YouVersion Logo
Search Icon

ເອເຊກຽນ 16

16
ຄຳ​ອຸປະມາ​ເລື່ອງ​ຄວາມ​ບໍ່ສັດຊື່​ຂອງ​ນະຄອນ​ເຢຣູຊາເລັມ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ ຈົ່ງ​ປະເຊີນ​ໜ້າ​ກັບ​ເຢຣູຊາເລັມ​ເພາະ​ເລື່ອງ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ນາງ 3ແລະ ຈົ່ງ​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ແກ່​ເຢຣູຊາເລັມ​ດັ່ງນີ້​ວ່າ: ບັນພະບຸລຸດ ແລະ ຊາດ​ກຳເນີດ​ຂອງ​ເຈົ້າ​ຢູ່​ໃນ​ດິນແດນ​ການາອານ; ບິດາ​ຂອງ​ເຈົ້າ​ເປັນ​ຊາວ​ອາໂມ ແລະ ມານດາ​ຂອງ​ເຈົ້າ​ເປັນ​ຊາວ​ຮິດຕີ. 4ວັນ​ທີ​ເຈົ້າ​ເກີດ​ມາ​ນັ້ນ ບໍ່​ມີ​ຜູ້ໃດ​ຕັດ​ສາຍບື​ຂອງ​ເຈົ້າ, ບໍ່​ມີ​ຜູ້ໃດ​ອາບ​ນ້ຳ​ໃຫ້​ເຈົ້າ​ດ້ວຍ​ນ້ຳ​ທີ່​ເຮັດ​ໃຫ້​ເຈົ້າ​ສະອາດ, ບໍ່​ມີ​ຜູ້ໃດ​ເອົາ​ເກືອ​ຖູ​ໂຕ ຫລື ເອົາ​ຜ້າ​ອ້ອມ​ພັນ​ເຈົ້າ​ໄວ້. 5ບໍ່​ມີ​ຜູ້ໃດ​ສົງສານ​ເຈົ້າ ຫລື ເມດຕາ​ພໍ​ທີ່​ຈະ​ເຮັດ​ສິ່ງ​ເຫລົ່ານີ້​ໃຫ້​ເຈົ້າ. ແຕ່​ເຈົ້າ​ກັບ​ຖືກ​ຖິ້ມ​ໄວ້​ຢູ່​ກາງ​ທົ່ງ ເພາະ​ວັນ​ທີ​ເຈົ້າ​ເກີດ​ມາ​ນັນ ເຈົ້າ​ກໍ​ເປັນ​ທີ່​ລັງກຽດ.
6“ ‘ແລ້ວ​ເຮົາ​ໄດ້​ຜ່ານ​ໄປ ແລະ ເຫັນ​ເຈົ້າ​ດິ້ນ​ເກືອກ​ຢູ່​ໃນ​ເລືອດ​ຂອງ​ຕົນ ແລະ ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ທັ້ງ​ທີ່​ເຈົ້າ​ເກືອກ​ຢູ່​ໃນ​ເລືອດ​ຂອງ​ຕົນ​ຢູ່​ວ່າ, “ຈົ່ງ​ມີ​ຊີວິດ​ຢູ່!” 7ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ເໝືອນ​ກັບ​ຕົ້ນໄມ້​ຢູ່​ທຸ່ງນາ. ເຈົ້າ​ເຕີບ​ໃຫຍ່ ແລະ ມີ​ການ​ພັດທະນາ​ຈົນ​ກາຍເປັນ​ສາວ. ໜ້າເອິກ​ຂອງ​ເຈົ້າ​ມີ​ຮູບ​ງາມ ແລະ ຜົມ​ຂອງ​ເຈົ້າ​ກໍ​ຍາວ ແຕ່​ເຈົ້າ​ກໍ​ຍັງ​ເປືອຍ​ກາຍ​ຢູ່.
8“ ‘ຕໍ່ມາ​ເມື່ອ​ເຮົາ​ຜ່ານ​ໄປ ແລະ ເມື່ອ​ເຮົາ​ເບິ່ງ​ເຈົ້າ ແລ້ວ​ກໍ​ເຫັນ​ວ່າ​ເຈົ້າ​ໃຫຍ່​ພໍ​ທີ່​ຈະ​ມີ​ຄວາມ​ຮັກ​ແລ້ວ, ເຮົາ​ຈຶ່ງ​ພື​ມຸມ​ເສື້ອ​ຂອງ​ເຮົາ​ຄຸມ​ກາຍ​ຂອງ​ເຈົ້າ ແລະ ປົກປິດ​ຮ່າງກາຍ​ທີ່​ເປືອຍ​ຂອງ​ເຈົ້າ​ໄວ້. ເຮົາ​ໄດ້​ໃຫ້​ຄຳ​ປະຕິຍານ ແລະ ໄດ້​ເຮັດ​ຄຳໝັ້ນສັນຍາ​ຂອງ​ເຮົາ​ແກ່​ເຈົ້າ ແລະ ເຈົ້າ​ກໍ​ເປັນ​ກຳມະສິດ​ຂອງ​ເຮົາ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ດັ່ງນັ້ນ.
9“ ‘ເຮົາ​ໄດ້​ອາບ​ນ້ຳ​ໃຫ້​ເຈົ້າ ແລະ ຊຳລະ​ລ້າງ​ເລືອດ​ອອກ​ຈາກ​ໂຕ​ຂອງ​ເຈົ້າ ແລະ ເອົາ​ນ້ຳ​ມັນ​ຫົດສົງ​ເທິງ​ເຈົ້າ. 10ເຮົາ​ເອົາ​ຊຸດ​ປັກ ແລະ ເກີບ​ໜັງ​ສວມ​ໃຫ້​ເຈົ້າ ໃຫ້​ເຈົ້າ​ແຕ່ງ​ກາຍ​ດ້ວຍ​ຜ້າຝ້າຍ​ລິນິນ​ເນື້ອ​ລະອຽດ​ດີ ແລະ ປົກ​ກາຍ​ຂອງ​ເຈົ້າ​ດ້ວຍ​ເຄື່ອງນຸ່ງ​ທີ່​ມີ​ລາຄາ​ແພງ. 11ເຮົາ​ໄດ້​ປະດັບ​ເຈົ້າ​ດ້ວຍ​ເຄື່ອງປະດັບ​ຄື: ເຮົາ​ໄດ້​ສວມ​ສາຍແຂນ​ໃສ່​ແຂນ​ຂອງ​ເຈົ້າ ແລະ ສາຍຄໍ​ໃສ່​ອ້ອມ​ຄໍ​ຂອງ​ເຈົ້າ, 12ແລະ ເຮົາ​ໄດ້​ສວມ​ບ້ວງ​ໃສ່​ດັງ​ຂອງ​ເຈົ້າ, ສວມ​ຕຸ້ມຫູ​ໃສ່​ຫູ​ຂອງ​ເຈົ້າ ແລະ ສວມ​ມົງກຸດ​ງາມ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ. 13ດັ່ງນັ້ນ ເຈົ້າ​ຈຶ່ງ​ປະດັບ​ດ້ວຍ​ຄຳ ແລະ ເງິນ; ເຄື່ອງນຸ່ງ​ຂອງ​ເຈົ້າ​ກໍ​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ຜ້າ​ລາຄາ​ແພງ ແລະ ຜ້າ​ປັກແສ່ວ. ອາຫານ​ຂອງ​ເຈົ້າ​ຄື​ນ້ຳເຜິ້ງ, ນ້ຳມັນ​ໝາກກອກ ແລະ ແປ້ງ​ລະອຽດ. ເຈົ້າ​ກາຍເປັນ​ຄົນ​ງາມ​ຫລາຍ ແລະ ຮຸ່ງເຮືອງ​ຂຶ້ນ​ເປັນ​ລາຊີນີ. 14ແລະ ຊື່ສຽງ​ຂອງ​ເຈົ້າ​ກໍ​ໂດ່ງດັງ​ໄປ​ໃນ​ທ່າມ​ກາງ​ປະຊາຊາດ​ທັງຫລາຍ​ຍ້ອນ​ຄວາມ​ງາມ​ຂອງ​ເຈົ້າ, ເພາະ​ເພາະ​ຄວາມ​ສະຫງ່າງາມ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ເຮັດ​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ສົມບູນ​ແບບ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ດັ່ງນັ້ນ.
15“ ‘ແຕ່​ເຈົ້າ​ໄດ້​ວາງ​ໃຈ​ໃນ​ຄວາມ​ງາມ​ຂອງ​ຕົນ​ເອງ ແລະ ໃຊ້​ຊື່ສຽງ​ຂອງ​ຕົນ​ເຮັດ​ໂຕ​ເປັນ​ຍິງ​ໂສເພນີ. ເຈົ້າ​ຫວ່ານ​ສະເໜ່​ໃສ່​ທຸກ​ຄົນ​ທີ່​ຜ່ານ​ໄປ​ມາ ແລະ ຄວາມ​ງາມ​ຂອງ​ເຈົ້າ​ກໍ​ກາຍເປັນ​ຂອງ​ລາວ. 16ເຈົ້າ​ເອົາ​ເຄື່ອງນຸ່ງ​ບາງ​ສ່ວນ​ຂອງ​ເຈົ້າ​ໄປ​ເຮັດ​ໃຫ້​ບ່ອນ​ບູຊາ​ເທິ່ງ​ທີ່​ສູງ​ມີ​ສີ​ແຈດ​ຕາ, ບ່ອນ​ທີ່​ເຈົ້າ​ໃຊ້​ຂາຍ​ໂຕ​ຂອງ​ເຈົ້າ. ເຈົ້າ​ໄດ້​ໄປ​ຫາ​ລາວ ແລະ ລາວ​ກໍ​ໄດ້​ຄອບຄອງ​ຄວາມ​ງາມ​ຂອງ​ເຈົ້າ.#16:16 ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ 17ເຈົ້າ​ຍັງ​ໄດ້​ເອົາ​ເຄື່ອງປະດັບ​ອັນ​ງົດງາມ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ, ເຊິ່ງ​ເປັນ​ເຄື່ອງປະດັບ​ທີ່​ເຮັດ​ດ້ວຍ​ຄຳ ແລະ ເງິນ​ຂອງ​ເຮົາ​ໄປ​ສ້າງ​ຮູບເຄົາລົບ​ເພດ​ຊາຍ​ສຳລັບ​ຕົນ​ເອງ ແລະ ຮ່ວມ​ຫລິ້ນຊູ້​ກັບ​ຮູບເຄົາລົບ​ເຫລົ່ານັ້ນ. 18ແລະ ເຈົ້າ​ໄດ້​ເອົາ​ຜ້າ​ປັກແຊ່ວ​ຂອງ​ເຈົ້າ​ໄປ​ສວມ​ໃຫ້​ຮູບເຄົາລົບ​ເຫລົ່ານັ້ນ ແລະ ເຈົ້າ​ໄດ້​ເອົາ​ນ້ຳມັນ​ກັບ​ເຄື່ອງຫອມ​ຂອງ​ເຮົາ​ໄປ​ບູຊາ​ຕໍ່ໜ້າ​ຮູບເຄົາລົບ​ເຫລົ່ານັ້ນ. 19ພ້ອມ​ທັງ​ອາຫານ​ທີ່​ເຮົາ​ໄດ້​ຈັດຕຽມ​ໄວ້​ໃຫ້​ເຈົ້າ​ຄື: ແປ້ງ​ລະອຽດ, ນ້ຳມັນ​ໝາກກອກ ແລະ ນ້ຳເຜິ້ງ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ກິນ ເຈົ້າ​ກໍ​ເອົາ​ໄປ​ຖວາຍ​ເປັນ​ເຄື່ອງຫອມ​ບູຊາ​ຕໍ່ໜ້າ​ຮູບເຄົາລົບ​ເຫລົ່ານັ້ນ. ນີ້​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ແລ້ວ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ດັ່ງນັ້ນ.
20“ ‘ແລະ ເຈົ້າ​ໄດ້​ເອົາ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ເກີດ​ອອກ​ມາ​ເພື່ອ​ເຮົາ​ໄປ ແລະ ຖວາຍ​ພວກເຂົາ​ເປັນ​ອາຫານ​ແກ່​ຮູບເຄົາລົບ​ຕ່າງໆ. ການ​ເປັນ​ໂສເພນີ​ຂອງ​ເຈົ້າ​ຍັງ​ບໍ່​ພໍ​ອີກ​ບໍ? 21ເຈົ້າ​ຍັງ​ຕ້ອງ​ຂ້າ​ບັນດາ​ລູກ​ຂອງ​ເຮົາ ແລະ ເຜົາ​ພວກເຂົາ#16:21 ຫລື ໃຫ້​ພວກເຂົາ​ລຸຍ​ໄຟ​ເພື່ອ​ບູຊາ​ຍັນ​ແກ່​ບັນດາ​ຮູບເຄົາລົບ. 22ຕະຫລອດ​ການ​ກະທຳ​ອັນ​ໜ້າ​ກຽດຊັງ ແລະ ການ​ເປັນ​ໂສເພນີ​ຂອງ​ເຈົ້າ ເຈົ້າ​ບໍ່​ໄດ້​ລະນຶກ​ເຖິງ​ໄວ​ໜຸ່ມ​ຂອງ​ເຈົ້າ ເມື່ອ​ເຈົ້າ​ເປືອຍ​ກາຍ ແລະ ດິ້ນ​ໄປ​ດິ້ນ​ມາ​ຢູ່​ໃນ​ກອງ​ເລືອດ​ເລີຍ.
23“ ‘ວິບັດ! ວິບັດ​ແກ່​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ດັ່ງນັ້ນ. ນອກ​ເໜືອ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ເຈົ້າ​ແລ້ວ, 24ເຈົ້າ​ຍັງ​ໄດ້​ສ້າງ​ໂນນ​ສູງ​ໃຫ້​ກັບ​ຕົນ​ເອງ ແລະ ໄດ້​ສ້າງ​ສະຖານ​ບູຊາ​ອັນ​ສູງສົ່ງ​ໄວ້​ຢູ່​ທີ່​ເດີ່ນ​ຊຸມຊົນ​ທຸກ​ບ່ອນ. 25ເຈົ້າ​ໄດ້​ສ້າງ​ສະຖານ​ບູຊາ​ອັນ​ສູງສົ່ງ​ໄວ້​ຢູ່​ທີ່​ແຈ​ຖະໜົນ​ທຸກ​ເສັ້ນ ແລະ ເຮັດ​ໃຫ້​ຄວາມ​ງາມ​ຂອງ​ຕົນ​ຫລຸດ​ຄ່າ​ລົງ ໂດຍ​ມອບ​ກາຍ​ຂອງ​ຕົນ​ໃຫ້​ທຸກຄົນ​ທີ່​ຜ່ານ​ໄປ​ມາ​ໂດຍ​ບໍ່​ເລືອກ​ໜ້າ​ຫລາຍ​ຂຶ້ນ. 26ເຈົ້າ​ໄດ້​ຫລິ້ນຊູ້​ກັບ​ຊາວ​ເອຢິບ​ເພື່ອນບ້ານ​ຜູ້​ເຕັມ​ດ້ວຍ​ລາຄະຕັນຫາ ແລະ ຍົວະ​ໃຫ້​ເຮົາ​ໃຈຮ້າຍ​ດ້ວຍ​ຄວາມ​ບໍ່​ເລືອກ​ໜ້າ​ຂອງ​ເຈົ້າ​ທີ່​ເພີ່ມ​ຂຶ້ນ. 27ດັ່ງນັ້ນ ເຮົາ​ຈຶ່ງ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ກັບ​ເຈົ້າ ແລະ ຫລຸດ​ດິນແດນ​ຂອງ​ເຈົ້າ; ເຮົາ​ມອບ​ເຈົ້າ​ໃຫ້​ຄວາມ​ໂລບ​ຂອງ​ສັດຕູ​ຂອງ​ເຈົ້າ ຄື​ບັນດາ​ລູກສາວ​ຂອງ​ຊາວ​ຟີລິດສະຕິນ, ຜູ້​ຕົກໃຈ​ໃນ​ຄວາມ​ປະພຶດ​ອັນ​ລາມົກ​ຂອງ​ເຈົ້າ. 28ເຈົ້າ​ໄດ້​ຫລິ້ນຊູ້​ກັບ​ຊາວ​ອັດຊີເຣຍ​ເໝືອນ​ກັນ ເພາະ​ເຈົ້າ​ບໍ່​ອິ່ມ​ໃນ​ເລື່ອງ​ກາມ ແລະ ແມ່ນ​ແຕ່​ຫລັງ​ຈາກ​ນັ້ນ ເຈົ້າ​ກໍ​ຍັງ​ບໍ່​ໜຳໃຈ. 29ແລ້ວ​ເຈົ້າ​ກໍ​ໄດ້​ເພີ່ມ​ຄວາມ​ບໍ່​ເລືອກ​ໜ້າ​ຂອງ​ເຈົ້າ​ຫລາຍ​ຂຶ້ນ ໂດຍ​ຫລິ້ນຊູ້​ກັບ​ບາບີໂລນ,#16:29 ຫລື ຄານເດອາ ດິນແດນ​ແຫ່ງ​ພໍ່ຄ້າ, ແຕ່​ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່​ໜຳໃຈ.
30“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ວ່າ, ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດແຄ້ນ​ເຈົ້າ​ຫລາຍ#16:30 ຫລື ເປັນ​ຫຍັງ​ເຈົ້າ​ຄື​ອ່ອນໄຫວ​ໃຈ​ງ່າຍ ເມື່ອ​ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ທັງໝົດ, ເຮັດ​ໂຕ​ເປັນ​ຍິງ​ໂສເພນີ​ທີ່​ໜ້າ​ດ້ານ! 31ເມື່ອ​ເຈົ້າ​ສ້າງ​ໂນນ​ຕ່າງໆ​ໄວ້​ທີ່​ແຈ​ຖະໜົນ ແລະ ສະຖານ​ບູຊາ​ທີ່​ສູງສົ່ງ​ໃນ​ເດີ່ນ​ຊຸມຊົນ​ທຸກ​ບ່ອນ, ເຈົ້າ​ກໍ​ຍັງ​ຕ່າງ​ຈາກ​ຍິງ​ໂສເພນີ​ບ່ອນ​ທີ່​ເຈົ້າ​ບໍ່​ສົນໃຈ​ນຳ​ຄ່າ​ຈ້າງ.
32“ ‘ເຈົ້າ​ຄື​ເມຍ​ຫລິ້ນຊູ້! ເຈົ້າ​ມັກ​ຄົນ​ແປກ​ໜ້າ​ຫລາຍ​ກວ່າ​ຜົວ​ຂອງ​ຕົນ​ເອງ. 33ຍິງ​ໂສເພນີ​ທຸກຄົນ​ໄດ້​ຮັບ​ຄ່າ​ຈ້າງ, ແຕ່​ເຈົ້າ​ໃຫ້​ຂອງ​ຝາກ​ແກ່​ຊູ້​ຮັກ​ທັງໝົດ​ຂອງ​ເຈົ້າ, ໃຫ້​ສິນບົນ​ຈ້າງ​ພວກເຂົາ​ມາ​ຫາ​ເຈົ້າ​ຈາກ​ທຸກ​ບ່ອນ ເພື່ອ​ສະໜອງ​ລາຄະ​ຕັນຫາ​ທັງຫລາຍ​ຂອງ​ເຈົ້າ. 34ດັ່ງນັ້ນ ໃນ​ຄວາມ​ເປັນ​ໂສເພນີ​ຂອງ​ເຈົ້າ ເຈົ້າ​ຈຶ່ງ​ແຕກຕ່າງ​ຈາກ​ໂສເພນີ​ຄົນ​ອື່ນໆ ຄື​ບໍ່​ມີ​ຜູ້ໃດ​ຕາມ​ຈີບ​ເຈົ້າ ເພື່ອ​ເອົາ​ໃຈ​ເຈົ້າ. ເຈົ້າ​ແຕກຕ່າງ​ຫລາຍ ເພາະ​ວ່າ​ເຈົ້າ​ຍອມ​ຈ່າຍ​ຄ່າ​ຈ້າງ ແຕ່​ເຈົ້າ​ບໍ່​ໄດ້​ສິ່ງໃດ​ຕອບ​ແທນ.
35“ ‘ເຫດສະນັ້ນ ຍິງ​ໂສເພນີ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ! 36ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເພາະ​ເຈົ້າ​ໄດ້​ເທ​ລາຄະ​ຕັນຫາ#16:36 ຫລື ຄວາມ​ຮັ່ງມີ​ຂອງ​ເຈົ້າ​ອອກ​ມາ ແລະ ເຜີຍ​ຮ່າງກາຍ​ທີ່​ເປືອຍ​ຂອງ​ຕົນ​ໃຫ້​ກັບ​ຊູ້​ຮັກ​ທັງຫລາຍ​ຂອງ​ເຈົ້າ​ໂດຍ​ບໍ່​ເລືອກ​ໜ້າ ແລະ ເນື່ອງ​ຈາກ​ຮູບເຄົາລົບ​ອັນ​ໜ້າ​ກຽດຊັງ​ຂອງ​ເຈົ້າ ລວມ​ເຖິງ​ການ​ຖວາຍ​ເລືອດ​ຂອງ​ບັນດາ​ລູກ​ຂອງ​ເຈົ້າ​ໃຫ້​ແກ່​ພະ​ເຫລົ່ານັ້ນ, 37ເຫດສະນັ້ນ ເຮົາ​ຈະ​ຮວບຮວມ​ເອົາ​ຊູ້​ຮັກ​ຂອງ​ເຈົ້າ​ທຸກຄົນ​ກັບ​ຜູ້​ທີ່​ເຈົ້າ​ຊື່ນຊົມ, ບັນດາ​ຜູ້​ທີ່​ເຈົ້າ​ຮັກ ແລະ ບັນດາ​ຜູ້​ທີ່​ເຈົ້າ​ກຽດຊັງ. ເຮົາ​ຈະ​ຮວບຮວມ​ເອົາ​ພວກເຂົາ​ຈາກ​ທຸກ​ດ້ານ​ມາ​ທຳລາຍ​ເຈົ້າ ແລະ ເຮົາ​ຈະ​ປົດ​ເອົາ​ທຸກສິ່ງ​ຈາກ​ເຈົ້າ​ໄປ​ຕໍ່ໜ້າ​ພວກເຂົາ ແລະ ພວກເຂົາ​ທຸກຄົນ​ຈະ​ເຫັນ​ຄວາມ​ເປືອຍ​ເປົ່າ​ຂອງ​ເຈົ້າ. 38ເຮົາ​ຈະ​ຕັດ​ສິນ​ລົງໂທດ​ເຈົ້າ​ໃນ​ຖານະ​ແມ່ຍິງ​ທີ່​ຫລິ້ນຊູ້ ແລະ ຂ້າ​ຄົນ; ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອາບ​ເລືອດ​ດ້ວຍ​ຄວາມ​ໂກດຮ້າຍ ແລະ ຄວາມ​ຫຶງຫວງ​ຂອງ​ເຮົາ. 39ແລ້ວ​ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ບັນດາ​ຊູ້​ຮັກ​ຂອງ​ເຈົ້າ ແລະ ພວກເຂົາ​ຈະ​ພັງ​ທະລາຍ​ເນີນ​ສູງ ແລະ ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ຂອງ​ເຈົ້າ. ພວກເຂົາ​ຈະ​ຢຶດ​ເອົາ​ເຄື່ອງນຸ່ງ​ຂອງ​ເຈົ້າ ແລະ ເອົາ​ເຄື່ອງປະດັບ​ອັນ​ງົດງາມ​ຂອງ​ເຈົ້າ​ໄປ ແລະ ຖິ້ມ​ເຈົ້າ​ໄວ້​ໃຫ້​ເປືອຍ​ເປົ່າ. 40ພວກເຂົາ​ຈະ​ຍົກ​ຂະບວນ​ມາ​ສູ້​ກັບ​ເຈົ້າ ເຊິ່ງ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ແລະ ຈະ​ຟັນ​ເຈົ້າ​ອອກ​ເປັນ​ຕ່ອນ​ໆ​ດ້ວຍ​ດາບ​ຂອງ​ພວກເຂົາ. 41ພວກເຂົາ​ຈະ​ເຜົາ​ບັນດາ​ເຮືອນ​ຂອງ​ເຈົ້າ ແລະ ລົງໂທດ​ເຈົ້າ​ຕໍ່​ໜ້າ​ຕໍ່​ຕາ​ແມ່ຍິງ​ຈຳນວນ​ຫລວງຫລາຍ. ເຮົາ​ຈະ​ຢຸດ​ຄວາມ​ເປັນ​ໂສເພນີ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ບໍ່​ຈ່າຍ​ຄ່າ​ຈ້າງ​ໃຫ້​ບັນດາ​ຊູ້​ຮັກ​ຂອງ​ເຈົ້າ​ອີກ​ຕໍ່ໄປ. 42ແລ້ວ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ​ຕໍ່​ເຈົ້າ​ກໍ​ຈະ​ຢຸດຕິ​ລົງ ແລະ ຄວາມ​ຫຶງຫວງ​ຂອງ​ເຮົາ​ຈະ​ຫັນ​ໄປ​ຈາກ​ເຈົ້າ; ເຮົາ​ຈະ​ສະຫງົບ​ອາລົມ ແລະ ຈະ​ບໍ່​ໃຈຮ້າຍ​ອີກ.
43“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ວ່າ ເພາະ​ເຈົ້າ​ບໍ່​ໄດ້​ລະນຶກ​ເຖິງ​ໄວ​ໜຸ່ມ​ຂອງ​ເຈົ້າ ແຕ່​ຍົວະ​ໂມໂຫ​ເຮົາ​ດ້ວຍ​ສິ່ງ​ເຫລົ່ານີ້​ທັງໝົດ, ເຮົາ​ຈະ​ຕອບ​ແທນ​ເຈົ້າ​ໃຫ້​ສົມ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ​ຢ່າງ​ແນ່ນອນ. ເຈົ້າ​ບໍ່​ໄດ້​ເພີ່ມເຕີມ​ຄວາມ​ລາມົກ​ເຂົ້າ​ກັບ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ທັງຫລາຍ​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ?
44“ ‘ທຸກຄົນ​ທີ່​ຍົກ​ສຸພາສິດ​ມາ​ກ່າວ ຈະ​ກ່າວ​ເຖິງ​ເຈົ້າ​ດ້ວຍ​ສຸພາສິດ​ນີ້​ວ່າ: “ແມ່​ເປັນ​ຢ່າງໃດ ລູກ​ສາວ​ກໍ​ເປັນ​ຢ່າງ​ນັ້ນ”. 45ເຈົ້າ​ເປັນ​ລູກ​ແທ້ໆ​ຂອງ​ແມ່​ເຈົ້າ ຜູ້​ກຽດຊັງ​ຜົວ​ກັບ​ລູກ​ຂອງ​ຕົນ ແລະ ເຈົ້າ​ເປັນ​ນ້ອງສາວ​ແທ້ໆ​ຂອງ​ບັນດາ​ເອື້ອຍ​ຂອງ​ເຈົ້າ ຜູ້​ກຽດຊັງ​ຜົວ​ກັບ​ລູກ​ຂອງ​ຕົນ. ແມ່​ຂອງ​ເຈົ້າ​ເປັນ​ຊາວ​ຮິດຕີ ແລະ ພໍ່​ຂອງ​ເຈົ້າ​ເປັນ​ຊາວ​ອາໂມ. 46ເອື້ອຍ​ຂອງ​ເຈົ້າ​ຄື​ຊາມາເຣຍ​ຜູ້​ອາໄສ​ຢູ່​ທາງ​ທິດ​ເໜືອ​ກັບ​ລູກ​ສາວ​ທັງຫລາຍ​ຂອງ​ນາງ; ນ້ອງສາວ​ຂອງ​ເຈົ້າ​ຄື​ໂຊໂດມ​ທີ່​ອາໄສ​ຢູ່​ທາງ​ໃຕ້​ກັບ​ລູກສາວ​ທັງຫລາຍ​ຂອງ​ນາງ. 47ເຈົ້າ​ບໍ່​ພຽງ​ແຕ່​ດຳເນີນ​ໃນ​ທາງ​ອັນ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ ແລະ ຮຽນ​ແບບ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ພວກເຂົາ​ເທົ່ານັ້ນ, ແຕ່​ບໍ່​ດົນ​ວິຖີ​ທາງ​ທັງໝົດ​ຂອງ​ເຈົ້າ​ກໍ​ຊົ່ວຮ້າຍ​ຍິ່ງ​ກວ່າ​ພວກເຂົາ​ອີກ. 48ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ໂຊໂດມ​ນ້ອງສາວ​ຂອງ​ເຈົ້າ​ກັບ​ບັນດາ​ລູກ​ຂອງ​ນາງ​ຈະ​ຍັງ​ບໍ່​ເຄີຍ​ເຮັດ​ສິ່ງ​ທີ່​ເຈົ້າ​ກັບ​ລູກສາວ​ທັງຫລາຍ​ຂອງ​ເຈົ້າ​ເຮັດ​ສັນນັ້ນ.
49“ ‘ບັດນີ້ ໂຊໂດມ​ນ້ອງສາວ​ຂອງ​ເຈົ້າ​ມີ​ບາບ​ຄື: ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ໄດ້​ຈອງຫອງ, ໄດ້​ຮັບ​ການ​ບຳລຸງ​ເກີນ​ຂະໜາດ ແລະ ບໍ່​ມີ​ເລື່ອງ​ຕ້ອງ​ກັງວົນ​ອັນ​ໃດ; ພວກເຂົາ​ບໍ່​ໄດ້​ຊ່ວຍເຫລືອ​ຄົນ​ທຸກຍາກ​ຂັດສົນ. 50ເຂົາ​ຈອງຫອງ ແລະ ເຮັດ​ສິ່ງ​ທີ່​ໜ້າ​ກຽດຊັງ​ຕໍ່ໜ້າ​ເຮົາ. ເຫດສະນັ້ນ ເຮົາ​ຈຶ່ງ​ກຳຈັດ​ພວກເຂົາ​ໄປ​ຕາມ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ. 51ຊາມາເຣຍ​ເຮັດ​ບາບ​ບໍ່​ເທົ່າ​ເຄິ່ງ​ໜຶ່ງ​ເຈົ້າ​ທີ່​ເຈົ້າ​ໄດ້​ເຮັດ. ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ໜ້າ​ກຽດ​ຊັງ​ຍິ່ງ​ກວ່າ​ທີ່​ພວກເຂົາ​ເຮັດ ແລະ ສິ່ງ​ທັງໝົດ​ເຫລົ່ານີ້​ທີ່​ເຈົ້າ​ກະທຳ​ນັ້ນ​ໄດ້​ເຮັດ​ໃຫ້​ເອື້ອຍ ແລະ ນ້ອງສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ຊອບທຳ​ຂຶ້ນ. 52ເຈົ້າ​ຈົ່ງ​ທົນ​ຮັບ​ຄວາມ​ອັບອາຍ ເພາະ​ເຈົ້າ​ໄດ້​ເຮັດ​ໃຫ້​ເອື້ອຍ ແລະ ນ້ອງສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ດີ​ກວ່າ. ເນື່ອງ​ຈາກ​ບາບ​ຂອງ​ເຈົ້າ​ນັ້ນ​ຊົ່ວ​ຊ້າ​ຫລາຍ​ກວ່າ​ຂອງ​ພວກເຂົາ, ພວກເຂົາ​ຈຶ່ງ​ເບິ່ງ​ຄື​ວ່າ​ເປັນ​ຝ່າຍ​ຊອບທຳ​ກວ່າ​ເຈົ້າ. ດັ່ງນັ້ນ ຈົ່ງ​ລະອາຍ​ໃຈ ແລະ ທົນ​ຮັບ​ຄວາມ​ອັບອາຍ​ຂອງ​ເຈົ້າ ເພາະ​ເຈົ້າ​ໄດ້​ເຮັດ​ໃຫ້​ເອື້ອຍ ແລະ ນ້ອງສາວ​ຂອງ​ເຈົ້າ​ເບິ່ງ​ຄື​ວ່າ​ຊອບທຳ.
53“ ‘ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຈະ​ຄືນ​ຄວາມ​ຮຸ່ງເຮືອງ​ໃຫ້​ແກ່​ໂຊໂດມ​ກັບ​ບັນດາ​ລູກສາວ​ຂອງ​ນາງ ແລະ ຄືນ​ໃຫ້​ແກ່​ຊາມາເຣຍ​ກັບ​ບັນດາ​ລູກສາວ​ຂອງ​ນາງ ແລະ ຄືນ​ຄວາມ​ຮຸ່ງເຮືອງ​ໃຫ້​ແກ່​ເຈົ້າ​ດ້ວຍ. 54ເພື່ອ​ເຈົ້າ​ຈະ​ທົນ​ຮັບ​ຄວາມ​ອັບອາຍ ແລະ ລະອາຍ​ໃຈ​ໃນ​ທຸກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ ເຊິ່ງ​ເປັນ​ການ​ເລົ້າໂລມ​ໃຈ​ພວກເຂົາ. 55ແລ້ວ​ເອື້ອຍ​ກັບ​ນ້ອງສາວ​ຂອງ​ເຈົ້າ​ຄື ໂຊໂດມ​ກັບ​ບັນດາ​ລູກ​ຂອງ​ນາງ ແລະ ຊາມາເຣຍ​ກັບ​ບັນດາ​ລູກ​ຂອງ​ນາງ​ຈະ​ຄືນ​ສູ່​ສະພາບ​ເດີມ ແລະ ເຈົ້າ​ກັບ​ບັນດາ​ລູກ​ຂອງ​ເຈົ້າ​ກໍ​ຈະ​ຄືນ​ສູ່​ສະພາບ​ເດີມ​ດ້ວຍ. 56ເຈົ້າ​ບໍ່​ຍອມ​ແມ່ນ​ແຕ່​ເວົ້າ​ເຖິງ​ໂຊໂດມ​ນ້ອງສາວ​ຂອງ​ເຈົ້າ​ໃນ​ວັນ​ແຫ່ງ​ຄວາມ​ຈອງຫອງ​ຂອງ​ເຈົ້າ. 57ກ່ອນ​ໜ້າ​ຄວາມ​ຊົ່ວຮ້າຍ​ຂອງ​ເຈົ້າ​ຈະ​ຖືກ​ເປີດເຜີຍ. ເຖິງ​ປານ​ນັ້ນ, ເວລາ​ນີ້​ເຈົ້າ​ກໍ​ຖືກ​ດູຖູກ​ໂດຍ​ບັນດາ​ລູກສາວ​ແຫ່ງ​ເອໂດມ#16:57 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ ແລະ ສະບັບ LXX. ແລະ Vulg. ວ່າ ອາຣາມ ແລະ ເພື່ອນບ້ານ​ທັງໝົດ​ຂອງ​ນາງ ແລະ ບັນດາ​ລູກສາວ​ຂອງ​ຊາວ​ຟີລິດສະຕິນ ຄື​ທຸກຄົນ​ທີ່​ຢູ່​ອ້ອມ​ໂຕ​ເຈົ້າ​ກໍ​ດູຖູກ​ເຈົ້າ. 58ເຈົ້າ​ຈະ​ຕ້ອງ​ທົນ​ຮັບ​ຜົນ​ຈາກ​ຄວາມ​ລາມົກ​ຂອງ​ເຈົ້າ ແລະ ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
59“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຈັດການ​ກັບ​ເຈົ້າ​ຢ່າງ​ໜັກ ເພາະ​ເຈົ້າ​ດູໜິ່ນ​ຄຳ​ປະຕິຍານ​ຂອງ​ເຮົາ​ໂດຍ​ລະເມີດ​ຄຳໝັ້ນສັນຍາ. 60ເຖິງ​ປານ​ນັ້ນ​ເຮົາ​ກໍ​ຈະ​ລະນຶກ​ເຖິງ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ກັບ​ເຈົ້າ​ເມື່ອ​ຄັ້ງ​ທີ່​ເຈົ້າ​ຍັງ​ໜຸ່ມ ແລະ ເຮົາ​ຈະ​ຕັ້ງ​ຄຳໝັ້ນສັນຍາ​ອັນ​ນິລັນດອນ​ກັບ​ເຈົ້າ. 61ແລ້ວ​ເຈົ້າ​ຈະ​ລະນຶກ​ເຖິງ​ວິຖີ​ທາງ​ຂອງ​ເຈົ້າ ແລະ ລະອາຍ​ໃຈ​ເມື່ອ​ເຮົາ​ຍົກ​ເອື້ອຍ​ກັບ​ນ້ອງສາວ​ຂອງ​ເຈົ້າ​ໃຫ້ເປັນ​ລູກສາວ​ຂອງ​ເຈົ້າ. ແຕ່​ບໍ່​ແມ່ນ​ຕາມ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ກັບ​ເຈົ້າ. 62ດັ່ງນັ້ນ ເຮົາ​ຈະ​ຕັ້ງ​ຄຳໝັ້ນສັນຍາ​ຂອງ​ເຮົາ​ໄວ້​ກັບ​ເຈົ້າ ແລ້ວ​ກໍ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ. 63ເມື່ອ​ນັ້ນ​ເຮົາ​ຈະ​ລົບ​ລ້າງ​ມົນທິນ​ບາບ​ໃຫ້​ເຈົ້າ​ສຳລັບ​ທຸກສິ່ງ​ທີ່​ເຈົ້າ​ໄດ້​ເຮັດ, ເຈົ້າ​ຈະ​ລະນຶກ​ໄດ້ ແລະ ລະອາຍ​ໃຈ ແລະ ບໍ່​ກ້າ​ເປີດ​ປາກ​ຂອງ​ເຈົ້າ​ອີກ​ເລີຍ​ເພາະ​ຄວາມ​ລະອາຍ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in