແລະ ຂາດ​ນ້ຳ.
14ມີ​ໄຟ​ລາມ​ອອກ​ມາ​ຈາກ​ງ່າ​ໃຫຍ່​ງ່າ​ໜຶ່ງ#19:14 ຫລື ຈາກ​ກ້ອງ​ງ່າ​ຂອງ​ມັນ
ແລະ ເຜົາໄໝ້​ຜົນ​ຂອງ​ມັນ.
ຈຶ່ງ​ບໍ່​ເຫລືອ​ງ່າ​ທີ່​ແຂງແຮງ
ທີ່​ເໝາະ​ສົມ​ຈະ​ເຮັດ​ເປັນ​ໄມ້​ຄາທາ​ຂອງ​ຜູ້​ຄອບຄອງ​ອີກ’.
ນີ້​ຄື​ບົດເພງ​ຄ່ຳຄວນ ແລະ ເອົາ​ໄວ້​ໃຊ້​ໃນ​ຍາມ​ຄ່ຳຄວນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in