ເຊກາຣີຢາ 4

4
ຄັນ​ປະ​ທີບ​ຄຳ ແລະ ຕົ້ນ​ໝາກກອກ​ສອງ​ຕົ້ນ
1ແລ້ວ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ກັບ​ມາ​ປຸກ​ຂ້າພະເຈົ້າ, ດັ່ງ​ປຸກ​ໃຫ້​ຕື່ນ​ຈາກ​ຫລັບ. 2ເທວະດາ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?”
ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄັນ​ປະ​ທີບ​ຄຳ ມີ​ຊາມ​ນ້ຳ​ມັນ​ຢູ່​ເທິງ ແລະ ມີ​ຕະ​ກຽງ​ເຈັດ​ດວງ, ໂດຍ​ມີ​ທໍ່​ຕະ​ກຽງ​ເຈັດ​ທໍ່​ສົ່ງ​ນ້ຳ​ມັນ​ໄປ​ຈຸດ​ຕະ​ກຽງ. 3ມີ​ຕົ້ນ​ໝາກກອກ​ສອງ​ຕົ້ນ​ຢູ່​ໃກ້​ຄັນ​ປະ​ທີບ​ນັ້ນ, ຕົ້ນ​ໜຶ່ງ​ຢູ່​ທາງ​ຂວາ​ມື​ຂອງ​ຊາມ​ນ້ຳ​ມັນ ແລະ ອີກ​ຕົ້ນ​ຢູ່​ທາງ​ຊ້າຍ”.
4ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ, “ພຣະອົງ​ເຈົ້າ, ສິ່ງເຫລົ່ານີ້​ແມ່ນຫຍັງ?”
5ເທວະດາ​ນັ້ນ​ຕອບວ່າ, “ເຈົ້າ​ບໍ່​ຮູ້ ບໍ ວ່າ​ສິ່ງ​ເຫລົ່ານີ້​ແມ່ນຫຍັງ?”
ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.
6ເທວະດາ​ນັ້ນ​ຈຶ່ງ​ກ່າວວ່າ, “ນີ້​ແມ່ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ເຈົ້າ​ກ່າວ​ແກ່​ເຊຣຸບບາເບນ: ‘ບໍ່ແມ່ນ​ດ້ວຍ​ກຳລັງ ບໍ່ແມ່ນ​ດ້ວຍ​ຣິດອຳນາດ, ແຕ່​ໂດຍ​ພຣະວິນຍານ​ຂອງ​ເຮົາ,’ ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ກ່າວ​ດັ່ງນັ້ນ.
7“ພູເຂົາ​ທີ່​ຍິ່ງໃຫຍ່​ເອີຍ, ເຈົ້າ​ມີ​ອັນ​ໃດ​ດີ#4:7 ຫລື ເຈົ້າ​ເປັນ​ຜູ້ໃດ? ຕໍ່ໜ້າ​ເຊຣຸບບາເບນ​ເຈົ້າ​ຈະ​ຮາບ​ພຽງ​ຄື​ພື້ນ​ດິນ. ແລ້ວ​ເພິ່ນ​ຈະ​ນຳ​ສີລາ​ມູມ​ເອກ​ມາ​ສະຖາປະນາ​ໃນ​ວິຫານ​ທ່າມກາງ​ສຽງ​ໂຫ່​ຮ້ອງ​ວ່າ ‘ຂໍ​ພຣະເຈົ້າ​ອວຍພອນ​ວິຫານ! ຂໍ​ພຣະເຈົ້າ​ອວຍພອນ​ວິຫານ!’ ”
8ແລ້ວ​ມີ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 9“ເຊຣຸບບາເບນ​ໄດ້​ລົງ​ມື​ວາງ​ຖານ​ຮາກ​ຂອງ​ວິຫານ​ແຫ່ງ​ນີ້; ມື​ຂອງ​ເພິ່ນ​ຈະ​ສ້າງ​ຈົນ​ສຳ​ເລັດ. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ໄດ້​ສົ່ງ​ເຮົາ​ມາ​ຫາ​ພວກເຈົ້າ.
10“ຜູ້ໃດ​ບັງ​ອາດ​ດູໝິ່ນ​ສິ່ງ​ນ້ອຍໆ​ທີ່ເກີດຂຶ້ນ​ໃນ​ວັນ​ນີ້, ເພາະ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າ​ຢາເວ​ທີ່​ເບິ່ງ​ໄປ​ທົ່ວ​ໂລກ​ຈະ​ຊື່ນຊົມຍິນດີ​ເມື່ອ​ເຫັນ​ສີລາ​ມູມ​ເອກ​ທີ່​ຄັດ​ສັນ#4:10 ຫລື ສາຍ​ດິ່ງ ຢູ່​ໃນ​ມື​ເຊຣຸບບາເບນ?#4:10 ຫລື ຜູ້ໃດ​ບັງ​ອາດ​ດູໝິ່ນ​ສິ່ງ​ເລັກນ້ອຍ​ທີ່​ເກິດ​ຂຶ້ນ​ໃນ​ມື້​ນີ້? ຜູ້​ຄົນ​ຈະ​ຊື່ນ​ຊົມ​ຍິນ​ດີ​ເມື່ອ​ເຫັນ​ສາຍ​ດິ່ງ​ໃນ​ມື​ເຊຣູບາ​ເບັນ “(ຕະ​ກຽງ​ເຈັດ​ດວງ​ນີ້​ຄື​ພະເນດ​ຂອງ​ອົງພຣະຜູ້ເປັນເຈົ້າ​ເຊິ່ງ​ເບິ່ງ​ໄປ​ທົ່ວ​ໂລກ)”
11ແລ້ວ​ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ອົງ​ນັ້ນ​ວ່າ, “ຕົ້ນໝາກກອກ​ເທດ​ທັງ​ສອງ​ຕົ້ນ​ທີ່​ຢູ່​ດ້ານ​ຊ້າຍ ແລະ ຂວາ​ຂອງ​ຄັນ​ປະ​ທີບ​ໝາຍ​ເຖິງ​ຫຍັງ?”
12ແລະ ຂ້າພະເຈົ້າ​ຖາມ​ອີກວ່າ, “ກິ່ງ​ໝາກກອກ​ທັງ​ສອງ​ກິ່ງ​ທີ່​ຢູ່​ຂ້າງ​ໆ​ທໍ່​ຄຳ​ທັງ​ສອງ​ທີ່​ສົ່ງ​ນ້ຳ​ມັນ​ສີ​ຄໍາ​ໄປ​ຍັງ​ຕະ​ກຽງ​ໝາຍ​ເຖິງ​ຫຍັງ?”
13ເທວະດາ​ນັ້ນ​ຕອບ​ວ່າ, “ເຈົ້າ​ບໍ່​ຮູ້​ຄວາມຫມາຍ​ຂອງ​ສິ່ງ​ເຫລົ່ານີ້​ບໍ?”
ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.
14ດັ່ງນັ້ນ​ເພິ່ນ​ຈຶ່ງ​ກ່າວວ່າ, “ສິ່ງ​ເຫລົ່ານີ້​ໝາຍ​ເຖິງ​ບຸກຄົນ​ທັງ​ສອງ​ທີ່​ໄດ້​ຮັບ​ການ​ເຈີມ​ຕັ້ງ​ໃຫ້#4:14 ຫລື ສອງ​ຄົນ​ຜູ້​ນຳ​ນ້ຳ​ມັນ​ມາ ແລະ ເຮັດ​ໜ້າທີ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ໃນ​ໂລກນີ້”.

اکنون انتخاب شده:

ເຊກາຣີຢາ 4: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید