ເອເຊກຽນ 18
18
ຈິດວິນຍານທີ່ເຮັດບາບຈະຕາຍ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: 2“ພວກເຈົ້າໝາຍຄວາມວ່າຢ່າງໃດ ທີ່ກ່າວສຸພາສິດກ່ຽວກັບດິນແດນອິດສະຣາເອນນີ້ວ່າ:
“ ‘ພໍ່ແມ່ກິນອະງຸ່ນສົ້ມ,
ແລ້ວລູກກໍເຂັດແຂ້ວ’?
3“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ, ເຮົາມີຊີວິດຢູ່ຢ່າງໃດ ເຈົ້າຈະບໍ່ໄດ້ກ່າວສຸພາສິດນີ້ໃນອິດສະຣາເອນອີກຕໍ່ໄປຢ່າງແນ່ນອນ. 4ເພາະຈິດວິນຍານຂອງທຸກຄົນເປັນຂອງເຮົາ, ທັງຂອງພໍ່ ແລະ ຂອງລູກລ້ວນແຕ່ເປັນຂອງເຮົາ. ຈິດວິນຍານທີ່ເຮັດບາບກໍຈະຕ້ອງຕາຍ.
5“ສົມມຸດວ່າມີຄົນຊອບທຳຄົນໜຶ່ງ
ເຊິ່ງເຮັດສິ່ງທີ່ຖືກຕ້ອງ ແລະ ທ່ຽງທຳ.
6ລາວບໍ່ໄດ້ກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ
ຫລື ເພິ່ງຮູບເຄົາລົບທັງຫລາຍຂອງອິດສະຣາເອນ.
ລາວບໍ່ໄດ້ເຮັດໃຫ້ເມຍຂອງເພື່ອນບ້ານຂອງລາວເປັນມົນທິນ
ຫລື ມີເພດສຳພັນກັບແມ່ຍິງທີ່ຢູ່ໃນຊ່ວງທີ່ນາງມີປະຈຳເດືອນ.
7ລາວບໍ່ໄດ້ຂົ່ມເຫັງຜູ້ໃດ,
ແຕ່ຄືນສິ່ງທີ່ລາວໄດ້ຮັບໃນສັນຍາກູ້ຢືມ.
ລາວບໍ່ໄດ້ປຸ້ນຈີ້
ແຕ່ໃຫ້ເອົາອາຫານຂອງຕົນໃຫ້ແກ່ຄົນຫິວໂຫຍ
ແລະ ໃຫ້ເຄື່ອງນຸ່ງແກ່ຜູ້ທີ່ເປືອຍກາຍ.
8ລາວບໍ່ໄດ້ໃຫ້ກູ້ຢືມໂດຍຄິດດອກເບ້ຍສູງເກີນໄປ
ຫລື ຫາກຳໄລຈາກພວກເຂົາ.
ລາວລະມືຂອງຕົນຈາກການເຮັດຄວາມຊົ່ວ
ແລະ ລາວຕັດສິນສອງຝ່າຍຢ່າງຍຸຕິທຳ.
9ລາວປະຕິບັດຕາມດຳລັດຂອງເຮົາ
ແລະ ຮັກສາກົດບັນຍັດຂອງເຮົາຢ່າງສັດຊື່ທີ່ສຸດ
ຜູ້ນັ້ນເປັນຄົນຊອບທຳ;
ລາວຈະດຳລົງຊີວິດຢູ່ແນ່ນອນ,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
10“ສົມມຸດວ່າຊາຍຄົນນັ້ນມີລູກຊາຍທີ່ໂຫດຫ້ຽມ, ເຊິ່ງເຮັດໃຫ້ເລືອດຕົກ ຫລື ເຮັດສິ່ງຕໍ່ໄປນີ້#18:10 ຫລື ກະທຳສິ່ງຕໍ່ໄປນີ້ກັບອ້າຍນ້ອງ 11(ເຖິງແມ່ນວ່າຜູ້ເປັນພໍ່ບໍ່ໄດ້ເຮັດສິ່ງເຫລົ່ານີ້ເລີຍ) ຄື:
“ລາວກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ.
ລາວເຮັດໃຫ້ເມຍຂອງເພື່ອນບ້ານຂອງຕົນເປັນມົນທິນ.
12ລາວຂົ່ມເຫັງຄົນທຸກຍາກ ແລະ ຄົນຂັດສົນ.
ລາວປຸ້ນຈີ້.
ລາວບໍ່ຍອມຄືນສິ່ງທີ່ລາວໄດ້ຮັບໃນສັນຍາກູ້ຢືມ.
ລາວເພິ່ງຮູບເຄົາລົບທັງຫລາຍ.
ລາວເຮັດສິ່ງທີ່ໜ້າກຽດຊັງ.
13ລາວໃຫ້ກູ້ຢືມໂດຍຄິດດອກເບ້ຍສູງເກີນໄປ ແລະ ຫາກຳໄລ.
ຄົນເຊັ່ນນັ້ນຈະດຳລົງຊີວິດຢູ່ໄດ້ບໍ? ລາວຈະບໍ່ດຳລົງຊີວິດຢູ່ໄດ້ເລີຍ! ເພາະວ່າລາວໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດນີ້, ລາວຈະຕ້ອງຖືກຂ້າໃຫ້ຕາຍ; ທີ່ລາວຕ້ອງຕາຍນັ້ນກໍເປັນຍ້ອນຄວາມຜິດຂອງລາວເອງ.
14“ແຕ່ສົມມຸດວ່າຊາຍຄົນນີ້ມີລູກຊາຍທີ່ເຫັນບາບທັງໝົດທີ່ພໍ່ຂອງຕົນເຮັດ ແລະ ເຖິງແມ່ນວ່າລາວເຫັນຄວາມບາບເຫລົ່ານັ້ນ ລາວກໍບໍ່ໄດ້ເຮັດຕາມສິ່ງຕ່າງໆດັ່ງຕໍ່ໄປນີ້:
15“ລາວບໍ່ໄດ້ກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ

ລາວບໍ່ໄດ້ເຮັດໃຫ້ເມຍຂອງເພື່ອນບ້ານຂອງຕົນເປັນມົນທິນ.
16ລາວບໍ່ໄດ້ຂົ່ມເຫັງຜູ້ໃດ
ຫລື ຮຽກຮ້ອງເອົາສິ່ງຕ່າງໆໃນການກູ້ຢືມ.
ລາວບໍ່ໄດ້ປຸ້ນຈີ້
ແຕ່ເອົາອາຫານຂອງຕົນໃຫ້ແກ່ຄົນຫິວໂຫຍ
ແລະ ໃຫ້ເຄື່ອງນຸ່ງແກ່ຜູ້ທີ່ເປືອຍກາຍ.
17ລາວລະມືຂອງຕົນຈາກການປະຕິບັດຢ່າງບໍ່ເໝາະສົມຕໍ່ຄົນທຸກຍາກ
ແລະ ໃຫ້ກູ້ຢືມໂດຍບໍ່ຄິດດອກເບ້ຍສູງເກີນໄປ ຫລື ຫາກຳໄລຈາກພວກເຂົາ.
ລາວຮັກສາກົດບັນຍັດຂອງເຮົາ ແລະ ປະຕິບັດຕາມດຳລັດທັງຫລາຍຂອງເຮົາ.
ລາວຈະບໍ່ຕາຍເພາະບາບຂອງພໍ່ຂອງລາວ; ລາວຈະມີຊີວິດຢູ່ຢ່າງແນ່ນອນ. 18ສ່ວນຜູ້ເປັນພໍ່ນັ້ນຈະຕາຍເພາະຄວາມບາບຂອງຕົນ, ເພາະລາວໄດ້ຂົ່ມຂູ່, ປຸ້ນຈີ້ພີ່ນ້ອງຂອງຕົນ ແລະ ໄດ້ເຮັດສິ່ງທີ່ຜິດໃນທ່າມກາງປະຊາຊົນຂອງລາວ.
19“ເຖິງປານນັ້ນເຈົ້າກໍຍັງຖາມວ່າ, ‘ເປັນຫຍັງລູກຊາຍບໍ່ຕ້ອງຮ່ວມຮັບໂທດຄວາມຜິດຂອງພໍ່ຂອງຕົນ?’ ເນື່ອງຈາກວ່າລູກຊາຍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ທ່ຽງທຳ ແລະ ໄດ້ເອົາໃຈໃສ່ເຮັດຕາມດຳລັດທັງໝົດຂອງເຮົາຢ່າງລະມັດລະວັງ, ລາວຈະດຳລົງຊີວິດຢູ່ຢ່າງແນ່ນອນ. 20ຜູ້ໃດທີ່ເຮັດບາບ ຜູ້ນັ້ນກໍຈະຕ້ອງຕາຍ. ລູກຈະບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງພໍ່, ທັງພໍ່ກໍບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງລູກ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງພວກເຂົາ ແລະ ຄົນຊົ່ວກໍຈະໄດ້ຮັບການກ່າວໂທດຈາກຄວາມຊົ່ວຮ້າຍຂອງພວກເຂົາ.
21“ແຕ່ຖ້າຄົນຊົ່ວຫັນໜີຈາກບາບທັງໝົດທີ່ພວກເຂົາໄດ້ເຮັດ ແລ້ວຮັກສາດຳລັດທັງໝົດຂອງເຮົາ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ. 22ຄວາມຜິດພາດທັງໝົດທີ່ເຂົາໄດ້ເຮັດຈະບໍ່ເປັນທີ່ຈົດຈຳ ແລະ ບໍ່ນຳມາເປັນຂໍ້ກ່າວໂທດພວກເຂົາ, ພວກເຂົາຈະມີຊີວິດຢູ່ເພາະສິ່ງຊອບທຳທັງຫລາຍທີ່ພວກເຂົາໄດ້ເຮັດນັ້ນ. 23ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ເຮົາຄວນພໍໃຈໃນຄວາມຕາຍຂອງຄົນຊົ່ວຮ້າຍບໍ? ເຮົາບໍ່ຍິນດີຫລາຍກວ່າບໍ ເມື່ອພວກເຂົາຫັນໜີຈາກທາງຊົ່ວຂອງຕົນ ແລະ ມີຊີວິດຢູ່?
24“ແຕ່ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳຂອງຕົນໄປເຮັດບາບ ແລະ ເຮັດສິ່ງທີ່ໜ້າຊັງເໝືອນກັນກັບຄົນຊົ່ວທີ່ຄົນຊົ່ວເຮັດ, ພວກເຂົາກໍຈະມີຊີວິດຢູ່ໄດ້ບໍ? ສິ່ງຊອບທຳທັງໝົດທີ່ພວກເຂົາໄດ້ເຮັດຈະບໍ່ເປັນທີ່ຈົດຈຳ. ພວກເຂົາຈະຕາຍເພາະໂທດຖານທີ່ພວກເຂົາບໍ່ສັດຊື່ ແລະ ເພາະບາບທັງຫລາຍທີ່ພວກເຂົາໄດ້ເຮັດ.
25“ເຖິງປານນັ້ນເຈົ້າກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ຊາວອິດສະຣາເອນ ຈົ່ງຟັງ, ວິຖີທາງຂອງເຮົາບໍ່ຍຸຕິທຳບໍ? ວິຖີທາງຂອງເຈົ້າບໍ່ແມ່ນບໍທີ່ບໍ່ຍຸຕິທຳ? 26ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳຂອງຕົນ ແລະ ໄປເຮັດບາບ, ພວກເຂົາກໍຈະຕາຍເພາະຄວາມບາບ; ພວກເຂົາຈະຕາຍເພາະບາບທີ່ພວກເຂົາໄດ້ເຮັດລົງໄປ. 27ແຕ່ຖ້າຄົນຊົ່ວຫັນໜີຈາກຄວາມຊົ່ວທີ່ຕົນໄດ້ເຮັດໄປແລ້ວ ແລະ ກັບມາເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາກໍຈະຊ່ວຍຊີວິດຂອງຕົນເອງໄວ້. 28ເພາະພວກເຂົາສຳນຶກ ແລະ ຫັນໜີຈາກການລ່ວງລະເມີດທັງໝົດທີ່ພວກເຂົາໄດ້ເຮັດໄປແລ້ວ, ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ. 29ເຖິງປານນັ້ນຊາວອິດສະຣາເອນກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ປະຊາຊົນອິດສະຣາເອນ ວິຖີທາງຂອງເຮົາບໍ່ຍຸຕິທຳບໍ? ວິຖີທາງຂອງເຈົ້າບໍ່ແມ່ນບໍທີ່ບໍ່ຍຸຕິທຳ?
30“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ເຫດສະນັ້ນ ຊາວອິດສະຣາເອນ, ເຮົາຈະຕັດສິນເຈົ້າແຕ່ລະຄົນຕາມການກະທຳຂອງເຈົ້າ, ຈົ່ງກັບໃຈໃໝ່! ຫັນໜີຈາກການລ່ວງລະເມີດທັງໝົດຂອງເຈົ້າ; ແລ້ວເຈົ້າກໍຈະບໍ່ຕ້ອງພິນາດຫລົ້ມຈົມເພາະບາບ. 31ຈົ່ງປະຖິ້ມການລ່ວງລະເມີດທັງໝົດທີ່ເຈົ້າໄດ້ເຮັດ ແລະ ຮັບເອົາຈິດໃຈ ແລະ ວິນຍານໃໝ່. ຄົນອິດສະຣາເອນ, ເຈົ້າຈະຕາຍເຮັດຫຍັງ? 32ເພາະເຮົາບໍ່ໄດ້ພໍໃຈໃນຄວາມຕາຍຂອງຜູ້ໜຶ່ງຜູ້ໃດ, ຈົ່ງກັບໃຈໃໝ່ ແລະ ມີຊີວິດຢູ່! ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
Currently Selected:
ເອເຊກຽນ 18: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: