ມາຣະໂກ 9

9
1ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.
ພຣະເຢຊູເຈົ້າ​ປ່ຽນ​ລັກສະນະ​ຮ່າງກາຍ
(ມທ 17:1-13; ລກ 9:28-36)
2ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. 3ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້. 4ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.
5ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”. 6(ເປໂຕ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ສິ່ງໃດ​ດີ ເພາະ​ພວກເພິ່ນ​ຕົກໃຈຢ້ານ​ຫລາຍ.)
7ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”
8ທັນໃດ​ນັ້ນ ເມື່ອ​ພວກເພິ່ນ​ຫລຽວ​ເບິ່ງ​ອ້ອມຮອບ​ໂຕ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.
9ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ. 10ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.
11ແລະ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ​ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
12ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ? 13ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມໃຈ​ມັກ​ທຸກ​ຢ່າງ ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ເພິ່ນ”.
ພຣະເຢຊູເຈົ້າ​ຮັກສາ​ເດັກຊາຍ​ຜູ້​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ສິງ
(ມທ 17:14-19,22,23; ລກ 9:37-45)
14ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່. 15ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.
16ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”
17ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ໄດ້​ນໍາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ, ລາວ​ຖືກ​ຜີມານຮ້າຍ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກກືກ. 18ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອ​ໃດ, ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມລົງ​ພື້ນ, ແລະ ມີ​ນ້ຳລາຍ​ຟູມປາກ​ທັງ​ກັດແຂ້ວ ແລະ ໂຕ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ. ຂ້ານ້ອຍ​ຂໍ​ໃຫ້​ພວກສາວົກ​ຂອງ​ທ່ານ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໄດ້”.
19ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.
20ພວກເຂົາ​ກໍ​ໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ເມື່ອ​ຜີມານຮ້າຍ​ທີ່​ສິງ​ຢູ່​ໃນ​ໂຕ​ເດັກນ້ອຍ​ນັ້ນ​ໄດ້​ເຫັນ​ພຣະເຢຊູເຈົ້າ, ທັນໃດ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມລົງ​ພື້ນດິນ, ຊັກດິ້ນ​ລົ້ມລົງ​ກິ້ງ​ໄປ​ມາ ແລະ ມີ​ນ້ຳລາຍ​ຟູມປາກ.
21ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?”
ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ 22ຫລາຍ​ເທື່ອ​ແລ້ວ​ທີ່​ມັນ​ຊຸກ​ລາວ​ໃຫ້​ຕົກນ້ຳ ແລະ ຕົກ​ໃສ່​ໄຟ​ເພື່ອ​ຂ້າ​ລາວ. ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້ ຂໍ​ສົງສານ​ພວກຂ້ານ້ອຍ ແລະ ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ”.
23ພຣະເຢຊູເຈົ້າ​ກ່າວ​ວ່າ, “‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.
24ໃນ​ທັນໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງ​ຕອບ​ທັນທີ​ວ່າ, “ຂ້ານ້ອຍ​ເຊື່ອ; ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່​ທ້ອນ!”
25ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ກຳລັງ​ບຸບຽດກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ວິນຍານສົກກະປົກ, “ວິນຍານ​ປາກກືກ ແລະ ຫູໜວກ ເຮົາ​ສັ່ງ​ພວກເຈົ້າ​ໃຫ້​ອອກ​ຈາກ​ເດັກນ້ອຍ ແລະ ຢ່າ​ກັບ​ເຂົ້າ​ໄປ​ສິງ​ລາວ​ອີກ​ຈັກເທື່ອ”.
26ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”. 27ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ ແລະ ດຶງ​ຂຶ້ນ ແລ້ວ​ລາວ​ກໍ​ລຸກຢືນ​ຂຶ້ນ.
28ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ການ​ສ່ວນໂຕ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”
29ພຣະອົງ​ຕອບ​ວ່າ, “ຜີຮ້າຍ​ແບບນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່​ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການອະທິຖານ​ເທົ່ານັ້ນ#9:29 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ອະທິຖານ ແລະ ອົດອາຫານ​ເທົ່ານັ້ນ”.
ພຣະເຢຊູເຈົ້າ​ທຳນວາຍ​ກ່ຽວກັບ​ການຕາຍ​ຂອງ​ພຣະອົງ​ຄັ້ງ​ທີ່​ສອງ
30ພວກເພິ່ນ​ໄດ້​ຈາກ​ທີ່​ນັ້ນ ແລະ ຜ່ານ​ແຂວງ​ຄາລີເລ​ໄປ. ພຣະເຢຊູເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ບ່ອນ​ທີ່​ພວກເພິ່ນ​ຢູ່, 31ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”. 32ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.
ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ?
(ມທ 18:1-5; ລກ 9:46-48)
33ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ກາເປນາອູມ. ຂະນະ​ທີ່​ພຣະອົງ​ຢູ່​ໃນ​ເຮືອນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ໃນ​ລະຫວ່າງ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງກັນ​ເຖິງ​ເລື່ອງ​ຫຍັງ?” 34ແຕ່​ພວກເພິ່ນ​ມິດ​ຢູ່ ເພາະ​ໃນ​ລະຫວ່າງ​ທາງ​ນັ້ນ​ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ​ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ.
35ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລ້ວ​ເອີ້ນ​ພວກສາວົກ​ທັງ​ສິບສອງ​ຄົນ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ຜູ້ຕົ້ນ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ປາຍ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ຄົນ​ທັງຫລາຍ”.
36ພຣະອົງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ. ພຣະອົງ​ອຸ້ມ​ເດັກນ້ອຍ​ນັ້ນ​ໄວ້ ແລ້ວ​ກ່າວ​ກັບ​ພວກເພິ່ນ​ວ່າ, 37“ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.
ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ
(ລກ 9:49,50)
38ໂຢຮັນ​ກ່າວ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ, ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.
39ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ໃນ​ນາມ​ຂອງ​ເຮົາ ແລະ ພາຍຫລັງ​ມາ​ຈະ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ກ່ຽວກັບ​ເຮົາ, 40ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ. 41ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ເອົາ​ນ້ຳ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ໃນ​ນາມ​ຂອງ​ເຮົາ ເພາະ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ”.
ຕົ້ນເຫດ​ໃຫ້​ເຮັດ​ບາບ
42“ຖ້າ​ຜູ້ໃດ​ເປັນຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ. 43ຖ້າ​ມື​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ມື​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ລົງ​ໄປ​ໃນ​ນະລົກ, ບ່ອນ​ທີ່​ໄຟ​ບໍ່​ມອດ​ຈັກ​ເທື່ອ.#9:43 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ມີ​ຂໍ້ 44ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’ 45ແລະ ຖ້າ​ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕີນ​ກຸດ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕີນ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ນະລົກ.#9:45 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ມີ​ຂໍ້ 46ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’ 47ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ຈະ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະເຈົ້າ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໄປ​ໃນ​ນະລົກ, 48ບ່ອນ​ທີ່
“‘ໂຕໜອນ​ທີ່​ກັດ​ກິນ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ,
ແລະ ໄຟ​ກໍ​ບໍ່​ຮູ້​ມອດ​ຈັກ​ເທື່ອ’.#9:48 ອຊຢ 66:24
49ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ.
50“ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.

ទើបបានជ្រើសរើសហើយ៖

ມາຣະໂກ 9: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល