ເຊກາຣີຢາ 7

7
ຄວາມຍຸຕິທຳ ແລະ ຄວາມ​ເມດຕາ, ບໍ່​ແມ່ນ​ການອົດອາຫານ
1ໃນ​ປີ​ທີ​ສີ່​ແຫ່ງ​ການ​ປົກຄອງ​ຂອງ​ເຈົ້າ​ດາຣິອຸດ, ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ເຊກາຣີຢາ​ໃນ​ມື້​ທີ​ສີ່​ເດືອນ​ທີ​ເກົ້າ, ເດືອນ​ກີຊະເລວ. 2ປະຊາຊົນ​ເບັດເອນ​ໄດ້​ສົ່ງ​ສາເລເຊ ແລະ ເຣເກມເມເຫລກ, ພ້ອມ​ກັບ​ຄົນ​ຂອງ​ພວກເຂົາ, ມາ​ຕອບ​ພຣະເຈົ້າຢາເວ 3ໂດຍ​ໃຫ້​ມາ​ຖາມ​ປະໂລຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່ ແລະ ບັນດາ​ຜູ້ທຳນວາຍ​ວ່າ, “ຂ້າພະເຈົ້າ​ຄວນ​ໄວ້​ທຸກ ແລະ ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ, ດັ່ງ​ທີ່​ໄດ້​ເຮັດ​ມາ​ຕະຫລອດ​ຫລາຍ​ປີ​ບໍ?”
4ຈາກນັ້ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ກໍ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 5“ຈົ່ງ​ຖາມ​ປະຊາຊົນ​ທັງໝົດ ແລະ ບັນດາ​ປະໂລຫິດ​ວ່າ, ‘ຕະຫລອດ​ເຈັດ​ສິບ​ປີ​ມາ​ນີ້ ເມື່ອ​ພວກເຈົ້າ​ຖືສິນ​ອົດອາຫານ ແລະ ອ້ອນ​ວອນ​ໃນ​ເດືອນ​ທີ​ຫ້າ ແລະ ໃນ​ເດືອນ​ທີ​ເຈັດ​ນັ້ນ, ພວກເຈົ້າ​ຖືສິນ​ອົດອາຫານ​ເພື່ອ​ເຮົາ​ແທ້ຈິງ​ບໍ? 6ແລະ ເມື່ອ​ພວກເຈົ້າ​ກິນ ແລະ ດື່ມ, ພວກເຈົ້າ​ກໍ​ສະຫລອງ​ເພື່ອ​ໂຕ​ເອງ​ບໍ່ແມ່ນ​ບໍ? 7ສິ່ງ​ເຫຼົ່າ​ນີ້​ບໍ່​ແມ່ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ປະກາດ​ຜ່ານ​ບັນດາ​ຜູ້ທຳນວາຍ​ກ່ອນໜ້າ​ນີ້​ບໍ ເມື່ອ​ນະຄອນ​ເຢຣູຊາເລັມ ແລະ ຫົວ​ເມືອງ​ທັງຫລາຍ​ໂດຍ​ອ້ອມ​ຍັງ​ຮຸ່ງເຮືອງ ແລະ ສະຫງົບ​ສຸກ, ແລະ ເນເກັບ ແລະ ຕີນ​ພູ​ຕາເວັນ​ຕົກ​ຍັງມີ​ຜູ້​ຄົນ​ຕັ້ງ​ຖິ່ນ​ຖານ​ຢູ່​ຢ່າງ​ສະຫງົບ?’ ”
8ແລະ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຊກາຣີຢາ​ອີກວ່າ: 9“ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ອົງ​ມີ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ‘ຈົ່ງ​ຮັກສາ​ຄວາມຍຸຕິທຳ​ທີ່​ແທ້​ຈິງ; ຈົ່ງ​ສະແດງ​ຄວາມ​ເມດຕາ ແລະ ເຫັນ​ອົກ​ເຫັນ​ໃຈ​ກັນ. 10ຢ່າ​ກົດຂີ່​ຂົ່ມເຫັງ​ແມ່ໝ້າຍ ຫລື ລູກ​ກຳ​ພ້າ​ພໍ່, ຄົນຕ່າງດ້າວ ຫລື ຄົນ​ທຸກຍາກ. ຢ່າ​ມີ​ໃຈ​ຄິດ​ຮ້າຍ​ຕໍ່​ກັນ ແລະ ກັນ’.
11“ແຕ່​ພວກເຂົາ​ປະຕິເສດ​ທີ່​ຈະ​ໃຫ້​ຄວາມ​ສົນໃຈ; ພວກເຂົາ​ອັດຫູ ແລະ ຫັນ​ຫລັງ​ໃຫ້​ເຮົາ​ຢ່າງ​ດື້​ດ້ານ. 12ພວກເຂົາ​ເຮັດ​ໃຈ​ໃຫ້​ແຂງກະດ້າງ​ດັ່ງ​ຫີນ​ເຫລັກ​ໄຟ ແລະ ບໍ່​ຍອມ​ຟັງ​ກົດບັນຍັດ ຫລື ຖ້ອຍ​ຄຳ​ທີ່​ພຣະເຈົ້າ​ຢາເວ​ອົງ​ມີ​ອຳນາດ​ຍິ່ງໃຫຍ່​ໄດ້​ສົ່ງ​ມາ​ເຖິງ​ພວກເຂົາ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ຜູ້ທຳນວາຍ​ຫລາຍຄົນ​ໃນ​ສະໄໝ​ກ່ອນ. ສະນັ້ນ​ພຣະເຈົ້າ​ຢາເວ​ອົງ​ມີ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໂກດຮ້າຍ.
13“ພຣະເຈົ້າ​ຢາເວ​ອົງ​ຊົງ​ຣິດ​ກ່າວ​ວ່າ, ‘ເມື່ອ​ເຮົາ​ກ່າວ, ພວກເຂົາ​ບໍ່​ຟັງ; ສະນັ້ນ​ເມື່ອ​ພວກເຂົາ​ຮ້ອງຫາ, ເຮົາ​ກໍ​ຈະ​ບໍ່​ຟັງ. 14ເຮົາ​ໃຊ້​ພະຍຸ​ໝຸນ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ເປັນ​ຄົນ​ແປກ​ໜ້າ​ທ່າມກາງ​ຊົນຊາດ​ຕ່າງໆ, ດິນແດນ​ຂອງ​ພວກເຂົາ​ຈະ​ຖືກ​ຖິ້ມ​ຮ້າງ​ຢູ່​ທາງ​ຫລັງ. ບໍ່​ມີ​ຜູ້ໃດ​ຜ່ານ​ໄປ​ມາ. ນີ້​ແມ່ນ​ສິ່ງ​ທີ່​ພວກເຂົາ​ເຮັດ​ໃຫ້​ດິນແດນ​ອັນ​ໜ້າ​ຊື່ນຊົມ​ກັບ​ຮົກ​ຮ້າງ​ເພ​ພັງ’ ”.

اکنون انتخاب شده:

ເຊກາຣີຢາ 7: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید