ມາລາກີ 3

3
1ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ “ເບິ່ງ​ແມ, ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ມາ​ຕຽມ​ທາງ​ໄວ້​ໃຫ້​ເຮົາ​ລ່ວງໜ້າ​ກ່ອນ. ແລ້ວ​ທັນ​ໃດ​ນັ້ນ​ອົງພຣະຜູ້ເປັນເຈົ້າ​ທີ່​ພວກເຈົ້າ​ສະແຫວງຫາ​ນັ້ນ​ຈະ​ມາ​ທີ່​ວິຫານ​ຂອງ​ພຣະອົງ; ທູດ​ແຫ່ງ​ຄຳໝັ້ນສັນຍາ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຈະ​ມາ”.
2ແຕ່​ຜູ້ໃດ​ຈະ​ສາມາດ​ທົນ​ຢູ່​ໄດ້​ໃນ​ວັນ​ທີ່​ພຣະອົງ​ມາ? ຜູ້ໃດ​ຈະ​ສາມາດ​ຢືນ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ເພາະ​ພຣະອົງ​ຈະ​ເປັນ​ເໝືອນ​ໄຟ​ທີ່​ຫລອມ​ໂລຫະ, ເໝືອນ​ສະບູ​ຂອງ​ຊ່າງ​ຟອກ. 3ພຣະອົງ​ຈະ​ນັ່ງ​ລົງ​ເໝືອນ​ກັບ​ຊ່າງ​ຫລອມ​ເງິນ ແລະ ຊຳລະ​ເງິນ​ໃຫ້​ບໍລິສຸດ; ພຣະອົງ​ຈະ​ຊຳລະ​ຄົນ​ເລວີ ແລະ ຫລອມ​ພວກເຂົາ​ເໝືອນ​ກັບ​ຫລອມ​ເງິນ ແລະ ຄຳ. ແລ້ວ​ພຣະເຈົ້າ​ຢາເວ​ຈະ​ໄດ້​ຄົນ​ທີ່​ນຳ​ເຄື່ອງບູຊາ​ມາ​ຖວາຍ​ດ້ວຍ​ຄວາມ​ຊອບທຳ, 4ແລະ ເຄື່ອງຖວາຍ​ຂອງ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ເປັນ​ທີ່​ຍອມຮັບ​ຂອງ​ພຣະເຈົ້າ​ຢາເວ ເໝືອນ​ວັນ​ເວລາ​ໃນ​ອະດີດ, ເໝືອນ​ປີ​ເກົ່າ​ກ່ອນ.
5ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ເພື່ອ​ພິພາກສາ​ໂທດ​ພວກເຈົ້າ. ເຮົາ​ຈະ​ຕັ້ງ​ຂໍ້ຫາ​ແກ່​ບັນດາ​ຄົນ​ທີ່​ໃຊ້​ຄາຖາ​ອາຄົມ, ຄົນຫລິ້ນຊູ້, ຄົນ​ທີ່​ສາບານ​ຕົວະ, ບັນດາ​ຄົນ​ທີ່​ໂກງ​ຄ່າ​ແຮງ​ລູກ​ຈ້າງ, ຄົນ​ທີ່​ຂົ່ມເຫັງ​ແມ່ໝ້າຍ ແລະ ລູກ​ກຳພ້າ​ພໍ່ ແລະ ຄົນ​ທີ່​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນຕ່າງດ້າວ ແລະ ຄົນ​ທີ່​ບໍ່​ຢຳເກງ​ເຮົາ​ໂດຍ​ໄວ”.
ລະເມີດ​ຄຳໝັ້ນສັນຍາ​ໂດຍ​ການ​ຮັກສາ​ໜຶ່ງ​ສວ່ນ​ສິບ​ໄວ້
6“ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ບໍ່​ປ່ຽນແປງ. ດັ່ງນັ້ນ ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ຢາໂຄບ​ຈຶ່ງ​ບໍ່​ຖືກ​ທຳລາຍ​ໄປ. 7ຕັ້ງ​ແຕ່​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ ພວກເຈົ້າ​ກໍ​ຫັນ​ໜີ​ຈາກ​ດໍາລັດ​ຂອງ​ເຮົາ ແລະ ບໍ່​ຍອມ​ປະຕິບັດ​ຕາມ​ດຳລັດ​ເຫລົ່ານັ້ນ. ຈົ່ງ​ກັບ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
“ແຕ່​ພວກເຈົ້າ​ຖາມ​ວ່າ, ‘ຈະ​ໃຫ້​ພວກຂ້ານ້ອຍ​ຫັນ​ກັບ​ມາ​ຢ່າງໃດ?’
8“ມະນຸດ​ທຳມະດາ​ຈະ​ໂກງ​ພຣະເຈົ້າ​ບໍ? ເຖິງ​ປານ​ນັ້ນ​ພວກເຈົ້າ​ກໍ​ໂກງ​ເຮົາ.
“ພວກເຈົ້າ​ຖາມ​ວ່າ ‘ພວກຂ້ານ້ອຍ​ໄດ້​ໂກງ​ພຣະອົງ​ຢ່າງໃດ?’
“ກໍ​ໂກງ​ໜຶ່ງ​ສ່ວນ​ສິບ#3:8 ຄື ການ​ນຳ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ໄດ້, ຜົນ​ຜະລິດ ຫລື ຊັບ​ສິ່ງ​ຂອງ​ມາ​ຖວາຍ​ແກ່​ພຣະເຈົ້າ ແລະ ຂອງ​ຖວາຍ​ຕ່າງໆ. 9ພວກເຈົ້າ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ທັງ​ຊາດ​ຂອງ​ພວກເຈົ້າ ເພາະ​ພວກເຈົ້າ​ກຳລັງ​ໂກງ​ເຮົາ”. 10ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຈົ່ງ​ນຳ​ເອົາ​ໜຶ່ງ​ສວ່ນ​ສິບ​ມາ​ທີ່​ຄັງ​ວິຫານ​ໃຫ້​ຄົບ, ເພື່ອ​ຈະ​ມີ​ອາຫານ​ໃນ​ວິຫານ​ຂອງ​ເຮົາ ຈົ່ງ​ລອງ​ເບິ່ງ​ເຮົາ​ໃນ​ຂໍ້​ນີ້, ແລະ ເບິ່ງ​ວ່າ​ເຮົາ​ຈະ​ບໍ່​ເປີດ​ປະຕູ​ຟ້າ​ສະຫວັນ ແລະ ເທ​ພອນ​ທັງຫລາຍ​ອອກ​ມາ​ຢ່າງ​ເຫລືອ​ລົ້ນ​ຈົນ​ບໍ່​ມີ​ຫ້ອງ​ຈະ​ເກັບ​ພອນ​ນັ້ນ​ໄວ້​ບໍ່”. 11ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ປ້ອງກັນ​ບໍ່​ໃຫ້​ແມງໄມ້​ມາ​ກັດ​ກິນ​ຜົນລະປູກ​ຂອງ​ພວກເຈົ້າ ແລະ ເຄືອ​ອະງຸ່ນ​ໃນ​ສວນ​ຂອງ​ພວກເຈົ້າ​ຈະ​ບໍ່​ຫລົ່ນ​ກ່ອນ​ສຸກ, 12ແລ້ວ​ທຸກ​ປະຊາຊາດ​ຈະ​ເອີ້ນ​ພວກເຈົ້າ​ວ່າ​ຜູ້​ໄດ້​ຮັບ​ພອນ, ເພາະ​ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ຢູ່​ອາໄສ​ຢ່າງ​ຜາສຸກ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
ອິດສະຣາເອນ​ເວົ້າ​ຢ່າງ​ຈອງຫອງ​ຕໍ່​ພຣະເຈົ້າ
13ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ຈອງຫອງ​ຕໍ່​ເຮົາ.
“ແຕ່​ພວກເຈົ້າ​ກໍ​ຖາມ​ວ່າ ‘ພວກຂ້ານ້ອຍ​ໄດ້​ເວົ້າ​ຈອງຫອງ​ຕໍ່​ພຣະອົງ​ວ່າ​ແນວໃດ?’
14“ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ໄປ​ກໍ​ໄຮ້​ປະໂຫຍດ. ພວກເຮົາ​ໄດ້​ຮັບ​ສິ່ງໃດ​ແດ່​ຈາກ​ການ​ເຮັດ​ຕາມ​ຂໍ້​ກຳນົດ​ຂອງ​ພຣະອົງ ແລະ ຈາກ​ການ​ດຳເນີນຊີວິດ​ຢ່າງ​ຄົນ​ໄວ້ທຸກ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່? 15ແຕ່​ບັດນີ້ ພວກເຮົາ​ເອີ້ນ​ຄົນ​ຍິ່ງ​ຈອງຫອງ​ວ່າ​ຜູ້​ໄດ້​ຮັບ​ພອນ. ຄົນ​ເຮັດ​ຊົ່ວ​ກໍ​ຈະເລີນ​ຮຸ່ງເຮືອງ ແລະ ແມ່ນ​ແຕ່​ເມື່ອ​ພວກເຂົາ​ທົດລອງ​ພຣະເຈົ້າ ພວກເຂົາ​ກໍ​ຍັງ​ໜີ​ໄປ​ໄດ້’ ”.
ຜູ້​ທີ່​ເຫລືອ​ຢູ່​ທີ່​ສັດຊື່
16ແລ້ວ​ບັນດາ​ຜູ້​ທີ່​ໄດ້​ຢຳເກງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັນ ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ຟັງ ແລະ ໄດ້​ຍິນ. ມີ​ໜັງສື​ມ້ວນ​ທີ່​ບັນທຶກ​ຄວາມ​ຈຳ​ກ່ຽວກັບ​ບັນດາ​ຜູ້​ທີ່​ໄດ້​ຢຳເກງ​ພຣະເຈົ້າ ແລະ ເທີດທູນ​ນາມ​ຂອງ​ພຣະອົງ​ຢູ່​ຕໍ່ໜ້າ​ພຣະອົງ.
17ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ພວກເຂົາ​ຈະ​ເປັນ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ລົງ​ມື​ກະທຳ, ພວກເຂົາ​ຈະ​ເປັນ​ກຳມະສິດ​ອັນ​ລ້ຳຄ່າ​ຂອງ​ເຮົາ.#3:17 ຫລື ພວກເຂົາ​ຈະ​ເປັນ​ຂອງ​ເຮົາ ເປັນ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ລົງ​ມື ເຮົາ​ຈະ​ໄວ້​ຊີວິດ​ພວກເຂົາ​ເໝືອນ​ພໍ່​ທີ່​ເມດຕາ​ສົງສານ ແລະ ໄວ້​ຊີວິດ​ລູກຊາຍ​ຂອງ​ຕົນ​ທີ່​ຮັບໃຊ້​ຕົນ. 18ແລ້ວ​ພວກເຈົ້າ​ກໍ​ຈະ​ເຫັນ​ສິ່ງ​ເຫລົ່ານີ້​ອີກ​ຄັ້ງ​ໜຶ່ງ ຄື​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ຊອບທຳ​ກັບ​ຄົນອະທຳ, ລະຫວ່າງ​ບັນດາ​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ​ກັບ​ບັນດາ​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ”.

اکنون انتخاب شده:

ມາລາກີ 3: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید