ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມພຣະອົງເປັນການສ່ວນໂຕວ່າ, “ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ສາມາດຂັບໄລ່ຜີມານຮ້າຍນັ້ນອອກໄດ້?”
ພຣະອົງຕອບວ່າ, “ຜີຮ້າຍແບບນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການອະທິຖານເທົ່ານັ້ນ”.