ໂຢນາ 4

4
ໂຢນາ​ໃຈຮ້າຍ​ທີ່​ພຣະເຈົ້າຢາເວ​ເມດຕາ
1ແຕ່​ສໍາລັບ​ໂຢນາ​ແລ້ວ ນີ້​ແມ່ນ​ສິ່ງ​ທີ່​ຜິດ​ຫລາຍ ແລະ ລາວ​ຈຶ່ງ​ໃຈຮ້າຍ. 2ລາວ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ບອກ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ຢູ່​ເຮືອນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ມັນ​ຈະ​ເປັນ​ຢ່າງ​ນີ້? ເພາະ​ເຫດ​ນີ້​ແຫລະ ຂ້ານ້ອຍ​ຈຶ່ງ​ໄດ້​ຟ້າວ​ໜີ​ໄປ​ເມືອງ​ຕາກຊິດ. ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ, ຊ້າ​ໃນ​ການ​ຮ້າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ, ເປັນ​ພຣະເຈົ້າ​ຜູ້​ທີ່​ອົດ​ກັ້ນ​ໄວ້​ບໍ່​ລົງໂທດ. 3ຂ້າ​ແດ່​ພຣະເຈົ້າຢາເວ, ບັດນີ້ ຂໍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ, ເພາະ​ຂ້ານ້ອຍ​ຕາຍ​ໄປ​ກໍ​ດີ​ກວ່າ​ມີ​ຊີວິດ​ຢູ່”.
4ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ?”
5ໂຢນາ​ໄດ້​ອອກ​ໄປ ແລະ ນັ່ງ​ຢູ່​ບ່ອນ​ໜຶ່ງ​ທາງ​ຕາເວັນ​ອອກ​ຂອງ​ເມືອງ. ລາວ​ໄດ້​ສ້າງ​ຕູບ​ຫລັງ​ໜຶ່ງ​ຂຶ້ນ​ຢູ່​ທີ່​ນັ້ນ, ນັ່ງ​ຢູ່​ໃນ​ຮົ່ມ​ຂອງ​ຕູບ​ນັ້ນ ແລະ ລໍຖ້າ​ເບິ່ງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ນີເນເວ. 6ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍ​ໃຫ້​ມີ​ຕົ້ນໄມ້​ໃບ​ດົກ​ຕົ້ນ​ໜຶ່ງ​ງອກ​ຂຶ້ນ​ສູງ​ເໜືອ​ໂຢນາ ເພື່ອ​ເປັນ​ຮົມ​ໃຫ້​ຫົວ​ຂອງ​ລາວ ເພື່ອ​ບັນເທົາ​ຄວາມ​ຮ້ອນໃຈ​ຂອງ​ລາວ ແລະ ໂຢນາ​ກໍ​ດີໃຈ​ຫລາຍ​ທີ່​ມີ​ຕົ້ນໄມ້​ນີ້. 7ແຕ່​ໃນ​ຕອນ​ເຊົ້າ​ຂອງ​ມື້​ຕໍ່​ມາ ພຣະເຈົ້າ​ໄດ້​ໃຫ້​ມີ​ໜອນ, ເຊິ່ງ​ກັດ​ກິນ​ຕົ້ນໄມ້​ນັ້ນ​ຈົນ​ມັນ​ຫ່ຽວ​ແຫ້ງ​ໄປ. 8ເມື່ອ​ຕາເວັນ​ຂຶ້ນ, ພຣະເຈົ້າ​ໄດ້​ໃຫ້​ລົມ​ຕາເວັນ​ອອກ​ອັນ​ຮ້ອນກ້າ​ພັດ​ມາ ແລະ ຕາເວັນ​ກໍ​ສ່ອງ​ແສງ​ກ້າ​ຢູ່​ເໜືອ​ຫົວ​ຂອງ​ໂຢນາ ຈົນ​ລາວ​ເກືອບ​ເປັນ​ລົມ. ລາວ​ຢາກ​ຕາຍ ແລະ ໄດ້​ເວົ້າ​ວ່າ, “ຖ້າ​ຂ້ານ້ອຍ​ຕາຍ​ໄປ​ກໍ​ຄົງ​ດີ​ກວ່າ​ມີ​ຊີວິດ​ຢູ່”.
9ແຕ່​ພຣະເຈົ້າ​ໄດ້​ກັບ​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ​ເລື່ອງ​ຕົ້ນໄມ້​ນັ້ນ?”
ໂຢນາ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ມີ​ສິດ ແລະ ຂ້ານ້ອຍ​ກໍ​ໃຈຮ້າຍ​ຫລາຍ​ຈົນ​ຂ້ານ້ອຍ​ຢາກ​ຕາຍ”.
10ແຕ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, “ເຈົ້າ​ເສຍ​ດາຍ​ຕົ້ນໄມ້​ນີ້ ທັງ​ທີ່​ເຈົ້າ​ບໍ່​ໄດ້​ປູກ ຫລື ເບິ່ງແຍງ​ມັນ​ໃຫ້​ໃຫຍ່. ມັນ​ງອກ​ຂຶ້ນ​ໃນ​ເວລາ​ຂ້າມ​ຄືນ ແລະ ຕາຍ​ໄປ​ໃນ​ເວລາ​ຂ້າມ​ຄືນ. 11ແລ້ວ​ນີເນເວ​ເມືອງ​ໃຫຍ່​ທີ່​ມີ​ຄົນ​ຫລາຍ​ກວ່າ 120.000 ຄົນ ເຊິ່ງ​ບໍ່​ຮູ້​ຫຍັງ​ເລີຍ​ວ່າ​ອັນໃດ​ແມ່ນ​ມື​ຊ້າຍ​ອັນ​ໃດ​ແມ່ນ​ມື​ຂວາ ແລະ ຍັງ​ມີ​ສັດ​ລ້ຽງ​ອີກ​ຈຳນວນ​ຫລວງຫລາຍ ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ຫ່ວງໃຍ​ເມືອງ​ນີ້​ບໍ?”

اکنون انتخاب شده:

ໂຢນາ 4: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید