ເຊກາຣີຢາ 5

5
ໜັງສື​ມ້ວນ​ບິນ​ໄດ້
1ຂ້າພະເຈົ້າ​ເບິ່ງ​ອີກ​ຄັ້ງ, ກໍ​ເຫັນ​ໜັງສື​ມ້ວນ​ບິນ​ໄປ.
2ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?”
ຂ້າພະເຈົ້າ​ຕອບ​ວ່າ, “ຂ້າພະເຈົ້າ​ເຫັນ​ໜັງສື​ມ້ວນ​ບິນ​ຢູ່, ຍາວ 20 ສອກ ແລະ ກວ້າງ 10 ສອກ#5:2 ຄື ຍາວ​ປະມານ 9 ແມັດ ແລະ ກວ້າງ​ປະມານ 4,5 ແມັດ”.
3ແລ້ວ​ເທວະດາ​ນັ້ນ​ບອກ​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ຄຳ​ສາບແຊ່ງ​ທີ່​ໄປ​ທົ່ວ​ທັງ​ດິນແດນ; ຕາມ​ທີ່​ມີ​ຂໍ້ຄວາມ​ກ່າວ​ໄວ້​ດ້ານ​ໜຶ່ງ​ວ່າ, ຄົນ​ຂີ້ລັກ​ທຸກຄົນ​ຈະ​ຖືກ​ຂັບໄລ່​ອອກ​ໄປ, ແລະ ອີກ​ດ້ານ​ໜຶ່ງ​ກ່າວ​ວ່າ​ທຸກຄົນ​ທີ່​ສາບານ​ປອມ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ດ້ວຍ. 4ພຣະເຈົ້າ​ຢາເວ​ຜູ້​ມີ​ອໍານາດ​ຍິ່ງໃຫຍ່​ປະກາດ​ວ່າ, ‘ເຮົາ​ຈະ​ສົ່ງ​ຄຳ​ສາບແຊ່ງ​ນີ້​ອອກ​ໄປ, ແລະ ມັນ​ຈະ​ເຂົ້າໄປ​ໃນ​ບ້ານ​ຂອງ​ຄົນຂີ້ລັກ ແລະ ຄົນ​ທີ່​ສາບານ​ປອມ​ໃນ​ນາມ​ຂອງ​ເຮົາ. ຄຳ​ສາບແຊ່ງ​ນີ້​ຈະ​ຢູ່​ເໜືອ​ບ້ານ​ຂອງ​ຄົນ​ເຫລົ່ານັ້ນ ແລະ ທຳລາຍ​ບ້ານ​ນັ້ນ​ລົງ​ທັງ​ໄມ້ ແລະ ຫີນ’ ”.
ແມ່ຍິງ​ໃນ​ກະຕ່າ
5ຈາກນັ້ນ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ນັ້ນ​ອອກ​ມາ​ທາງໜ້າ​ແລະ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເບິ່ງ ແລະ ສັງເກດ​ວ່າ​ແມ່ນຫຍັງ​ກຳລັງ​ຈະ​ເກີດ​ຂຶ້ນ”.
6ຂ້າພະເຈົ້າ​ຖາມວ່າ, “ນັ້ນ​ແມ່ນ​ຫຍັງ?”
ເທວະດາ​ນັ້ນ​ຕອບ​ວ່າ, “ມັນ​ຄື​ກະຕ່າ#5:6 ພາສາ​ເຮັບເຣີ​ວ່າ ໜຶ່ງ​ເອຟາ ເຊັ່ນ​ດຽວ​ກັບ​ຂໍ້ 7-11”. ແລະ ເພິ່ນ​ກ່າວ​ຕໍ່ໄປ​ວ່າ, “ກະຕ່າ​ນີ້​ບັນຈຸ​ຄວາມ​ຊົ່ວ​ຊ້າ#5:6 ຫລື ຮູບ​ຮ່າງ​ລັກສະນະ ຂອງ​ປະຊາຊົນ​ທົ່ວ​ທັງ​ແຜ່ນດິນ”.
7ແລ້ວ​ຝາ​ອັດ​ກະຕ່າ​ທີ່​ເຮັດ​ດ້ວຍ​ຕະກົ່ວ​ກໍ​ຖືກ​ຍົກ​ຂຶ້ນ, ແລະ ໃນ​ຖັງ​ນັ້ນ​ມີ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່! 8ເທວະດາ​ນັ້ນ​ກ່າວວ່າ, “ນີ້​ຄື​ຄວາມ​ຊົ່ວ​ຮ້າຍ” ແລ້ວ​ກໍ​ຍູ້​ຍິງ​ນັ້ນ​ລົງ​ໄປ​ໃນ​ກະຕ່າ​ຄື​ເກົ່າ ແລະ ດັນ​ຝາ​ກົ່ວ​ປິດ​ປາກ​ກະຕ່າ.
9ຈາກນັ້ນ​ຂ້າພະເຈົ້າ​ເງີຍ​ໜ້າ​ຂຶ້ນ ແລະ ເຫັນ​ແມ່ຍິງ​ສອງ​ຄົນ, ມີ​ປີກ​ຢູ່​ແຂນ​ຂອງ​ພວກເຂົາ! ພວກເຂົາ​ມີ​ປິກ​ຄື​ນົກຍາງ, ແລະ ພວກເຂົາ​ຍົກ​ກະຕ່າ​ນັ້ນ​ບິນ​ຂຶ້ນ​ໄປ​ໃນ​ອາ​ກາດ.
10ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ “ຍິງ​ທັງ​ສອງ​ຈະ​ເອົາ​ກະຕ່າ​ໄປ​ໃສ?”
11ເທວະດາ​ຕອບ​ວ່າ, “ໄປ​ຍັງ​ດິນແດນ​ບາ​ບີ​ໂລນ#5:11 ພາສາ​ເຮັບເຣີ​ວ່າ ຊີນາ ເພື່ອ​ສ້າງ​ບ້ານ​ຫລັງ​ໜຶ່ງ​ໃຫ້ມັນ. ເມື່ອ​ສ້າງ​ສຳເລັດ​ແລ້ວ, ກະຕ່າ​ກໍ​ຈະ​ຖືກ​ເກັບ​ໄວ້​ໃນ​ບ່ອນ​ຂອງ​ມັນ”.

اکنون انتخاب شده:

ເຊກາຣີຢາ 5: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید