ເຊກາຣີຢາ 3

3
ເຄື່ອງ​ແຕ່ງ​ກາຍ​ສະອາດ​ສຳລັບ​ມະຫາ​ປະໂລຫິດ
1ແລ້ວ​ເທວະດາ​ອົງ​ນັ້ນ​ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂລຫິດ​ໂຢຊວຍ#3:1 ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຍຊຸອາ ເຊັ່ນ​ດຽວ​ກັບ​ທີ່​ອື່ນ​ໆ​ໃນ​ພະທຳ​ເຊກາຣີຢາ ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ, ແລະ ຊາ​ຕານ#3:1 ແປ​ວ່າ ຜູ້​ກ່າວ​ໂທດ ຢືນ​ຢູ່​ຂວາ​ມື​ຂອງ​ເພິ່ນ​ເພື່ອ​ກ່າວ​ຫາ​ເພິ່ນ. 2ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຊາຕານ​ວ່າ, “ຊາຕານ! ພຣະເຈົ້າ​ຢາເວ​ຕຳນິ​ເຈົ້າ, ພຣະເຈົ້າ​ຢາເວ​ຜູ້​ເລືອກ​ເຢຣູຊາເລັມ​ຕຳນິ​ເຈົ້າ! ຊາຍ​ຜູ້​ນີ້​ເປັນ​ດົ້ນ​ຟືນ​ຕິດ​ໄຟ​ທີ່​ຖືກ​ດຶງ​ອອກຈາກ​ໄຟ​ບໍ່ແມ່ນ​ບໍ?”
3ບັດນີ້​ໂຢຊວຍ​ນຸ່ງ​ເສື້ອ​ຜ້າ​ເປີເປື້ອນ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ອົງ​ນັ້ນ. 4ເທວະດາ​ນັ້ນ​ກ່າວ​ແກ່​ບັນດາ​ຜູ້​ຢືນ​ຢູ່​ຕໍ່​ໜ້າ​ເພິ່ນ​ວ່າ, “ຈົ່ງ​ແກ້​ເສື້ອ​ຜ້າ​ເປີເປື້ອນ​ຂອງ​ເພິ່ນ​ອອກ”.
ຈາກນັ້ນ​ກ່າວ​ກັບ​ໂຢຊວຍ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໄດ້​ຍົກ​ບາບ​ຂອງ​ເຈົ້າ​ອອກ​ໄປ​ແລ້ວ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ນຸ່ງ​ເຄື່ອງ​ງົດ​ງາມ”.
5ຂ້າພະເຈົ້າ​ຈຶ່ງ​ກ່າວວ່າ, “ຈົ່ງ​ເອົາ​ຜ້າ​ປົກ​ຫົວ​ທີ່​ສະອາດ​ມາ​ປົກ​ໃຫ້​ເພິ່ນ”. ແລ້ວ​ພວກເຂົາ​ກໍ​ປົກ​ຫົວ​ໂຢຊວຍ​ດ້ວຍ​ຜ້າ​ສະອາດ ແລະ ນຸ່ງເຄື່ອງ​ໃຫ້​ເພິ່ນ, ໃນຂະນະ​ທີ່​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ຢືນ​ຢູ່​ໃກ້ໆ.
6ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໜ້າ​ທີ​ແກ່​ໂຢຊວຍ​ວ່າ: 7“ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ກ່າວ​ວ່າ: ‘ຖ້າ​ເຈົ້າ​ດຳເນີນ​ດ້ວຍ​ການ​ເຊື່ອຟັງ​ເຮົາ ແລະ ຖື​ຮັກສາ​ກົດບັນຍັດ​ຂອງ​ເຮົາ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບຜິດຊອບ​ວິຫານ​ຂອງ​ເຮົາ ລວມ​ທັງ​ເດີ່ນ​ວິຫານ​ຂອງ​ເຮົາ, ເຮົາ​ຈະ​ໃຫ້​ເຈົ້າ​ດຳເນີນ​ຢູ່​ຕໍ່ໜ້າ​ເຮົາ​ຮ່ວມ​ກັບ​ຄົນ​ເຫລົ່ານີ້​ທີ່​ຢືນ​ຢູ່​ທີ່ນີ້.
8“ ‘ຈົ່ງຟັງ, ມະຫາ​ປະໂລຫິດ​ໂຢຊວຍ, ທ່ານ ແລະ ເພື່ອນ​ຮ່ວມ​ງານ​ທີ່​ນັ່ງ​ຢູ່​ຕໍ່​ໜ້າ​ທ່ານ, ພວກທ່ານ​ຜູ້​ເປັນ​ຄົນ​ທີ່​ເປັນ​ສັນຍະລັກ​ບົ່ງ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ: ເຮົາ​ຈະ​ນຳ​ຜູ້ຮັບໃຊ້​ຂອງ​ເຮົາ​ມາ​ຄື “ກິ່ງ”. 9ຈົ່ງ​ເບິ່ງ, ສີລາ​ທີ່​ເຮົາ​ຕັ້ງ​ໄວ້​ຕໍ່​ໜ້າ​ໂຢຊວຍ! ສີລາ​ກ້ອນ​ດຽວ​ມີ​ເຈັດ​ຫລ່ຽມ,#3:9 ຫລື ເຈັດ​ຕາ ແລະ​ເຮົາ​ຈະ​ສະຫລັກ​ຄຳ​ຈາ​ລຶກ​ເທິງ​ສີລາ​ນັ້ນ,’ ພຣະເຈົ້າ​ຢາເວ​ອົງ​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ລຶບ​ບາບ​ຂອງ​ດິນແດນ​ນີ້​ພາຍໃນ​ວັນ​ດຽວ.
10“ ‘ໃນ​ວັນ​ນັ້ນ ພວກເຈົ້າ​ແຕ່ລະຄົນ​ຈະ​ເຊີນ​ເພື່ອນບ້ານ​ມາ​ນັ່ງ​ກ້ອງ​ເຄືອ​ອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ຕົນ,’ ພຣະເຈົ້າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເຊກາຣີຢາ 3: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید