ມາຣະໂກ 10

10
ການ​ຢ່າຮ້າງ
(ມທ 19:1-9)
1ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.
2ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ທົດລອງ​ພຣະອົງ​ໂດຍ​ຖາມ​ພຣະອົງ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ແມ່ນ​ບໍ?”
3ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້​ຄຳສັ່ງ​ໄວ້​ຢ່າງ​ໃດ?”
4ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ຜູ້ຊາຍ​ຂຽນ​ໜັງສື​ຢັ້ງຢືນ​ການຢ່າຮ້າງ ແລະ ສົ່ງ​ນາງ​ໜີ​ໄປ”.
5ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂໍ້​ນີ້​ໃຫ້​ພວກເຈົ້າ. 6ຕັ້ງແຕ່​ເລີ່ມຕົ້ນ​ທີ່​ສ້າງ​ໂລກ​ນັ້ນ ພຣະເຈົ້າ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’.#10:6 ປຖກ 1:27 7‘ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ ແລະ ໄປ​ຜູກພັນ​ຢູ່​ກັບ​ເມຍ#10:7 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກ​ທຳອິດ​ບາງ​ສະບັບ​ບໍ່​ມີ​ຄຳ​ວ່າ ໄປ​ຜູກພັນ​ເປັນ​ໜຶ່ງ​ດຽວ​ກັບ​ເມຍ​ຂອງ​ຕົນ 8ແລະ ພວກເຂົາ​ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ’.#10:8 ປຖກ 2:24 ດັ່ງນັ້ນ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ກາຍ​ດຽວ​ກັນ. 9ເຫດສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າຮ່ວມກັນ​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”.
10ເມື່ອ​ພວກເພິ່ນ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ອີກ, ພວກສາວົກ​ກໍ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ນີ້. 11ພຣະອົງ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້. 12ແລະ ຖ້າ​ນາງ​ຢ່າຮ້າງ​ຜົວ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ກໍ​ຫລິ້ນຊູ້”.
ເດັກນ້ອຍ ແລະ ພຣະເຢຊູເຈົ້າ
(ມທ 19:13-15; ລກ 18:15-17)
13ປະຊາຊົນ​ໄດ້​ນໍາ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງມື​ໃສ່​ພວກເຂົາ, ແຕ່​ພວກສາວົກ​ໄດ້​ຫ້າມ​ພວກເຂົາ​ໄວ້. 14ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ, ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ. 15ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເດັກນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຈັກ​ເທື່ອ”. 16ແລ້ວ​ພຣະອົງ​ກໍ​ໄດ້​ອູ້ມ​ເດັກນ້ອຍ​ໄວ້​ໃນ​ແຂນ​ຂອງ​ພຣະອົງ, ວາງ​ມື​ຂອງ​ພຣະອົງ​ເທິງ​ພວກເຂົາ ແລະ ອວຍພອນ​ພວກເຂົາ.
ເສດຖີ ແລະ ອານາຈັກ​ຂອງ​ພຣະເຈົ້າ
(ມທ 19:16-30; ລກ 18:18-30)
17ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”
18ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້ປະເສີດ? ບໍ່​ມີ​ຜູ້ໃດ​ທີ່​ປະເສີດ​ນອກ​ຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ. 19ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’#10:19 ອພຍ 20:12-16; ພບຍ 5:16-20”.
20ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ​ເອີຍ, ທັງໝົດ​ເຫລົ່ານີ້ ຂ້ານ້ອຍ​ໄດ້​ຖື​ຮັກສາ​ຕັ້ງ​ແຕ່​ເປັນ​ເດັກນ້ອຍ”.
21ພຣະເຢຊູເຈົ້າ​ແນມເບິ່ງ​ລາວ​ດ້ວຍ​ຄວາມຮັກ ແລະ ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ, ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ, ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.
22ເມື່ອ​ໄດ້​ຍິນ​ດັ່ງນັ້ນ​ໜ້າ​ຂອງ​ລາວ​ກໍ​ເສົ້າ​ລົງ. ລາວ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.
23ພຣະເຢຊູເຈົ້າ​ແນມເບິ່ງ​ອ້ອມຮອບ​ແລ້ວ​ກ່າວ​ກັບ​ພວກສາວົກ​ວ່າ, “ມັນ​ຍາກ​ແທ້​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ!”
24ພວກສາວົກ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳເວົ້າ​ຂອງ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ອີກ​ວ່າ, “ລູກ​ເອີຍ, ຍາກ​ຫລາຍ#10:24 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ເພີ່ມ​ຂໍ້​ຄວາມ​ວ່າ ສຳລັບ​ຜູ້​ທີ່​ວາງໃຈ​ໃນ​ຊັບສົມບັດ​ທີ່​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ! 25ໃຫ້​ອູດ​ໂຕ​ໜຶ່ງ​ລອດ​ຮູ​ເຂັມ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຜູ້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.
26ພວກສາວົກ​ກໍ​ຍິ່ງ​ປະຫລາດ​ໃຈ​ຫລາຍ​ຂຶ້ນ ຈຶ່ງ​ເວົ້າ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”
27ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້ ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.
28ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ!”
29ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ​ຂອງ​ຕົນ​ເພື່ອ​ເຮົາ ແລະ ເພື່ອ​ຂ່າວປະເສີດ 30ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ​ໃນ​ຍຸກ​ນີ້​ຄື: ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມ​ທັງ​ການຂົ່ມເຫັງ ແລະ ໃນ​ຍຸກ​ໜ້າ​ຈະ​ໄດ້​ຊີວິດ​ນິລັນດອນ. 31ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ”.
ພຣະເຢຊູເຈົ້າ​ທຳນວາຍ​ການຕາຍ​ຂອງ​ພຣະອົງ​ຄັ້ງ​ທີສາມ
(ມທ 20:17-19; ລກ 18:31-33)
32ພວກເພິ່ນ​ກຳລັງ​ເດີນທາງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ, ໂດຍ​ມີ​ພຣະເຢຊູເຈົ້າ​ນຳໜ້າ​ພວກເພິ່ນ​ໄປ, ແລະ ພວກສາວົກ​ກໍ​ພາກັນ​ປະຫລາດໃຈ, ສ່ວນ​ຄົນ​ທີ່​ມາ​ຕາມຫລັງ​ນັ້ນ​ຕ່າງ​ກໍ​ມີ​ຄວາມຢ້ານ. ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ​ອີກ ແລະ ກ່າວ​ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ, 33“ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ, 34ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຂ້າ​ພຣະອົງ. ສາມ​ວັນ​ຕໍ່ມາ​ພຣະອົງ​ຈະ​ເປັນຄືນມາ”.
ຄຳຂໍ​ຂອງ​ຢາໂກໂບ ແລະ ໂຢຮັນ
(ມທ 20:20-28)
35ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຢາກ​ໃຫ້​ທ່ານ​ເຮັດ​ຕາມ​ຄຳຂໍ​ຂອງ​ພວກຂ້ານ້ອຍ”.
36ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ?”
37ພວກເພິ່ນ​ຕອບ​ວ່າ, “ເມື່ອ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ຂໍ​ໃຫ້​ພວກຂ້ານ້ອຍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ ແລະ ອີກ​ຄົນ​ໜຶ່ງ​ນັ່ງ​ທີ່​ເບື້ອງຊ້າຍ​ຂອງ​ພຣະອົງ”.
38ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ​ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ​ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”
39ພວກເພິ່ນ​ຕອບ​ວ່າ, “ໄດ້​ພຣະອົງ​ເຈົ້າ”.
ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ທີ່​ເຮົາ​ດື່ມ​ແທ້ ແລະ ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ໄດ້​ຮັບ​ແທ້, 40ແຕ່​ການ​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ”.
41ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເພິ່ນ​ກໍ​ບໍ່​ພໍໃຈ​ກັບ​ຢາໂກໂບ ແລະ ໂຢຮັນ. 42ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ມາ​ພ້ອມໜ້າ​ກັນ ແລະ ກ່າວ​ວ່າ, “ພວກເຈົ້າ​ທັງຫລາຍ​ຕ່າງ​ກໍ​ຮູ້​ດີ​ວ່າ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ປົກຄອງ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ນາຍ​ເໜືອ​ພວກເຂົາ ແລະ ເຈົ້າໜ້າທີ່​ຊັ້ນໃຫຍ່​ກໍ​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ. 43ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ​ທັງຫລາຍ, 44ແລະ ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ທຸກຄົນ. 45ເພາະ​ແມ່ນ​ແຕ່​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້, ແຕ່​ມາ​ເພື່ອ​ຮັບໃຊ້, ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.
ຊາຍ​ຕາບອດ​ຊື່​ວ່າ​ບາຣະຕີມາຍ​ເບິ່ງ​ເຫັນ​ໄດ້
(ມທ 20:29-34; ລກ 18:35-43)
46ຫລັງຈາກ​ນັ້ນ ພວກເພິ່ນ​ກໍ​ມາ​ຮອດ​ເມືອງ​ເຢຣີໂກ. ຂະນະ​ທີ່​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ພ້ອມ​ກັບ​ປະຊາຊົນ​ກຸ່ມ​ໃຫຍ່​ກຳລັງ​ຈະ​ອອກຈາກ​ເມືອງ, ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ຊື່​ວ່າ​ບາຣະຕີມາຍ (ທີ່​ເປັນ​ລູກຊາຍ​ຂອງ​ຕີມາຍ) ນັ່ງ​ຂໍທານ​ຢູ່​ແຄມທາງ. 47ເມື່ອ​ລາວ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ມາ​ໃກ້, ລາວ​ກໍ​ຮ້ອງສຽງດັງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ ບຸດ​ດາວິດ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”
48ມີ​ຫລາຍ​ຄົນ​ໄດ້​ຫ້າມ​ໄວ້ ແລະ ບອກ​ລາວ​ໃຫ້​ມິດ​ຢູ່, ແຕ່​ລາວ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ກວ່າ​ເກົ່າ​ວ່າ, “ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”
49ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ກ່າວ​ວ່າ, “ຈົ່ງ​ເອີ້ນ​ລາວ​ມາ”.
ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ດີໃຈ! ແລະ ລຸກຂຶ້ນ! ພຣະອົງ​ກຳລັງ​ເອີ້ນ​ເຈົ້າ”. 50ລາວ​ຈຶ່ງ​ໂຍນ​ເສື້ອຄຸມ​ຂອງ​ຕົນ​ຖິ້ມ ແລ້ວ​ຟ້າວ​ກະໂດດ​ໄປ​ຫາ​ພຣະເຢຊູເຈົ້າ.
51ພຣະອົງ​ຖາມ​ລາວ​ວ່າ, “ເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?”
ລາວ​ຈຶ່ງ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຢາກ​ເບິ່ງ​ເຫັນ”.
52ພຣະເຢຊູເຈົ້າ​ກ່າວ​ວ່າ, “ໄປ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນທັນໃດນັ້ນ​ລາວ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຕາມ​ທາງ.

ទើបបានជ្រើសរើសហើយ៖

ມາຣະໂກ 10: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល