YouVersion Logo
Search Icon

ເອເຊກຽນ 17

17
ນົກອິນຊີ​ສອງ​ໂຕ ແລະ ເຄືອອະງຸ່ນ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ ຈົ່ງ​ຍົກ​ເລື່ອງ​ປຽບທຽບ ແລະ ກ່າວ​ຄຳອຸປະມາ​ແກ່​ຊາວ​ອິດສະຣາເອນ. 3ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ນົກອິນຊີ​ໃຫຍ່​ໂຕ​ໜຶ່ງ​ມີ​ປີກ​ອັນ​ມີ​ພະລັງ, ຂົນ​ຍາວ ແລະ ຂົນ​ມີ​ຫລາຍ​ສີ​ບິນ​ມາ​ທີ່​ເລບານອນ. ມັນ​ເກາະ​ທີ່​ຍອດ​ຕົ້ນ​ໄມ້ແປກ​ຕົ້ນ​ໜຶ່ງ, 4ມັນ​ຈິກ​ໜໍ່​ທີ່​ຢູ່​ສູງ​ທີ່ສຸດ ແລະ ຄາບ​ໄປ​ຍັງ​ດິນແດນ​ຂອງ​ພໍ່ຄ້າ​ທັງຫລາຍ ແລ້ວ​ມັນ​ກໍ​ໄດ້​ປູກ​ໜໍ່​ນັ້ນ​ລົງ​ໃນ​ເມືອງ​ຂອງ​ພໍ່ຄ້າ.
5“ ‘ນົກອິນຊີ​ນັ້ນ​ໄດ້​ຄາບ​ເມັດພືດ​ຈາກ​ດິນແດນ​ຂອງ​ເຈົ້າ ແລະ ເອົາ​ເມັດພືດ​ນັ້ນ​ປູກ​ໄວ້​ໃນ​ດິນ​ທີ່​ອຸດົມ​ສົມບູນ. ມັນ​ປູກ​ເມັດພືດ​ໄວ້​ເໝືອນ​ຕົ້ນຫລິວ​ທີ່​ຢູ່​ແຄມ​ນ້ຳ​ອັນ​ອຸດົມ​ສົມບູນ, 6ແລ້ວ​ຕົ້ນໄມ້​ນັ້ນ​ກໍ​ງອກ​ຂຶ້ນ ແລະ ກາຍເປັນ​ເຄືອອະງຸ່ນ​ຟຸ່ມ​ເຕ້ຍ, ມັນ​ແຕກ​ກິ່ງ​ງ່າ​ເລືອ​ໄປ​ທາງ​ນົກອິນຊີ, ແຕ່​ຮາກ​ຂອງ​ມັນ​ຍັງ​ຄົງ​ຢູ່​ກ້ອງ​ມັນ. ດັ່ງນັ້ນ ມັນ​ຈຶ່ງ​ກາຍເປັນ​ເຄືອອະງຸ່ນ​ທີ່​ແຕກ​ງ່າ ແລະ ໃບ​ດົກ​ໜາ.
7“ ‘ແຕ່​ມີ​ນົກອິນຊີ​ໃຫຍ່​ອີກ​ໂຕ​ໜຶ່ງ ມັນ​ມີ​ປີກ​ອັນ​ມີ​ພະລັງ ແລະ ມີ​ຂົນ​ດົກ. ເຄືອອະງຸ່ນ​ກໍ​ຊອນ​ຮາກ​ຈາກ​ຈຸດ​ທີ່​ຂຶ້ນ​ຢູ່​ໄປ​ຫາ​ມັນ ແລະ ແຕກ​ງ່າ​ມາ​ຫາ​ມັນ​ເພື່ອ​ໃຫ້​ມັນ​ຫົດ​ນ້ຳ​ໃຫ້. 8ທັງໆ​ທີ່​ຕົນ​ເອງ​ກໍ​ງອກງາມ​ຢູ່​ໃນ​ດິນ​ດີ ໂດຍ​ມີ​ນ້ຳ​ຢ່າງ​ອຸດົມ​ສົມບູນ ພ້ອມ​ທີ່​ຈະ​ແຕກ​ງ່າ, ອອກ​ໝາກ ແລະ ກາຍເປັນ​ເຄືອອະງຸ່ນ​ທີ່​ດີ້​ຢູ່​ແລ້ວ’.
9“ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຄືອ​ອະງຸ່ນ​ນັ້ນ​ຈະ​ງອກງາມ​ໄດ້​ບໍ? ມັນ​ຈະ​ບໍ່​ຖືກ​ຖອນ​ຮາກ ແລະ ປິດ​ໝາກ​ຈົນ​ຫ່ຽວແຫ້ງ​ໄປ​ບໍ? ໃບ​ອ່ອນ​ຂອງ​ມັນ​ຈະ​ຫ່ຽວແຫ້ງ​ໝົດ. ບໍ່​ຕ້ອງ​ໃຊ້​ແຂນ​ທີ່​ແຂງແຮງ​ຫລາຍ ຫລື ຄົນ​ໝູ່​ໃຫຍ່​ໃນ​ການ​ຖອນ​ຮາກ​ເຄືອ​ອະງຸ່ນ​ນັ້ນ​ຂຶ້ນ​ມາ. 10ເຖິງ​ແມ່ນ​ວ່າ​ມັນ​ຖືກ​ຍ້າຍ​ໄປ​ປູກ ແຕ່​ມັນ​ຈະ​ງອກງາມ​ໄດ້​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ໄປຫມົດ​ເມື່ອ​ຖືກ​ລົມ​ຕາເວັນ​ອອກ​ພັດ​ກະໜ່ຳ​ບໍ? ມັນ​ຈະ​ບໍ່​ຫ່ຽວແຫ້ງ​ຄາ​ບ່ອນທີ່​ມັນງອກ​ຂຶ້ນ​ມາ​ບໍ?’ ”
11ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ກໍ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 12“ຈົ່ງ​ກ່າວ​ແກ່​ພົງພັນ​ທີ່​ກະບົດ​ນີ້​ວ່າ, ‘ເຈົ້າ​ບໍ່​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ໝາຍ​ຄວາມ​ວ່າ​ແນວໃດ​ບໍ?’ ຈົ່ງ​ບອກ​ພວກເຂົາ​ວ່າ: ‘ກະສັດ​ບາບີໂລນ​ໄດ້​ໄປ​ທີ່​ເຢຣູຊາເລັມ ແລະ ໄດ້​ກວາດ​ຕ້ອນ​ເອົາ​ກະສັດ​ຂອງ​ເຢຣູຊາເລັມ ແລະ ບັນດາ​ຂຸນນາງ​ຂອງ​ເຢຣູຊາເລັມ, ແລ້ວ​ກໍ​ພາ​ພວກເຂົາ​ກັບ​ໄປ​ທີ່​ບາບີໂລນ​ພ້ອມ​ຕົນ. 13ແລ້ວ​ເພິ່ນ​ໄດ້​ພາ​ເຈົ້ານາຍ​ຄົນ​ໜຶ່ງ​ມາ ແລະ ໄດ້​ເຮັດ​ສັນຍາ​ກັບ​ລາວ, ໃຫ້​ລາວ​ສາບານ​ວ່າ​ຈະ​ຈົ່ງຮັກ​ພັກ​ດີ. ລາວ​ກໍ​ນຳ​ຄົນ​ລະດັບ​ຜູ້ນຳ​ຂອງ​ດິນແດນ​ນັ້ນ​ໄປ​ນຳ​ດ້ວຍ, 14ເພື່ອ​ວ່າ​ອານາຈັກ​ນັ້ນ​ຈະ​ຕົກ​ຕ່ຳ​ລົງ, ບໍ່​ສາມາດ​ຮຸ່ງເຮືອງ​ຂຶ້ນ​ມາ​ໄດ້​ອີກ, ຈະ​ຢູ່​ພົ້ນ​ໄດ້​ກໍ​ຕໍ່​ເມື່ອ​ຮັກສາ​ສັນຍາ​ຂອງ​ຕົນ​ເທົ່າ​ນັ້ນ. 15ແຕ່​ກະສັດ​ນັ້ນ​ກໍ​ໄດ້​ກະບົດ​ຕໍ່​ກະສັດບາບີໂລນ ໂດຍ​ສົ່ງ​ທູດ​ໄປ​ທີ່​ເອຢິບ​ເພື່ອ​ຂໍ​ມ້າ ແລະ ກອງທັບ​ໃຫຍ່​ມາ​ຊ່ວຍ. ລາວ​ຈະ​ເຮັດ​ສຳເລັດ​ບໍ? ຜູ້​ທີ່​ເຮັດ​ສິ່ງ​ນີ້​ຈະ​ໜີ​ພົ້ນ​ໄປ​ໄດ້​ບໍ? ລາວ​ໄດ້​ລະເມີດ​ສັນຍາ​ແລ້ວ​ຍັງ​ຈະ​ໜີ​ພົ້ນ​ໄປ​ໄດ້​ບໍ?
16“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ໃດ ລາວ​ກໍ​ຈະ​ຕາຍ​ໃນ​ບາບີໂລນ, ໃນ​ດິນແດນ​ຂອງ​ກະສັດ​ຜູ້​ທີ່​ໄດ້​ຕັ້ງ​ລາວ​ຂຶ້ນ​ຄອງ​ບັນລັງ, ຜູ້​ທີ່​ລາວ​ລົບຫລູ່​ຄຳສາບານ ແລະ ຜິດ​ສັນຍາ​ທີ່​ໃຫ້​ໄວ້​ຢ່າງ​ແນ່ນອນ. 17ຟາໂຣ​ພ້ອມ​ກັບ​ກອງທັບ​ໃຫຍ່​ຂອງ​ລາວ ແລະ ກຳລັງ​ພົນ​ຈຳນວນ​ຫລວງຫລາຍ​ຈະ​ຊ່ວຍ​ລາວ​ບໍ່​ໄດ້​ໃນ​ສົງຄາມ, ເມື່ອ​ຄັນຄູ​ປ້ອງກັນ​ຖືກ​ສ້າງ​ຂຶ້ນ ແລະ ເຄື່ອງ​ລ້ອມ​ເມືອງ​ຖືກ​ຕັ້ງ​ຂຶ້ນ​ເພື່ອ​ທຳລາຍ​ຊີວິດ​ຄົນ​ເປັນ​ຈຳນວນ​ຫລາຍ. 18ລາວ​ຜິດ​ຄຳ​ສາບານ​ໂດຍ​ລະເມີດ​ຄຳໝັ້ນສັນຍາ. ເພາະ​ລາວ​ໄດ້​ໃຫ້​ມື​ປະຕິຍານ​ແລ້ວ​ຍັງ​ເຮັດ​ສິ່ງ​ເຫລົ່ານີ້​ທັງໝົດ, ລາວ​ຈະ​ຕ້ອງ​ໜີ​ບໍ່​ພົ້ນ.
19“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ໃດ ເຮົາ​ຈະ​ຕອບແທນ​ລາວ​ສຳລັບ​ຄຳ​ສາບານ​ຂອງ​ເຮົາ​ທີ່​ລາວ​ລົບຫລູ່ ແລະ ຕາມ​ຄຳໝັ້ນສັນຍາ​ຂອງ​ເຮົາ​ທີ່​ເຂົາ​ລະເມີດ​ຢ່າງ​ແນ່ນອນ. 20ເຮົາ​ຈະ​ກາງ​ຕາໜ່າງ​ຂອງ​ເຮົາ​ດັກ​ລາວ ແລະ ລາວ​ກໍ​ຈະ​ຕິດ​ຢູ່​ໃນ​ກັບ​ດັກ​ຂອງ​ເຮົາ. ເຮົາ​ຈະ​ນຳ​ລາວ​ໄປ​ທີ່​ບາບີໂລນ ແລະ ພິພາກສາ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ວ່າ​ລາວ​ບໍ່​ໄດ້​ສັດຊື່​ຕໍ່​ເຮົາ. 21ທະຫານ​ທັງໝົດ​ຂອງ​ລາວ​ທີ່​ໜີ​ໄປ​ກໍ​ຈະ​ຕາຍ​ດ້ວຍ​ດາບ ແລະ ຜູ້​ພົ້ນ​ຊີວິດ​ຢູ່​ຈະ​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ​ຕາມ​ລົມ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ໄວ້.
22“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເອງ​ຈະ​ເອົາ​ໜໍ່​ຈາກ​ຍອດ​ຂອງ​ຕົ້ນແປກ ແລະ ເອົາ​ໄປ​ປູກ​ໄວ້; ເຮົາ​ຈະ​ຫັກ​ໜໍ່​ອ່ອນ​ຈາກ​ຍອດ​ໄປ​ປູກ​ໄວ້​ເທິງ​ພູເຂົາ​ທີ່​ສູງ. 23ເຮົາ​ຈະ​ປູກ​ມັນ​ໄວ້​ເທິງ​ຍອດ​ພູເຂົາ​ແຫ່ງ​ອິດສະຣາເອນ ມັນ​ຈະ​ແຕກ​ງ່າ ແລະ ອອກ​ໝາກ ແລ້ວ​ກາຍເປັນ​ຕົ້ນແປກ​ທີ່​ສວຍ​ງາມ. ນົກ​ທຸກ​ຊະນິດ​ຈະ​ມາ​ສ້າງ​ຮັງ​ຢູ່​ໃນ​ມັນ. ນົກ​ເຫລົ່ານັ້ນ​ຈະ​ຊອກ​ຫາ​ທີ່​ຢູ່​ອາໄສ​ຢູ່​ໃນ​ຮົ່ມ​ຂອງ​ງ່າ​ທັງຫລາຍ​ຂອງ​ມັນ. 24ຕົ້ນໄມ້​ທັງໝົດ​ໃນ​ປ່າ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ໄດ້​ໂຄ່ນ​ຕົ້ນໄມ້​ສູງ​ລົງ ແລະ ເຮັດ​ໃຫ້​ຕົ້ນໄມ້​ເຕ້ຍ​ສູງ​ຂຶ້ນ. ເຮັດ​ໃຫ້​ຕົ້ນໄມ້​ຂຽວ​ຫ່ຽວແຫ້ງ ແລະ ໃຫ້​ຕົ້ນໄມ້​ທີ່​ຫ່ຽວແຫ້ງ​ສົດຊື່ນ​ຂື້ນ.
“ ‘ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ໄດ້​ເວົ້າ​ໄວ້ ແລະ ເຮົາ​ຈະ​ເຮັດ​ຢ່າງ​ນັ້ນ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in