ເອເຊກຽນ 17
17
ນົກອິນຊີສອງໂຕ ແລະ ເຄືອອະງຸ່ນ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ ຈົ່ງຍົກເລື່ອງປຽບທຽບ ແລະ ກ່າວຄຳອຸປະມາແກ່ຊາວອິດສະຣາເອນ. 3ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ນົກອິນຊີໃຫຍ່ໂຕໜຶ່ງມີປີກອັນມີພະລັງ, ຂົນຍາວ ແລະ ຂົນມີຫລາຍສີບິນມາທີ່ເລບານອນ. ມັນເກາະທີ່ຍອດຕົ້ນໄມ້ແປກຕົ້ນໜຶ່ງ, 4ມັນຈິກໜໍ່ທີ່ຢູ່ສູງທີ່ສຸດ ແລະ ຄາບໄປຍັງດິນແດນຂອງພໍ່ຄ້າທັງຫລາຍ ແລ້ວມັນກໍໄດ້ປູກໜໍ່ນັ້ນລົງໃນເມືອງຂອງພໍ່ຄ້າ.
5“ ‘ນົກອິນຊີນັ້ນໄດ້ຄາບເມັດພືດຈາກດິນແດນຂອງເຈົ້າ ແລະ ເອົາເມັດພືດນັ້ນປູກໄວ້ໃນດິນທີ່ອຸດົມສົມບູນ. ມັນປູກເມັດພືດໄວ້ເໝືອນຕົ້ນຫລິວທີ່ຢູ່ແຄມນ້ຳອັນອຸດົມສົມບູນ, 6ແລ້ວຕົ້ນໄມ້ນັ້ນກໍງອກຂຶ້ນ ແລະ ກາຍເປັນເຄືອອະງຸ່ນຟຸ່ມເຕ້ຍ, ມັນແຕກກິ່ງງ່າເລືອໄປທາງນົກອິນຊີ, ແຕ່ຮາກຂອງມັນຍັງຄົງຢູ່ກ້ອງມັນ. ດັ່ງນັ້ນ ມັນຈຶ່ງກາຍເປັນເຄືອອະງຸ່ນທີ່ແຕກງ່າ ແລະ ໃບດົກໜາ.
7“ ‘ແຕ່ມີນົກອິນຊີໃຫຍ່ອີກໂຕໜຶ່ງ ມັນມີປີກອັນມີພະລັງ ແລະ ມີຂົນດົກ. ເຄືອອະງຸ່ນກໍຊອນຮາກຈາກຈຸດທີ່ຂຶ້ນຢູ່ໄປຫາມັນ ແລະ ແຕກງ່າມາຫາມັນເພື່ອໃຫ້ມັນຫົດນ້ຳໃຫ້. 8ທັງໆທີ່ຕົນເອງກໍງອກງາມຢູ່ໃນດິນດີ ໂດຍມີນ້ຳຢ່າງອຸດົມສົມບູນ ພ້ອມທີ່ຈະແຕກງ່າ, ອອກໝາກ ແລະ ກາຍເປັນເຄືອອະງຸ່ນທີ່ດີ້ຢູ່ແລ້ວ’.
9“ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຄືອອະງຸ່ນນັ້ນຈະງອກງາມໄດ້ບໍ? ມັນຈະບໍ່ຖືກຖອນຮາກ ແລະ ປິດໝາກຈົນຫ່ຽວແຫ້ງໄປບໍ? ໃບອ່ອນຂອງມັນຈະຫ່ຽວແຫ້ງໝົດ. ບໍ່ຕ້ອງໃຊ້ແຂນທີ່ແຂງແຮງຫລາຍ ຫລື ຄົນໝູ່ໃຫຍ່ໃນການຖອນຮາກເຄືອອະງຸ່ນນັ້ນຂຶ້ນມາ. 10ເຖິງແມ່ນວ່າມັນຖືກຍ້າຍໄປປູກ ແຕ່ມັນຈະງອກງາມໄດ້ບໍ? ມັນຈະບໍ່ຫ່ຽວແຫ້ງໄປຫມົດເມື່ອຖືກລົມຕາເວັນອອກພັດກະໜ່ຳບໍ? ມັນຈະບໍ່ຫ່ຽວແຫ້ງຄາບ່ອນທີ່ມັນງອກຂຶ້ນມາບໍ?’ ”
11ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ: 12“ຈົ່ງກ່າວແກ່ພົງພັນທີ່ກະບົດນີ້ວ່າ, ‘ເຈົ້າບໍ່ຮູ້ວ່າສິ່ງເຫລົ່ານີ້ໝາຍຄວາມວ່າແນວໃດບໍ?’ ຈົ່ງບອກພວກເຂົາວ່າ: ‘ກະສັດບາບີໂລນໄດ້ໄປທີ່ເຢຣູຊາເລັມ ແລະ ໄດ້ກວາດຕ້ອນເອົາກະສັດຂອງເຢຣູຊາເລັມ ແລະ ບັນດາຂຸນນາງຂອງເຢຣູຊາເລັມ, ແລ້ວກໍພາພວກເຂົາກັບໄປທີ່ບາບີໂລນພ້ອມຕົນ. 13ແລ້ວເພິ່ນໄດ້ພາເຈົ້ານາຍຄົນໜຶ່ງມາ ແລະ ໄດ້ເຮັດສັນຍາກັບລາວ, ໃຫ້ລາວສາບານວ່າຈະຈົ່ງຮັກພັກດີ. ລາວກໍນຳຄົນລະດັບຜູ້ນຳຂອງດິນແດນນັ້ນໄປນຳດ້ວຍ, 14ເພື່ອວ່າອານາຈັກນັ້ນຈະຕົກຕ່ຳລົງ, ບໍ່ສາມາດຮຸ່ງເຮືອງຂຶ້ນມາໄດ້ອີກ, ຈະຢູ່ພົ້ນໄດ້ກໍຕໍ່ເມື່ອຮັກສາສັນຍາຂອງຕົນເທົ່ານັ້ນ. 15ແຕ່ກະສັດນັ້ນກໍໄດ້ກະບົດຕໍ່ກະສັດບາບີໂລນ ໂດຍສົ່ງທູດໄປທີ່ເອຢິບເພື່ອຂໍມ້າ ແລະ ກອງທັບໃຫຍ່ມາຊ່ວຍ. ລາວຈະເຮັດສຳເລັດບໍ? ຜູ້ທີ່ເຮັດສິ່ງນີ້ຈະໜີພົ້ນໄປໄດ້ບໍ? ລາວໄດ້ລະເມີດສັນຍາແລ້ວຍັງຈະໜີພົ້ນໄປໄດ້ບໍ?
16“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ເຮົາມີຊີວິດຢູ່ຢ່າງໃດ ລາວກໍຈະຕາຍໃນບາບີໂລນ, ໃນດິນແດນຂອງກະສັດຜູ້ທີ່ໄດ້ຕັ້ງລາວຂຶ້ນຄອງບັນລັງ, ຜູ້ທີ່ລາວລົບຫລູ່ຄຳສາບານ ແລະ ຜິດສັນຍາທີ່ໃຫ້ໄວ້ຢ່າງແນ່ນອນ. 17ຟາໂຣພ້ອມກັບກອງທັບໃຫຍ່ຂອງລາວ ແລະ ກຳລັງພົນຈຳນວນຫລວງຫລາຍຈະຊ່ວຍລາວບໍ່ໄດ້ໃນສົງຄາມ, ເມື່ອຄັນຄູປ້ອງກັນຖືກສ້າງຂຶ້ນ ແລະ ເຄື່ອງລ້ອມເມືອງຖືກຕັ້ງຂຶ້ນເພື່ອທຳລາຍຊີວິດຄົນເປັນຈຳນວນຫລາຍ. 18ລາວຜິດຄຳສາບານໂດຍລະເມີດຄຳໝັ້ນສັນຍາ. ເພາະລາວໄດ້ໃຫ້ມືປະຕິຍານແລ້ວຍັງເຮັດສິ່ງເຫລົ່ານີ້ທັງໝົດ, ລາວຈະຕ້ອງໜີບໍ່ພົ້ນ.
19“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ຢ່າງໃດ ເຮົາຈະຕອບແທນລາວສຳລັບຄຳສາບານຂອງເຮົາທີ່ລາວລົບຫລູ່ ແລະ ຕາມຄຳໝັ້ນສັນຍາຂອງເຮົາທີ່ເຂົາລະເມີດຢ່າງແນ່ນອນ. 20ເຮົາຈະກາງຕາໜ່າງຂອງເຮົາດັກລາວ ແລະ ລາວກໍຈະຕິດຢູ່ໃນກັບດັກຂອງເຮົາ. ເຮົາຈະນຳລາວໄປທີ່ບາບີໂລນ ແລະ ພິພາກສາລົງໂທດລາວຢູ່ທີ່ນັ້ນ ເພາະວ່າລາວບໍ່ໄດ້ສັດຊື່ຕໍ່ເຮົາ. 21ທະຫານທັງໝົດຂອງລາວທີ່ໜີໄປກໍຈະຕາຍດ້ວຍດາບ ແລະ ຜູ້ພົ້ນຊີວິດຢູ່ຈະຖືກເຮັດໃຫ້ກະຈັດກະຈາຍໄປຕາມລົມ. ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ເວົ້າໄວ້.
22“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເອງຈະເອົາໜໍ່ຈາກຍອດຂອງຕົ້ນແປກ ແລະ ເອົາໄປປູກໄວ້; ເຮົາຈະຫັກໜໍ່ອ່ອນຈາກຍອດໄປປູກໄວ້ເທິງພູເຂົາທີ່ສູງ. 23ເຮົາຈະປູກມັນໄວ້ເທິງຍອດພູເຂົາແຫ່ງອິດສະຣາເອນ ມັນຈະແຕກງ່າ ແລະ ອອກໝາກ ແລ້ວກາຍເປັນຕົ້ນແປກທີ່ສວຍງາມ. ນົກທຸກຊະນິດຈະມາສ້າງຮັງຢູ່ໃນມັນ. ນົກເຫລົ່ານັ້ນຈະຊອກຫາທີ່ຢູ່ອາໄສຢູ່ໃນຮົ່ມຂອງງ່າທັງຫລາຍຂອງມັນ. 24ຕົ້ນໄມ້ທັງໝົດໃນປ່າຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ໂຄ່ນຕົ້ນໄມ້ສູງລົງ ແລະ ເຮັດໃຫ້ຕົ້ນໄມ້ເຕ້ຍສູງຂຶ້ນ. ເຮັດໃຫ້ຕົ້ນໄມ້ຂຽວຫ່ຽວແຫ້ງ ແລະ ໃຫ້ຕົ້ນໄມ້ທີ່ຫ່ຽວແຫ້ງສົດຊື່ນຂື້ນ.
“ ‘ເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ເວົ້າໄວ້ ແລະ ເຮົາຈະເຮັດຢ່າງນັ້ນ’ ”.
Currently Selected:
ເອເຊກຽນ 17: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.