ນາຮູມ 2
2
ນີເນເວຈະຫລົ້ມຈົມ
1ນີເນເວ, ຜູ້ໂຈມຕີໄດ້ບຸກໜ້າມາຕໍ່ສູ້ເຈົ້າແລ້ວ.
ຈົ່ງເຂົ້າປະຈຳປ້ອມ,
ເຝົ້າເບິ່ງຫົນທາງໄວ້,
ຕຽມຕົວໃຫ້ພ້ອມ,
ແລະ ຮວບຮວມກຳລັງທັງໝົດຂອງເຈົ້າ!
2ພຣະເຈົ້າຢາເວຈະຟື້ນຟູຄວາມຮຸ່ງເຮືອງໃຫ້ຢາໂຄບ
ເໝືອນກັບຄວາມຮຸ່ງເຮືອງຂອງອິດສະຣາເອນ,
ເຖິງແມ່ນວ່າຜູ້ທຳລາຍໄດ້ທຳລາຍມັນຖິ້ມໄປ
ແລະ ທຳລາຍເຄືອອະງຸ່ນຂອງມັນ.
3ໂລ່ຂອງທະຫານເປັນສີແດງ;
ນັກຮົບກໍສວມຊຸດສີແດງເຂັ້ມ.
ໂລຫະຢູ່ເທິງລົດມ້າຈະເປັ່ງປະກາຍ
ໃນວັນທີ່ພວກເຂົາໄດ້ຕຽມພ້ອມ;
ຫອກໄມ້ແປກກໍແກວ່ງໄກວ.#2:3 ພາສາເຮັບເຣີຕົ້ນສະບັບວ່າ: ມ້າຮົບແລ່ນໄປມາ
4ລົດຮົບຟ້າວບຸກໄປຕາມຖະໜົນ
ຟ້າວແລ່ນໄປມາຜ່ານເດີ່ນເມືອງ.
ພວກເຂົາເບິ່ງຄືກັນກັບກະບອງໄຟທີ່ກຳລັງລຸກຢູ່;
ພວກເຂົາພຸ່ງໄປມາເໝືອນຟ້າແມບ.
5ນີເນເວໄດ້ລະດົມກອງທະຫານທີ່ຕົນເລືອກໄວ້,
ແຕ່ພວກເຂົາສະດຸດລົ້ມກາງທາງ.
ພວກເຂົາຟ້າວບຸກເຂົ້າໄປທີ່ກຳແພງເມືອງ;
ໂລ່ປ້ອງກັນກໍຕັ້ງປະຈຳທີ່.
6ປະຕູດ້ານແມ່ນ້ຳກໍຖືກທຳລາຍລົງ
ແລະ ວັງກໍພັງລົງ.
7ມີດຳລັດ#2:7 ໃນພາສາເຮັບເຣີຄຳນີ້ ມີຄວາມຫມາຍບໍ່ຊັດເຈນໃຫ້ນີເນເວນັ້ນ
ຖືກເນລະເທດ ແລະ ຖືກກວາດຕ້ອນໄປ.
ບັນດາຂ້າທາດຍິງຂອງນີເນເວຮ້ອງຄວນຄາງເໝືອນນົກເຂົາ
ແລະ ຕີເອິກຂອງຕົນ.
8ນີເນເວເປັນເໝືອນສະນ້ຳ
ທີ່ມີນ້ຳກຳລັງໄຫລອອກໄປໝົດ.
ພວກເຂົາຮ້ອງວ່າ, “ຢຸດ! ຢຸດ!”
ແຕ່ບໍ່ມີຜູ້ໃດຫັນກັບມາ.
9ຈົ່ງປຸ້ນເອົາເງິນ!
ຈົ່ງປຸ້ນເອົາຄຳ!
ເຄື່ອງຂອງມີຫລວງຫລາຍໃຊ້ບໍ່ໝົດ,
ຄວາມຮັ່ງມີຈາກຊັບສົມບັດຂອງນີເນເວ!
10ນີເນເວຖືກປຸ້ນ, ຖືກປຸ້ນ ຖືກຢຶດຂອງມີຄ່າໄປໝົດ!
ຫົວໃຈສະຫລາຍ, ຫົວເຂົ່າກໍອ່ອນແຮງ
ໂຕສັ່ນ ແລະ ທຸກຄົນໜ້າຈືດ.
11ຖ້ຳສິງຢູ່ບ່ອນໃດ
ບ່ອນທີ່ພວກມັນເບິ່ງແຍງລູກນ້ອຍຂອງຕົນ
ພໍ່ ແລະ ແມ່ລູກສິງໄປທີ່ໃດ,
ແລະ ລູກສິງກໍບໍ່ຕ້ອງຢ້ານກົວສິ່ງໃດ?
12ສິງທີ່ຂ້າເຫຍື່ອມາໃຫ້ບັນດາລູກຂອງຕົນຢ່າງພຽງພໍ
ແລະ ກໍຄາບມາໃຫ້ຄູ່ຂອງຕົນ,
ສະສົມເຫຍື່ອຂອງຕົນໄວ້ທີ່ຮັງ
ແລະ ສະສົມສັດທີ່ຂ້າໄວ້ທີ່ຖ້ຳຂອງມັນ.
13ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,
“ເຮົາເປັນສັດຕູກັບເຈົ້າ.
ເຮົາຈະຈູດລົດມ້າຂອງເຈົ້າຈົນຄວັນພຸ່ງຂຶ້ນ,
ແລະ ດາບຈະຟາດແຂ້ວສິງໜຸ່ມຂອງເຈົ້າ
ເຮົາຈະບໍ່ປະເຫຍື່ອໄວ້ໃຫ້ເຈົ້າໃນໂລກນີ້.
ສຽງຮ້ອງຂອງບັນດາຜູ້ສົ່ງຂ່າວຂອງເຈົ້າ
ຈະບໍ່ໄດ້ຍິນອີກຕໍ່ໄປ”.
اکنون انتخاب شده:
ນາຮູມ 2: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.