ມາລາກີ 4
4
ການພິພາກສາ ແລະ ການຟື້ນຟູຄຳໝັ້ນສັນຍາ
1ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນຈະມາເຖິງຢ່າງແນ່ນອນ ວັນທີ່ເຜົາໄໝ້ເໝືອນດັ່ງເຕົາໄຟ. ທຸກຄົນທີ່ຈອງຫອງ ແລະ ທຸກຄົນທີ່ເຮັດຊົ່ວຈະເປັນຕໍຕົ້ນເຂົ້າ ແລະ ວັນທີ່ຈະມາເຖິງນັ້ນຈະຈູດໄຟເຜົາໄໝ້ພວກເຂົາທັງໝົດ, ບໍ່ໃຫ້ເຫລືອແມ່ນແຕ່ຮາກ ຫລື ງ່າຈັກງ່າດຽວ. 2ແຕ່ສຳລັບພວກເຈົ້າທີ່ຢຳເກງນາມຂອງເຮົາ, ຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາພ້ອມດ້ວຍປີກແຫ່ງການບຳບັດຮັກສາ ແລະ ພວກເຈົ້າຈະອອກໄປ ແລະ ສະໜຸກສະໜານເໝືອນລູກງົວທີ່ຖືກປ່ອຍອອກຈາກຄອກ. 3ແລ້ວພວກເຈົ້າຈະຢຽບຢ່ຳຄົນຊົ່ວ; ພວກເຂົາຈະເປັນເໝືອນຂີ້ເຖົ່າທີ່ຢູ່ກ້ອງຝ່າຕີນຂອງພວກເຈົ້າໃນວັນທີ່ເຮົາລົງມືກະທຳສິ່ງເຫລົ່ານີ້”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
4“ຈົ່ງລະນຶກເຖິງກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງເຮົາ, ດຳລັດ ແລະ ກົດບັນຍັດທັງຫລາຍ ເຊິ່ງເຮົາໄດ້ມອບໃຫ້ໂມເຊຢູ່ເທິງພູເຂົາໂຮເຣັບ ສຳລັບຊົນຊາດອິດສະຣາເອນທັງໝົດ.
5“ເບິ່ງແມ, ເຮົາຈະສົ່ງຜູ້ທຳນວາຍເອລີຢາມາຫາພວກເຈົ້າກ່ອນວັນອັນຍິ່ງໃຫຍ່ ແລະ ໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ. 6ລາວຈະນຳຫົວໃຈຂອງພໍ່ມາຫາລູກ ແລະ ນຳຫົວໃຈຂອງລູກມາຫາພໍ່; ບໍ່ດັ່ງນັ້ນເຮົາຈະມາ ແລະ ຟາດດິນແດນນີ້ດ້ວຍການທຳລາຍໃຫ້ໝົດໄປ”.
اکنون انتخاب شده:
ມາລາກີ 4: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.