ຮາບາກຸກ ຄຳນຳ

ຄຳນຳ
ຂະນະ​ທີ່​ໃກ້​ເວລາ​ປ່ຽນ​ຜ່ານ​ຈາກ​ອານາຈັກ​ອັດຊີເຣຍ​ໄປ​ສູ່​ອານາຈັກ​ບາບີໂລນ (ທ້າຍ​ສັດຕະວັດ​ທີ 7 ກ່ອນ ຄສ.) ຜູ້ທຳນວາຍ​ຮາບາກຸກ​ໄດ້​ສົນທະນາ​ຢ່າງ​ເລິກເຊິ່ງ​ກັບ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ຮູບແບບ​ຂອງ​ໜັງສື​ຮາບາກຸກ​ເປັນ​ຄຳ​ຮ້ອງທຸກ ຫລື ຮ້ອງໄຫ້​ສັ້ນໆ ຕາມ​ດ້ວຍ​ຄຳຕອບ​ຂອງ​ພຣະເຈົ້າ. ໃນ​ທີ່ສຸດ​ເມື່ອ​ສຽງ​ຮ້ອງ​ຂອງ​ເພິ່ນ​ໄດ້​ຮັບ​ຄຳຕອບ, ຮາບາກຸກ​ຈຶ່ງ​ຈົບ​ດ້ວຍ​ເພງສັນລະເສີນ​ແຫ່ງ​ຄວາມ​ໝັ້ນໃຈ​ໃນ​ໄຊຊະນະ​ຂອງ​ພຣະເຈົ້າ.
ຜູ້ທຳນວາຍ​ເລີ່ມ​ດ້ວຍ​ການ​ຖາມ​ວ່າ​ພຣະເຈົ້າ​ຈະ​ຍອມ​ໃຫ້​ຄວາມ​ຊົ່ວຮ້າຍ​ມີ​ໄຊຊະນະ​ໄປ​ອີກ​ດົນ​ປານ​ໃດ. ຄຳຕອບ​ຂອງ​ພຣະເຈົ້າ​ຄື​ພຣະອົງ​ກຳລັງ​ຍົກ​ຊາວ​ບາບີໂລນ​ຂຶ້ນ​ເປັນ​ເຄື່ອງມື​ໃນ​ການ​ແກ້ໄຂ​ຂອງ​ພຣະອົງ. ສິ່ງ​ນີ້​ນຳ​ໄປ​ສູ່​ຄຳຖາມ​ທີ​ສອງ​ຂອງ​ຮາບາກຸກ​ຄື​ດ້ວຍເຫດໃດ​ພຣະເຈົ້າ​ຈຶ່ງ​ຍອມ​ໃຫ້​ຄົນຊົ່ວ​ກືນກິນ​ຄົນຊອບທຳ? ພຣະເຈົ້າ​ຕອບ​ອີກ​ຄັ້ງ ໂດຍ​ອະທິບາຍ​ວ່າ​ຊາວ​ບາບີໂລນ​ຈະ​ຖືກ​ພິພາກສາ​ຄື​ກັນ​ກັບ​ຊາວ​ອັດຊີເຣຍ ແລະ ຄົນຊອບທຳ​ຈະ​ຕ້ອງ​ຄອຍຖ້າ​ດ້ວຍ​ຄວາມເຊື່ອ ແລະ ຄວາມອົດທົນ. ພຣະເຈົ້າ​ຢ້ຳ​ວ່າ​ເມື່ອ​ພຣະອົງ​ປະກາດ​ວິບັດ​ຫ້າ​ປະການ​ຕໍ່​ບາບີໂລນ ຄວາມ​ຈິບຫາຍ​ກໍ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ.
ເມື່ອ​ການ​ສົນທະນາ​ຂອງ​ຮາບາກຸກ​ກັບ​ພຣະເຈົ້າ​ສິ້ນສຸດ​ລົງ, ໜັງສື​ກໍ​ນຳ​ສະເໜີ​ສ່ວນ​ທີ່​ຮ້ອງ​ວ່າ “ຄຳ​ອະທິຖານ​ຂອງ​ຮາບາກຸກ”. ແຕ່​ເນື້ອເພງ​ສະແດງ​ເຈດຕະນາ​ໃນ​ການ​ຮ້ອງ​ຢ່າງ​ຊັດເຈນ. ຮາບາກຸກ​ໄດ້​ສະເຫລີມສະຫລອງ​ການ​ຊ່ວຍ​ເຫລືອ​ອັນ​ໜ້າ​ອັດສະຈັນ​ຂອງ​ພຣະເຈົ້າ​ຕໍ່​ອິດສະຣາເອນ​ໃນ​ອະດີດ ແລະ ອະທິຖານ​ຂໍໃຫ້​ພຣະເຈົ້າ​ເຮັດ​ຢ່າງ​ນີ້​ອີກ​ຄັ້ງ. ໃນ​ລະຫວ່າງ​ນີ້​ຜູ້ທຳນວາຍ​ຮາບາກຸກ​ກໍ​ເຝົ້າ​ຄອຍຖ້າ​ການ​ມາ​ຂອງ​ພຣະເຈົ້າ​ຢ່າງ​ອົດທົນ.

اکنون انتخاب شده:

ຮາບາກຸກ ຄຳນຳ: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید