ເຊກາຣີຢາ 7
7
ຄວາມຍຸຕິທຳ ແລະ ຄວາມເມດຕາ, ບໍ່ແມ່ນການອົດອາຫານ
1ໃນປີທີສີ່ແຫ່ງການປົກຄອງຂອງເຈົ້າດາຣິອຸດ, ຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງເຊກາຣີຢາໃນມື້ທີສີ່ເດືອນທີເກົ້າ, ເດືອນກີຊະເລວ. 2ປະຊາຊົນເບັດເອນໄດ້ສົ່ງສາເລເຊ ແລະ ເຣເກມເມເຫລກ, ພ້ອມກັບຄົນຂອງພວກເຂົາ, ມາຕອບພຣະເຈົ້າຢາເວ 3ໂດຍໃຫ້ມາຖາມປະໂລຫິດທີ່ວິຫານຂອງພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ ແລະ ບັນດາຜູ້ທຳນວາຍວ່າ, “ຂ້າພະເຈົ້າຄວນໄວ້ທຸກ ແລະ ຖືສິນອົດອາຫານໃນເດືອນທີຫ້າ, ດັ່ງທີ່ໄດ້ເຮັດມາຕະຫລອດຫລາຍປີບໍ?”
4ຈາກນັ້ນຖ້ອຍຄໍາຂອງພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ກໍມາເຖິງຂ້າພະເຈົ້າວ່າ: 5“ຈົ່ງຖາມປະຊາຊົນທັງໝົດ ແລະ ບັນດາປະໂລຫິດວ່າ, ‘ຕະຫລອດເຈັດສິບປີມານີ້ ເມື່ອພວກເຈົ້າຖືສິນອົດອາຫານ ແລະ ອ້ອນວອນໃນເດືອນທີຫ້າ ແລະ ໃນເດືອນທີເຈັດນັ້ນ, ພວກເຈົ້າຖືສິນອົດອາຫານເພື່ອເຮົາແທ້ຈິງບໍ? 6ແລະ ເມື່ອພວກເຈົ້າກິນ ແລະ ດື່ມ, ພວກເຈົ້າກໍສະຫລອງເພື່ອໂຕເອງບໍ່ແມ່ນບໍ? 7ສິ່ງເຫຼົ່ານີ້ບໍ່ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວທີ່ໄດ້ປະກາດຜ່ານບັນດາຜູ້ທຳນວາຍກ່ອນໜ້ານີ້ບໍ ເມື່ອນະຄອນເຢຣູຊາເລັມ ແລະ ຫົວເມືອງທັງຫລາຍໂດຍອ້ອມຍັງຮຸ່ງເຮືອງ ແລະ ສະຫງົບສຸກ, ແລະ ເນເກັບ ແລະ ຕີນພູຕາເວັນຕົກຍັງມີຜູ້ຄົນຕັ້ງຖິ່ນຖານຢູ່ຢ່າງສະຫງົບ?’ ”
8ແລະຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຊກາຣີຢາອີກວ່າ: 9“ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ກ່າວວ່າ: ‘ຈົ່ງຮັກສາຄວາມຍຸຕິທຳທີ່ແທ້ຈິງ; ຈົ່ງສະແດງຄວາມເມດຕາ ແລະ ເຫັນອົກເຫັນໃຈກັນ. 10ຢ່າກົດຂີ່ຂົ່ມເຫັງແມ່ໝ້າຍ ຫລື ລູກກຳພ້າພໍ່, ຄົນຕ່າງດ້າວ ຫລື ຄົນທຸກຍາກ. ຢ່າມີໃຈຄິດຮ້າຍຕໍ່ກັນ ແລະ ກັນ’.
11“ແຕ່ພວກເຂົາປະຕິເສດທີ່ຈະໃຫ້ຄວາມສົນໃຈ; ພວກເຂົາອັດຫູ ແລະ ຫັນຫລັງໃຫ້ເຮົາຢ່າງດື້ດ້ານ. 12ພວກເຂົາເຮັດໃຈໃຫ້ແຂງກະດ້າງດັ່ງຫີນເຫລັກໄຟ ແລະ ບໍ່ຍອມຟັງກົດບັນຍັດ ຫລື ຖ້ອຍຄຳທີ່ພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ໄດ້ສົ່ງມາເຖິງພວກເຂົາໂດຍພຣະວິນຍານຂອງພຣະອົງຜ່ານທາງຜູ້ທຳນວາຍຫລາຍຄົນໃນສະໄໝກ່ອນ. ສະນັ້ນພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ຈຶ່ງໂກດຮ້າຍ.
13“ພຣະເຈົ້າຢາເວອົງຊົງຣິດກ່າວວ່າ, ‘ເມື່ອເຮົາກ່າວ, ພວກເຂົາບໍ່ຟັງ; ສະນັ້ນເມື່ອພວກເຂົາຮ້ອງຫາ, ເຮົາກໍຈະບໍ່ຟັງ. 14ເຮົາໃຊ້ພະຍຸໝຸນເຮັດໃຫ້ພວກເຂົາກະຈັດກະຈາຍໄປເປັນຄົນແປກໜ້າທ່າມກາງຊົນຊາດຕ່າງໆ, ດິນແດນຂອງພວກເຂົາຈະຖືກຖິ້ມຮ້າງຢູ່ທາງຫລັງ. ບໍ່ມີຜູ້ໃດຜ່ານໄປມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດໃຫ້ດິນແດນອັນໜ້າຊື່ນຊົມກັບຮົກຮ້າງເພພັງ’ ”.
اکنون انتخاب شده:
ເຊກາຣີຢາ 7: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.