ມີກາ ຄຳນຳ

ຄຳນຳ
ຜູ້ທຳນວາຍ​ມີກາ​ເວົ້າ​ກັບ​ອານາຈັກ​ທາງ​ພາກ​ໃຕ້​ຂອງ​ຢູດາ​ໃນ​ສະໄໝ​ຂອງ​ໂຢທາມ​ອາໄສ ແລະ ເຮເຊກີຢາ (ທ້າຍ​ສັດຕະວັດ​ທີ 8 ກ່ອນ ຄສ.) ແລະ ພະຍາກອນ​ວ່າ​ຊາມາເຣຍ ແລະ ເຢຣູຊາເລັມ​ທີ່​ເປັນ​ເມືອງ​ຫລວງ​ຂອງ​ອິດສະຣາເອນ ແລະ ຢູດາ​ຈະ​ຖືກ​ທຳລາຍ​ລົງ​ເພາະ​ຄວາມ​ບໍ່​ຍຸຕິທຳ ແລະ ສາສະໜາ​ທີ່​ເສື່ອມເສຍ​ຂອງ​ພວກເຂົາ. ທັງ​ຍັງ​ປະຖິ້ມ​ຄຳສັນຍາ​ຂອງ​ພຣະເຈົ້າ​ໄປ​ຖື​ສາສະໜາ​ຕ່າງຊາດ​ຂອງ​ຊາວ​ການາອານ. ຄົນ​ຮັ່ງມີ ມີ​ອຳນາດ​ຫາ​ຜົນປະໂຫຍດ​ກັບ​ຄົນທຸກຍາກ​ຢ່າງ​ບໍ່​ປານີ, ບໍ່​ສົນໃຈ​ກົດບັນຍັດ​ຂອງ​ໂມເຊ. ມີກາ​ໄດ້​ເຕືອນ​ວ່າ​ທັງ​ສອງ​ອານາຈັກ​ຈະ​ຖືກ​ຮຸກຮານ, ຢຶດຄອງ ແລະ ເນລະເທດ​ໄປ​ເພາະ​ບໍ່​ມີ​ຄວາມ​ສັດຊື່ ແລະ ຍຸຕິທຳ, ແລ້ວ​ກໍ​ເປັນ​ໄປ​ຕາມ​ຄຳພະຍາກອນ​ເມື່ອ 722 ປີ ກ່ອນ ຄສ. ຊາມາເຣຍ​ໄດ້​ຕົກ​ເປັນ​ຂອງ​ອັດຊີເຣຍ ແລະ ເຢຣູຊາເລັມ​ຕົກ​ເປັນ​ຂອງ​ຊາວ​ບາບີໂລນ​ເມື່ອ 587​6 ປີ​ກ່ອນ ຄສ.
ຄຳພະຍາກອນ​ຂອງ​ມີກາ​ເປັນ​ຄຳເຕືອນ​ຂອງ​ການ​ທຳລາຍ​ລ້າງ​ທີ່​ສະຫລັບ​ໄປ​ກັບ​ຄຳສັນຍາ​ໃນ​ການ​ຟື້ນຟູ​ຂອງ​ພຣະເຈົ້າ. ຄຳພະຍາກອນ​ຂອງ​ມີກາ​ທັງ​ສາມ​ກຸ່ມ​ແມ່ນ​ເລີ່ມຕົ້ນ​ດ້ວຍ​ການ​ພິພາກສາ ແລະ ຈົບ​ລົງ​ດ້ວຍ​ຄຳສັນຍາ​ໃນ​ການ​ຟື້ນຟູ​ຂອງ​ພຣະເຈົ້າ. ມີກາ​ໄດ້​ປະກາດ​ວ່າ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ທີ່​ພຣະເຈົ້າ​ສັນຍາ​ໄວ້ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ທີ່​ເຫລືອ​ຢູ່ ແລະ ນຳ​ພວກເຂົາ​ກັບ​ໄປ​ທີ່​ດິນແດນ​ຂອງ​ພວກເຂົາ. ທີ່​ນັ້ນ ກະສັດ​ຜູ້​ຊອບທຳ​ຈະ​ໄດ້​ເປັນ​ຜູ້​ປົກຄອງ ແລະ ອິດສະຣາເອນ​ຈະ​ກາຍເປັນ​ແສງສະຫວ່າງ​ໄປ​ທົ່ວໂລກ, ເພື່ອ​ນຳ​ທຸກ​ຊົນຊາດ​ໃຫ້​ເຂົ້າ​ສູ່​ທາງ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າ​ຈະ​ຊ່ວຍ​ໃຫ້​ອິດສະຣາເອນ​ໄດ້​ພົບ​ກັບ​ຈຸດຢືນ​ຂອງ​ຕົນ​ເອງ​ໃນ​ເລື່ອງລາວ​ຂອງ​ພຣະຄຳພີ.

اکنون انتخاب شده:

ມີກາ ຄຳນຳ: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید