“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາເອງຈະເອົາໜໍ່ຈາກຍອດຂອງຕົ້ນແປກ ແລະ ເອົາໄປປູກໄວ້; ເຮົາຈະຫັກໜໍ່ອ່ອນຈາກຍອດໄປປູກໄວ້ເທິງພູເຂົາທີ່ສູງ. ເຮົາຈະປູກມັນໄວ້ເທິງຍອດພູເຂົາແຫ່ງອິດສະຣາເອນ ມັນຈະແຕກງ່າ ແລະ ອອກໝາກ ແລ້ວກາຍເປັນຕົ້ນແປກທີ່ສວຍງາມ. ນົກທຸກຊະນິດຈະມາສ້າງຮັງຢູ່ໃນມັນ. ນົກເຫລົ່ານັ້ນຈະຊອກຫາທີ່ຢູ່ອາໄສຢູ່ໃນຮົ່ມຂອງງ່າທັງຫລາຍຂອງມັນ.