ເຊກາຣີຢາ 8
8
ພຣະເຈົ້າຢາເວສັນຍາວ່າຈະອວຍພອນເຢຣູຊາເລັມ
1ຖ້ອຍຄໍາຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ມາເຖິງຂ້າພະເຈົ້າວ່າ.
2ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ເຮົາອິດສາຊີໂອນຫລາຍ; ເຮົາຮ້ອນຮົນດ້ວຍໃຈອິດສານາງ”.
3ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວ: “ເຮົາຈະກັບມາຫາຊີໂອນ ແລະ ມາຢູ່ໃນເຢຣູຊາເລັມ. ເຢຣູຊາເລັມຈະໄດ້ຊື່ວ່າ ‘ນະຄອນແຫ່ງຄວາມຈິງ,’ ແລະ ພູເຂົາຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຈະໄດ້ຊື່ວ່າ ‘ພູເຂົາສັກສິດ’ ”.
4ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວ: “ອີກຄັ້ງໜຶ່ງຊາຍ ແລະ ຍິງແກ່ຈະນັ່ງຕາມຖະໜົນຫົນທາງໃນເຢຣູຊາເລັມ, ແຕ່ລະຄົນຈະຖືໄມ້ຄ້ອນເທົ້າຢູ່ໃນມືຍ້ອນອາຍຸຂອງພວກເຂົາ. 5ຖະໜົນໃນເມືອງຈະມີເດັກຊາຍຍິງແລ່ນຫລິ້ນຢູ່ທີ່ນັ້ນ”.
6ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ມັນອາດເບິ່ງວ່າເປັນເລື່ອງມະຫັດສະຈັນສຳລັບຄົນທີ່ເຫລືອໃນເວລານັ້ນ, ແຕ່ມັນຈະເປັນເລື່ອງມະຫັດສະຈັນສໍາລັບເຮົາບໍ?” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນັ້ນ.
7ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ເຮົາຈະຊ່ວຍປະຊາຊົນຂອງເຮົາຈາກປະເທດຕ່າງໆທາງຕາເວັນອອກ ແລະ ຕາເວັນຕົກ. 8ເຮົາຈະພາພວກເຂົາກັບມາຢູ່ໃນເຢຣູຊາເລັມ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຜູ້ສັດຊື່ ແລະ ຊອບທຳຂອງພວກເຂົາ”.
9ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: “ບັດນີ້ພວກເຈົ້າຈົ່ງຟັງຖ້ອຍຄຳເຫລົ່ານີ້, ‘ຈົ່ງໃຫ້ມືຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວິຫານຈະຖືກສ້າງໃຫ້ສຳເລັດ’. ນີ້ກໍແມ່ນສິ່ງທີ່ບັນດາຜູ້ທໍານວາຍໄດ້ກ່າວໄວ້ ຄືຜູ້ໃດຢູ່ທີ່ນັ້ນເມື່ອວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່. 10ກ່ອນໜ້ານັ້ນບໍ່ມີຄ່າຈ້າງໃຫ້ຄົນ ຫລື ສັດ. ບໍ່ມີຜູ້ໃດສາມາດເດີນທາງໄປມາເພື່ອຄ້າຂາຍຢ່າງປອດໄພເພາະສັດຕູຂອງພວກເຂົາ, ເພາະເຮົາເຮັດໃຫ້ເພື່ອນບ້ານທຸກຄົນເປັນສັດຕູກັນ. 11ແຕ່ດຽວນີ້ເຮົາຈະບໍ່ເຮັດກັບຄົນທີ່ເຫລືອຢູ່ດັ່ງໃນອະດີດ,” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນັ້ນ.
12“ເມັດພືດຈະງອກງາມ, ເຄືອອະງຸ່ນຈະອອກຜົນ, ຜືນແຜ່ນດິນຈະໃຫ້ພືດຜົນ, ແລະ ສະຫວັນຈະປົດປ່ອຍນ້ຳຄ້າງລົງມ. ເຮົາຈະມອບສິ່ງທັງປວງນີ້ໃຫ້ເປັນກຳມະສິດຂອງຄົນທີ່ເຫລືອຢູ່. 13ຢູດາ ແລະ ອິດສະຣາເອນ, ເຈົ້າເຄີຍເປັນທີ່ສາບແຊ່ງທ່າມກາງຊົນຊາດທັງຫລາຍນັ້ນຢ່າງໃດ, ເຮົາຈະຊ່ວຍເຈົ້າ ແລະ ເຈົ້າຈະເປັນພຣະພອນ. ຢ່າຢ້ານເລີຍ, ແຕ່ຈົ່ງໃຫ້ມືຂອງເຈົ້າເຂັ້ມແຂງຂຶ້ນ”.
14ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ຕາມທີ່ເຮົາເຄີຍຕັ້ງໃຈນຳໄພພິບັດມາສູ່ເຈົ້າ ແລະ ບໍ່ປານີເຈົ້າ ເມື່ອບັນພະບຸລຸດຂອງເຈົ້າເຮັດໃຫ້ເຮົາໂກດຮ້າຍ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ, 15“ແຕ່ບັດນີ້ ເຮົາຕັດສິນໃຈຈະເຮັດດີຕໍ່ເຢຣູຊາເລັມ ແລະ ຢູດາອີກ. ດັ່ງນັ້ນ ຢ່າຢ້ານເລີຍ. 16ສິ່ງເຫລົ່ານີ້ແມ່ນສິ່ງທີ່ພວກເຈົ້າຈະເຮັດຄື: ຈົ່ງເວົ້າຄວາມຈິງຕໍ່ກັນ ແລະ ຈົ່ງຕັດສິນຄວາມໃນສານຢ່າງຖືກຕ້ອງ; 17ຢ່າຄິດຮ້າຍຕໍ່ເພື່ອນບ້ານ ແລະ ຢ່າມັກສາບານເທັດ, ເພາະເຮົາກຽດຊັງສິ່ງທັງປວງນີ້”, ພຣະເຈົ້າຢາເວປະກາດດັ່ງນັ້ນ.
18ຖ້ອຍຄໍາຂອງພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ມາເຖິງຂ້າພະເຈົ້າ.
19ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ການຖືສິນອົດອາຫານໃນເດືອນທີສີ່, ເດືອນທີຫ້າ, ເດືອນທີເຈັດ ແລະ ເດືອນທີສິບ ຈະເປັນເວລາແຫ່ງຄວາມຊື່ນຊົມຍິນດີ ແລະ ໂອກາດທີ່ດີ ແລະ ເປັນເທດສະການແຫ່ງຄວາມສຸກສຳລັບຢູດາ. ເຫດສະນັ້ນຈົ່ງຮັກຄວາມຈິງ ແລະ ສັນຕິພາບ”.
20ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ຫລາຍຊົນຊາດ ແລະຄົນທີ່ອາໄສຢູ່ໃນນະຄອນຕ່າງໆຫລາຍແຫ່ງຍັງຈະມາ, 21ແລະ ຊາວເມືອງໜຶ່ງຈະໄປອີກເມືອງໜຶ່ງ ແລະ ກ່າວວ່າ, ‘ໃຫ້ພວກເຮົາໄປອ້ອນວອນຫາພຣະເຈົ້າຢາເວ ແລະ ໄປສະແຫວງຫາພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່. ເຮົາເອງກໍຈະໄປເຊັ່ນກັນ’ 22ຊົນຊາດທັງຫລາຍ ແລະ ບັນດາຊາດມະຫາອຳນາດຈະມາຍັງເຢຣູຊາເລັມເພື່ອສະແຫວງຫາພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ ແລະ ອ້ອນວອນພຣະອົງ”.
23ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: “ເມື່ອເຖິງເວລານັ້ນຊາຍສິບຄົນຈາກທຸກຊາດທຸກພາສາຈະຢຶດສົ້ນເສື້ອຄຸມຂອງຊາວຢິວຄົນໜຶ່ງໄວ້ ແລະ ກ່າວວ່າ, ‘ຂໍໃຫ້ພວກເຮົາໄປກັບທ່ານ, ເພາະພວກເຮົາໄດ້ຍິນມາວ່າພຣະເຈົ້າຢູ່ກັບທ່ານ’ ”.
اکنون انتخاب شده:
ເຊກາຣີຢາ 8: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.