ນາຮູມ 3

3
ວິບັດ​ແກ່​ນີເນເວ
1ວິບັດ​ແກ່​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ເລືອດ,
ເຊິ່ງ​ເຕັມ​ໄປ​ດ້ວຍ​ການ​ຕົວະ,
ເຕັມ​ໄປ​ດ້ວຍ​ການ​ປຸ້ນ​ຈີ້,
ບໍ່​ເຄີຍ​ຂາດ​ເຫຍື່ອ!
2ສຽງ​ໄມ້ແສ້​ຟາດ,
ສຽງ​ລໍ້​ລົດ!
ສຽງ​ມ້າ​ແລ່ນ
ແລະ ສຽງ​ລົດມ້າ​ທີ່​ສັ່ນສະເທືອນ!
3ທະຫານ​ມ້າ​ເຂົ້າ​ປະທະ​ກັນ,
ດາບ​ທີ່​ເຫລື້ອມ
ແລະ ຫອກ​ທີ່​ສ່ອງແສງ!
ມີ​ຜູ້​ບາດເຈັບ​ລົ້ມ​ຕາຍ​ຫລາຍ​ຄົນ,
ມີ​ກອງ​ຊາກ​ສົບ,
ສົບ​ກໍ​ນັບ​ບໍ່​ຖ້ວນ,
ຄົນ​ທັງຫລາຍ​ຍ່າງ​ເຕະ​ສະດຸດ​ສົບ
4ທັງໝົດ​ນີ້​ແມ່ນ​ຍ້ອນ​ຕັນຫາ​ອັນ​ປ່າເຖື່ອນ​ຂອງ​ຍິງ​ໂສເພນີ,
ຜູ້​ຍົວະ​ເຍົ້າ, ເປັນ​ເຈົ້າ​ແຫ່ງ​ມົນ​ສະເໜ່,
ຜູ້​ເຮັດ​ໃຫ້​ປະຊາຊາດ​ທັງຫລາຍ​ຕົກ​ເປັນ​ຂ້າທາດ​ໂດຍ​ການ​ຂາຍ​ໂຕ​ຂອງ​ນາງ
ແລະ ຄົນ​ທັງຫລາຍ​ດ້ວຍ​ເວດມົນ​ຂອງ​ນາງ.
5ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ໄດ້​ປະກາດ​ວ່າ, “ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ.
ເຮົາ​ຈະ​ເປີດ​ກະໂປ່ງ​ຂອງ​ເຈົ້າ​ຄຸມ​ໜ້າ​ເຈົ້າ.
ເຮົາ​ຈະ​ເຜີຍ​ຄວາມ​ເປືອຍ​ກາຍ​ຂອງ​ເຈົ້າ​ໃຫ້​ປະຊາຊາດ​ທັງຫລາຍ​ເຫັນ
ແລະ ໃຫ້​ອານາຈັກ​ຕ່າງໆ​ໄດ້​ເຫັນ​ຄວາມ​ໜ້າ​ອັບອາຍ​ຂອງ​ເຈົ້າ.
6ເຮົາ​ຈະ​ສາດ​ຂອງ​ສົກກະປົກ​ໃສ່​ເຈົ້າ,
ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຢ່າງ​ດູຖູກ
ແລະ ປະຈານ​ເຈົ້າ.
7ທຸກຄົນ​ທີ່​ເຫັນ​ເຈົ້າ​ຈະ​ໜີ​ໄປ​ຈາກ​ເຈົ້າ ແລະ ເວົ້າ​ວ່າ,
‘ນີເນເວ​ຈິບຫາຍ​ແລ້ວ ຜູ້ໃດ​ຈະ​ໄວ້​ທຸກ​ໃຫ້​ແກ່​ນາງ?’
ເຮົາ​ຈະ​ຫາ​ຄົນ​ມາ​ໜູນໃຈ​ເຈົ້າ​ໄດ້​ຈາກ​ໃສ?”
8ເຈົ້າ​ດີ​ກວ່າ​ເທເບັດ​ບໍ,
ເຊິ່ງ​ຢູ່​ແຄມ​ຝັ່ງ​ແມ່ນ້ຳ​ນິນ
ແລະ ມີ​ນ້ຳ​ອ້ອມຮອບ​ນາງ​ບໍ?
ແມ່ນ້ຳ​ເປັນ​ປ້ອມ​ປ້ອງກັນ​ຂອງ​ນາງ,
ນ້ຳ​ເປັນ​ກຳແພງ​ຂອງ​ນາງ.
9ກູເຊ#3:9 ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ ແລະ ເອຢິບ​ເປັນ​ກຳລັງ​ອັນ​ບໍ່​ຈຳກັດ​ໃຫ້​ນາງ
ພູດ ແລະ ລີເບຍ​ກໍ​ເປັນ​ພັນທະມິດ​ຂອງ​ນາງ.
10ເຖິງ​ປານ​ນັ້ນ​ນາງ​ກໍ​ຕ້ອງ​ຕົກ​ເປັນ​ເມືອງ​ຂຶ້ນ
ແລະ ຖືກ​ກວາດ​ໄປ​ເປັນ​ຊະເລີຍ.
ລູກນ້ອຍ​ຂອງ​ນາງ​ຖືກ​ຈັບ​ຟາດ​ເປັນ​ຕ່ອນ​ໆ
ຢູ່​ທີ່​ທຸກ​ແຈ​ຂອງ​ຖະໜົນ.
ພວກເຂົາ​ຈັບ​ສະຫລາກ​ແບ່ງ​ຂຸນນາງ​ຂອງ​ນາງ,
ແລະ ຜູ້ນຳ​ທັງໝົດ​ຂອງ​ນາງ​ຖືກ​ລ່າມ​ໂສ້​ໄວ້.
11ເຈົ້າ​ກໍ​ຈະ​ມຶນ​ເມົາ​ເໝືອນ​ກັນ;
ເຈົ້າ​ຈະ​ເຂົ້າ​ໄປ​ຫລົບ​ລີ້
ແລະ ສະແຫວງ​ຫາ​ບ່ອນ​ລີ້​ໄພ​ຈາກ​ສັດຕູ.
12ປ້ອມ​ປ້ອງກັນ​ທັງໝົດ​ຂອງ​ເຈົ້າ​ເປັນ​ກັບ​ເໝືອນ​ຕົ້ນ​ໝາກເດື່ອ
ທີ່​ມີ​ໝາກ​ສຸກ​ລຸ້ນ​ທຳອິດ;
ເມື່ອ​ກົກ​ມັນ​ຖືກ​ສັ່ນ,
ໝາກເດື່ອ​ກໍ​ຫລົ່ນ​ເຂົ້າ​ປາກ​ຂອງ​ຄົນ​ກິນ.
13ເບິ່ງ​ກອງ​ທະຫານ​ຂອງ​ເຈົ້າ
ພວກເຂົາ​ລ້ວນ​ແຕ່​ເປັນ​ດັ່ງ​ແມ່ຍິງ.
ບັນດາ​ປະຕູ​ເມືອງ​ຂອງ​ດິນແດນ​ຂອງ​ເຈົ້າ
ເປີດ​ກວ້າງ​ຮັບ​ບັນດາ​ສັດຕູ​ຂອງ​ເຈົ້າ;
ໄຟ​ໄດ້​ເຜົາ​ກາດ​ປະຕູ​ທັງຫລາຍ​ແລ້ວ.
14ຈົ່ງ​ຕັກ​ນ້ຳ​ຕຽມ​ໄວ້​ເພາະ​ຈະ​ຖືກ​ລ້ອມ​ເມືອງ
ຈົ່ງ​ເສີມ​ເຄື່ອງ​ປ້ອງກັນ​ເມືອງ!
ນວດ​ດິນ​ໜຽວ,
ຢຽບ​ປູນ.
ແລະ ສ້ອມແປງ​ສິ່ງ​ທີ່​ສ້າງ​ດ້ວຍ​ດິນຈີ່!
15ບ່ອນ​ນັ້ນ​ໄຟ​ຈະ​ເຜົາໄໝ້​ເຈົ້າ;
ດາບ​ຈະ​ຕັດ​ເຈົ້າ​ລົງ
ມັນ​ຈະ​ກັດ​ກິນ​ເຈົ້າ​ເໝືອນ​ກັບ​ຕັກແຕນ.
ຈົ່ງ​ເພີ່ມ​ຈຳນວນ​ຄົນ​ໃຫ້​ຫລາຍ​ເໝືອນ​ຕັກແຕນ
ທະວີ​ຈຳນວນ​ຂຶ້ນ​ເໝືອນ​ຝູງ​ຕັກແຕນ!
16ເຈົ້າ​ໄດ້​ເພີ່ມ​ຈຳນວນ​ພໍ່ຄ້າ​ຂອງ​ເຈົ້າ
ຈົນ​ພວກເຂົາ​ມີ​ຈຳນວນ​ຫລາຍ​ຂຶ້ນ​ກວ່າ​ດາວ​ເທິງ​ທ້ອງຟ້າ,
ແຕ່​ພວກເຂົາ​ກໍ​ເໝືອນ​ກັບ​ຕັກແຕນ​ທີ່​ພວກມັນ​ກັດ​ກິນ​ຈົນ​ຈົນ​ໝົດ​ແຜ່ນດິນ
ແລະ ແລ້ວ​ກໍ​ບິນ​ໜີ​ໄປ.
17ບັນດາ​ຄົນ​ເຝົ້າ​ຍາມ​ຂອງ​ເຈົ້າ​ເໝືອນ​ດັ່ງ​ຕັກແຕນ,
ບັນດາ​ຂ້າລາຊະການ​ຂອງ​ເຈົ້າ​ເໝືອນ​ດັ່ງ​ຝູງ​ຕັກແຕນ
ເຊິ່ງ​ເກາະ​ຢູ່​ທີ່​ກຳແພງ​ໃນ​ມື້​ອາກາດ​ໜາວ
ແຕ່​ເມື່ອ​ດວງຕາເວັນ​ປາກົດ​ຂຶ້ນ​ພວກມັນ​ກໍ​ບິນ​ໜີ​ໄປ​ໝົດ,
ແລະ ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ໄປ​ໃສ.
18ກະສັດ​ແຫ່ງ​ອັດຊີເຣຍ, ບັນດາ​ຄົນລ້ຽງແກະ#3:18 ຫລື ບັນດາ​ຜູ້​ປົກຄອງ​ຂອງ​ເຈົ້າ​ໄດ້​ນອນຫລັບ​ຢູ່;
ພວກ​ເຈົ້ານາຍ​ຂອງ​ເຈົ້າ​ກໍ​ໄດ້​ເອນ​ກາຍ​ລົງ​ພັກຜ່ອນ.
ປະຊາຊົນ​ຂອງ​ເຈົ້າ​ກໍ​ກະຈັດກະຈາຍ​ໄປ​ຕາມ​ພູເຂົາ​ຕ່າງ​ໆ
ບໍ່​ມີ​ຜູ້​ໃດ​ຮວບຮວມ​ພວກເຂົາ.
19ບໍ່​ມີ​ສິ່ງ​ໃດ​ສາມາດ​ຮັກສາ​ບາດແຜ​ຂອງ​ເຈົ້າ​ໄດ້;
ບາດແຜ​ຂອງ​ເຈົ້າ​ກໍ​ເປັນ​ອັນຕະລາຍ​ເຖິງ​ຕາຍ.
ທຸກ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ເຈົ້າ
ກໍ​ຕົບ​ມື​ຂອງ​ຕົນ​ທີ່​ເຈົ້າ​ຫລົ້ມຈົມ.
ເພາະ​ມີ​ຜູ້ໃດ​ແດ່​ທີ່​ບໍ່​ຮູ້ສຶກ
ເຖິງ​ຄວາມ​ໂຫດຮ້າຍ​ທີ່​ບໍ່​ມີ​ສິ້ນສຸດ​ຂອງ​ເຈົ້າ?

اکنون انتخاب شده:

ນາຮູມ 3: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید