ເຊກາຣີຢາ 4
4
ຄັນປະທີບຄຳ ແລະ ຕົ້ນໝາກກອກສອງຕົ້ນ
1ແລ້ວເທວະດາທີ່ສົນທະນາກັບຂ້າພະເຈົ້າກັບມາປຸກຂ້າພະເຈົ້າ, ດັ່ງປຸກໃຫ້ຕື່ນຈາກຫລັບ. 2ເທວະດານັ້ນຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?”
ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍເຫັນຄັນປະທີບຄຳ ມີຊາມນ້ຳມັນຢູ່ເທິງ ແລະ ມີຕະກຽງເຈັດດວງ, ໂດຍມີທໍ່ຕະກຽງເຈັດທໍ່ສົ່ງນ້ຳມັນໄປຈຸດຕະກຽງ. 3ມີຕົ້ນໝາກກອກສອງຕົ້ນຢູ່ໃກ້ຄັນປະທີບນັ້ນ, ຕົ້ນໜຶ່ງຢູ່ທາງຂວາມືຂອງຊາມນ້ຳມັນ ແລະ ອີກຕົ້ນຢູ່ທາງຊ້າຍ”.
4ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ພຣະອົງເຈົ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”
5ເທວະດານັ້ນຕອບວ່າ, “ເຈົ້າບໍ່ຮູ້ ບໍ ວ່າສິ່ງເຫລົ່ານີ້ແມ່ນຫຍັງ?”
ຂ້າພະເຈົ້າຕອບວ່າ, “ພຣະອົງເຈົ້າຂ້າ, ຂ້າພະເຈົ້າບໍ່ຮູ້”.
6ເທວະດານັ້ນຈຶ່ງກ່າວວ່າ, “ນີ້ແມ່ນຖ້ອຍຄໍາຂອງພຣະເຈົ້າຢາເວເຈົ້າກ່າວແກ່ເຊຣຸບບາເບນ: ‘ບໍ່ແມ່ນດ້ວຍກຳລັງ ບໍ່ແມ່ນດ້ວຍຣິດອຳນາດ, ແຕ່ໂດຍພຣະວິນຍານຂອງເຮົາ,’ ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ກ່າວດັ່ງນັ້ນ.
7“ພູເຂົາທີ່ຍິ່ງໃຫຍ່ເອີຍ, ເຈົ້າມີອັນໃດດີ#4:7 ຫລື ເຈົ້າເປັນຜູ້ໃດ? ຕໍ່ໜ້າເຊຣຸບບາເບນເຈົ້າຈະຮາບພຽງຄືພື້ນດິນ. ແລ້ວເພິ່ນຈະນຳສີລາມູມເອກມາສະຖາປະນາໃນວິຫານທ່າມກາງສຽງໂຫ່ຮ້ອງວ່າ ‘ຂໍພຣະເຈົ້າອວຍພອນວິຫານ! ຂໍພຣະເຈົ້າອວຍພອນວິຫານ!’ ”
8ແລ້ວມີຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ: 9“ເຊຣຸບບາເບນໄດ້ລົງມືວາງຖານຮາກຂອງວິຫານແຫ່ງນີ້; ມືຂອງເພິ່ນຈະສ້າງຈົນສຳເລັດ. ແລ້ວເຈົ້າຈະຮູ້ວ່າພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ໄດ້ສົ່ງເຮົາມາຫາພວກເຈົ້າ.
10“ຜູ້ໃດບັງອາດດູໝິ່ນສິ່ງນ້ອຍໆທີ່ເກີດຂຶ້ນໃນວັນນີ້, ເພາະຕາທັງເຈັດຂອງພຣະເຈົ້າຢາເວທີ່ເບິ່ງໄປທົ່ວໂລກຈະຊື່ນຊົມຍິນດີເມື່ອເຫັນສີລາມູມເອກທີ່ຄັດສັນ#4:10 ຫລື ສາຍດິ່ງ ຢູ່ໃນມືເຊຣຸບບາເບນ?#4:10 ຫລື ຜູ້ໃດບັງອາດດູໝິ່ນສິ່ງເລັກນ້ອຍທີ່ເກິດຂຶ້ນໃນມື້ນີ້? ຜູ້ຄົນຈະຊື່ນຊົມຍິນດີເມື່ອເຫັນສາຍດິ່ງໃນມືເຊຣູບາເບັນ “(ຕະກຽງເຈັດດວງນີ້ຄືພະເນດຂອງອົງພຣະຜູ້ເປັນເຈົ້າເຊິ່ງເບິ່ງໄປທົ່ວໂລກ)””
11ແລ້ວຂ້າພະເຈົ້າຈຶ່ງຖາມເທວະດາອົງນັ້ນວ່າ, “ຕົ້ນໝາກກອກເທດທັງສອງຕົ້ນທີ່ຢູ່ດ້ານຊ້າຍ ແລະ ຂວາຂອງຄັນປະທີບໝາຍເຖິງຫຍັງ?”
12ແລະ ຂ້າພະເຈົ້າຖາມອີກວ່າ, “ກິ່ງໝາກກອກທັງສອງກິ່ງທີ່ຢູ່ຂ້າງໆທໍ່ຄຳທັງສອງທີ່ສົ່ງນ້ຳມັນສີຄໍາໄປຍັງຕະກຽງໝາຍເຖິງຫຍັງ?”
13ເທວະດານັ້ນຕອບວ່າ, “ເຈົ້າບໍ່ຮູ້ຄວາມຫມາຍຂອງສິ່ງເຫລົ່ານີ້ບໍ?”

14ດັ່ງນັ້ນເພິ່ນຈຶ່ງກ່າວວ່າ, “ສິ່ງເຫລົ່ານີ້ໝາຍເຖິງບຸກຄົນທັງສອງທີ່ໄດ້ຮັບການເຈີມຕັ້ງໃຫ້#4:14 ຫລື ສອງຄົນຜູ້ນຳນ້ຳມັນມາ ແລະ ເຮັດໜ້າທີ່ຮັບໃຊ້ອົງພຣະຜູ້ເປັນເຈົ້າໃນໂລກນີ້”.
اکنون انتخاب شده:
ເຊກາຣີຢາ 4: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: